Mr. Bo Donut  ແບຣນຂະໜົມຫວານຂອງຄົນລາວ ທຸລະກິດທີ່ກໍາລັງມາແຮງ…

ວາລະສານທາເກັດສະບັບນີ້ທີມງານຂອງພວກເຮົາຈະນໍາທ່ານມາຮູ້ຈັກກ່ຽວກັບຜູ້ປະກອບການກຸ່ມທຸລະກິດ Born to B ຊຶ່ງເປັນກຸ່ມທຸລະກິດທີ່ກໍາລັງມາແຮງ ແລະ ໄດ້ຮັບການຕອບສະໜອງຈາກລູກຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທ່ານນາງ ວິພາວັນ ວົງໄຊ ປັດຈຸບັນເປັນຮອງປະທານຜູ້ບໍລິຫານຂອງກຸ່ມທຸລະກິດໄດ້ໃຫ້ກຽດສໍາພາດກ່ຽວກັບທຸລະກິດຂອງເພິ່ນ ໂດຍສະເພາະແມ່ນຫຼັກການສໍາຄັນໃນການດໍາເນີນທຸລະກິດເພື່ອໃຫ້ຢູ່ລອດໃນຍຸກແຫ່ງການແຂ່ງຂັນໃນປັດຈຸບັນໂດຍສະເພາະແມ່ນຮ້ານ Mr. Bo Donut ທີ່ຂະຫຍາຍອອກເປັນ 3 ສາຂາແລ້ວ.

ສໍາລັບຮ້ານ Mr. Bo Donut ແມ່ນໃຫ້ການບໍລິການເຂົ້າໜົມຫວານ, ສໍາລັບຄົນລາວທຸກເພດທຸກໄວໂດຍສະເພາະກໍແມ່ນເດັກນ້ອຍທີ່ເນັ້ນໜັກໃສ່ຄວາມສົດໃໝ່  ແລະ ຄວາມສະອາດ ຕາມສະໂລແກນຂອງພວກເຮົາຄື: “We are always fresh and fun” ຊຶ່ງໝາຍຄວາມວ່າທ່ານຈະໄດ້ຮັບຄວາມສົດໃໝ່ ແລະ ຄວາມສຸກສະເໝີຈາກຮ້ານຂອງພວກເຮົາຕາມຄວາມຕັ້ງໃຈຢາກໃຫ້ຄົນລາວເຮົາໄດ້ກິນເຂົ້າໜົມທີ່ດີໆມີຄຸນະພາບລະດັບສາກົນໃນລາຄາສົມເຫດສົມຜົນ. ດ້ານຄວາມສົດໃໝ່ຂອງພວກເຮົານັ້ນ
ໄດ້ມີການສ້າງຫ້ອງຄົວຜະລິດ ເຂົ້າໜົມສະເພາະ ເພື່ອຄວບຄຸມມາດຕະຖານ, ຄຸນນະພາບ, ຄວາມສະອາດຂອງຂະບວນການຜະລິດ ໂດຍເລີ່ມຕົ້ນຈາກການຄັດເລືອກວັດຖຸດິບທີ່ມີຄຸນນະພາບດີຈາກທັງໃນ ແລະ ຕ່າງປະເທດ ເພື່ອໃຫ້ໄດ້ລົດຊາດທີ່ມາດຕະຖານ ແລະ ຖືກໃຈຂອງລູກຄ້າໂດຍການຜະລິດແມ່ນຜະລິດມື້ຕໍ່ມື້(ຖ້າຂາຍບໍ່ໝົດໃນມື້ນັ້ນ, ກໍຈະໃຫ້ພະນັກງານ, ແຖມ ຫຼື ແຈກຢາຍ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າ Donut ຂອງເຮົາມີຄວາມແຊບ, ສົດ, ໃໝ່ທຸກວັນ), ສິ່ງສໍາຄັນເຮົາຈະບໍ່ໃສ່ສານກັນບູດເຂົ້າໄປໃນເຂົ້າໜົມເດັດຂາດ ແລະ ທຸກໆ 45-60 ມື້ ເຮົາຈະຄິດຄົ້ນ ແລະ ນໍາສະເໝີເຂົ້າໜົມສູດໃໝ່ເພື່ອໃຫ້ລູກຄ້າລອງ ແລະ ສໍາຜັດກັບຄວາມຫຼາກຫຼາຍທີ່ທັນສະໄໝ.

