Starbucks ປະກາດ!!! ຈະເປີດສາຂາຢູ່ປະເທດລາວ…

ບໍລິສັດກາເຟ Starbucks ໄດ້ປະກາດແຜນທີ່ຈະເປີດສາຂາທໍາອິດຢູ່ປະເທດລາວໃນປີ 2021, ເຊິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ບໍລິສັດ ມີຄວາມມຸ່ງໝັ້ນ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວອາຊີ ແລະ ປະເທດລາວຈະເປັນຕະຫຼາດແຫ່ງທີ 17 ຂອງ Starbucks ໃນພາກພື້ນ, ເຊິ່ງຍັງຄົງສືບຕໍ່ເລັ່ງສ້າງນະວັດຕະກຳການຄ້າຂາຍຍ່ອຍທີ່ກ່ຽວຂ້ອງກັບທ້ອງຖິ່ນໃນຮ້ານຄ້າຫລາຍກວ່າ 10,000 ຮ້ານ ທົ່ວພາກພື້ນ.

ຮ້ານທຳອິດຂອງ Starbucks ໃນປະເທດລາວຈະເປີດໃຫ້ບໍລິການຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ, ພ້ອມທັງມອບຕໍ່ປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍໄປພ້ອມກັບເຄື່ອງດື່ມທີ່ເຮັດດ້ວຍສີມືອັນເປັນເອກະລັກຂອງ Starbucks.

ທ່ານ Michael Conway, ຮອງປະທານບໍລິສັດ ຜູ້ຮັບຜິດຊອບວຽກງານບັນດາຮ້ານສາຂາໃນຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະນຳເອົາປະສົບການ Starbucks ມາສູ່ປະເທດລາວ, ເຊິ່ງມີປະຫວັດສາດດ້ານການຜະລິດກາເຟ ແລະ ວັດທະນະທຳການດື່ມກາເຟທີ່ອຸດົມສົມບູນ”. ແລະທ່ານຍັງກ່າວຕື່ມວ່າ “ຫ້າສິບປີທີ່ຜ່ານມາ, Starbucks ໄດ້ຖືກສ້າງຕັ້ງຂຶ້ນດ້ວຍຄວາມຫຼົງໄຫຼໃນການນໍາເອົາກາເຟອາຣາບິກ້າ ເຊິ່ງເປັນກາເຟທີ່ມີຄຸນະພາບສູງທີ່ສຸດຈາກທົ່ວໂລກ ນໍາມາສູ່ລູກຄ້າ, ແລະພວກເຮົາມີຄວາມຍິນດີທີ່ຈະສືບຕໍ່ມາຮອດປັດຈຸບັນ, ຄູ່ຮ່ວມງານໃນເຂດພື້ນທີ່ຕ່າງໆຂອງພວກເຮົາ (ພະນັກງານ) ແມ່ນຫົວໃຈທີ່ສໍາຄັນຂອງຮ້ານຄ້າຂອງພວກເຮົາໃນທົ່ວໂລກ, ແລະ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບພັນທະມິດໃໝ່ຂອງເຮົາໃນປະເທດລາວ.

ຮ້ານ Starbucks ໃນປະເທດລາວຈະຖືກດຳເນີນການໂດຍ Coffee Concepts (Laos) ຈຳກັດ, ເຊິ່ງເປັນສ່ວນໜຶ່ງຂອງ Maxim’s Caterers Limited, ໂດຍສ້າງຂຶ້ນຈາກຄວາມຮ່ວມມືທີ່ຍາວນານລະຫວ່າງບັນດາຍີ່ຫໍ້ຕ່າງໆໃນທົ່ວພາກພື້ນ. ຂໍ້ຕົກລົງການອອກໃບອະນຸຍາດສະບັບໃໝ່
ແມ່ນໃຊ້ຄວາມຊ່ຽວຊານດ້ານອຸດສາຫະກຳສູງສຸດຂອງ Maxim ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຍີ່ຫໍ້ Starbucks, ພັນທະກິດ ແລະ ຄຸ່ນຄ່າ ເພື່ອສົ່ງຕໍ່ປະສົບການ Starbucks ທີ່ດີທີ່ສຸດໃຫ້ກັບລູກຄ້າໃນປະເທດລາວ.

