ສາຍສົ່ງ-ສະຖານີໄຟຟ້າແຮງສູງ ບ້ານຫາດ – ຊາຍແດນລາວ/ກໍາປູເຈຍ ເປີດນຳໃຊ້ຢ່າງເປັນທາງການ…

ໃນວັນທີ 01 ພະຈິກ 2020 ທີ່ບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດພິທີເປີດການນໍາໃຊ້ສາຍສົ່ງ-ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ ຫາ ຊາຍແດນລາວ/ກໍາປູເຈຍ ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ , ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ແຂວງຈໍາປາສັກ,ທ່ານ ຮສ,ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຈັນທະບູນ ສຸກອາລຸນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍບຸກຄົນສໍາຄັນ ຈາກກະຊວງທີ່ກ່ຽວຂ້ອງ ແລະ ບໍລິສັດຮັບຜິດ ຊອບ ໂຄງການເຂົ້າຮ່ວມ.

ໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ ເປັນການກໍ່ສ້າງສາຍສົ່ງວົງຈອນຄູ່ເຊື່ອມຕໍ່ສາຍສົ່ງ ເພື່ອສົ່ງອອກໄຟຟ້າຕາມສັນຍາຊື້-ຂາຍລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ລັດວິສາຫະກິດໄຟຟ້າກໍາປູເຈຍ ເຊີ່ງໂຄງການດັ່ງກ່າວເປັນການລົງທຶນຂອງ ລັດວິສາຫະກິດໄຟຟ້າລາວ ໂດຍບໍລິສັດ YEIG ແລະ ບໍລິສັດ CGGC ປະເທດຈີນເປັນຜູ້ຮັບເໝົາກໍ່ສ້າງ, ມີຄວາມຍາວຫລາຍກວ່າ 18 ກິໂລແມັດ

ແຕ່ຈຸດເຊື່ອມຕໍ່ຫາຊາຍແດນລາວກໍາປູເຈຍ, ເປັນການຍົກລະບົບ ແລະ ຂະຫຍາຍສະຖານີໄຟຟ້າ ບ້ານຫາດ 115 ກິໂລໂວນ ມາເປັນ 230 ກິໂລໂວນ ທີ່ສໍາຄັນໂຄງການພັດທະນາສາຍສົ່ງຫາສະຖານີໃຊ້ເວລາ ໃນການກໍ່ສ້າງ 12 ເດືອນ ລະຫວ່າງ ບ້ານຫາດ ຫາ ຊາຍແດນລາວ ກຳປູເຈຍ ໂຄງການຍຸດທະສາດ ເຊື່ອມຕໍ່ກັບການສົ່ງອອກພະລັງງານໄຟຟ້າ, ຜົນສໍາເລັດໃນການກໍ່ສ້າງຄັ້ງນີ້ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງອອກພະລັງງານໄຟຟ້າ ໃຫ້ກັບ ລັດວິສາຫະກິດໄຟຟ້າ ກໍາປູເຈຍ ທັນຕາມກໍານົດເວລາ, ໃນອະນາຄົດ ຈະຂະຫຍາຍສະຖານີແຫ່ງນີ້ເປັນ 500 ກິໂລໂວນ ເພື່ອເຊື່ອມຕໍ່ກັບສະຖານີຢູ່ແຂວງອັດຕະປື ຕາມແຜນພັດທະນາ ພະລັງງານ ແລະ ບໍ່ແຮ່ 2016-2020, ພັດທະນາພະລັງງານ ແລະ ບໍ່ແຮ່ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງ ຊັບພະຍາກອນທໍາມະຊາດໃຫ້ຮັບປະກັນຄວາມຍືນຍົງ.

ແຫຼ່ງຂໍ້ມູນ: EDL

Comments