Macro Economic

“ໜຶ່ງແລວໜຶ່ງເສັ້ນທາງ” ດີຫຼືບໍ່? ມີແຕ່ປະເທດທີ່ເຂົ້າຮ່ວມຈຶ່ງມີສິດປະກອບຄຳຄິດເຫັນທີ່ສຸດ…

ໃຜໆກໍຮູ້ດີແລ້ວວ່າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນສາທາລະນະທົ່ວໂລກທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ນັບມາຮອດເດືອນພຶດສະພາປີນີ້, ໃນທົ່ວໂລກມີ 138 ປະເທດແລະ 30 ອົງການຈັດຕັ້ງສາກົນໄດ້ເຊັນເອກກະສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ 200 ສະບັບ. ນີ້ແມ່ນປະຊາຄົມໂລກໃຫ້ການສະໜັບສະໜູນແລະມີຄວາມໝັ້ນໃຈຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການກະທຳຕົວຈິງ.ຂໍຍົກກເອົາປະເທດລາວເປັນຕົວຢ່າງ. ປະເທດລາວແມ່ນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ການທີ່ “ປະເທດລາວກຳນົດຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ” ແມ່ນຍຸດທະສາດການພັດທະນາຂອງລັດຖະບານສປປລາວ, ທັງແມ່ນຄວາມໃຝ່ຝັນອັນແຮງກ້າໃນການພັດທະນາຂອງປະຊາຊົນລາວ. ສະນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດລາວ, ຈີນ-ລາວໄດ້ຮ່ວມກັນຊຸກຍູ້ການຮ່ວມມືກັນສ້າງພື້ນຖານໂຄງລ່າງ, ໃນນັ້ນເສັ້ນທາງລົດໄຟຈີນ-ລາວແລະທາງດ່ວນວຽງຈັນ-ວັງວຽງຕ່າງກໍຈະກໍ່ສ້າງໃຫ້ສຳເລັດ ແລະ ເປີດແລ່ນລົດໄດ້ໃນທ້າຍປີໜ້າແລະທ້າຍປີນີ້, ເຊິ່ງທາງສອງເສັ້ນນີ້ຈະຊ່ວຍໃຫ້ປະເທດລາວສາມາດເຊື່ອມໂຍງເຂົ້າກັບຕາໜ່າງເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນດ້ວຍທ່ວງທ່າອັນໃໝ່ອ່ຽມ. ເມື່ອບໍ່ດົນມານີ້, ຜູ້ນຳຂອງປະເທດລາວຍັງໄດ້ເວົ້າຕໍ່ຜູ້ນຳຈີນວ່າ: ເສັ້ນທາງສອງເສັ້ນດັ່ງກ່າວມີຄວາມໝາຍສຳຄັນທາງດ້ານຍຸດທະສາດສຳລັບສປປລາວ ເພື່ອຫັນປ່ຽນສະພາບທີ່ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຫຼາຍປະເທດອ້ອມຂ້າງ. ນອກຈາກນັ້ນ, ປະຊາຊົນທ້ອງຖິ່ນກໍໄດ້ພາກັນເຂົ້າຮ່ວມເຮັດວຽກນຳໂຄງການແລະມີລາຍຮັບຫຼາຍສົມຄວນ. ແຕ່ວ່າ, ເມື່ອຜະລິດຕະພັນສາທາລະນະດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກທົ່ວໂລກ, ນັກການເມືອງອາເມຣິກາທີ່ຍຶດຖືແນວຄິດສົງຄາມເຢັນພັດໄດ້ເສກສັນປັ້ນແຕ່ງຄວາມຫຼອກລວງອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ”. ປະເທດທີ່ເຂົ້າຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຕົກຢູ່ໃນສະພາບ: “ກັບດັກໜີ້ສິນ” ແທ້ຫຼືບໍ່? ຄວາມຈິງຈະເປັນຫຼັກຖານທີ່ດີທີ່ສຸດ. ເລີ່ມແຕ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເມື່ອປີ 2013 ເປັນຕົ້ນມາ, ຕົວເລກສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໜີ້ສິນຂອງປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງນັ້ນ, ໜີ້ສິນກ່ຽວກັບໂຄງການຮ່ວມມືກັບຈີນແມ່ນໜ້ອຍທີ່ສຸດ, ນັບມາຮອດປັດຈຸບັນບໍ່ມີປະເທດໃດໄດ້ຕົກເຂົ້າສູ່ສະພາບອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ” ຍ້ອນການຮ່ວມມືກັບຈີນ. ສຳລັບຫຼາຍປະເທດໃນໂລກແລ້ວ, “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມໝາຍແນວໃດ? ພຶດຕິກຳຕົວຈິງໃນ ...

