ບ້ານລາວມົງຄຸນ ກຽມເປີດບໍລິການໄວໆນີ້…

ບ້ານລາວມົງຄຸນ ສູນລວມສິນຄ້າແບຣນລາວ ກຽມເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 24 ຕຸລາ ນີ້ ເຊິ່ງພາຍໃນງານຈະມີກິດຈະກໍາສົ່ງເສີມການທ່ອງທ່ຽວລາວ ໂດຍຈະນໍາເອົາສິນຄ້າຂອງລາວແບບດັ້ງເດີມທີ່ມີຊື່ສຽງມາ ວາງສະແດງ ແລະ ຂາຍ ພາຍງານ ເພື່ອຕໍ່ຍອດການຕະຫລາດໃຫ້ກວ້າງຂຶ້ນ ໃນໄລຍະທີ່ລັດຖະບານ ສົ່ງເສີມກິດຈະກໍາລາວທ່ຽວລາວ ເຊິ່ງພິທີຖະແຫລງຂ່າວດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 14 ຕຸລາ 2020 ທີ່ ບ້ານລາວມົງຄຸນ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນ ຫລວຽງຈັນ.

ທ່ານ ສຸກສະຫວັນ ພິທັກເທບ ທີ່ປຶກສາບ້ານລາວມົງຄຸນ ໄດ້ກ່າວ: ຈຸດປະສົງຂອງໂຄງການບ້ານລາວມົງຄຸນ ສ້າງຂຶ້ນເພື່ອແນໃສ່ສົ່ງເສີມສິນຄ້າແບຣນລາວ ເຂົ້າສູ່ຕະຫລາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າລາວ ເຂົ້າສູ່ຕະຫລາດພາກພື້ນ

ທັງເປັນການສົ່ງເສີມ ວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຊົ່ວນິລັນ ແລະ ເຜີຍແຜ່ລົດຊາດອາຫານລາວ. ຂະນະທີ່ ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ ໃຫ້ຮູ້ວ່າ: ຜູ້ທີ່ເຂົ້າມາທ່ຽວຊົມພາຍໃນງານ ຈະໄດ້ຊົມວັດທະນະທໍາ, ຫັດຖະກໍາ, ຜ້າຝ້າຍ, ຝ້າໄໝ, ນອກຈາກນັ້ນ ຍັງມີການສະແດງຈາກຫ້ອງເສື້ອຄໍາເພົ້າ, ຜ້າໄໝຊໍາເໜືອ, ບໍລິການຖ່າຍພາບ, ຊົມສິລະປະດົນຕີນຳອີກ. ໃນແຜນຕໍ່ໜ້າ ໂຄງການບ້ານລາວ ມົງຄຸນ

ຈະຮ່ວມກັບອໍານາດການປົກຄອງບ້ານ ແລະ ເມືອງ ຈັດກິດຈະກຳຕະຫລາດບູຮານ ເຊິ່ງຈະເປີດທຸກໆວັນສິນ ພາຍໃນຕະຫລາດຈະຂາຍໝາກເບັງ, ຂາຍເຂົ້າໜົມ, ເຄື່ອງເສັ້ນໄຫວ້ ຕ່າງໆ. ທັງນີ້, ກໍເພື່ອໂຄສະນາປະຊາສໍາພັນ ໃຫ້ພໍ່ແມ່ປະຊາຊົນລາວ ລວມໄປເຖິງ ທັງລົດຊາດອາຫານລາວ, ສີໄມ້ລາຍມືຄວາມຄິດພູມປັນຍາຂອງລາວ ປວງຊົນລາວ ຈະໄດ້ຮັບຮູ້ເລິກເຊິ່ງຜ່ານກິດຈະກໍາໃນຄັ້ງນີ້.

ແຫຼ່ງຂໍ້ມູນ: ຂປລ

Comments