ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ

ໃນສະບັບເດືອນກັນຍາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂຶ້ນປົກຂອງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ປະທານສະພາປະຊາຊົນແຂວງ ທ່ານຈະໄດ້ສະເໜີໃຫ້ຮູ້ກ່ຽວກັບທ່າແຮງໃນການພັດທະນາ – ສິ່ງພົ້ນເດັ່ນຂອງແຂວງ, ລວມທັງວິໄສທັດໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ພາຍຫຼັງທີ່ທ່ານຂຶ້ນຮັບໜ້າທີ່ໃໝ່ ແລະ ການກະກຽມຄວາມພ້ອມໃນການເປັນເຈົ້າພາບງານແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ໃນທ້າຍປີນີ້.

-ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່?

-ແຂວງຊຽງຂວາງ ຕັ້ງຢູ່ພາກເໜືອຂອງປະເທດ ມີເນື້ອທີ່ 15.000 ກວ່າຕາລາງກິໂລແມັດ, ເປັນເຂດພູດອຍ 90% ທ່າແຮງການພັດທະນາຂອງແຂວງຊຽງຂວາງ ມີ 3 ອັນໃຫຍ່ຄື: 1: ການລ້ຽງສັດໃຫຍ່ເປັນສິນຄ້າ ເຊິ່ງເປັນມູນເຊື້ອຂອງປະຊາຊົນຊາວແຂວງຊຽງຂວາງ ອີງຕາມຂໍ້ມູນທີ່ເກັບກໍາໄດ້ຈາກພະນັກງານປະຕິວັດອະວຸໂສ ໃຫ້ຮູ້ວ່າ: ກ່ອນສົງຄາມແຂວງຊຽງຂວາງມີງົວ,ຄວາຍ ຫຼາຍກວ່າ 300.000ກວ່າໂຕ ພາຍຫຼັງສົງຄາມທໍາລາຍຢຸດຕິມາຮອດປີ 1975 ທົ່ວແຂວງຍັງເຫຼືອ ງົວ,ຄວາຍ ພຽງແຕ່ 1.500 ກວ່າໂຕ ແລະ ມາຮອດປັດຈຸບັນນີ້ທົ່ວແຂວງມີ ງົວ,ຄວາຍ 212.000 ກວ່າໂຕ ໃນນັ້ນມີຄວາຍ 56.000 ກວ່າໂຕ ງົວພື້ນເມືອງ 150.400 ກວ່າໂຕ ງົວພັນຊີ້ນ 600 ກວ່າໂຕ ງົວພັນນົມ 330 ກວ່າໂຕ ແລະ ມີມ້າ 4.870 ກວ່າໂຕ. 2: ການທ່ອງທ່ຽວ ນອກຈາກສະພາບອາກາດອໍານວຍແລ້ວ ແຂວງຊຽງຂວາງຍັງມີທົ່ງໄຫຫີນ ທີ່ເປັນມໍລະດົກ ຕົກທອດມາແຕ່ບູຮານນະການ ປະມານ 3.000 ປີ  ໃນອະນາຄົດເມື່ອ ທົ່ງໄຫຫີນ ຖືກຮັບເຂົ້າເປັນມໍລະດົກໂລກ ຈະເປັນຜົນດີທີ່ສຸດໃຫ້ແກ່ການພັດທະນາຂອງແຂວງໂດຍສະເພາະແມ່ນການທ່ອງທ່ຽວ. 3: ດ້ານບໍ່ແຮ່ ຊຶ່ງຊຽງຂວາງມີແຮ່ທາດຫຼາຍຊະນິດ ເຊັ່ນ: ແຮ່ຄໍາ, ແຮ່ເຫຼັກ, ແຮ່ຖ່ານຫີນ ຫຼາຍກວ່າໝູ່ແມ່ນແຮ່ເຫຼັກ. ແຕ່ປັດຈຸບັນຍັງບໍ່ໄດ້ມີການສໍາຫຼວດລະອຽດວ່າແຕ່ລະບ່ອນມີແຮ່ຊະນິດໃດ ມີຫຼາຍປານໃດ. ພ້ອມນີ້ຍັງມີທ່າແຮງການປູກໝາກໄມ້ ແລະ ຜັກເຂດໜາວມີຫຼາຍຊະນິດປູກໄດ້ຜົນດີ.

-ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ? ມັນສົ່ງຜົນອັນໃດແດ່ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ?

ເຖິງແມ່ນວ່າພວກເຮົາມີຄວາມຫຍຸ້ງຍາກຫຼາຍດ້ານ ພາຍໃຕ້ການນໍາພາຂອງຄະນະພັກແຂວງ ສົມທົບກັບຄວາມເອົາໃຈໃສ່ ຂອງສູນກາງພັກ-ລັດຖະບານ ແລະ ການຊ່ວຍເຫຼືອຂອງປະເທດເພື່ອນມິດ ໄດ້ເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດສົກປີ 2017-2018 ຢູ່ໃນລະດັບ 8,3% ລວມຍອດຜະລິດຕະພັນພາຍໃນບັນລຸ 3.145 ຕື້ກີບ ສະເລ່ຍໃສ່ຫົວຄົນພົນລະເມືອງ 247.645 ຄົນໄດ້ຮັບ 1.534 ໂດລາຕໍ່ຄົນຕໍ່ປີ ຖ້າທຽບໃສ່ແຂວງອື່ນໂຕເລກຍັງຢູ່ໃນລະດັບປານກາງ.

ທ່ານເຈົ້າແຂວງອະທິບາຍໃຫ້ຮູ້ຕື່ມວ່າ: ແຂວງຊຽງຂວາງເປັນເຂດທີ່ໝັ້ນປະຕິວັດ, ເຂດປົດປ່ອຍ ແລະ ຖືກສົງຄາມທໍາລາຍລ້າງຜານທຸກຢ່າງ ນັບແຕ່ປີ 1969-1975 ກາຍເປັນບ້ານຮ້າງເມືອງເຮື້ອເຖິງ 6 ປີ ພາຍຫຼັງປົດປ່ອຍຊຽງຂວາງ ແມ່ນເລີ່ມຕົ້ນນັບໜຶ່ງໃໝ່ທັງໝົດ ແຕ່ດ້ວຍການຊີ້ນໍາ, ນໍາພາຂອງພັກ – ລັດຖະບານ ແລະ ມູນເຊື້ອພິລາດອາດຫານຂອງຊາວຊຽງຂວາງ ມາຮອດປັດຈຸບັນຊຽງຂວາງໄດ້ມີໃບໜ້າໃໝ່ ແລະ ພວມໄດ້ຮັບການພັດທະນາໃນຫຼາຍດ້ານ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເທື່ອລະບາດກ້າວ. ການຜະລິດທາງກະສິກໍາກໍມີທ່ວງທ່າຂະຫຍາຍຕົວ ຈາກໃນເມື່ອກ່ອນຂາດແຄນເຂົ້າກິນ ແຕ່ປັດຈຸບັນສາມາດສົ່ງເຂົ້າໄກ່ນ້ອຍເປັນສິນຄ້າສົ່ງອອກຂາຍຕ່າງປະເທດ ແລະ ສະໜອງ ໃຫ້ບໍລິສັດ ເບຍລາວ, ນອກນີ້ຍັງມີ  ໝາກສາລີ ສົ່ງອອກຫວຽດນາມ ແລະ ຈີນ 100.000 ກວ່າໂຕນ, ຊີ້ນສັດໃຫຍ່ສົ່ງອອກຫວຽດນາມ ແລະ ນະຄອນຫຼວງວຽງຈັນ ນອກນີ້ຍັງມີພືດຜັກທີ່ປູກໄດ້ດີໃນເຂດອາກາດໜາວ, ໝາກກ້ວຍ ສົ່ງອອກປີໜຶ່ງຫຼາຍພັນໂຕນ.