Read More »

ເຊື່ອວ່າ ຫຼາຍໆຄົນຕ້ອງມີພຶດຕິກຳການຊື້ ທີ່ບໍ່ມີເຫດຜົນ ແມ່ນບໍ່?

ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດທັງຫຼາຍ ໃນປີທີ່ຜ່ານມາທ່ານໄດ້ເຫັນແລ້ວວ່າ ບ້ານເຮົາມີທຸລະກິດຫຼາຍປະເພດທີ່ເປີດຂຶ້ນມາໃໝ່ ແລະກໍມີທຸລະກິດຈຳນວນຫຼວງຫຼາຍ ທີ່ທົນຕໍ່ສະພາບການແຂ່ງຂັນທີ່ດຸເດືອດ, ປັບຕົວກັບການປ່ຽນແປງຂອງຕະຫຼາດ ແລະພຶດຕິກຳຂອງຜູ້ບໍລິໂພກ ຍຸກ 5.0 ບໍ່ທ່ວງທັນ ຈົນຕ້ອງຈຳໃຈປິດກິດຈະການໄປ. ເຊິ່ງເມື່ອວິເຄາະແລ້ວ ບັນຫາຫຼັກໆ ທີ່ເຮັດໃຫ້ທຸລະກິດເຫຼົ່ານັ້ນ ຕ້ອງຕົກຢູ່ໃນສະພາບຝືດເຄືອງ ຍອດຂາຍຕົກຕ່ຳແບບຕໍ່ເນື່ອງ ສາຍເຫດມາຈາກການຂາດຄວາມຮູ້ທາງການຕະຫຼາດ ບໍ່ວ່າຈະເປັນ ການຂາດການວາງຍຸດທະສາດ ແລະການປະເມີນຜົນທີ່ເໝາະສົມ, ບໍ່ມີການເຈາະຈົງກຸ່ມເປົ້າໝາຍທີ່ແນ່ນອນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຄວາມຕ້ອງການ ແລະພຶດຕິກຳການຊື້ ຂອງກຸ່ມເປົ້າໝາຍສະເພາະ ແລ້ວຍັງປ່ຽນແປງໄປຕາມປັດໄຈພາຍນອກ ແລະຄວາມກ້າວໜ້າທາງເຕັກໂນໂລຊີນຳອີກ. ນອກຈາກນີ້ ໃນປີທີ່ຜ່ານມາ ບັນດາທ່ານກໍອາດເຄີຍໄດ້ຍິນຜ່ານໆຫູ ກ່ຽວກັບຄວາມຮູ້ທາງການຕະຫຼາດແບບໃໝ່ ທີ່ເອີ້ນວ່າ: ການຕະຫຼາດແບບປະສາດວິທະຍາ (Neuroscience / Neuromarketing) ທີ່ໃຊ້ເຄື່ອງມືທາງວິທະຍາສາດ ເຂົ້າມາສຶກສາການເຮັດວຽກຂອງສະໝອງຄົນ ສາມາດຈັບຄື່ນສະໝອງ ຈັບສັນຍານ ຄວາມເຄື່ອນໄຫວຂອງສາຍຕາ ອັດຕາການເຕັ້ນຂອງຫົວໃຈ ອາລົມຄວາມຮູ້ສຶກ ແລະອື່ນໆ. ເຮັດໃຫ້ເຂົ້າໃຈຂະບວນການຄິດຂອງຄົນ ປະຕິກິລິຍາຕອບສະໜອງຕໍ່ໂຄສະນາສິນຄ້າຕ່າງໆ. ສະນັ້ນ, ຄວາມຮູ້ຂະແໜງນີ້ ຈຶ່ງກາຍເປັນອີກເຄື່ອງມືໜຶ່ງທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ໃນວົງການການຕະຫຼາດ ຖືກນຳໃຊ້ວິເຄາະເພື່ອຊອກຫາ ຂໍ້ມູນລູກຄ້າແບບເຈາະເລິກ (Customer insights) ເຊິ່ງເຮັດໃຫ້ການວາງແຜນການຕະຫຼາດ ການຜະລິດສື່ໂຄສະນາມີປະສິດທິພາບຫຼາຍຂຶ້ນ. ຈາກການສຳຫຼວດພຶດຕິກຳການຊື້ ໂດຍໃຊ້ການຕະຫຼາດແບບປະສາດວິທະຍາ ເຫັນວ່າ 75% ...

