ການຜະລິດ

ບ້ານລາວມົງຄຸນ ກຽມເປີດບໍລິການໄວໆນີ້…

ບ້ານລາວມົງຄຸນ ສູນລວມສິນຄ້າແບຣນລາວ ກຽມເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 24 ຕຸລາ ນີ້ ເຊິ່ງພາຍໃນງານຈະມີກິດຈະກໍາສົ່ງເສີມການທ່ອງທ່ຽວລາວ ໂດຍຈະນໍາເອົາສິນຄ້າຂອງລາວແບບດັ້ງເດີມທີ່ມີຊື່ສຽງມາ ວາງສະແດງ ແລະ ຂາຍ ພາຍງານ ເພື່ອຕໍ່ຍອດການຕະຫລາດໃຫ້ກວ້າງຂຶ້ນ ໃນໄລຍະທີ່ລັດຖະບານ ສົ່ງເສີມກິດຈະກໍາລາວທ່ຽວລາວ ເຊິ່ງພິທີຖະແຫລງຂ່າວດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 14 ຕຸລາ 2020 ທີ່ ບ້ານລາວມົງຄຸນ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນ ຫລວຽງຈັນ. ທ່ານ ສຸກສະຫວັນ ພິທັກເທບ ທີ່ປຶກສາບ້ານລາວມົງຄຸນ ໄດ້ກ່າວ: ຈຸດປະສົງຂອງໂຄງການບ້ານລາວມົງຄຸນ ສ້າງຂຶ້ນເພື່ອແນໃສ່ສົ່ງເສີມສິນຄ້າແບຣນລາວ ເຂົ້າສູ່ຕະຫລາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າລາວ ເຂົ້າສູ່ຕະຫລາດພາກພື້ນ ທັງເປັນການສົ່ງເສີມ ວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຊົ່ວນິລັນ ແລະ ເຜີຍແຜ່ລົດຊາດອາຫານລາວ. ຂະນະທີ່ ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ ໃຫ້ຮູ້ວ່າ: ຜູ້ທີ່ເຂົ້າມາທ່ຽວຊົມພາຍໃນງານ ຈະໄດ້ຊົມວັດທະນະທໍາ, ຫັດຖະກໍາ, ຜ້າຝ້າຍ, ຝ້າໄໝ, ນອກຈາກນັ້ນ ຍັງມີການສະແດງຈາກຫ້ອງເສື້ອຄໍາເພົ້າ, ຜ້າໄໝຊໍາເໜືອ, ບໍລິການຖ່າຍພາບ, ຊົມສິລະປະດົນຕີນຳອີກ. ໃນແຜນຕໍ່ໜ້າ ...

Read More »