ອີງຕາມການສໍາຫຼວດຮອດທ້າຍປີ 2017 ທົ່ວແຂວງຍັງມີຄອບຄົວທຸກຍາກ 1,8% , ເປັນຕົວເລກທີ່ເພິ່ງພໍໃຈສໍາລັບແຂວງພວກຂ້າພະເຈົ້າທີ່ເຫັນວ່າ: ຄອບຄົວຊົນເຜົ່າທຸກຍາກໃນເມື່ອກ່ອນໄດ້ມີການຫັນປ່ຽນປະກົດຕົວຂຶ້ນໂດຍສະເພາະເມືອງໜອງແຮດ ກ່ອນປີ 2001  ຊີວິດການເປັນຢູ່ແບບທຸກຍາກທີ່ສຸດ ແຕ່ມາເຖິງປັດຈຸບັນນີ້ ການຂະຫຍາຍຕົວຂອງເມືອງໜອງແຮດ ເຊິ່ງເຜົ່າມົ້ງ ກວມ 85 % ມີການຂະຫຍາຍຕົວໄວຖືກຈັດຢູ່ໃນອັນດັບສອງ ຖັດຈາກເມືອງໂພນສະຫວັນ ລາຍໄດ້ຫຼັກຂອງປະຊາຊົນເຂດນີ້ແມ່ນ: “ການທອມງົວ” ເພື່ອສົ່ງອອກໄປຫວຽດນາມ ແລະ ຈີນ. ພ້ອມນີ້ຍັງມີ ສາມແຍກໜອງເປັດຈໍານວນ 22 ບ້ານ ເຂດເມືອງແປກ ຖືເປັນເຂດຊົນເຜົ່າຫຼາຍເຜົ່າເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ເຜົ່າຂະມຸ ທາງແຂວງໄດ້ປະກາດເປັນຕົວເມືອງນ້ອຍແລ້ວ. ປັດຈຸບັນທົ່ວແຂວງມີໄຟຟ້າກວມ 92% ຂອງບ້ານທັງໝົດ, ເສັ້ນທາງ 99% ຂອງ 478 ບ້ານ ຍັງອີກພຽງ 4 ບ້ານທີ່ທາງລົດຍັງບໍ່ທັນໄປຮອດໄປເຖິງ, ການຊົມໃຊ້ນໍ້າສະອາດ ກວມ 85%.

ສໍາລັບການພັດທະນາພື້ນຖານໂຄງລ່າງທາງແຂວງໄດ້ເອົາໃຈໃສ່ເປັນພິເສດເພື່ອເຮັດໃຫ້ປະຊາຊົນໄດ້ຮັບຄວາມສະດວກ ແລະ ມີທ່າແຮງໃນການຜະລິດເພື່ອສົ່ງເສີມເຂົ້າໃນການພັດທະນາຂອງແຂວງໃນອະນາຄົດ, ສ່ວນວ່າເລື່ອງການພັດທະນາການກິນຢູ່ຂອງປະຊາຊົນ ທາງແຂວງໄດ້ມີທິດຊຸກຍູ້ໃຫ້ເຂົາເຈົ້າສາມາດເຂົ້າເຖິງແຫຼ່ງທຶນ, ເຂົ້າເຖິງຕະຫຼາດຈໍາໜ່າຍ ການຜະລິດຈິ່ງຂະຫຍາຍຕົວໄປຕາມທິດຢືນຍົງໄດ້.

ວິໄສທັດໃນການພັດທະນາຂອງແຂວງຮອດປີ 2025 ແລະ ຮອດປີ 2030.

  • ໂດຍອີງໃສ່ຈຸດພິເສດທີ່ຕັ້ງພູມສັນຖານ, ທ່າແຮງບົ່ມຊ້ອນຂອງແຂວງທີ່ມີຢູ່ໃນ 10 ປີ ຫາ 15 ປີຕໍ່ໜ້າ ພວກເຮົາຈະໄດ້ສຸມໃສ່ການພັດທະນາໃຫ້ບຸນລຸຈຸດໝາຍຕົ້ນຕໍດັ່ງນີ້: ເຮັດໃຫ້ແຂວງມີສະຖຽນລະພາບຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ. 3 ທ່າແຮງທາງດ້ານເສດຖະກິດຂະຫຍາຍຕົວແຂງແຮງເສີມຂະຫຍາຍຊຸກຍູ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ສາມຂົງເຂດການຜະລິດທີ່ເປັນທ່າແຮງຂອງແຂວງໃຫ້ເກີດປະສິດທິຜົນສູງກາຍເປັນສິນຄ້າ, ການບໍລິການກັບທີ່ສາມາດດຶງດູດຈູງໃຈນັກທ່ອງທ່ຽວເຂົ້າມາຫຼາຍຂື້ນ ແຂວງຈິ່ງຈະມີແຫ່ງລາຍຮັບທີ່ໝັ້ນຄົງ.
  • ເຮັດໃຫ້ກົງຈັກການບໍລິຫານ-ຄຸ້ມຄອງມີຄວາມເຂັ້ມແຂງ, ຊັບພະຍາກ່ອນມະນຸດພຽງພໍ ແລະ ມີຄຸນນະພາບ ສາມາດເຊື່ອມໂຍງກັບພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ.