Read More »

ຄວາມແຕກຕ່າງ ທີ່ຂາດກັນບໍ່ໄດ້ ລະຫວ່າງ ການຕະຫຼາດ ແລະ ການຂາຍ indispensable differences between marketing and sales

ເວລາທີ່ທ່ານເຫັນປະກາດຮັບສະໝັກງານ ຕຳແໜ່ງພະນັກງານຂາຍ (Sales) ແລະ ການຕະຫຼາດ (Marketing) ຫຼືບາງບໍລິສັດກໍປະກາດຕຳແໜ່ງ ພະນັກງານຂາຍ ແລະການຕະຫຼາດ (Sales & Marketing) ທ່ານເຄີຍສົງໄສບໍ່ວ່າ ໜ້າທີ່ຫຼັກໆ ຂອງພະນັກງານຂາຍ ແລະການຕະຫຼາດ ສຳຄັນແຕກຕ່າງກັນແນວໃດກັນແທ້, ນອກຈາກນີ້ ໃນຖານະຜູ້ປະກອບການ ຫຼືຜູ້ທີ່ສົນໃຈສຶກສາການສ້າງທຸລະກິດ ແລະການຕະຫຼາດຫຼາຍທ່ານ ກໍອາດເຄີຍພົບຈຸດທີ່ສັບສົນ ຫຼືຈັງຫວະທີ່ຕ້ອງຖາມຕົວເອງວ່າ ກິດຈະກຳນີ້ ເປັນໜ້າທີ່ຂອງຝ່າຍການຕະຫຼາດ ຫຼື ຝ່າຍຂາຍ? ສະນັ້ນ ມື້ນີ້ວາລະສານທາເກັດຈະມາໄຈ້ແຍກໃຫ້ທ່ານຟັງ Marketing ຫຼື ການຕະຫຼາດ: ໝາຍເຖິງການສື່ສານໃຫ້ຜູ້ບໍລິໂພກເຂົ້າໃຈເຖິງເຫດຜົນ ວ່າເປັນຫຍັງຈຶ່ງຄວນຊື້ສິນຄ້າ ແລະບໍລິການທີ່ບໍລິສັດທ່ານນຳສະເໜີ (our offerings) ຫຼາຍກວ່າສິນຄ້າ ຫຼື ບໍລິການຂອງຄູ່ແຂ່ງ. ສະນັັ້ນ ໜ້າທີ່ຂອງທີມການຕະຫຼາດ ຈຶ່່ງແມ່ນການວາງຍຸດທະສາດ ການຄິດກ່ຽວກັບຍີ່ຫໍ້ (Branding) ການສ້າງສື່ (Media) ແລະອື່ນໆ ເພື່ອນຳໄປສູ່ຄວາມຕ້ອງການຊື້ສິນຄ້າ ແລະບໍລິການຂອງບໍລິສັດ. ຄວາມແຕກຕ່າງລະຫວ່າງ ນັກການຕະຫຼາດທີ່ເກັ່ງ ແລະນັກການຕະຫຼາດທົ່ວໄປ ຈຶ່ງແມ່ນຄວາມສາມາດໃນການເລືອກເຄື່ອງມື ວິທີການ ແລະຂໍ້ຄວາມທີ່ໃຊ້ສື່ສານ (Marketing Message) ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ຈື່ຈຳ ແລະສາມາດຈູງໃຈຈົນເກີດຄວາມຕ້ອງການສິນຄ້າ ...

Read More »

