ກຸ່ມຫັດຖະກຳປັ້ນດິນເຜົາບ້ານຈ່ານເໜືອ ປະສົບບັນຫາຜະລິດໄດ້ແຕ່ຂາຍບໍ່ອອກ…

ປັດຈຸບັນ, ກຸ່ມຫັດຖະກໍາປັ້ນດິນເຜົາບ້ານຈ່ານເໜືອ, ເມືອງຈອມເພັດ, ແຂວງຫລວງພະບາງ ກໍາລັງປະສົບບັນຫາການຈໍາໜ່າຍຜະລິດຕະພັນເຄື່ອງປັ້ນດິນເຜົາຂອງກຸ່ມ ຍ້ອນບໍ່ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມ ເນື່ອງຈາກການລະ ບາດຂອງພະຍາດໂຄວິດ-19.

ຂະນະທີ່ຫົວໜ້າກຸ່ມດັ່ງກ່າວສະເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍຊອກຫາຕະຫລາດຈຳໜ່າຍຜະລິດຕະພັນຊ່ວຍ. ລຸງ ພັນ ຈັນທະສານ ຫົວໜ້າກຸ່ມຫັດຖະກໍາປັ້ນດິນເຜົ່າບ້ານຈ່ານເໜືອ ໃຫ້ຮູ້ວ່າ: ກ່ອນໜ້າການລະບາດຂອງພະຍາດໂຄວິດ-19 ມື້ໜຶ່ງສາມາດຂາຍຜະລິດຕະພັນໄດ້ບໍ່ຫລຸດ 3 ລ້ານກີບ ຍ້ອນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າໄປທ່ຽວຊົມ ແລະ ຊື້ຜະລິດຕະພັນຈຳນວນຫລາຍ, ແຕ່ຫລັງຈາກເກີດການລະບາດຂອງພະຍາດດັ່ງກ່າວ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຈຳນວນຫນ້ອຍ ແລະ ເປັນນັກທ່ອງທ່ຽວພາຍໃນປະເທດທັງໝົດ, ມີບາງມື້ບໍ່ສາມາດຂາຍຜະລິດຕະພັນໄດ້ເລີຍ ເຮັດໃຫ້ສະມາ ຊິກຂອງກຸ່ມຈໍານວນໜຶ່ງຫັນໄປປະກອບອາຊີບອື່ນແທນ. ປັດຈຸບັນ ສະມາຊິກຂອງກຸ່ມໄດ້ຫລຸດລົງຈາກ 10 ກວ່າຄອບຄົວໃນເມື່ອກ່ອນ ຍັງເຫລືອພຽງ 7 ຄອບຄົວ.

ລຸງພັນ ຈັນທະສານ ໃຫ້ຮູ້ຕື່ມວ່າ: ຜະລິດຕະພັນຂອງກຸ່ມກັດຖະກໍາບ້ານຈ່ານເໜືອ ມີຫລາກຫລາຍ ແລະ ມີວັດ ຖຸດິບຮັບໃຊ້ການຜະລິດພຽງພໍກັບຄວາມຕ້ອງ ການ ແຕ່ຕະຫລາດຈຳໜ່າຍຍັງຈໍາກັດ ເພາະອາໃສຂາຍໃຫ້ແຕ່ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມຜະລິດຕະພັນຂອງກຸ່ມໃນແຕ່ ລະວັນ ເທົ່ານັ້ນ ແລະ ສ່ວນໜຶ່ງແມ່ນແມ່ຄ້າພາຍໃນແຂວງມາຊື້ເພື່ອໄປຂາຍຕໍ່ໃຫ້ນັກທ່ອງທ່ຽວ ເຮັດໃຫ້ຕະ ຫລາດຈຳໜ່າຍຜະລິດຕະພັນຂອງກຸ່ມບໍ່ກ້ວາງຂວາງ ແລະ ໄດ້ຮັບຜົນກະທົບໂດຍກົງເມື່ອບໍ່ມີນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວ.

ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຂອງແຂວງຊ່ວຍຊອກຫາຕະຫລາດຈໍາໜ່າຍຜະລິດຕະພັນຂອງກຸ່ມທັງພາຍໃນ ແລະ ຕ່າງປະເທດ ໃຫ້ກ້ວາງຂວາງກວ່າເກົ່າ ເພາະຖ້າຫາກສະພາບການຍັງສືບຕໍ່ເປັນແບບນີ້ຕໍ່ໄປ ຄາດວ່າຈະສະມາຊິກອີກຫລາຍຄອບຄົວຫັນໄປປະ ກອບອາຊີບອື່ນແທນ. ສໍາລັບຜະລິດຕະພັນເຄື່ອງປັ້ນດິນເຜົາຂອງກຸ່ມຫັດຖະ ກຳບ້ານຈ່ານເໜືອ ໄດ້ຮັບການປະກາດໃຫ້ເປັນສິນຄ້າຫນຶ່ງເມືອງ ຫນຶ່ງຜະລິດຕະພັນ (ODOP) ຢ່າງເປັນທາງການໃນວັນທີ 21 ສິງຫາ 2020.

ເຊີ່ງເມື່ອບໍ່ດົນມານີ້ ທະນາຄານພັດທະນາອາຊີ ຫລື ADB ໄດ້ເຂົ້າໄປຊ່ວຍເຫລືອກຸ່ມຫັດຖະກໍາດັ່ງກ່າວຫລາຍຢ່າງ ໂດຍຜ່ານໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ເປັນຕົ້ນ: ຊ່ວຍກໍ່ສ້າງຫ້ອງວາງສະແດງຂາຍ, ເສັ້ນທາງເຂົ້າຫາກຸ່ມ ແລະ ພື້ນຖານໂຄງລ່າງອື່ນຯ ເຮັດໃຫ້ສະຖານທີ່ຜະ ລິດ ແລະ ວາງຂາຍຜະລິດຕະພັນຂອງກຸ່ມໜ້າສົນໃຈ ແລະ ດີຂຶ້ນກ່ວາເກົ່າ. ແນວໃດກໍຕາມ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວເຂົ້າໄປທ່ຽວຊົມຜະ ລິດຕະພັນຂອງກຸ່ມນັບມື້ໜ້ອຍລົງ ຈິ່ງເຮັດໃຫ້ກຸ່ມດັ່ງກ່າວປະສົບບັນຫາຜະລິດໄດ້ແຕ່ຂາຍບໍ່ອອກໃນປັດຈຸບັນນີ້.

ແຫຼ່ງຂໍ້ມູນ: ວສລ

Comments