-ການຄຸ້ມຄອງສະພາບແວວດລ້ອມທາງແຂວງມີມາດຕະການແນວໃດ?

ກ່ຽວກັບບັນຫານີ້ ພວກເຮົາກໍມີບົດຮຽນຈໍານວນໜຶ່ງ ເຊັ່ນ: ຍ້ອນການຂຸດຄົ້ນບໍ່ແຮ່ຄໍາ ເຮັດໃຫ້ປະຊາຊົນຜູ້ຮູ້ເທົ້າບໍ່ເຖິງການ ໄປຂຸດຄໍາມາໃຊ້ສານ ”ໄຊຢາໄນ ແລະ ສານບາຫຼອດ” ເພື່ອສະກັດເອົາຄໍາ ແລ້ວມີການຖີ້ມຊະຊາຍ ເຮັດໃຫ້ມີຜົນສະທ້ອນໜັກ ງົວ, ຄວາຍ ຂອງປະຊາຊົນຕາຍເປັນຮ້ອຍ ຖືເປັນບົດຮຽນໃຫຍ່ ມາປັດຈຸບັນທາງພວກເຮົາໄດ້ເອົາໃຈໃສ່ເປັນພິເສດໃນການກວດກາການນໍາເຂົ້າ ລວມເຖິງການນໍາໃຊ້ສານເຄມີຕ່າງໆ, ຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ການລັກຂຸດຄົ້ນບໍ່ແຮ່ຄໍາ.

ໃນໂອກາດທີ່ທ່ານມາຮັບຕໍາແໜ່ງເຈົ້າແຂວງຄົນໃໝ່ ສິ່ງທ້າທາຍສຳລັບ ການພັດທະນາ ຂອງແຂວງ ທ່ານຄິດວ່າແມ່ນບັນຫາໃດ?    

     – ສິ່ງທ້າທາຍຫຼັກໆແມ່ນ: ການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງບໍ່ສາມາດລຶບລ້າງໄດ້ໝົດ, ຄວາມເຫຼື່ອມລໍ້າ ຕໍ່າສູງໃນສັງຄົມ ແຕ່ກໍບໍ່ແມ່ນເລື່ອງງ່າຍປານໃດໃນການແກ້ໄຂ ບັນຫາດັ່ງກ່າວ;

– ການເຊື່ອມທາດຂາດຄຸນ ຂອງພະນັກງານ ລັດຖະກອນ ຈໍານວນໜຶ່ງກໍເປັນສິ່ງທ້າທາຍສົມຄວນ ເຊິ່ງຈະຕ້ອງໄດ້ແກ້ໄຂຢ່າງເດັດຂາດ ເພື່ອຮັກສາຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ ພັກ-ລັດ;

– ປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ຢາເສບຕິດ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ;

– ໜີ້ສິນພາຍໃນຂອງແຂວງ;

     – ປະກົດການສໍ້ລາດບັງຫຼວງ;

– ກົນອຸບາຍຫັນປ່ຽນຂອງພວກຄົນບໍ່ດີ ກໍເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ.

ທ່ານວາງທິດທາງໃນການແກ້ໄຂໄວ້ຄືແນວໃດ?

ທາງຄະນະພັກແຂວງພວກເຮົາໄດ້ເປັນເອກະພາບກັນວ່າ: ຈະຕ້ອງຍຶດໝັ້ນ 5 ຫຼັກການຂອງພັກເປັນເດັດຖານ ໃນການແກ້ໄຂປະກົດການດັ່ງກ່າວ ແລະ ປັບປຸງການນຳພາໃນທຸກຂົງເຂດວຽກງານໃຫ້ດີຂື້ນ.

-ສະຖານທີ່ຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ມາຮອດປັດຈຸບັນການກະກຽມຄວາມພ້ອມດ້ານຕ່າງໆຮອດຂັ້ນໃດ? ຈະສາມາດໄຂງານທັນຕາມກໍານົດ ຫຼື ບໍ່?

