ປະເທດສິງກະໂປ: ໄດ້ຖືກຈັດອັນດັບທີ 2 ຂອງໂລກໃນດ້ານການດຶງດູດ ແລະ ການພັດທະນາພອນສະຫວັນສິງກະໂປໄດ້ຂຶ້ນເປັນອັນດັບທີ 2 ໃນການຈັດອັນດັບໂລກຂອງປະເທດທີ່ໜ້າດຶງດູດ ການພັດທະນາ, ການສະໜັບສະໜູນ ແລະ ການຮັກສາຄວາມສາມາດໄດ້ດີ, ຮອງຈາກສະວິດເຊີແລນ ແຕ່ນຳໜ້າສະຫະລັດອາເມລິກາ.ດັດຊະນີການແຂ່ງຂັນພອນສະຫວັນທົ່ວໂລກປະຈໍາປີ, ເຊິ່ງກວມເອົາ 134 ປະເທດ, ແມ່ນຖືກເຜີຍແຜ່ໂດຍໂຮງຮຽນທຸລະກິດຝຣັ່ງ Insead ແລະ ອົງການຄົ້ນຄ້ວາບໍ່ຫວັງຜົນກໍາໄລ Portulans Institute.ໃນຫລັກການດັດຊະນີດຽວກັນນີ້ສໍາລັບ ຕົວເມືອງ, ສິງກະໂປແມ່ນຢູ່ໃນອັນດັບທີ 7, ຫຼຸດລົງຈາກອັນດັບສາມຂອງປີກາຍແຕ່ຍັງເປັນເມືອງດຽວໃນອາຊີທີ່ຢູ່ໃນ 10 ອັນດັບຕົ້ນ. ເມືອງ ຊານຟານຊິດໂກ ເປັນອັນດັບຫນຶ່ງຂອງດັດຊະນີຕົວເມືອງ, ຕາມດ້ວຍ ເມືອງເຈນີວາ, ເມືອງບອສຕັນ ແລະ ເມືອງຊູຣິກ.ແລະ ສຳລັບການຈັດອັນດັບ ປະເທດໂດຍລວມແລ້ວ, ສິງກະໂປໄດ້ຖືກຈັດອັນດັບ 3 ໃນ 4 ໃນຈຳນວນ 6 ມາດຖານ, ເຊິ່ງລວມມີມາດຖານດັ່ງນີ້: ການສ້າງຄວາມສາມາດ, ການດຶງດູດ, ການເຕີບໃຫຍ່ ແລະ ການຮັກສາຄວາມສາມາດ, ທັກສະວິຊາຊີບ ແລະ ວິຊາການ, ແລະ ຄວາມຮູ້ທົ່ວໂລກ.#TargetMagazine