ຜອ ສູນມໍລະດົກໂລກ ສະໜັບສະໜູນ ໄຫຫີນເປັນມໍລະດົກໂລກ

ທ່ານ ນາງ ຣົດສະແລ M. Rossler ຜູ້ອຳນວຍການໃຫຍ່ສູນມໍລະດົກໂລກ ໄດ້ກ່າວທ່ານສະໜັບສະໜູນ ສປປ ລາວ ໃນການສະເໜີທົ່ງໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກ ໃນໂອກາດຕ້ອນຮັບການເຂົ້າພົບປະສົນທະນາຂອງຄະນະວິຊາການ “ມໍລະດົກລາວ ເພື່ອມໍລະດົກໂລກ” ນໍາໂດຍ ທ່ານ ທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ທີ່ສໍານັກງານອົງການອຸຍແນສະໂກ ໃນວັນທີ 22 ພະຈິກ 2018 ທີ່ຜ່ານມານີ້ ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.

 

(ຂອບໃຈ ຂໍ້ມູນ ແລະ ພາບ ຈາກ: ສາລາກະວີ ງົວແລະກວຽນ)

 

Comments