ລາຊາເງິນຜ່ອນ “ກະແສໃໝ່ໃນສັງຄົມລາວ”

ຈາກສະພາບເສດຖະກິດໂດຍລວມ 2-3 ປີຜ່ານມາ,​ ຫຼາຍຄົນຈົ່ມວ່າ ຫາເງິນຍາກ, ຂາຍເຄື່ອງບໍ່ໄດ້ດີ ແລະ ບາງທ້ອງຖິ່ນໃນລາວ ກໍປະສົບບັນຫາໄພນໍ້າຖ້ວມ; ຫຼາຍຄົນທີ່ເປັນໜີ້ສິນ ກໍເລີ່ມເຈັບຫົວໃນການຫາເງິນມາໃຊ້ໜີ້ທີ່ເພີ່ມພູນຂຶ້ນ. ໃນຂະນະດຽວກັນ, ຫຼາຍບໍລິສັດ ເຊົ່າສິນເຊື່ອທາງການເງິນ ກໍເກີດຂຶ້ນຢ່າງຫຼວງຫຼາຍ ແລະ ພະຍາຍາມຫາລູກຄ້າ ໂດຍການປ່ອຍສິນເຊື່ອ ການຜ່ອນຊື້ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ. ສະນັ້ນ, ວາລະສານເກັດສະບັບນີ້ ຈະພາທ່ານຜູ້ອ່ານ ມາຮັບຟັງ 5 ຄໍາຄິດເຫັນທີ່ໜ້າສົນໃຈ ເພື່ອເປັນບົດຮຽນກ່ອນການຕັດສິນໃຈໃນການຊື້ເຄື່ອງແບບຈ່າຍຜ່ອນ ໂດຍເນັ້ນໜັກ ໄປທີ່ສອງຄໍາຖາມກວ້າງໆ ກໍຄື:  1. ຄິດແນວໃດກັບການຊື້ສິນຄ້າເຊັ່ນ ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆແບບຈ່າຍຜ່ອນ? ແລະ 2. ບັນຫາທີ່ພົບໃນການຜ່ອນຈ່າຍມີຫຍັງແດ່?

ຜູ້ໃຫ້ສໍາພາດ 1: ສໍາລັບການຊື້ສິ້ນຄ້າແບບຈ່າຍຜ່ອນ ຄິດວ່າມັນກໍຈະມີທັງຂໍ້ດີ ແລະ ຂໍ້ເສຍ, ຖ້າກໍລະນີຈໍາເປັນ ເງິນບໍ່ພໍ ຊືຶ້ເຄື່ອງບາດດຽວ, ແຕ່ເຮົາຈໍາເປັນຕ້ອງໃຊ້ ການຈ່າຍຜ່ອນໃນແຕ່ລະງວດ ເຖິງວ່າຈະຕ້ອງຈ່າຍໃນລາຄາທີ່ແພງກວ່າກໍຕາມ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງຄໍານຶງເຖິງລາຍຈ່າຍທີ່ເຮົາຕ້ອງໃຊ້ຈ່າຍໃນແຕ່ລະເດືອນພ້ອມ ວ່າເຮົາມີກໍາລັງທີ່ຈະຈ່າຍໄດ້ບໍ? ແຕ່ກໍລະນີເປັນເຄື່ອງທີ່ບໍ່ຈໍາເປັນຕ້ອງໃຊ້ປານໃດ, ແນະນໍາວ່າ ຢ່າຈ່າຍຜ່ອນຈະດີກວ່າ ເພາະຈະກາຍເປັນໜີ້ສິນແບບບໍ່ຈໍາເປັນ ແລະ ບັນຫາຕາມກໍຄື ເລື່ອງຈ່າຍດອກບໍ່ໄຫວ ອາດຈະຖືກຢຶດເຄື່ອງຄືນ ແລະ ທີ່ຮ້າຍແຮງໄປກວ່ານັ້ນຄື ເຖິງຂັ້ນຮ້ອງຟ້ອງ ພ້ອມທັງຍຶດຊັບສິນໃນສ່ວນອື່ນໄປ.