ທຸລະກິດຫັດຖະກໍາຕ້ອງໄດ້ປັບຕົວ ເພື່ອຄວາມຢູ່ລອດກັບການປ່ຽນແປງທີ່ເບິ່ງບໍ່ເຫັນ…

ການລະບາດຂອງໂຄວິດ – 19 ກະທົບໂດຍກົງຕໍ່ເສດຖະກິດມະຫາພາກ ບໍ່ວ່າໃນລະດັບສາກົນ ແລະ ພາຍໃນປະເທດເຮົາ. ສະເພາະທຸລະກິດດ້ານຫັດຖະກໍາຕໍ່າແຜ່ນກໍໄດ້ຮັບຜົນກະທົບຈາກການປ່ຽນແປງຂອງກໍາລັງຊື້ທີ່ຫຼຸດລົງ. ສະນັ້ນ, ເພື່ອຄວາມຍືນຍົງ ແລະ ຮັກສາຖານຕະຫຼາດໄວ້ ລະບົບໄອທີຊີ ມີສ່ວນສໍາຄັນຊ່ວຍພາກທຸລະກິດດໍາເນີນການດ້ານຕະຫຼາດ ລວມທັງການຄົ້ນຄິດເຄື່ອງກົນຈັກເຂົ້າມາຊ່ວຍຜະລິດສິນຄ້າທີ່ມີຄຸນນະພາບຕົ້ນທຶນຕໍ່າໃຫ້ສິນຄ້າສາມາດແຂ່ງຂັນໄດ້. ທ່ານ ນາງ ກົງທອງ ນັນທະວົງລືສີ ເຈົ້າຂອງຫັດຖະກໍາແພງໄໝ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ປັດຈຸບັນທຸລະກິດຫັດຖະກໍາ ໂດຍສະເພາະແພໄໝ ກຳລັງປະເຊີນກັບຄວາມປ່ຽນແປງທີ່ຫຼີກລ້ຽງບໍ່ໄດ້ ເພື່ອຄວາມຢູ່ລອດເຮົາຕ້ອງເບິ່ງໃນຈຸດທີ່ໄດ້ປຽບ ແລະ ຮຽນຮູ້ຈາກການປ່ຽນແປງ ເຊິ່ງມັນເຮັດໃຫ້ຊາວຊ່າງຫັດຖະກໍາມີຄວາມຄິດພັດທະນາສິນຄ້າຫັດຖະກໍາໃຫ້ມີຄຸນນະພາບ ແລະ ແທດເໝາະກັບ ຄວາມຕ້ອງການຂອງຕະຫຼາດ, ມີມາດຕະຖານ. ພ້ອມດຽວກັນ ກໍເປັນການສືບຕໍ່ມູນເຊື້ອ, ປົກປັກຮັກສາພູມປັນຍາຂອງບັນພະບຸລຸດໃຫ້ຍືນຍົງຕໍ່ໄປ ແລະ ໃນປັດຈຸບັນເປັນຍຸກທີ່ໄອທີຊີພວມມາແຮງ, ສະນັ້ນ ຜູ້ປະກອບການຫັດຖະກໍາໄດ້ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອເປັນກໍາລັງແຮງສໍາຄັນ, ຫຼຸດຕົ້ນທຶນ, ເຮັດການຕະຫຼາດອອນລາຍເຂົ້າເຖິງເປົ້າໝາຍໄດ້ຢ່າງວ່ອງໄວ ສະເພາະຫັດຖະກໍາແພງໄໝ ເປັນຜູ້ທໍາອິດເອົາລາຍລາວຈາກປຶ້ມລາຍລາວເຂົ້າໃນຄອມພິວເຕີ ( ເຄື່ອງກົນຈັກ ) ແລ້ວເຮັດໃຫ້ມັນສາມາດຕໍ່າໄດ້ທຸກລວດລາຍ. ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ບໍລິສັດເຮົາຍັງຮັກສາຖານລູກຄ້າທີ່ເປັນຄົນຕ່າງປະເທດໄດ້ ເຖິງຈະມີຕົວເລກຫຼຸດລົງກໍຕາມ ແຕ່ກໍຍັງມີລາຍຮັບຢູ່ ສ່ວນລູກຄ້າພາຍໃນແມ່ນຫຼຸດລົງໃນລະດັບ 50%, ທ່ານ ...

Read More »

ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍດ້ານຄວາມປອດໄພທີ່ສຳຄັນ…

ເມື່ອບໍ່ດົນມານີ້, ໂຮງງານ ບ້ານຫ້ວຍຊາຍ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ສະ ຫລອງ 365 ວັນປາສະຈາກການບາດເຈັບ ແລະ ບໍ່ມີການບາດເຈັບ ທີ່ສາມາດບັນທຶກໄດ້ຫລາຍກວ່າ 1.018 ວັນ, ເຊິ່ງເປັນຂໍ້ພິສູດໄດ້ຢ່າງຊັດເຈນ ເຖິງຫລັກການດຳເນີນງານໂດຍປາສະຈາກການບາດເຈັບຂອງບໍລິສັດ ນັບແຕ່ປີ 2017 ເປັນຕົ້ນມາ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຕັ້ງມາດຖານດ້ານຄວາມປອດໄພຄືນ ພາຍຫລັງຜົນດຳເນີນງານດ້ານຄວາມປອດໄພ ມີທ່າອ່ຽງທີ່ບໍ່ໜ້າພໍໃຈ ແລະ ໃນປີຜ່ານມາ, ທີມງານໂຮງງານບ້ານຫ້ວຍຊາຍ ກໍໄດ້ມີການປັບປຸງຮອບດ້ານ ໃນການດຳເນີນງານດ້ານຄວາມປອດໄພ, ມາຮອດປັດຈຸບັນ ສາມາດຮັກສາບໍ່ໃຫ້ມີການບາດເຈັບໄດ້ເປັນເວລາ 12 ເດືອນ. ການປ່ຽນແປງນີ້, ໄດ້ເຮັດໃຫ້ບໍລິສັດ ແລະ ພະນັກງານ ມີທັງຄວາມມຸ້ງໝັ້ນ ແລະ ມີເປົ້າໝາຍການດຳເນີນງານໂດຍປາສະຈາກການບາດເຈັບຢ່າງແທ້ຈິງ. ຜົນສຳເລັດດ້ານຄວາມປອດໄພຂອງທີມງານໃນ 12 ເດືອນຜ່ານມາ ເຫັນວ່າມີການຫລຸດອັດຕາຄວາມຖີ່ ການບາດເຈັບທີ່ສາມາດບັນທຶກໄດ້ທັງໝົດເຫລືອສູນຕະຫລອດ 12 ເດືອນ ແລະ ຮັກສາອັດຕາຄວາມຖີ່ການບາດເຈັບ ທີ່ສູນເສຍເວລາເຮັດວຽກຕົວຈິງເທົ່າ 0. ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ...

