ການລະບາດຂອງ Covid-19 ໃນຈີນເຮັດໃຫ້ການແລ່ນມາຣາທອນປັກກິ່ງຕ້ອງເລື່ອນເວລາ
ຕາມແຜນແລ້ວ ຄາດການວ່າຈະມີນັກແລ່ນປະມານ 30,000 ຄົນເຂົ້າຮ່ວມໃນວັນທີ 31 ຕຸລານີ້
ການແລ່ນມາຣາທອນປັກກິ່ງໃນທ້າຍອາທິດນີ້ໄດ້ຖືກເລື່ອນອອກໄປຈົນກ່ວາມີແຈ້ງການເພີ່ມເຕີມ, ຜູ້ຈັດງານກ່າວວ່າ “ເພື່ອປ້ອງກັນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ (ແລະ) ປົກປ້ອງສຸຂະພາບ ແລະຄວາມປອດໄພຂອງນັກແລ່ນ, ພະນັກງານ ແລະ ປະຊາຊົນສ່ວນໃຫຍ່.”
ໃນຂະນະທີ່ຈີນພະຍາຍາມສະກັດກັ້ນການລະບາດຂອງ Covid ແລະ ກັບຄືນສູ່ສະຖານະການປອດຈາກໂຄວິດ ກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈະມາຮອດແລະ ເຫລືອເວລາອີກ 100 ກວ່າມື້ ເກມການແຂ່ງຂັນຂອງປະເທດກໍຈະໄດ້ເລີ່ມຕົ້ນແລ້ວ.
ແຕ່ຍ້ອນສະຖານະການຂອງການຕິດເຊື້ອພາຍໃນປະເທດໃຫມ່ທີ່ມີຈຳນວນ 39 ກໍລະນີ ໃນວັນຈັນທີ່ຜ່ານມາ, ໂດຍການລະບາດດັ່ງກ່າວແມ່ນການແຜ່ລາມໂດຍກຸ່ມນັກທ່ອງທ່ຽວ ແລະ ການທີ່ບໍ່ສາມາດຄວບຄຸມການແຜ່ລະບາດ ຂອງປະເທດໄດ້ ເຮັດໃຫ້ໂອກາດໃນການຈັດງານໃຫຍ່ຂອງປະເທດອາດຈະຕ້ອງໄດ້ເລື່ອນອອກໄປເຊັ່ນກັນ.
#TargetMagazine