ຜູ້ໃຫ້ສໍາພາດ 2: ຄິດວ່າການຜ່ອນ ຄືການເກັບເງິນຊື້ເຄື່ອງອີກຢ່າງໜຶ່ງ ເພາະຖ້າເຮົາເກັບເອງແມ່ນບໍ່ໄດ້ ເພາະມີແນວຈ່າຍຫຼາຍຢ່າງ ແຕ່ຖ້າເຮົາຊື້ຜ່ອນເຮົາກໍຈະຕ້ອງແບ່ງເງິນສ່ວນໜຶ່ງໄປຈ່າຍຄ່າຜ່ອນໃນແຕ່ລະເດືອນ ແລະ ກໍໄດ້ເຄື່ອງມາໃຊ້ກ່ອນອີກ. ສ່ວນຜົນທີ່ຕາມມາໃນການຜ່ອນກໍຄື ຖ້າເດືອນໃດລາຍຈ່າຍອັນອື່ນຫຼາຍກໍຂ້ອນຂ້າງມີບັນຫາເລື່ອງການເງິນ ເພາະເຮົາບໍ່ສາມາດຫຼີກລາຍຈ່າຍສ່ວນຂອງການຜ່ອນນັ້ນໄດ້ ແລະ ລາຍຈ່າຍທີ່ຈໍາເປັນທີ່ເຂົ້າມາໃນເດືອນນັ້ນກໍຫຼີກບໍ່ໄດ້ເຊັ່ນກັນ.

ຜູ້ໃຫ້ສໍາພາດ 3: ການຊື້ສິນຄ້າແບບຈ່າຍຜ່ອນ ເປັນຂໍ້ດີສໍາລັບມະນຸດເງິນເດືອນ ທີ່ບໍ່ສາມາດເກັບເງິນໄດ້ເປັນກ້ອນໃຫຍ່ໆພໍທີ່ຈະຊື້ສິນຄ້ານັ້ນໆ ຈຶ່ງເລືອກທາງອອກດ້ວຍການຈ່າຍຜ່ອນໃນແຕ່ລະເດືອນ ແຕ່ຂໍ້ເສຍກໍຄືເຮົາອາດຈະຕ້ອງໄດ້ຈ່າຍເງິນດອກເບ້ຍ ເຊິ່ງເຮັດໃຫ້ສິນຄ້ານັ້ນມີລາຄາສູງກວ່າປົກກະຕິ ແລະ ມັນອາດຈະມີບັນຫາຕາມມາຄື ການຈ່າຍຄ່າງວດໃນແຕ່ລະເດືອນບໍ່ທັນ ທາງບໍລິສັດກໍໄດ້ມີການປັບໄໝ ອັນນີ້ກໍເປັນລະບຽບຂອງບໍລິສັດຢູ່ແລ້ວ ຜູ້ທີ່ຈະຜ່ອນກໍຮູ້ດີ ເພາະທາງບໍໍລິສັດເພິ່ນກໍໄດ້ປະເມີນເງິນເດືອນເຮົາ ກັບລາຄາສິນຄ້າແລ້ວວ່າຕ້ອງຈ່າຍເດືອນລະເທົ່າໃດ?

ຜູ້ໃຫ້ສໍາພາດ 4:​ ເຮົາສາມາດມີລົດງາມໆແພງໆຂີ່ໄດ້ ໂດຍບໍ່ຕ້ອງຖ້າເກັບເງິນດົນ ເພາະເຮົາສາມາດເອົາລົດມາຂີ່ກ່ອນແລ້ວຈ່າຍເປັນເດືອນໄດ້ ແຕ່ຖ້າເຮົາເກັບເງິນໃຫ້ພໍຈຶ່ງຊື້ບາດດຽວບໍ່ມີທາງໄດ້ແນ່ນອນເພາະເງິນເດືອນເຮົາບໍ່ຫຼາຍ ແຕ່ລະເດືອນກໍຕ້ອງຈ່າຍຫັ່ນຈ່າຍນີ້ ແຕ່ບັນຫາຂອງການຜ່ອນກໍຄື ດອກເບ້ຍຈະສູງ ເຮັດໃຫ້ລາຄາສິນຄ້າສູງຂຶ້ນກວ່າປົກກະຕິ.​