Read More »

ກຸ່ມຫັດຖະກຳປັ້ນດິນເຜົາບ້ານຈ່ານເໜືອ ປະສົບບັນຫາຜະລິດໄດ້ແຕ່ຂາຍບໍ່ອອກ…

ປັດຈຸບັນ, ກຸ່ມຫັດຖະກໍາປັ້ນດິນເຜົາບ້ານຈ່ານເໜືອ, ເມືອງຈອມເພັດ, ແຂວງຫລວງພະບາງ ກໍາລັງປະສົບບັນຫາການຈໍາໜ່າຍຜະລິດຕະພັນເຄື່ອງປັ້ນດິນເຜົາຂອງກຸ່ມ ຍ້ອນບໍ່ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມ ເນື່ອງຈາກການລະ ບາດຂອງພະຍາດໂຄວິດ-19. ຂະນະທີ່ຫົວໜ້າກຸ່ມດັ່ງກ່າວສະເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍຊອກຫາຕະຫລາດຈຳໜ່າຍຜະລິດຕະພັນຊ່ວຍ. ລຸງ ພັນ ຈັນທະສານ ຫົວໜ້າກຸ່ມຫັດຖະກໍາປັ້ນດິນເຜົ່າບ້ານຈ່ານເໜືອ ໃຫ້ຮູ້ວ່າ: ກ່ອນໜ້າການລະບາດຂອງພະຍາດໂຄວິດ-19 ມື້ໜຶ່ງສາມາດຂາຍຜະລິດຕະພັນໄດ້ບໍ່ຫລຸດ 3 ລ້ານກີບ ຍ້ອນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າໄປທ່ຽວຊົມ ແລະ ຊື້ຜະລິດຕະພັນຈຳນວນຫລາຍ, ແຕ່ຫລັງຈາກເກີດການລະບາດຂອງພະຍາດດັ່ງກ່າວ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຈຳນວນຫນ້ອຍ ແລະ ເປັນນັກທ່ອງທ່ຽວພາຍໃນປະເທດທັງໝົດ, ມີບາງມື້ບໍ່ສາມາດຂາຍຜະລິດຕະພັນໄດ້ເລີຍ ເຮັດໃຫ້ສະມາ ຊິກຂອງກຸ່ມຈໍານວນໜຶ່ງຫັນໄປປະກອບອາຊີບອື່ນແທນ. ປັດຈຸບັນ ສະມາຊິກຂອງກຸ່ມໄດ້ຫລຸດລົງຈາກ 10 ກວ່າຄອບຄົວໃນເມື່ອກ່ອນ ຍັງເຫລືອພຽງ 7 ຄອບຄົວ. ລຸງພັນ ຈັນທະສານ ໃຫ້ຮູ້ຕື່ມວ່າ: ຜະລິດຕະພັນຂອງກຸ່ມກັດຖະກໍາບ້ານຈ່ານເໜືອ ມີຫລາກຫລາຍ ແລະ ມີວັດ ຖຸດິບຮັບໃຊ້ການຜະລິດພຽງພໍກັບຄວາມຕ້ອງ ການ ແຕ່ຕະຫລາດຈຳໜ່າຍຍັງຈໍາກັດ ເພາະອາໃສຂາຍໃຫ້ແຕ່ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມຜະລິດຕະພັນຂອງກຸ່ມໃນແຕ່ ລະວັນ ເທົ່ານັ້ນ ແລະ ສ່ວນໜຶ່ງແມ່ນແມ່ຄ້າພາຍໃນແຂວງມາຊື້ເພື່ອໄປຂາຍຕໍ່ໃຫ້ນັກທ່ອງທ່ຽວ ເຮັດໃຫ້ຕະ ຫລາດຈຳໜ່າຍຜະລິດຕະພັນຂອງກຸ່ມບໍ່ກ້ວາງຂວາງ ແລະ ໄດ້ຮັບຜົນກະທົບໂດຍກົງເມື່ອບໍ່ມີນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວ. ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຂອງແຂວງຊ່ວຍຊອກຫາຕະຫລາດຈໍາໜ່າຍຜະລິດຕະພັນຂອງກຸ່ມທັງພາຍໃນ ...