ລ້ຽງລູກດ້ວຍວິທີໃດໃຫ້ມີຄຸນະພາບ ແລະ ເໝາະກັບຍຸກສະໄໝ ດີຈິຕອນ 5.0

ສະບາຍດີທ່ານຜູ້ອ່ານທຸກໆທ່ານທີ່ຮັກແພງ ແລະ ນັບຖືເປັນຢ່າງສູງ, ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ, ຕື່ນເຕັ້ນ ແລະ ດີອົກດີໃຈເປັນພິເສດທີ່ໄດ້ຂຽນບົດຄວາມກ່ຽວກັບວິທີລ້ຽງລູກຢູ່ວາລະສານທາກເກັດອັນຊົງຄຸນຄ່າແຫ່ງນີ້. ເມື່ອເວົ້າເຖິງສະໄໝ 30 ປີກ່ອນ, ທີ່ຂ້າພະເຈົ້າຍັງເປັນເດັກນ້ອຍປະມານ 10 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ລ້ຽງລູກດ້ວຍວິທີໃຫ້ຕິດພັນກັບທໍາມະຊາດ ແລະ ໃຫ້ອິດສະຫຼະພາບທາງຄວາມຄິດຫຼາຍທີ່ສຸດ, ນັ້ນກໍຄືພໍ່ແມ່ອະນຸຍາດໃຫ້ຂ້າພະເຈົ້າໄດ້ໄປແລ່ນຫຼິ້ນຢູ່ທົ່ງໄຮ່ທົງນາທີ່ຂຽວງາມມີຕົ້ນເຂົ້າເຕັມທົ່ງນາ, ບາງເທື່ອກໍໄປສະປາ, ໄປຈັບຕັກກະແຕນ, ໄປແລ່ນວ່າວຢູ່ທົ່ງນາອັນແສນກ້ວາງໃຫຍ່ໄພສານ. ບາງເວລາຂ້າພະເຈົ້າກໍໄດ້ໄປແລ່ນຫຼິ້ນຢູ່ກາງເດີ່ນບ້ານນໍາໝູ່ເພື່ອນ, ເຮັດກິດຈະກໍາຫຼາຍໆຢ່າງເຊັ່ນ: ຫຼິ້ນບ່າຈິລຸ້ນ, ຫຼິ້ນເຕັ້ນຢາງ, ຫຼິ້ນເຕັ້ນໄຮ່ນາ, ຫຼິ້ນຈາດແປັກ, ຫຼິ້ນຄິດໃນແກ່ນໝາກຂາມ…ທີ່ກໍາລັງເປັນກິດຈະກໍາການຫຼິ້ນທີ່ນິຍົມສໍາລັບເດັກນ້ອຍໃນສະໄໝນັ້ນ, ອາດຈະເປັນຍ້ອນຂ້າພະເຈົ້າໄດ້ແລ່ນຫຼິ້ນນໍາໝູ່ເພື່ອນຢູ່ທົ່ງນາອັນກ້ວາງໃຫຍ່ສີຂຽວສະບາຍຕາສະບາຍໃຈ ຕັ້ງແຕ່ຍັງນ້ອຍໆນີ້ບໍຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ, ກ້າຮຽນຮູ້ສິ່ງໃໝ່ໆ, ກ້າລອງຜິດລອງຖືກ, ຮັກຄວາມຄິດສ້າງສັນ ແລະ ຮັກການສ້າງຄວາມສໍາພັນທີ່ດີກັບໝູ່ເພື່ອນຢ່າງສະໝໍ່າສະເໝີ, ຕ້ອງຂອບໃຈພໍ່ແມ່ຂ້າພະເຈົ້າທີ່ໄດ້ໃຫ້ຂ້າພະເຈົ້າໄດ້ໃຊ້ຊີວິດຕິດພັນກັບທໍາມະຊາດ ແລະ ໃຊ້ຊີວິດຮ່ວມກັບໝູ່ເພື່ອນເປັນກຸ່ມກ້ອນ. 30 ປີໄດ້ຜ່ານພົ້ນໄປຢ່າງໄວວາເໝືອນດັ່ງສາຍນໍ້າໄຫຼທີ່ບໍ່ມີວັນໄຫຼຢ້ອນກັບມາ, ຈົນຂ້າພະເຈົ້າບໍ່ຢາກເຊື່ອຕົນເອງວ່າຕອນນີ້ອາຍຸຂອງຂ້າພະເຈົ້າໄດ້ກ້າວເຂົ້າ 40 ປີແລ້ວ, ເປັນຕາໜ້າເສຍດາຍ ແລະ ຄ້ອຍອົກຄ້ອຍໃຈເອົາແທ້ເອົາວ່າທີ່ທົ່ງໄຮ່ທົ່ງນາ ໄດ້ເຄີຍເປັນບ່ອນແລ່ນຫຼິ້ນຫົວສະອິກສະອ້ອຍກັບໝູ່ເພື່ອນ ໃນເມື່ອກ່ອນນັ້ນໄດ້ກາຍເປັນເຮືອນຫຼັງໃຫຍ່ ແລະ ຖະໜົນຫົນທາງໄປໝົດແລ້ວ. ຕອນນີ້ຂ້າພະເຈົ້າມີລູກຊາຍສຸດທີ່ຮັກ 2​ ຄົນ, ຜູ້ກົກອາຍຸ 7 ປີ ແລະ ຜູ້ຫຼ້າອາຍຸ 1 ປີ. ຂ້າພະເຈົ້າຄົງບໍ່ສາມາດລ້ຽງລູກໃຫ້ຄືກັນກັບຕອນຂ້າພະເຈົ້າຍັງນ້ອຍໄດ້ຢ່າງສົມບູນ, ...

