ອຸປະກອນເຄື່ອນທີ່ແບບໃໝ່ຈະສາມາດກວດສອບສະຖານະການຕິດເຊື້ອ COVID ໃນ 40 ນາທີ

ບໍລິສັດ Yokohama ເລີ່ມຕົ້ນໂດຍສະຖາບັນຄົ້ນຄ້ວາ Riken ໄດ້ພັດທະນາອຸປະກອນທີ່ສະເພາະ ແລະ ສາມາດກວດເບິ່ງວ່າຄົນເຮົາຕິດເຊື້ອພະຍາດ coronavirus ໄດ້ພາຍໃນເວລາປະມານ 40 ນາທີເທົ່ານັ້ນ.ໄດ້ມີການເປີດເຜີຍໃນວັນພະຫັດທີ່ຜ່ານມາ, K.K. ອຸປະກອນ Dnaform ໃຊ້ວິທີການແບບ SmartAmp, ເຊິ່ງຖືກຕ້ອງທຽບເທົ່າກັບການທົດສອບແບບ PCR. ວິທີການທົດສອບແບບ SmartAmp ເປັນເທັກໂນໂລຍີການຂະຫຍາຍ DNA isothermal ທີ່ພັດທະນາຮ່ວມກັນໂດຍສະຖາບັນຄົ້ນຄົ້ວ Riken ແລະ Dnaform.ການວັດແທກໃຊ້ຄວາມສູງພຽງ 11 ຊັງຕີແມັດ, ກວ້າງ 12 ຊັງຕີແມັດ ແລະ ເລິກ 4 ຊັງຕີແມັດ, ອຸປະກອນເຄື່ອນທີ່ຄາດວ່າຈະໃຊ້ໃນເຫດການຕ່າງໆ ຍ້ອນວ່າມັນບໍ່ໄດ້ໃຊ້ພື້ນທີ່ຫຼາຍ ເຖິງແມ່ນວ່າເຮົາຈະເອົາຫຼາຍຮ້ອຍເຄື່ອງຈັດໃສ່ຕິດຕໍ່ກັນ.ອຸປະກອນດັ່ງກ່າວແມ່ນສາມາດເຫັນຜົນໄດ້ຮັບພາຍໃນເວລາປະມານ 40 ນາທີ ຫຼັງຈາກໃສ່ອຸປະກອນພິເສດເຂົ້າໄປບ່ອນທີ່ມີຕົວຢ່າງເຊັ່ນນໍ້າລາຍ. ການທົດສອບທີ່ຕ້ອງການເຫັນຜົນທີ່ຄ້າຍຄືກັນ ໂດຍປົກກະຕິຕ້ອງການຕົວຢ່າງ ທີ່ຖືກສົ່ງໄປຫາສະຖານທີ່ທີ່ມີອຸປະກອນພິເສດ, ແຕ່ອຸປະກອນໃຫມ່ນີ້ ສາມາດກໍາຈັດຂັ້ນທີ່ຫຍຸ້ງຍາກນັ້ນອອກໄປໄດ້.#TargetMagazine

ກວດສອບສະຖານະການຕິດເຊື້ອ COVID ໃນ 40 ນາທີ

Comments