-ພາຍຫຼັງສໍາເລັດງານແລ້ວ ຈະນໍາໃຊ້ສິ່ງປຸກສ້າງດັ່ງກ່າວຄືແນວໃດ? ທາງແຂວງໄດ້ວາງເປົ້າໝາຍໄວ້ແລ້ວຫຼືຍັງ? ເພາະຜ່ານມາໃນຫຼາຍແຂວງພາຍຫຼັງແລ້ວງານ ສິ່ງປຸກສ້າງດັ່ງກ່າວຖືກປະປ່ອຍໃຫ້ຮ້າງໄປ ໂດຍບໍ່ໄດ້ເກີດປະໂຫຍດອັນໃດໃຫ້ກັບສັງຄົມ ກໍຄືປະເທດຊາດ?

ສໍາລັບຄວາມພ້ອມການຈັດບ່ອນພັກໃຫ້ກັບນັກກິລາປັດຈຸບັນພວກເຮົາຈັດໄວ້ມີ 38 ຈຸດເຊິ່ງຈະພັກແບບລວມສູນ ຈະບໍ່ໃຫ້ພັກຕາມໂຮງແຮມເພື່ອສະດວກໃນການເຝິກຊ້ອມ ແລະ ການຮັກສາຄວາມປອດໄພ,ສໍາລັບເດີ່ນກິລາໃຫຍ່ເພື່ອໃຊ້ໃນການເປີດ-ປິດພິທີເປັນທາງການ ປັດຈຸບັນແມ່ນສໍາເລັດໂດຍພື້ນຖານ.

ທ່ານເຈົ້າແຂວງອະທິບາຍໃຫ້ຮູ້ຕື່ມວ່າ: ການກໍ່ສ້າງພື້ນຖານຮອງຮັບການຈັດງານນີ້ບໍ່ແມ່ນແຂວງຈະສ້າງໃໝ່ທັງໝົດ ພວກເຮົາໄດ້ນໍາໃຊ້ສະໂມສອນຂອງບັນດາພະແນກການ, ໂຮງຮຽນ ພາຍໃນເທສະບານຂອງແຂວງ ແລະ ໄດ້ຊຸກຍູ້ໃຫ້ພາກເອກະຊົນທີ່ມີແລ້ວ ແລະ ສ້າງໃໝ່ຈໍານວນໜຶ່ງ ເພື່ອຈັດເປັນບ່ອນແຂ່ງຂັນເຊັ່ນ: ໂບລິງ, ກະຕໍ້,ບານສົ່ງ,ເປຕັງ. ທັງນີ້ກໍເພື່ອຫຼຸດຕົ້ນທຶນໃນການກໍ່ສ້າງພື້ນຖານໂຄງລ່າງດັ່ງກ່າວນັ້ນເບົາບາງລົງ ຖືເປັນການປະຢັດງົບປະມານ ຊ່ວຍພັກ-ລັດຖະບານ ແລະ ບໍ່ພຸມເຟືອຍໂດຍນໍາໃຊ້ສິ່ງທີ່ມີແລ້ວໃຫ້ເກີດປະໂຫຍດ ສຳລັບເດີ່ນເອກະຊົນສຳເລັດກິລາແຫ່ງຊາດແລ້ວ ເຂົາເຈົ້າສາມາດບໍລິການແບບປົກກະຕິໄດ້ເລີຍ.

ສໍາລັບການແຂ່ງຂັນກິລາລອຍນໍ້າແມ່ນຈະຈັດແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ເພາະງົບປະມານການກໍ່ສ້າງແມ່ນສູງຫຼາຍ. ສ່ວນການແຂ່ງຂັນ 27 ປະເພດກິລາແມ່ນຈັດຢູ່ຊຽງຂວາງ.