Read More »

ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ

ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...

Read More »

ຜົນກະທົບຈາກການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບ ສາຍພັນໃໝ່ COVID-19 ຕໍ່ເສດຖະກິດໃນທົ່ວໂລກ.

  ໃນໄລຍະທ້າຍປີ 2019 ຫາຕົ້ນປີ 2020 ສະພາບເສດຖະກິດຂອງໂລກມີການຜັນແປໄປຢ່າງຕໍ່ເນື່ອງ ແລະ ບໍ່ມີຄວາມແນ່ນອນ ເຮັດໃຫ້ເສດຖະກິດໂລກໂດຍລວມຂະຫຍາຍຕົວຊ້າລົງ. ການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ທີ່ໄດ້ເລີ່ມແຜ່ກະຈາຍເຊື້ອຈາກເມືອງອູຮານ ແຂວງຮູເປີຍ ສປ ຈີນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຄົນໃນສັງຄົມໂລກ, ສັ່ນຄອນຄວາມເຊື່ອໝັ້ນຂອງການລົງທຶນ ແລະ ສ້າງຄວາມບໍ່ແນ່ນອນໃຫ້ກັບເສດຖະກິດ ແລະ ການເງິນໃນທົ່ວໂລກ. ບົດຄວາມນີ້ ຈະໄດ້ນຳສະເໜີໃຫ້ບັນດາທ່ານໄດ້ເຫັນຄວາມບໍ່ແນ່ນອນທີ່ສົ່ງຜົນກະທົບ ແລະ ສາມາດເຮັດໃຫ້ເສດຖະກິດຢຸດສະຫງັກໄດ້ຈາກ COVID-19. ຖ້າເວົ້າເຖິງລະບົບເສດຖະກິດໃດໜຶ່ງແລ້ວ ພວກເຮົາຈະຄິດເຖິງບັນດາກິດຈະກຳທີ່ມີລັກສະນະເປັນຕ່ອງໂສ້ການສະໜອງ ແລະ ບໍລິການຕໍ່ກັນ ໂດຍປົກກະຕິແລ້ວຈະເລີ່ມຈາກການຜະລິດຂອງຜູ້ຜະລິດ ທີ່ຊົມໃຊ້ແຮງງານ ແລະ ປັດໄຈການຜະລິດອື່ນໃຫ້ກາຍເປັນສິນຄ້າ ແລະ ບໍລິການ ກ້າວໄປເຖິງການຊົມໃຊ້ຜະລິດຕະພັນຕົວຈິງຂອງຜູ້ບໍລິໂພກໂດຍຜ່ານການແລກປ່ຽນຊື້-ຂາຍ ແລະ ການກະຈາຍຂອງຕົວກາງເພື່ອສ້າງມູນຄ່າເພີ່ມທາງເສດຖະກິດ ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ບໍ່ສິ້ນສຸດຂອງຄົນ. ຂະບວນການເຫຼົ່ານີ້ໄດ້ຖືກກະທົບຈາກການແຜ່ລະບາດຂອງ COVID-19 ເຊິ່ງເຮັດໃຫ້ເກີດການຢຸດຊົ່ວຄາວຂອງເສດຖະກິດດັ່ງນີ້: (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...

Read More »