ຜູ້ໃຫ້ສໍາພາດ 5:​ ການຜ່ອນກໍຄືການແບ່ງເບົາພາລະການໃຊ້ຈ່າຍໜັກໆ ມາແບ່ງຈ່າຍເປັນເດືອນ ເດືອນລະໜ້ອຍ ເຮັດໃຫ້ເຮົາສາມາດນໍາໃຊ້ສິນຄ້າທີ່ມີລາຄາສູງໄດ້ ພຽງແຕ່ຈ່າຍບໍ່ພໍເທົ່າໃດ % ຂອງມູນຄ່າ ແລະ ມັນຍັງເປັນການເຕືອນສະຕິຂອງເຮົາໃນແຕ່ລະເດືອນວ່າບໍ່ໃຫ້ໃຊ້ຈ່າຍເງິນແບບຟຸມເຟືອຍ. ເວົ້າງ່າຍໆກໍຄືການທ້ອນເງິນອີກແບບໜຶ່ງທີ່ໄດ້ມາເປັນວັດຖຸສິ່ງຂອງທີ່ເຮົາຢາກໄດ້ນັ້ນເອງ. ແຕ່ແນ່ນອນວ່າບັນຫາຕາມມາກໍຕ້ອງມີຢູ່ແລ້ວ ເພາະບາງຄົນລາຍໄດ້ບໍ່ຄົງທີ່ ບາງເດືອນອາດຈະໄດ້ໜ້ອຍ ຫຼື ເທົ່າກັບຄ່າງວດທີ່ຕ້ອງສົ່ງ ເຮັດໃຫ້ມີບັນຫາເລື່ອງຂອງລາຍຈ່າຍໃນຊີວິດປະຈໍາວັນ ແລະ ຖ້າຈ່າຍຄ່າງວດບໍ່ຄົບກໍອາດຈະຖືກປັບໃໝຕາມລະບຽບການ ບາງຄັ້ງກໍນໍາໄປສູ່ການຍຶດສິນຄ້າຄືນເຮັດໃຫ້ເສຍເງິນໄປລ້າໆ.

ຈາກຫ້າມຸມມອງກ່ຽວກັບການຈ່າຍຜ່ອນແລ້ວ ເຫັນວ່າ ການຜ່ອນ ແມ່ນການແບ່ງເບົາພາລະການຈ່າຍເງິນເພື່ອຊື້ສິນຄ້າໃດໜຶ່ງ ຊຶ່ງ ຖ້າເກັບທ້ອນໄວ້ຊື້ບາດດຽວ ອາດຈະເປັນໄປໄດ້ຍາກ ເນື່ອງຈາກ ຄວາມຈໍາເປັນອື່ນໆໃນແຕ່ລະໄລຍະເວລາ. ກ່ອນການຕັດສິນໃຈ ຊື້ສິນຄ້າແບບຈ່າຍຜ່ອນ ອາດຕ້ອງເບິ່ງເລື່ອງຄວາມຈໍາເປັນພຽງໃດ? ການທີ່ຊື້ມາແລ້ວ ຈະນໍາໃຊ້ຜົນປະໂຫຍດ ເພື່ອຫາເງິນຈ່າຍຜ່ອນແນວໃດ. ພ້ອມນັ້ນ, ສິ່ງສໍາຄັນ ແມ່ນເຮົາຕ້ອງໄດ້ບໍລິຫານຊັ່ງຊາເຖິງລາຍໄດ້-ລາຍຈ່າຍໃນແຕ່ລະເດືອນ ຫຼື ແຕ່ລະງວດຂອງການຈ່າຍ ເພື່ອບໍ່ໃຫ້ຕົນເອງຕົກຢູ່ໃນການຂາດສະພາບຄ່ອງທາງດ້ານການເງິນ. ພ້ອມນັ້ນ, ຕ້ອງໄດ້ອ່ານສັນຍາ ແລະ ເຂົ້າໃຈໃຫ້ຖືກຕ້ອງຮ່ວມກັນ ເພື່ອບໍ່ໃຫ້ເປັນບັນຫາໃນພາຍຫຼັງ.

(ວາລະສານທາເກັດ ສະບັບ 146 ເດືອນກັນຍາ 2018 ໄດ້ທີ່ M-point Mart, Jeffy ແລະ U Express ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Comments