Read More »

ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ…

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 19 ປະຈໍາປີ 2020, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ” ໄດ້ເປີດຂຶ້ນຢ່າງເປັນທາງການ, ວັນທີ 12 ຕຸລາ 2020 ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ລາຍງານໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນ, ປະເທດເຮົາ ພວມຢູ່ໃນສະພາບປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເປັນອຸປະສັກຕໍ່ການກະກຽມງານບຸນປະເພນີສະມາຄົມຫັດຖະກໍາລາວ (ສຫລ). ຢ່າງໃດກໍຕາມ, ສຫລ ກໍໄດ້ພ້ອມໃຈກັນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ ເພື່ອປະຕິບັດປະເພນີ ສືບທອດມໍລະດົກທາງປັນຍາ ແລະ ສີໄມ້ລາຍມື ...

Read More »

ວາງສີລາລຶກ ສ້າງສວນວິທະຍາສາດ ແລະ ພຶກສາສາດ ບ້ານຫ້ວຍໂຄ້ງ…

ພິທີວາງສີລາລຶກການສ້າງສວນວິທະຍາສາດ ແລະ ພຶກສາສາດ ເປັນການຮ່ວມມື ລະຫວ່າງ ກະຊວງວິທະຍາດ ແລະ ເຕັກໂນໂລຊີ ແລະ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ຜູ້ດຽວ ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດຂຶ້ນວັນທີ 9 ຕຸລາ 2020 ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ  ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານນາງ ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລາຍງານກ່ຽວກັບສະພາບຄວາມເປັນມາ, ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດວ່າ: ພາຍຫຼັງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ ສຳເລັດຈະເປັນອີກບາດກ້າວໜຶ່ງທີ່ສຳຄັນ ແລະ ມີຜົນປະໂຫຍດໃຫຍ່ຫຼວງ ...

Read More »

ຕະຫລາດນັດລາວສຳພັນ ຈະໄດ້ຈັດຂຶ້ນໃນກາງເດືອນຕຸລານີ້…

ງານຕະຫລາດນັດລາວສໍາພັນ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 22 ຕຸລາ 2020 ນີ້ ທີ່ຕະຫລາດລາວສໍາພັນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍຈະມີຫົວໜ່ວຍທຸລະກິດແລະຜູ້ປະກອບການເຂົ້າຮ່ວມຫລາຍກວ່າ 90 ຫົວໜ່ວຍ. ທ່ານ ອິນປອງ ທູມມາ ຮອງເຈົ້າເມືອງສີໂຄດຕະບອງ, ປະທານຄະນະຮັບຜິດຊອບຈັດງານຕະຫລາດນັດລາວສໍາພັນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ, ສິນຄ້າຄອບຄົວຕົວແບບ ແລະ ດ້ານຕະຫລາດຂອງຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງນະຄອນຫລວງວຽງຈັນ ເພື່ອເປັນການຊຸກຍູ້ເສດຖະກິດໃນໄລຍະທີ່ລັດຖະບານໄດ້ປະຕິບັດ ມາດຕະການຜ່ອນຜັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19, ຍ້ອນເຫັນໄດ້ຜະລິດຕະພັນທີ່ເປັນທ່າແຮງຂອງເມືອງສີໂຄດຕະບອງ ເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກ ສາມາດສ້າງກຸ່ມການຜະລິດເປັນສິນຄ້າທີ່ເປັນທ່າແຮງຂອງບ້ານ, ເມືອງ ແລະ ແຂວງໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດທີ່ເຮັດການຜະລິດສາມາດກ້າວເຂົ້າສູ່ຕະຫລາດພາຍໃນ ແລະ ເຊື່ອມໂຍງກັບຕະຫລາດປະຊາຄົມເສດຖະກິດອາຊຽນ ເທື່ອລະກ້າວ ຕິດພັນກັບການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກນະຄອນຫລວງວຽງຈັນທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ. ສິນຄ້າທີ່ຈະເຂົ້າຮ່ວມງານຄັ້ງນີ້ ແບ່ງອອກເປັນ 4 ປະເພດເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດ໋ອບມີ 30 ຫົວໜ່ວຍ; 30 ຫ້ອງ, ...

