ສະຖານທີ່ກໍ່ສ້າງຂອງປະເທດ ໄນຈີເຣຍ ໄດ້ພັງລົງ

ສະຖານທີ່ກໍ່ສ້າງຂອງປະເທດ ໄນຈີເຣຍ ໄດ້ພັງລົງ ຄາດວ່າມີຄົນງານຕິດຢູ່ໃຕ້ຊາກຫັກພັງຈຳນວນຫຼາຍ

ຕຶກ​ອາຄານ​ສູງ 22 ຊັ້ນ​ທີ່​ກຳລັງ​ກໍ່ສ້າງ​ຢູ່​ໃນ​ເຂດ​ການ​ຄ້າ Ikoyi ທາງ​ພາກ​ກາງ​ເມືອງ Lagos ໄດ້​ພັງ​ລົງ​ໃນ​ເວລາ 3 ​ໂມງ​ແລງ​ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ວັນ​ທີ 1 ພະຈິກ​ນີ້.
ໃນເບື້ອງຕົ້ນ, ຢ່າງໜ້ອຍ 7 ສົບໄດ້ຖືກພົບເຫັນເສຍຊີວິດ ແລະ ອີກ 7 ຄົນໄດ້ຖືກຊ່ອຍເຫຼືອ, ແຕ່ເຊື່ອວ່າມີກຳມະກອນຫລາຍກວ່າ 100 ຄົນທີ່ຕິດຢູ່ໃຕ້ຊາກຫັກພັງ, ເຖິງວ່າຈຳນວນດັ່ງກ່າວຍັງບໍ່ໄດ້ຮັບການຢືນຢັນເທື່ອ. ຍ້ອນວ່າມີຄົນງານຜູ້ທີ່ລອດຊີວິດມາເປີດເຜີຍວ່າ ໃນລະຫວ່າງການເຮັດວຽກ, ມີພະນັກງານຫຼາຍກວ່າ 50 ຄົນ, ລວມທັງຜູ້ຈັດການໄດ້ເຮັດວຽກໃນສະຖານທີ່ກໍ່ສ້າງດັ່ງກ່າວ. ຂະນະ​ທີ່​ພວກ​ກູ້​ໄພ​ແຂ່ງ​ກັບ​ເວລາ​ເພື່ອ​ຂຸດ​ຄົ້ນຫາ​ຜູ້​ລອດ​ຊີວິດ​ທີ່​ອາດ​ເປັນ​ໄປ​ໄດ້, ​ ເຈົ້າໜ້າທີ່ຕໍາຫຼວດເວົ້າວ່າ ມັນໄວເກີນໄປທີ່ຈະສາມາດສະຫຼຸບສາເຫດທີ່ຕຶກອາຄານພັງລົງມາໄດ້ແນວໃດ.
ຂໍ້ມູນໂດຍ: ໄທຣັດ
ຢ່າງໃດກໍ່ຕາມທາງແອັດມີ້ນແລະທີມງານວາລະສານທາເກັດ ຂໍສົ່ງແຮງໃຈໃຫ້ມີຜູ້ລອດຊີວິດດ້ວຍເທີນ

ສະຖານທີ່ກໍ່ສ້າງຂອງປະເທດ ໄນຈີເຣຍ ໄດ້ພັງລົງ

Comments