ສະຖານີລົດໄຟ ແຫ່ງໃຫຍ່ທີ່ສຸດ ຈະຕັດ ຫຼັງຄາ ໃຫ້ສຳເລັດທ້າຍເດືອນທັນວານີ້…..

ໃນຕອນເຊົ້າວັນທີ 19 ພະຈິກ 2020, ບໍລິສັດຫຸ້ນສ່ວນວິສາຫະກິດ ກໍ່ສ້າງທາງລົດໄຟຈີນ ຈຳກັດ ໄດ້ຈັດພິທີເປີດການມຸງໂຄງສ້າງ ແລະ ປະກອບໂຄງສ້າງເຫຼັກຄັ້ງທຳອິດ (ຕັດຫຼັງຄາ) ຂອງສະຖານີ ນະຄອນຫຼວງວຽງຈັນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ເຊິ່ງປັດຈຸບັນສຳເລັດ ປະມານ 90% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ 12 ນີ້.

ທ່ານ ລີ ຊວງ ຫຼາຍ ຜູ້ຈັດການໂຄງການກໍ່ສ້າງທາງລົດໄຟ ບໍ່ເຕັນ-ນະຄອນຫຼວງວຽງຈັນ ຊ່ວງ FGSJ III ຂອງກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 421,72 ກິໂລແມັດ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງທີ 3 ປະກອບມີ ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ ແລະ ສູນຈັດສັນນະຄອນຫຼວງວຽງຈັນ, ເຊິ່ງອອກແບບໂດຍ ກຸ່ມບໍລິສັດວິສາຫະກໍາລົດໄຟ ສປ ຈີນ ເລກທີ 2 ຈຳ ກັດ ແລະ ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ຈຳກັດ. ເສັ້ນທາງລົດໄຟ ແຕ່ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ປະກອບມີ ສະຖານີຂົນສົ່ງຜູ້ໂດຍສານ 10 ສະຖານີ ແລະ ສະຖານີຄ່ຽນຖ່າຍສິນຄ້າ 22 ສະຖານີ.

ສຳລັບກຸ່ມບໍລິສັດພວກເຮົາ ແມ່ນໄດ້ຮັບເໝົາກໍ່ສ້າງມີ 5 ສະຖານີໃຫຍ່ ເປັນຕົ້ນ ສະຖານີຫຼວງພະບາງ, ກາສີ, ວັງວຽງ, ໂພນໂຮງ ແລະ ນະຄອນຫຼວງວຽງຈັນ, ແຕ່ລະສະຖານີ ແມ່ນກຳລັງລົງມືກໍ່ສ້າງ. ສໍາລັບສະຖານີ ໂພນໂຮງ ແລະ ກາສີ ແມ່ນເຮັດໂຄງສ້າງຫຼັງຄາສຳເລັດແລ້ວ.

ທ່ານ ລີ ຊວງ ຫລາຍ ກ່າວຕື່ມວ່າ: ສະຖານີນະຄອນຫຼວງວຽງຈັນ ເປັນສະຖານີທີ່ໃຫຍ່ທີ່ສຸດ, ສະຖານທີ່ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການອອກແບບມີ 4 ສະ ຖານີ 7 ສາຍ (ລວມທັງສາຍຫລັກ), ພື້ນທີ່ລວມທັງໝົດຂອງການກໍ່ສ້າງແມ່ນ 14.543 ຕາແມັດ, ຄວາມຍາວ 220 ແມັດ, ຄວາມກວ້າງ 90 ແມັດ, ຄວາມສູງ 25 ແມັດ ແລະ ພາຍໃນສະຖານີສາ ມາດຮອງຮັບຄົນໄດ້ 2.500 ຄົນ, ພື້ນຖານເປັນເສົາເຂັມເຈາະ ແລະ ໂຄງສ້າງຕົ້ນຕໍແມ່ນເບຕົງ, ດ້ານໜ້າອ້ອມດ້ວຍຕາຂ່າຍບູລອງ, ສ່ວນປະກອບຫຼັງຄາຈາກໂລຫະອາລູມີນຽມແມກນີຊຽນ, ຫຼັງຄາແມ່ນຫຼັງຄາ ທີ່ເຮັດດ້ວຍເບຕົງບໍ່ມີເສົາ, ຮູບຮ່າງໂດຍລວມຂອງອາຄານສະຖານີ ແມ່ນມີຄວາມປະສົມປະສານກັນຢ່າງເປັນເອກະລັກ ຂອງສອງຊົນຊາດຊົນເຜົ່າ ລາວ-ຈີນ.

ສະຖານີດັ່ງກ່າວ, ໄດ້ເລີ່ມກໍ່ສ້າງມາແຕ່ເດືອນພຶດສະພາ 2020, ປັດຈຸບັນ ແມ່ນກໍາລັງປະກອບໂຄງສ້າງຂອງຫຼັງຄາສຳເລັດແລ້ວປະ ມານ 90% ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນ 12 ນີ້, ໂດຍໃຊ້ກໍາມະກອນ ທັງໝົດ 480 ຄົນ, ໃນນີ້ມີກໍາມະກອນຈີນ 20%. ປັດຈຸບັນ, ພວກເຮົາຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໂດຍສະເພາະແມ່ນ ນັກວິຊາການ ແລະ ອຸປະກອນເຄື່ອງກໍ່ສ້າງທາງລົດໄຟຍັງຢູ່ຈີນ, ເຊິ່ງຍັງເຂົ້າມາລາວບໍ່ໄດ້ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ແຫຼ່ງຂໍ້ມູນ: ຂປລ

Comments