ທ່ານເຈົ້າແຂວງກ່າວຕື່ມວ່າ: ພາຍຫຼັງສໍາເລັດງານແລ້ວ ສະຖານທີ່ເປີດ-ປິດງານ ທີ່ຫ່າງຈາກເມືອງໂພນສະຫວັນ ໄປທາງຕາເວັນຕົກ ປະມານ 7 ກິໂລແມັດນັ້ນ ທາງແຂວງໄດ້ຕັ້ງເປົ້າໝາຍໄວ້ວ່າ: ຈະກໍ່ສ້າງໂຮງຮຽນພາລະສຶກສາ ຂຶ້ນຢູ່ໃກ້ກັບເດີ່ນກິລານັ້ນເລີຍ ຈະນໍາໃຊ້ເປັນບ່ອນເຝິກຊ້ອມ, ຈັດກິດຈະກໍາຂອງໂຮງຮຽນ ແລະ ຈັດການແຂ່ງຂັນປະຈໍາປີ ຫຼື ເປັນສູນເກັບໂຕນັກກິລາຂອງສູນກາງເພື່ອກຽມເຂົ້າແຂ່ງຂັນລະດັບສາກົນ ແລະ ທັງເປັນການບົວລະບັດຮັກສາໃຫ້ເດີ່ນຢູ່ໃນສະພາບໃຊ້ງານໄດ້ຕະຫຼອດໄປ.

ທ່ານເຈົ້າແຂວງຍັງຢໍ້າຕື່ມວ່າ: ວັນທີ 11/11/2018 ຮັບປະກັນເປັນມື້ເປີດງານຢ່າງເປັນທາງການ ຂໍເຊີນຊວນພີ່ນ້ອງຊາວລາວທຸກຖ້ວນໜ້າ ແລະ ນັກທ່ອງທ່ຽວຈາກທຸກສາລະທິດ ເຂົ້າຮ່ວມງານນໍາພວກເຮົາ, ຊາວຊຽງຂວາງຍິນດີຕ້ອນຮັບທຸກໆທ່ານ ດ້ວຍນໍ້າໃສໃຈຈິງ.

(ວາລະສານທາເກັດ ສະບັບ 146 ເດືອນກັນຍາ 2018 ໄດ້ທີ່ M-point Mart, Jeffy ແລະ U Express ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

Xiengkhouang Province

will concentrate on the comprehensive development

In this September issue of our magazine, we had the honor to cover interview Mr. Bounton Chanthaphone, Acting Party Secretary, Governor of Xiengkhouang and President of Provincial People’s Council, who will explain to us regarding development strengths and outstanding features of the province, including visions to address social problems in Xiengkhouang after the Governor assumes a new post as well as to be well-prepared as a host of the 11th National Games by the end of this year.

  • What are the outstanding features and comparative advantages of the province?
  • Xiengkhouang Province is located in the northern part of the country with a total area of 15,000 km2 where 90% are mountainous. The province has 3 major comparative advantages, such as 1. Livestock which has been around with Xiengkhouang people for a long time. According to a statistical data collected from senior revolutionary officials, there used to be more than 300,000 cows and buffaloes combined before war. However, the number went down to only 1,500 after 1975. Nowadays, there are 212,000 throughout the province breaking down into 56,000 buffaloes, 150,400 traditional cattle, 600 beef cattle, 330 dairy cows as well as 4,870 horses. 2. Tourism in Xiengkhouang is boosted by favourable weather and the 3,000-year-heritage Plain of Jars which is in the processed of being considered as the world heritage. After earning that status in the future, it will highly benefit the provincial development, especially in the area of tourism. 3. Xiengkhouang processes a considerable amount of mineral resources, namely gold ore, iron ore and coal ore. In these, iron ore is mostly found in the province. Currently, there has been no detailed exploration to find out other types of mineral resource. Lastly, Xiengkouang also has another strength in producing winter fruits and vegetables due to its suitable climate.
  • How has the provincial socio-economic development progressed? What impact does such development have upon the living conditions of all ethnic people in the province?

Despite difficulties we are facing, our province was able to achieved 8.3% economic growth breaking down into 3,145 billion kip of GDP and US$1,534 GDP per capita among its total population of 247,645 making it a middle-income province nationwide in the fiscal year of 2017-2018. All these have been done thanks to the provincial leadership in collaboration with supports given by the Party and Government as well as assistance provided by our neighbouring countries.

Xiengkhouang Governor further explained that the province is a revolutionary and independent base which was completely ruined by war during 1969-1975 leaving most villages deserted for 6 years. In the post-independence era, Xiengkhouang had to start its development from scratch. Under the intelligent leadership and guidance of the Party and Government as well as a courage spirit of Xiengkhouang people, the province has been able to well recover with many areas developed and living conditions of its people improved steadily. The agricultural production is experiencing a growing trend transforming Xiengkhouang from a rice-scarce province to an exporter of Kai-Noi rice to foreign countries and a main supplier to Beer Lao. In addition, the province also exports more than 100,000 tonnes of corn to Vietnam and China, cattle meat to Vietnam and Vientiane Capital, winter vegetables as well as bananas whose several thousand tonnes are exported yearly.