Read More »

ມາຣູຮານເຈແປນ ແລະ ສະມາຄົມຫັດຖະກຳລາວ ຮ່ວມກັນສົ່ງເສີມການຜະລິດສິນຄ້າຫັດຖະກໍາ…

ໃນວັນທີ 8 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທະນາຄານ ມາຣູຮານເຈແປນລາວ ແລະສະມາຄົມຫັດຖະກຳລາວ ໄດ້ຈັດພິທີຖະແຫລງຂ່າວຮ່ວມກັນ ໃນການສົ່ງເສີມການຜະລິດສິນຄ້າຫັດຖະກຳລາວ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳຫັດຖະກຳລາວ ເຊິ່ງຈະຈັດຂຶ້ນ ທີ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 10-18 ຕຸລາ 2020 ນີ້. ທ່ານ ແອນໂທນີຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານເຈແປນລາວ ກ່າວວ່າ: ການຖະແຫລງຂ່າວຮ່ວມກັນໃນຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່, ຊຸກຍູ້ ແລະສະໜັບສະໜູນໃນຂະແໜງ ການຫັດຖະກຳລາວ. ພ້ອມນັ້ນ, ທະນາຄານ ມາຣູຮານເຈແປນລາວ ຍັງເປັນໜຶ່ງໃນບັນດາທະນາຄານ ທີ່ໄດ້ຖືກຄັດເລືອກ ໂດຍກົມສົ່ງເສີມ ວິສະຫະກິດຂະຫນາດນ້ອຍ ແລະກາງ ກະຊວງອຸດສະຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ກອງທຶນຈາກທະນາຄານ ເອງເພື່ອສະໜອງແຫລ່ງທຶນໃນໄລຍະຍາວ ພ້ອມດ້ວຍອັດຕາດອກເບັ້ຍທີ່ຕ່ຳ. ທ່ານ ແອນໂທນີຊິນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ທະນາຄານ ມາຣູຮານເຈແປນລາວ ເປັນຜູ້ນຳການຕະຫລາດ ສຳລັບຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະກາງ ໂດຍຜ່ານນະວັດຕະກຳ ແລະລະບົບດີຈີຕອນທີ່ທັນສະໄໝ, ...

Read More »

ມີ 85 ບໍລິສັດ ລົງທຶນໃນເຂດພັດທະນາ ມູນຄ່າ 1,2 ຕື້ໂດລາ…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃນວັນທີ 6 ຕຸລາ 2020 ຜ່ານມາ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫິວ ຫູ ປະທານກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢູນນານຮຸ້ນສ່ວນ ຈຳກັດ. ໃນໂອກາດດັ່ງກ່າວ ທ່ານ ຫິວ ຫູ ກໍໄດ້ລາຍງານສະພາບຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂດພັດທະນາກວມລວມໄຊເສດຖາ ວ່າ: ການພັດທະນາຂອງໂຄງການເຂດພັດທະນາກວມລວມໄຊເສດຖາ ປັດຈຸບັນເຂດພັດທະນາໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນພຽງໂດຍພື້ນຖານໃນເນື້ອທີ່ 400 ເຮັກຕາ, ພວມດຳເນີນການປະຕິບັດວຽກງານການກໍ່ສ້າງໂຄງການໄລຍະທີ 2 ໂດຍແຜນເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວ, ເຂດການຄ້າ ແລະ ຕົວເມືອງໃໝ່ຂອງ ນວ, ລວມທັງການສະໜອງການຄ້າຂະໜາດນ້ອຍແບບຄົບຊຸດ, ສ້າງເສັ້ນທາງໂດຍລວມ ແລະ ການຟື້ນຟູເສັ້ນທາງສີຂຽວ, ການກໍ່ສ້າງລະບົບການບໍລິການຂອງຕົວເມືອງທັນສະໄໝ ແລະ ອື່ນໆອີກ ເປັນການຍົກລະດັບເປັນພື້ນຖານເທດສະບານເມືອງໃໝ່ແບບຄົບຊຸດ. ...

Read More »

ຍ້ອນມີມູນເຊື້ອເປັນເອກະລັກ ຈົນໄດ້ຮັບການຢັ້ງຢືນຖິ່ນກໍາເນີດແລ້ວ… !!!

ໃນຕອນເຊົ້າ ວັນທີ 07 ຕຸລາ 2020 ທີ່ ແຂວງຫົວພັນ ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ. ທ່ານເຈົ້າແຂວງ ກ່າວວ່າ: ແຂວງຫົວພັນ ເປັນ ແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະຫັວດສາດຄວາມເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ. ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກ ຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນາການ ຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະພາບພິເສດ ຍ້ອນຄວາມອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນ ນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການຂະຫຍາຍຕົວເປັນລຳດັບ ຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ...

Read More »