ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ.

ໂລກລໍຖ້າສັນຍາຈາກມວນມະນຸດ, ທີ່ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ. ປະເທດເຫຼົ່ານີ້ບໍ່ບັນລຸເປົ້າໝາຍຂອງພວກເຂົາ.
(CNN) ເກືອບ 200 ປະເທດໄດ້ໃຫ້ຄຳໝັ້ນສັນຍາຈະຢຸດການປ່ອຍອາຍພິດທາດເຮືອນແກ້ວ ເພື່ອປ້ອງກັນຜົນສະທ້ອນທີ່ຮ້າຍແຮງທີ່ສຸດຂອງວິກິດການດິນຟ້າອາກາດ, ແຕ່ຍັງມີຊ່ອງຫວ່າງອັນໃຫຍ່ຫຼວງລະຫວ່າງສິ່ງທີ່ໄດ້ສັນຍາໄວ້ກັບສິ່ງທີ່ນັກວິທະຍາສາດເວົ້າ ເຖິງຄວາມຈໍາເປັນ, ອີງຕາມບົດລາຍງານຂອງອົງການສິ່ງແວດລ້ອມຂອງສະຫະປະຊາຊາດ. .

ເຫຼືອເວລາພຽງ 5 ມື້ ຈົນກວ່າບັນດາຜູ້ນຳຈະພົບປະກັນຢູ່ກອງປະຊຸມການເຈລະຈາກ່ຽວກັບດິນຟ້າອາກາດ COP26 ຂອງ ສປຊ ທີ່ນະຄອນ Glasgow, ປະເທດສະກັອດແລນ, ຫຼາຍສິບປະເທດຍັງບໍ່ທັນໄດ້ແກ້ໄຂຕາມຄຳໝັ້ນສັນຍາຂອງຕົນຢ່າງເປັນທາງການ ທີ່ຈະຫຼຸດຜ່ອນການປ່ອຍອາຍພິດ, ເພາະມັນເປັນສິ່ງທີ່ເຂົາເຈົ້າຄວນປະຕິບັດໃຫ້ໄດ້ຕາມກົດລະບຽບຂອງສັນຍາປາຣີ ທີ່ໄດ້ຕົກລົງກັນໃນປີ 2015.
​ໃນ​ບັນດາ​ປະ​ເທດ G20 ​ເຊິ່ງກວມ​ເອົາ 80% ຂອງ​ການ​ປ່ອຍ​ອາຍ​ພິດ​ຂອງ​ໂລກ, ມີ​ພຽງ 6 ປະ​ເທດ​ເທົ່າ​ນັ້ນ​ທີ່​ໄດ້​ເຮັດໄດ້ຕາມ​ເປົ້າ​ໝາຍ​ຢ່າງ​ເປັນ​ທາງ​ການ. ບົດ​ລາຍ​ງານ​ຍັງ​ໄດ້​ພົບ​ເຫັນ​ວ່າ 6 ປະ​ເທດ G20 ລວມທັງ​ສະຫະລັດ​ບໍ່​ເຄີຍ​ບັນລຸ​ເປົ້າ​ໝາຍ​ເກົ່າ​ຂອງ​ຕົນ. ລວມທັງ ການາດາ, ອົດສະຕາລີ, ບຣາຊິນ, ເກົາຫຼີໃຕ້ ແລະ ເມັກຊິໂກ. ເຫັນໄດ້ວ່າ ນັກການເມືອງຂີ້ຕົວະມາຕະຫລອດ ມື້ແຕ່ເວົ້າວ່າຈະເຮັດ ແຕ່ບໍ່​ໄດ້​ເຮັດແທ້​ ໂລກຈັງຮ້ອນເກີດໄພທຳມະຊາດຫລາຍຂຶ້ນ ເພາະທຳມະຊາດ ຕ້ອງການສັນຍາ​ໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ

ໂລກລໍຖ້າສັນຍາ​ໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ

Comments