ສົ່ງເສີມອາຊີບສີຂຽວ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ.

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນຄັ້ງທີ 25 ທີ່ໄດ້ຈັດຂື້ນ ຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໃນວັນທີ 29 ພະຈິກ 2018 ຜ່ານມານີ້, ໄດ້ມີການປຶກສາຫາລື ກຽ່ວກັບ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມຈະເລີນກ້າວໜ້າ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ.

ໃນໂອກາດເຂົ້າຮ່ວມ ຄັ້ງນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ປັດຈຸບັນ ສາມຂະແໜງການໃຫຍ່ໃນໂຄງປະກອບເສດຖະກິດຂອງ ກະສິກຳ ແລະ ການບໍລິການ ມີຫຼາກຫຼາຍ ສາຂາຊີບ ທີ່ຕິດພັນກັບວິຖີຊີວິດ ແລະ ທ່າແຮງຂອງປະຊາກອນແຕ່ລະເທດ, ໃນນັ້ນ ອາຊີບເປັນມິດຕໍ່ສິ່ງແວດລ້ອມ ແລະ ປົກປ້ອງສັງຄົມ ຫຼື ອາຊີບສີຂຽວ ໄດ້ກາຍເປັນຂົງເຂດວຽກງານທີ່ພົ້ນເດັ່ນ ແລະ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປ່ຽນແປງຢ່າງໄວວາ ຂອງນະວັດຕະກຳ ແລະ ເຕັກໂນໂລຊີ,

ເຊິ່ງ ສປປ ລາວ ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຈຸດປະສົງຂອງວຽກງານກ່ຽວກັບອາຊີບສີຂຽວດັ່ງກ່າວ ທັງເປັນຂົງເຂດໜຶ່ງພາຍໃຕ້ການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ. ດັ່ງໄລຍະຜ່ານມາ ສປປ ລາວ ໄດ້ສຶກສາ ແລະ ພິຈາລະນາ ສະພາບ, ເຫດຜົນ ແລະ ເງື່ອນໄຂຕ່າງໆ ທີ່ປິ່ນອ້ອມ ແລະໄດ້ກຳນົດນະໂຍບາຍ, ແຜນງານ ແລະ ຈັດຕັ້ງປະຕິບັດໄດ້ຈຳນວນໜຶ່ງຄື: ດຳລັດວ່າດ້ວຍສຸຂະພາບ ແລະ ຄວາມປອດໄພ ແຮງງານ ເຊິ່ງລັດຖະບານ ສປປ ລາວ ໄດ້ຮັບຮອງ ແລະ ກຽມທີ່ຈະປະກາດໃຊ້ໃນໄວໆນີ້, ການຮ່າງແຜນຍຸດທະສາດແຫ່ງຊາດ ໃນການສົ່ງເສີມວຽກເຮັດງານທຳໃນຊົນນະບົດ ເຊິ່ງເປັນວຽກງານໜຶ່ງໃນການຈັດຕັ້ງປະຕິບັດຖະແຫລງການວຽງຈັນວ່າດ້ວຍການຫັນປ່ຽນ ຈາກການຈ້າງງານນອກລະບົບ ໄປສູ່ ການຈ້າງງານໃນລະບົບ ແລະ ອື່ນໆ.

ແນວໃດກໍດີ ໃນກອງປະຊຸມປະຊຸມສໍາມະນາ ກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ໄດ້ມີການນຳສະເໜີຜົນການຈັດຕັ້ງປະຕິບັດກ່ຽວກັບການພັດທະນາຊັບພະຍາກອນມະນຸດ ໃນຫົວຂໍ້ “ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມຍຸຕິທຳ ແລະ ຄວາມຈະເລີນກ້າວໜ້າ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ” ເຊິ່ງໄດ້ນຳສະເຫນີ ແລະ ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ກ່ຽວກັບວິຊາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ເພື່ອສົ່ງເສີມວິຊາຊີບສີຂຽວ,

ສປປ ລາວ ຂໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ແລະ ພ້ອມທີ່ຈະຮ່ວມແຮງຮ່ວມໃຈ ກັບບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາ ຈັດຕັ້ງປະຕິບັດຕາມແຜນງານແຕ່ລະໄລຍະຂອງວຽງງານນີ້.

ທ່ານ ລັດຖະມົນຕີ  ຍັງໄດ້ກ່າວວ່າ: ສໍາລັບ ສປປ ລາວ, ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ການສ້າງ ແລະ ພັດທະນາ ສີມືແຮງງານ ຍັງມີຫຼາຍບັນຫາ ທີ່ເປັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍ ສະນັ້ນ ຈຶ່ງຕ້ອງມີການຮ່ວມມືກັບບັນດາປະເທດ ສະມາຊິກອາຊຽນ ແລະ ຄູ່ເຈລະຈາ ເພື່ອເຮັດໃຫ້ວຽກງານດັ້ງກ່າວສຳເລັດຜົນ.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ.

Comments