ແນວຄິດການລິເລີ່ມທຸລະກິດ ໃຫ້ປະສົບຜົນສຳເລັດ

ໃນຍຸກປັດຈຸບັນ ການປະກອບອາຊີບພຽງອາຊີບດຽວອາດບໍ່ພຽງພໍຕໍ່ລາຍຈ່າຍຕົວຈິງ ຫຼາຍໆຄົນຈື່ງເລີ່ມແນມຫາຊ່ອງທາງການສ້າງລາຍໄດ້ເພີ່ມ ບໍ່ວ່າຈະເປັນລົງທຶນເພື່ອໃຫ້ຊັບສິນທີ່ມີຢູ່ເກີດດອກອອກຜົນ ຫຼື ການຕັດສິນໃຈ ດຳເນີນທຸລະກິດຂອງຕົນເອງ. ແຕ່ບໍ່ວ່າຈະເປັນທາງໃດແມ່ນກໍບໍ່ງ່າຍເລີຍ ເນື່ອງຈາກທ່ານຕ້ອງມີຄວາມຮູ້ສະເພາະດ້ານນັ້ນໆ ແລະ ມີເງິນທຶນທີ່ພຽງພໍ, ແຕ່ທ່ານຮູ້ ຫຼື ບໍ່ວ່າທັດສະນະແນວຄິດຂອງເຈົ້າຂອງທຸລະກິດກໍຖືເປັນໜຶ່ງໃນປັດໄຈຫຼັກທີ່ສຳຄັນ ເພາະທັດສະນະທີ່ດີຍ່ອມສົ່ງຜົນທີ່ດີໃຫ້ການດຳເນີນທຸລະກິດ. ແຕ່ແນວໃດຈຶ່ງຈະເອີ້ນວ່າທັດສະນະທີ່ສົ່ງເສີມໃຫ້ທຸລະກິດປະສົບຜົນສຳເລັດ? ດັ່ງນັ້ນ, ຜູ້ຂຽນຈຶ່ງໄດ້ນຳເອົາທັດສະນະແນວຄິດທີ່ທ່ານຄວນມີ ເພື່ອບັນລຸຜົນສຳເລັດໃນການເລີ່ມຕົ້ນເຮັດທຸລະກິດມາໃຫ້ອ່ານນຳກັນ. ອັນດັບທຳອິດ ທ່ານຕ້ອງຮູ້ຈັກຕົວເອງ ແລະ ຮັກໃນສິ່ງທີ່ຢາກເຮັດ ຕ້ອງຮູ້ວ່າຕົວເອງມີຄວາມມັກ ຫຼື ສົນໃຈໃນສິ່ງໃດ ເຊິ່ງໃນນີ້ແມ່ນໝາຍເຖິງປະເພດທຸລະກິດທີ່ທ່ານຢາກເຮັດ. ການຄົ້ນຫາຕົນເອງມີຄວາມສຳຄັນຫຼາຍ ເພາະການຮູ້ຈັກຕົວເອງ ແລະ ສິ່ງທີ່ສົນໃຈຖືເປັນບາດກ້າວທຳອິດທີ່ພາທ່ານໄປສູ່ການຊອກຮູ້ໃນລາຍລະອຽດທີ່ຈຳເປັນສຳລັບການວາງແຜນກ່ຽວກັບທຸລະກິດຂອງທ່ານໃນຂັ້ນຕໍ່ໄປ. ຄຽງຄູ່ກັນນັ້ນ, ການຮັກໃນສິ່ງທີ່ເຮັດນັ້ນ ເຮົາຈະເຮັດໄດ້ດີກວ່າສະເໝີ ເພາະເຮົາຈະມີຄວາມກະຕືລືລົ້ນຢາກປະສົບຜົນສຳເລັດ ເຮັດໃຫ້ມີການສຸມແຮງກາຍ ແລະ ແຮງໃຈໃສ່ເພື່ອໃຫ້ບັນລຸເປົ້າໝາຍ. ຫຼັງຈາກທີ່ຄົ້ນພົບທຸລະກິດທີ່ທ່ານສົນໃຈແລ້ວ ທ່ານຕ້ອງມີຄວາມຄິດທີ່ສ້າງສັນທີ່ແຕກຕ່າງ ເພື່ອເຮັດທຸລະກິດຂອງທ່ານມີເອກະລັກ ລວມທັງຍຸດທະສາດການຕະຫຼາດທີ່ແປກໃໝ່ເພື່ອດຶງດູດລູກຄ້າ ເຊິ່ງທັກສະເຫຼົ່ານີ້ສາມາດໄດ້ຈາກທັງພອນສະຫວັນ ແລະ ພອນສະແຫວງ ດ້ວຍການຊອກຮູ້, ການເປີດໃຈຕໍ່ສິ່ງໃໝ່ ແລະ ຄວາມປັບຕົວຕໍ່ກັບການປ່ຽນແປງ ແລະ ໝູນໃຊ້ບົດຮຽນໃຫ້ເກີດປະໂຫຍດ. ນອກນັ້ນ ການເຊື່ອໝັ້ນໃນຕົນເອງ ກໍເປັນອີກທັດສະນະສຳຄັນໜຶ່ງທີ່ທ່ານຕ້ອງມີ ໂດຍທ່ານຕ້ອງເຊື່ອວ່າແນວຄິດກ່ຽວກັບທຸລະກິດຂອງທ່ານສາມາດເປັນໄປໄດ້, ເຊື່ອວ່າຕົນເອງຕ້ອງເຮັດໄດ້ ແລະ ເຊື່ອວ່າຕົນເອງສາມາດຜ່ານຜ່າອຸປະສັກທີ່ອາດຈະເກີດຂຶ້ນ ແລະ ໄປເຖິງເປົ້າໝາຍທີ່ຕັ້ງໄວ້ ...

