ການຕະຫຼາດທາງອິນເຕີເນັດ ທາງເລືອກໃໝ່ໃນຍຸກ “ດີຈິຕອນ”

ວາລະສານທາເກັດສະບັບນີ້ ຈະນໍາທ່ານຜູ້ອ່ານມາຮັບຮູ້ກ່ຽວກັບການຕະຫຼາດທາງອິນເຕີເນັດ ຫຼື ການຕະຫຼາດອອນໄລ໌ ເຊິ່ງເປັນທາງເລືອກໜຶ່ງທີ່ສໍາຄັນໃນຍຸກ “ດີຈີຕອນ” ເພື່ອໂຄສະນາໃຫ້ເຂົ້າເຖິງບັນດາກຸ່ມລູກຄ້າເປົ້າໝາຍໄດ້ໂດຍກົງ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນລາຄາຖືກກວ່າ ການຕະຫຼາດແບບດັ້ງເດີມເຊັ່ນ: ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພິມ ຫຼື ວາລະສານ. ກ່ອນອື່ນຕ້ອງມາຮູ້ຈັກກັບຄໍາວ່າ: ການຕະຫຼາດອິນເຕີເນັດ ຊຶ່ງໝາຍເຖິງ ການໂຄສະນາສິນຄ້າ ຫຼື ກິດຈະກໍາທາງການຕະຫຼາດທີ່ໃຊ້ ເວັບໄຊ໌ ແລະ ອີເມວ ເພື່ອກະຕຸກຊຸກຍູ້ການຂາຍໂດຍກົງ ຜ່ານການຄ້າທາງເອເລັກໂທຣນິກ.

ການຕະຫຼາດທາງອິນເຕີເນັດ ຕົ້ນຕໍແລ້ວ ສາມາດແບ່ງອອກເປັນຂົງເຂດສະເພາະດ້ານ ເຊັ່ນ: ການຕະຫຼາດຜ່ານເວັບໄຊ໌, ການຕະຫຼາດຜ່ານ ອີເມວ ແລະ ການຕະຫຼາດຜ່ານສື່ສັງຄົມອອນໄລ໌.

ກ) ການຕະຫຼາດຜ່ານເວັບໄຊ໌: ທ່ານອາດຈະສັງເກດເຫັນໄດ້ ເວລາເຂົ້າໄປໃນເວັບໄຊ໌ໃດໜຶ່ງ ແລ້ວຈະມີ pop-up ຫຼື ແທັບ ທີ່ໃຫ້ທ່ານສາມາດລິ້ງໄປຫາ ເວັບໄຊ໌ສະເພາະຕື່ມ. ພ້ອມນັ້ນ, ໃນເວັບໄຊ໌ສະເພາະ ກໍອາດຈະລວມເອົາ ການຄ້າຜ່ານທາງເອເລັກໂທຣນິກເຂົ້ານໍາ ຊຶ່ງລູກຄ້າສາມາດສັ່ງຊື້ສິນຄ້າ ແລະ ບໍລິການ ໂດຍໃຊ້ບັດເຄຼດິດ ຫຼື ບັດເດບິດ ຕ່າງໆທີ່ສາກົນຍອມຮັບ.  ພ້ອມນັ້ນ, ກໍຍັງມີ ເວັບໄຊ໌ການຕະຫຼາດທີ່ກ່ຽວຂ້ອງກັບບໍລິສັດ ທີ່ສົ່ງເສີມການຂາຍ ຫຼື ຂໍ້ມູນຕ່າງໆກ່ຽວກັບສິນຄ້າ ແລະ ການບໍລິການ ຊຶ່ງລວມເຖິງ ການໂຄສະນາອອນໄລ໌ຜ່ານ search engines ເຊັ່ນ: yahoo.com, google.com, ask.com ແລະ ອື່ນໆ ຊຶ່ງຕ້ອງລະບຸຈະແຈ້ງກ່ຽວກັບຄໍາສັບໃນການຄົ້ນຫາ ເພື່ອນໍາໄປສູ່ເວັບໄຊ໌ທີ່ລູກຄ້າຕ້ອງການ. ພ້ອມນັ້ນ, ການຕະຫຼາດຜ່ານເວັບໄຊ໌ນີ້, ສໍາຄັນ ແມ່ນເຮັດແນວໃດໃຫ້ຄົນຮູ້ຈັກເວັບໄຊ໌ຂອງຕົນ ແລະ ເຂົ້າເຖິງໄດ້, ລວມເຖິງ ການຕອບຄໍາຖາມ ຫຼື ຂໍ້ຂ້ອງໃຈຂອງລູກຄ້າໄດ້ໂດຍໄວ.​ ສິ່ງສໍາຄັນອີກປະການໜຶ່ງແມ່ນວ່າ ຖ້າຫາກເວັບໄຊ໌ ມີການຄ້າທາງເອເລັກໂທຣນິກ ກໍຕ້ອງສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ ກ່ຽວກັບຄວາມປອດໄພໃນການຊື້ຜ່ານອອນໄລ໌ ແລະ ການສົ່ງມອບສິນຄ້າທີ່ຖືກຕ້ອງຕາມການສັ່ງຊື້.