ທ່ານ Michael Wu, ປະທານ ແລະ ຜູ້ອຳນວຍການ, Maxim’s Caterers Limited ໄດ້ກ່າວວ່າ: “ພວກເຮົາຍິນດີທີ່ຈະແນະນຳ ຍີ່ຫໍ້ Starbucks ເຂົ້າມາໃນປະເທດລາວ, ເຊິ່ງເປັນການສ້າງຄວາມສຳພັນຕໍ່ໄປອີກ 20 ປີກັບ Starbucks ໃນການຂະຫຍາຍອຸດສະຫະກຳ ກາເຟໃນທົ່ວອາຊີ”. ແລະທ່ານຍັງກ່າວຕື່ມວ່າ “ພວກເຮົາຫວັງວ່າຈະສືບຕໍ່ມອບປະສົບການທີ່ເປັນເອກະລັກສະເພາະໃຫ້ແກ່ລູກຄ້າໃນຕະຫຼາດຕໍ່ໄປ ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈ ແລະຄວາມເຊື່ອໝັ້ນຈາກລູກຄ້າທົ່ວໂລກ.” ໃນຂະນະທີ່ Starbucks ຂະຫຍາຍກິດຈະການຢູ່ໃນປະເທດລາວ, ບໍລິສັດໄດ້ມີຄວາມມຸ່ງໝັ້ນທີ່ຈະສ້າງຜົນກະທົບໃນທາງບວກຕໍ່ທຸກໆຊຸມຊົນທີ່ໃຊ້ບໍລິການ ແລະ Starbucks ມີຄວາມມຸ່ງໝັ້ນທີ່ຈະດຶງດູດ ແລະ ຮັກສາທີມງານທີ່ມີຄຸນະພາບໃນ
ອຸດສະຫະກຳ ແລະ ສ້າງໂອກາດໃນການພັດທະນາອາຊີບທີ່ດີທີ່ສຸດໃນອຸດສາຫະກຳກາເຟ.

ປັດຈຸບັນ, Starbucks ມີຮ້ານຄ້າຫຼາຍກວ່າ 10,000 ຮ້ານ ແລະ ມີພະນັກງານຫຼາຍກວ່າ 149,000 ຄົນ ທົ່ວຕະຫຼາດອາຊີ, ລວມທັງຈີນ ແລະ ຍີ່ປຸ່ນ. ໂດຍຜ່ານຄູ່ຮ່ວມງານທີ່ໄດ້ຮັບອະນຸຍາດຈາກ Coffee Concepts Limited, ເຊິ່ງເປັນບໍລິສັດຍ່ອຍຂອງ Maxim’s Caterers Limited, Starbucks ມີຫຼາຍກວ່າ 800 ຮ້ານໃນທົ່ວຂົງເຂດຮົງກົງ ແລະມາເກົ້າ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ໄທ.

Starbucks Announces Entry into Laos


Starbucks Coffee Company today announced plans to open its first location in Laos by the summer of 2021, reaffirming the company’s long-term commitment to continued growth across Asia. Laos marks Starbucks 17th market in the region, where it continues to accelerate locally-relevant retail innovation in more than 10,000 stores within the region.
Starbucks first store in Laos will open in the capital city of Vientiane, offering a warm and familiar coffeehouse experience alongside Starbucks signature handcrafted beverages.

“We’re excited to bring the Starbucks Experience to Laos, which has a rich history of coffee production and thriving coffee culture,” said Michael Conway, executive vice president, Starbucks International Licensed Stores. “Fifty years ago, Starbucks was founded with a deep passion for bringing the highest-quality arabica coffees from around the world to our customers, and we’re delighted to continue that tradition today. Our local partners (employees) are the heartbeat of our stores around the world, creating inspiring moments of connection with our customers every day, and we’re honored to welcome our new partners in Laos.”

Starbucks stores in Laos will be operated by Coffee Concepts (Laos) Limited, part of Maxim’s Caterers Limited, building on the longstanding partnership between the brands across the region. The new licensing agreement leverages Maxim’s industry expertise and deep understanding of the Starbucks brand, Mission and Values to deliver the unparalleled Starbucks Experience to customers in Laos.


“We are pleased to introduce the Starbucks brand into Laos, which further builds on our 20 year relationship with Starbucks to grow the coffee industry across Asia,” said Michael Wu, Chairman and Managing Director, Maxim’s Caterers Limited. “We look forward to continuing to deliver the unique Starbucks Experience to customers in the market to earn the trust and respect known by customers around the world.” As Starbucks expands in Laos, the company is committed to using its scale for good and creating a positive impact in every community it serves. Guided by the Starbucks Mission and Values, Starbucks is committed to attracting and retaining an industry-leading team of partners, and creating opportunities to develop fulfilling careers in the coffee industry. Today, Starbucks operates more than 10,000 stores and employs more than 149,000 partners across its markets in Asia, including China and Japan. Through its licensed partner Coffee Concepts Limited, a subsidiary of Maxim’s Caterers Limited, Starbucks operates more than 800 stores across Hong Kong and Macau regions, Vietnam, Cambodia, Singapore and Thailand.

Comments