According to a 2017 survey, there were 1.8% of poor families throughout the province. Xiengkhouang is highly satisfied with the number indicating that poor ethnic people have attempted to uplift their quality of life, particularly those who transformed the poorest Nong Haed District in 2011 with 85% of its population as Hmong to the second fastest growing district after Phonsavanh nowadays. People in Nong Haed mainly earn from exporting “fatten cattle” to Vietnam and China. The province also designated Nong Pet Intersection which comprises of 22 villages in Paek District where people from different ethnic groups live, namely Lao, Hmong and Khmu, into a small town. At present, 92% of all households in the province are electrified, 99% of roads have been constructed to reach 478 villages leaving only 4 villages having no access to and lastly, the province has 85% of clean water coverage.

The province has placed great emphasis on the development of basic infrastructure to facilitate people and boost production to promote the provincial development in the future. Xiengkhouang also supports its people by helping them access financial sources and market to ensure the sustainable development of their production.

Could you please elaborate the 2025 and 2030 provincial development visions?

  • Based on its geographical location, the province will concentrate on its development in the next 10-15 years based on its hidden potentials. First is to ensure stability, peace, and continuous and stable economic growth within the province. Secondly, further promote strong growth within the 3 main comparative advantages to attract both domestic and foreign investment in the 3 mentioned strengths turning them into goods and services to accommodate more incoming tourists which can yield additional and stable income for the province.
  • Strengthen administrative and management mechanism, ensure sufficient supply of quality human resources who can help reinforcing linkage both within and outside of the country effectively.
  • What measures have been implemented in the province to protect the environment?

We have learned from some cases, especially in mining when miners used “cyanide and mercury” to screen out for gold and left such chemical substances irresponsibly which later killed several hundreds of cows and buffaloes. This lesson learned taught us to be very careful in inspecting the import and utilization of chemical substances, such as grass killer and insecticides, including illegal mining.

On the occasion of assuming your new post, what do you think are challenges for the provincial development?

  • Main challenges are poverty which remain uneradicated as well as social disparity which is difficult to address;
  • Underqualified public servants also serve as another challenge which affect directly on the reliability people have upon the Party and Government;
  • Social ills, namely drugs, theft and road accidents;
  • Provincial debts;
  • Corruption;
  • Tricks of enemies which require urgent solution.

How will you solve these issues?

Our provincial party committee members agree unanimously that the province should strongly adhere to 5 principles of the party in order to address such issues and improve leadership in all working areas.

  • Let us talk about the 11th National Games, what is the current situation of the preparation? Will the games be ready to open as planned?
  • After the games finish, how will the facilities hosting the event be used? Any plan about this? As it can be seen in many provinces that sport facilities after the games have often been left unattended which do not benefit society as well as the country.

Xiengkhouang is preparing 38 safe and convenient residences close to training grounds specifically to house athletes so that they do not have to stay in hotels. The main stadium for hosting the opening and closing ceremony is also completed for the most basic parts.

The Governor adds more that the province does not build all new facilities, but improvise sport clubs of provincial divisions, schools and private companies with some new constructed buildings to host competitions in bowling, Sepak Takraw, volleyball and petanque. Doing this, Xiengkhouang can reduce cost in constructing basic infrastructure for such event helping the Party and Government to save budget by making use of existing facilities. After the games, sport clubs belonging to private firms will be returned to them to use as usual.

27 sports will be competed in Xiengkhouang, except swimming which will be held in Vientiane Capital as swimming pool requires a huge amount of investment.

The Governor told us more that after the event, the stadium for hosting the opening and closing ceremony which is located 7km away to the west of Phonsavanh District will be used as a training ground, and a venue for activities and annual sport competition for a planned athletic school to be constructed nearby by the province. Moreover, the stadium might be used as a training center for national athletes who will compete in the international sport events. Doing this, the stadium will be regularly maintained and ready for use anytime in need.

The Governor wrapped up this interview by saying that the opening ceremony will certainly be organized on 11/11/2018. On such occasion, he would like to invite Lao people and tourists from all over to join the event. Xiengkhouang people are ready to sincerely welcome all of you.

Comments