Read More »

ເມື່ອເກີດຂໍ້ຂັດແຍ່ງຈາກການເຮັດທຸລະກິດຈະແກ້ໄຂແນວໃດ?

ໃນການດໍາເນີນທຸະກິດ ແນ່ນອນວ່າບໍ່ໄດ້ງ່າຍສະເໝີໄປ ເພາະມີບັນຫາໃຫ້ແກ້ໄຂ ແລະປັບປຸງຢູ່ຕະຫຼອດເວລາ ເຊິ່ງບາງຄັ້ງ ອາດຫຼີກບໍ່ພົ້ນເລື່ອງຂອງການເກີດຂໍ້ຂັດແຍ່ງ ກັບຄູ່ຮ່ວມທຸລະກິດ ເຊິ່ງອາດເກີດມາຈາກ ການບໍ່ປະຕິບັດຕາມສັນຍາ ຫຼື ປະຕິບັດສັນຍາ ແບບບໍ່ມີຄຸນນະພາບເຊິ່ງສ້າງຄວາມເສຍຫາຍ ຫຼື ຄວາມບໍ່ພໍໃຈ ໃຫ້ແກ່ຄູ່ຮ່ວມທຸລະກິດ. ເມື່ອສັນຍາທີ່ເຊັນກັນ ບໍ່ໄດ້ຮັບການປະຕິບັດ ຜູ້ໄດ້ຮັບຄວາມເສຍຫາຍ ອາດຕັ້ງຄໍາຖາມວ່າ ຕົນເອງຄວນເຮັດແນວໃດ, ເລີ່ມຈາກຂັ້ນຕອນໃດ ແລະ ມີວິທີການແກ້ໄຂທາງກົດໝາຍແນວໃດເພື່ອປົກປ້ອງທຸລະກິດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ເກີີດຂຶ້ນຈາກການດໍາເນີນທຸລະກິດນັ້ນ ສາມາດແກ້ໄຂໄດ້ດ້ວຍຫຼາຍວິທີດ້ວຍກັນ ໂດຍຂຶ້ນກັບວ່າ ສັນຍາທີ່ໄດ້ເຊັນກັນນັ້ນ ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ແບບໃດ. ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ຄູ່ກໍລະນີ ກໍສາມາດພິຈາລະນາ ເລືອກເອົາວິທີການແກ້ໄຂຂໍ້ຂັດແຍ່ງໃດໜຶ່ງ ທີ່ເຫັນວ່າເໝາະສົມ ຂ້າງລຸ່ມນີ້: ການແກ້ໄຂຂໍ້ຂັດແຍ່ງ ດ້ວຍການປະນີປະນອມໂດຍ ຄູ່ຮ່ວມທຸລະກິດ…. ການແກ້ໄຂຂໍ້ຂັດແຍ່ງ ດ້ວຍຄູ່ຮ່ວມທຸລະກິດເອງ ຖືເປັນບາດກ້າວທໍາອິດໃນການເລີ່ມຕົ້ນທີ່ດີ ໃນການແກ້ໄຂບັນຫາ ໂດຍຜູ້ໄດ້ຮັບຄວາມເສຍຫາຍ ຄວນແຈ້ງເປັນລາຍລັກອັກສອນໃຫ້ ແກ່ອີກຝ່າຍຮັບຮູ້ ຕໍ່ການລະເມີດນັ້ນ ແລະ ເພື່ອໃຫ້ຢຸດເຊົາການລະເມີດສັນຍາດັ່ງກ່າວ. ການແຈ້ງເປັນລາຍລັກອັກສອນ ໃຫ້ຄູ່ກໍລະນີທີ່ລະເມີດສັນຍາ ແມ່ນເປັນຜົນດີອີກຢ່າງໜຶ່ງ ເພາະຖືໄດ້ວ່າ ເຮົາບໍ່ໄດ້ຍອມຮັບ ຫຼື ເຫັນດີໃຫ້ມີການລະເມີດດັ່ງກ່າວ. ແຕ່ໂດຍສ່ວນໃຫຍ່ການແກ້ໄຂໃນລັກສະນີ້ ບໍ່ໄດ້ຮັບຜົນດີ ...