ຂ) ການຕະຫຼາດຜ່ານອີເມວ: ລວມມີ ການໂຄສະນາ ແລະ ສົ່ງເສີມການຂາຍສະເພາະ ໃຫ້ກັບກຸ່ມລູກຄ້າ ໂດຍຜ່ານອີເມວ ສໍາລັບ ລູກຄ້າ ໃນປັດຈຸບັນ ແລະ ອະນາຄົດ. ວິທີການນີ້, ສ່ວນໃຫຍ່ແລ້ວ ຄົນຈະບໍ່ຄ່ອຍສົນໃຈ ຫຼື ຄິດວ່າ ມັນເປັນ ອີເມວຂີ້ເຫຍື້ອ; ແຕ່ດ້ານໜຶ່ງ ມັນກໍສາມາດເຂົ້າເຖິງກຸ່ມລູກຄ້າເປົ້າໝາຍ ເພື່ອໃຫ້ເປີດອ່ານ ແລະ ສົນໃຈກັບສິນຄ້າ ແລະ ການບໍລິການທີ່ເຮົາສະເໜີໃຫ້ໄດ້ ຖ້າຫາກການ ສົ່ງເສີມການຂາຍ ນັ້ນເປັນທີ່ໜ້າສົນໃຈ ແລະ ຕອບໂຈດທີ່ລູກຄ້າ.

ຄ) ການຕະຫຼາດຜ່ານ ສື່ສັງຄົມອອນໄລ໌ ລວມມີ ການໂຄສະນາ ແລະ ສົ່ງເສີມການຂາຍ ຜ່ານເຄືອຂ່າຍ ສື່ສັງຄົມອອນໄລ໌ ເຊັ່ນ: facebook, twitter, youtube and instragram ແລະ ອື່ນໆ ຊຶ່ງທ່ານສາມາດຊື້ການກະຕຸ້ນການເຜີຍແຜ່ໂຄສະນາຕາມທີ່ທ່ານຕ້ອງການໄດ້ ໂດຍສ່ວນໃຫຍ່ ກໍຈະເຂົ້າເຖິງ ກຸ່ມໝູ່ເພື່ອນ ຫຼື ລູກຄ້າທີ່ສົນໃຈໄດ້. ສະນັ້ນ, ບໍ່ແປກໃຈເລີຍວ່າ ຫຼາຍຄົນພະຍາຍາມ ສ້າງຄວາມໂດ່ງດັງໃຫ້ກັບຕົນເອງ, ຮັບເອົາເພື່ອນ (ທັງທີ່ບໍ່ເຄີຍຮູ້ຈັກ ຫຼື ພົບພໍ້ໜ້າກັນກໍມີ) ຫຼື ໃຫ້ມີຜູ້ຕິດຕາມເປັນຈໍານວນຫຼວງຫຼາຍ ເພື່ອຂະຫຍາຍຖານການຕະຫຼາດຂອງຕົນເອງໃນວົງກວ້າງ. ດ້ານໜຶ່ງ, ການທີ່ມີໝູ່ ຫຼື ຜູ້ຕິດຕາມເປັນຈໍານວນຫຼາຍ ແລະ ເປັນທີ່ນິຍົມຊົມຊອບແລ້ວ ກໍສາມາດ ເຮັດການ “ຣີວິວ” ສິນຄ້າ ແລະ ການບໍລິການ ເພື່ອເປັນການຫາລາຍໄດ້ອີກທາງ.