ພາຍໃຕ້ການແຂ່ງຂັນໃນປັດຈຸບັນ, ຮ້ານ Mr. Bo Donut ເນັ້ນໜັກ ແລະ ເອົາໃຈໃສ່ດ້ານຄຸນນະພາບເປັນຕົ້ນຕໍໃນລາຄາສົມເຫດສົມຜົນ. ໃນຂະນະດຽວກັນ, ພວກເຮົາກໍໄດ້ມີການຈັດ Promotions ຢ່າງຕໍ່ເນື່ອງທັງໃນຮູບແບບຈັດຊຸດ Set ໃນລາຄາປະຢັດ ຫຼື ຊື້ໝົດກ່ອງໃນລາຄາປະຢັດຢ່າງຕໍ່ເນື່ອງອີກດ້ວຍເພື່ອເປັນການຕອບແທນລູກຄ້າຂາປະຈໍາ.  ທ່ານນາງ ວິພາວັນ ຍັງໃຫ້ຂໍ້ຄິດສໍາຄັນອີກດ້ານໜຶ່ງໃນການດໍາເນີນທຸລະກິດການບໍລິການນັ້ນກໍຄືບຸກຄະລາກອນ. ດັ່ງນັ້ນ, “ການທີ່ຈະເຮັດໃຫ້ທຸລະກິດຂອງພວກເຮົາຢູ່ໄດ້ ເຮົາຕ້ອງເບິ່ງແຍງຄວາມເປັນຢູ່ຂອງພະນັກງານໃຫ້ດີທີ່ສຸດ. ເມື່ອບຸກຄະລາກອນຂອງພວກເຮົາມີຄຸນນະພາບຊີວິດທີ່ດີແລ້ວກໍຈະສາມາດຊ່ວຍເຮົາເບິ່ງແຍງທຸລະກິດ ແລະ ທີ່ສໍາຄັນຄືຈະສາມາດເບິ່ງແຍງລູກຄ້າໄດ້ເປັນຢ່າງດີຄືກັບເຮົາມາດູແລເອງ”.

ໃນເລື່ອງການຕະຫຼາດປັດຈຸບັນ ສະເພາະໃນນະຄອນຫຼວງວຽງຈັນ, ທຸລະກິດເຮົາຖືວ່າຢູ່ໃນລະດັບທີ່ໜ້າເພິ່ງພໍໃຈ ແລະ ໃນອະນາຄົດເຮົາກໍຢາກຈະນໍາເຂົ້າໜົມທີ່ມີຄຸນະພາບທີ່ສົດໃໝ່ ແລະ ຄວາມສຸກຈາກການກິນເຂົ້າໜົມຂອງພວກເຮົາໄປໃຫ້ພີ່ນ້ອງຕ່າງແຂວງທົ່ວປະເທດເຊັ່ນກັນ.

ສຸດທ້າຍ, ທ່ານນາງ ວິພາວັນ ຍັງຢາກຝາກເຖິງຜູ້ທີ່ຢາກເຮັດທຸລະກິດວ່າ: ການເຮັດທຸລະກິດທຸກຢ່າງຕ້ອງໃຊ້ຄວາມພະຍາຍາມອົດທົນໂດຍສະເພາະທຸລະກິດປະເພດຮ້ານອາຫານຈະເມື່ອຍ ແລະ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ. ສໍາຄັນທີ່ສຸດແມ່ນການຈັດສັນລະບົບໃຫ້ດີນັບແຕ່ລະບົບການຄັດເລືອກວັດຖຸດິບ, ການຂົນສົ່ງ, ການເກັບຮັກສາ, ການຈັດການບໍລິການພາຍໃນຮ້ານ, ການຕ້ອນຮັບ, ການເສີບ, ການເກັບເງິນ, ລະບົບບັນຊີ, ການເງິນ ເຫຼົ່ານີ້ເປັນຕົ້ນ. ພ້ອມນັ້ນ,ການປັບປ່ຽນທັດສະນະຄະຕິ ແລະ ມຸມມອງໃຫ້ຮັກໃນສິ່ງທີ່ເຮົາເຮັດເພີ່ມຂຶ້ນໃນແຕ່ລະວັນ, ທ່ານກໍຈະມີແນວຄິດໃໝ່ໆໃນການພັດທະນາສິນຄ້າ ແລະ ການບໍລິການເພື່ອບໍລິການລູກຄ້າ ເພາະວ່າເມື່ອທ່ານມີຄໍາວ່າ: “ໃຈຮັກ” ກໍປະສົບຜົນສໍາເລັດໄປກວ່າເຄິ່ງໜຶ່ງແລ້ວ.

(ວາລະສານທາເກັດ ສະບັບ 146 ເດືອນກັນຍາ 2018 ໄດ້ທີ່ M-point Mart, Jeffy ແລະ U Express ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

Comments