ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ…

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 19 ປະຈໍາປີ 2020, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ” ໄດ້ເປີດຂຶ້ນຢ່າງເປັນທາງການ, ວັນທີ 12 ຕຸລາ 2020 ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ລາຍງານໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນ, ປະເທດເຮົາ ພວມຢູ່ໃນສະພາບປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເປັນອຸປະສັກຕໍ່ການກະກຽມງານບຸນປະເພນີສະມາຄົມຫັດຖະກໍາລາວ (ສຫລ). ຢ່າງໃດກໍຕາມ, ສຫລ ກໍໄດ້ພ້ອມໃຈກັນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ ເພື່ອປະຕິບັດປະເພນີ ສືບທອດມໍລະດົກທາງປັນຍາ ແລະ ສີໄມ້ລາຍມື ມາຈາກປູ່ຍ່າຕາຍາຍ ດ້ວຍຮູບການຈັດຕັ້ງງານບຸນປາງໃຫຍ່ນີ້ຂຶ້ນ, ເພື່ອກະຕຸ້ນເສດຖະກິດຂອງລັດຖະບານ ໄດ້ມີໂຄງການ “ລາວທ່ຽວລາວ” ໃນງານພວກເຮົາຫວັງເອົາມາຕໍ່ຍອດເປັນ “ລາວຊື້ສິນຄ້າລາວ-ລາວສົ່ງເສີມລາວ” ຄາດວ່າ ຈະແມ່ນທາງອອກທີ່ເໝາະສົມ.

ພ້ອມນັ້ນ, ການຈັດງານຄັ້ງນີ້ ຍັງເປັນການຈາລຶກເຖິງບຸນຄຸນປູ່ຍ່າຕາຍາຍ ຊຶ່ງສະໄໝດຶກດໍາບັນ ປູ່ຍ່າຕາຍາຍ ເພິ່ນໄດ້ສອນລູກ, ສອນຫຼານດ້ວຍຕົນເອງ ແລະ ເອົາກ້ອງຕະລ່າງເຮືອນ ເປັນຫ້ອງຮຽນ, ຫ້ອງສອນຫຼັກສູດ, ເພິ່ນນັ້ນທີ່ມີຊື່ເອີ້ນວ່າ; “ພາສາຫັດຖະກໍາ”. ນອກຈາກນັ້ນ, ຍັງເປັນການປະກາດໄປໃນໂຕໃຫ້ຊາວໂລກຮັບຮູ້ວ່າ: ສີໄມ້ລາຍມືອັນເປັນເອກະລັກໜຶ່ງດຽວ ທີ່ປູ່ຍ່າຕາຍາຍ ໄດ້ຖ່າຍທອດໃຫ້ລູກຫຼານນັ້ນ ຍັງຕໍ່ເນື່ອງມາເຖິງທຸກວັນນີ້ ແລະ ແນໃສ່ປຸກລະດົມຈິດໃຈຮັກຜະລິດຕະພັນລາວ, ຮັກສີໄມ້ລາຍມືຂອງຊົນຊາດລາວ ຈົ່ງຮ່ວມກັນປົກປ້ອງລິຂະສິດແຫ່ງຊາດຂອງພວກເຮົາ ດ້ວຍທຸກວິທີການ.

ພິເສດ, ການຈັດງານຄັ້ງນີ້ ຍັງເປັນການສະເຫຼີມສະຫຼອງວັນຫັດຖະກໍາແຫ່ງຊາດ 1 ພະຈິກ ທີ່ຈະມາເຖິງນີ້ ຈະມີສິນຄ້າຫັດຖະກໍາໃຫ້ຢ້ຽມຊົມ ແລະ ຈໍາໜ່າຍ ຫຼາຍກວ່າ 200 ຮ້ານຈາກທົ່ວປະເທດເປັນຕົ້ນ; ເຄື່ອງຫັດຖະກໍາຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ, ວັດຖຸມີຄ່າ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົ່າ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ. ພ້ອມນັ້ນ, ຍັງມີການສາທິດການຜະລິດສິນຄ້າຫັດຖະກໍາລາວ ແລະ ຝຶກອົບຮົມ ການແຂ່ງຂັນຕົກແຕ່ງຮ້ານ, ການແຂ່ງຂັນອອກແບບຜະລິດຕະພັນໃໝ່ ເພື່ອຕໍ່ຍອດສີມີປູ່ຍ່າຕາຍາຍ, ສົ່ງເສີມຜະລິດຕະພັນ ລາວທ່ຽວລາວ, ກິດຈະກໍາອາພອນເພດອັນສວຍງາມ ແລະ ການສະແດງວັນນະຄະດີຫຼາຍປະເພດ.

ນອກນີ້, ຍັງມີການເສວະນາຫຼາຍຫົວຂໍ້ເຊັ່ນ: ການນຸ່ງຖືແບບລາວ, ສ້າງຄວາມຍືນຍົງໃຫ້ຊາວຊ່າງຫັດຖະກໍາ, ການເຂົ້າຫາແຫຼ່ງທຶນ SME, ການປົກປ້ອງການອອກແບບລາຍດັ່ງເດີມ ຈາກການລະເມີດລິຂະສິດຢູ່ລາວ, ການສ້າງຄວາມອາດສາມາດໃນຂົງເຂດການຕະຫຼາດທາງອອນລາຍ ໃຫ້ແກ່ຜູ້ປະກອບການ SME, ການຫັນວິກິດໃຫ້ເປັນໂອກາດ ແກ່ສິນຄ້າຫັດຖະກໍາລາວ ແລະ ການຕະຫຼາດ, ມາດຕະຖານຜະລິດຕະພັນ-ການຫຸ້ມຫໍ່ ແລະ ການສ້າງແຮງຈູງໃຈ ໃຫ້ແກ່ຊາວໜຸ່ມ ຫັນມາເຫັນຄວາມສໍາຄັນໃນການນໍາໃຊ້ຜະລິດຕະພັນຫັດຖະກໍາລາວ. ງານຄັ້ງນີ້, ຈະດໍາເນີນໄປຮອດວັນທີ 18 ຕຸລາ 2020.

ແຫຼ່ງຂໍ້ມູນ: ໜັ້ງສືພິມປະຊາຊົນ

Comments