ເມື່ອທ່ານຮູ້ຊ່ອງທາງຂອງການເຮັດການຕະຫຼາດອິນເຕີເນັດແລ້ວ, ຕ້ອງໄດ້ມາວາງຍຸດທະສາດວ່າ ຈະນໍາໃຊ້ຊ່ອງທາງໃດ ເພື່ອໃຫ້ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍ ແລະ ລູກຄ້າໃນອະນາຄົດໄດ້ໂດຍກົງ ເພື່ອໃຫ້ມີປະສິດທິຜົນທີ່ສຸດ. ໃນນີ້, ຢາກແນະນໍາວ່າ ເນື້ອໃນ ຂອງການໂຄສະນາ ແລະ ວິທີການຕ້ອງໄດ້ປັບໄປຕາມແຕ່ລະຊ່ອງທາງ ໂດຍສະເພາະ ຄໍາເວົ້າທີ່ເຊີນຊວນ ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ ເພື່ອໃຫ້ເຂົາ “ຄລິກ” ເຂົ້າເບິ່ງເນື້ອໃນເພີ່ມຕຶ່ມ ຫຼື ສົນໃຈແນະນໍາໃຫ້ກັບໝູ່ທີ່ຕ້ອງການ ຊຶ່ງນັ້ນ ໝາຍຄວາມວ່າ ເນື້ອໃນ ອາດຈະເປັນຄໍາເວົ້າ, ເສັ້ນສະແດງ, ເປີເຊັນສ່ວນຫຼຸດ, ຮູບພາບທີ່ຖືກໃຈ ແລະ ອື່ນໆ ຊຶ່ງຜູ້ເຫັນທໍາອິດເກີດຄວາມສົນໃຈເຂົ້າຫາຂໍ້ມູນເພີ່ມຕຶ່ມ. ແນ່ນອນວ່າ ເວັບໄຊ໌ຂອງທ່ານ ກໍຕ້ອງເປັນທີ່ໜ້າສົນໃຈ, ໜ້າເຊື່ອຖື ແລ້ວນໍາໄປສູ່ການຕັດສິນໃຈຊື້ສິນຄ້າ ແລະ ບໍລິການໃນທີ່ສຸດ.

(ວາລະສານທາເກັດ ສະບັບ 146 ເດືອນກັນຍາ 2018 ໄດ້ທີ່ M-point Mart, Jeffy ແລະ U Express ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Internet marketing, a marketing alternative in the “digital” era.

On this issue, Target Magazine will introduce to you about the Internet or online marketing, simple and important marketing alternative in the “digital” era. The tool has been widely used to advertise directly and effectively addressing/towards target customers. More importantly, it is much cheaper than traditional marketing approaches, namely radio, television, newspaper or magazine commercials. Before explaining/ details, it is appropriate to understand what the Internet marketing refers to. Product advertisement or other marketing activities which utilize websites and emails to promote direct sales via electronic commerce.

Internet marketing can be divided into special categories, such as website, email and online media marketing.

  1. Website marketing: when browsing a certain website, you can sometimes see a pop-up or tap linking you to another specific website. That specific website may also incorporate e-commerce function in it, which allows customers to place an order of goods and services paid by international accepted credit or debit cards. Furthermore, there are also other companies who offer marketing websites to promote sales or provide information about goods and services in the form of search engines, namely yahoo.com, google.com, ask.com and so on. Users can input keywords to enable these search engines to function and lead browsers to the website they intend to find. Website marketing is highly crucial as it introduces our business to the public. Website allows users to access information, while enabling us to answer their inquiries instantly. Nevertheless, an e-commerce website must be able to build trust among customers by securing their online payment and ensuring quality goods are delivered correctly, as ordered.
  2. E-mail marketing: this marketing method includes advertisement and sales promotion directly targeting a specific group of customers via their e-mails. However, most people nowadays tend to ignore their e-mails thinking they are junks. On the other hand, e-mail permits us to reach our target clients with information, for them to read regarding/specifications of our products and services to match their needs/that fit their preferences.
  3. Online media marketing: this tool includes advertisement and sale promotion via social media, such as facebook, twitter, youtube, Instagram and so on. Using these online applications, one can manage advertisements to reach friends or potential customers. Therefore, it is not surprising to see many online users are attempting to become more popular, add more friends (does not matter if they have known or met each other before) or try to increase their followers to expand their marketing base. Becoming well-known with a higher number of friends or followers, that person can be hired to “review” goods and services of others, on their social media page.

After identifying channels for the Internet marketing, one has to come up with a strategy to find out which is the most effective channel for reaching target customers, as well as potential clients directly. Please remember that contents and methods for advertisement must be adjusted to fit well with the channel we choose, in particular, messages convincing customers to “click” on the link provided and access website for additional details or recommend our website to others. Contents can be messages, graphs, discounts, attractive images and so on, to persuade browsers to visit website for further details. Of course, website has to be interesting and reliable enough, to convince customers to place an order of goods and services.

 

 

Comments