Read More »

ທ່ວງທ່າຂອງອຸດສາຫະກຳຕິດຫຍິບລາວ

ອຸດສາຫະກຳຕັດຫຍິບ ແມ່ນໜຶ່ງໃນຂະແໜງອຸດສາຫະກໍາທີ່ສຳຄັນ ຕີລາຄາໄດ້ຈາກປະກອບສ່ວນຕໍ່ການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບຈາກການສົ່ງອອກ.​ ເລີ່ມແຕ່ຊຸມປີ 90 ທີ່ມີຫົວໜ່ວຍການຜະລິດພຽງແຕ່ 5 ໂຮງງານ ໂດຍຈຳນວນໂຮງງານຕັດຫຍິບເພີ່ມຂຶ້ນເຖິງ 130 ແຫ່ງຮອດປີ 2013 (ໃນນີ້ ແບ່ງເປັນໂຮງງານຕັດຫຍິບທີ່ສົ່ງອອກໂດຍກົງ 107 ແຫ່ງ ສ່ວນທີ່ເຫຼືອແມ່ນໂຮງງານຮັບເໝົາຜະລິດໃຫ້ໂຮງງານທີ່ສົ່ງອອກ ຫຼື sub-contractors). ຂະແໜງນີ້ສ້າງວຽກເຮັດງານທຳໃຫ້ 32.000 ຄົນ ແລະ ມີມູນຄ່າການສົ່ງອອກ 201,8 ລ້ານໂດລາສະຫະລັດ ໃນປີ 2013.​ ອີງຕາມຂໍ້ມູນຂອງສະມາຄົມອຸດສາຫະກຳຕັດຫຍິບລາວ, ການລົງທຶນສ່ວນໃຫຍ່ໃນອຸດສາຫະກຳນີ້ ແມ່ນມາຈາກນັກລົງທຶນຍີ່ປຸ່ນ, ຮອງລົງມາແມ່ນໄທ ແລະ ມີທ່ວງທ່າວ່າຈະມີການລົງທຶນຈາກຈີນຫຼາຍຂຶ້ນ. ປັດຈຸບັນ ອຸດສາຫະກຳຕັດຫຍິບ ມີການຈ້າງງານທາງກົງປະມານ 26.000 ຄົນ (90% ເປັນແມ່ຍິງ). ໂຮງງານຫຼາຍແຫ່ງໄດ້ການຮັບຮອງມາດຕະຖານສາກົນ ໂດຍສະເພາະ ມາດຕະຖານ ISO 9001 ແລະ ບາງແຫ່ງກໍໄດ້ມາດຕະຖານຄວາມຮັບຜິດຊອບດ້ານສັງຄົມ (SA8000). (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ...

Read More »

ມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບການລະບາດພະຍາດ Covid-19

ຈາກການແຜ່ລະບາດຂອງພະຍາດ Covid-19 ໃນປະເທດເຮົາໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ. ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ອອກບົດລາຍງານຜົນຄົ້ນຄວ້າການແຜ່ລະບາດຂອງພະຍາດ Covid-19; ຜົນກະທົບທາງເສດຖະກິດ ແລະ ຂໍ້ສະເໜີແນະບາງມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວປະຈໍາເດືອນ ເມສາ 2020 ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ເຊິ່ງຄາດຄະເນວ່າ ເສດຖະກິດແຫ່ງຊາດ GDP ຈະເຕີບໂຕໃນລະດັບ 3,3% ໃນປີ 2020 ຕໍ່າກວ່າປີ 2019 ໂດຍໃນປີນັ້ນເຕີບໂຕ 6,1%; ທະນາຄານ ADB ຄາດວ່າ 3,5%; ທະນາຄານໂລກ WB 3,6%; ກອງທຶນສາກົນ IMF 0,7%. ສໍາລັບປີ 2020 ທຸລະກິດທ່ອງທ່ຽວເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ຄາດວ່າຈະສູນເສຍລາຍຮັບບໍ່ຫຼຸດ 350 ລ້ານໂດລາ ຫຼືປະມານ 3.111 ຕື້ກີບ. ຕໍ່ມາແມ່ນການຄ້າຕ່າງປະເທດຄາດວ່າຈະສູນເສຍລາຍຮັບຈາກການສົ່ງອອກປະມານ 483,3 ລ້ານໂດລາ ຫຼືປະມານ 4,243 ຕື້ກີບ… ກ່ອນໜ້ານັ້ນຄືໃນວັນທີ 02 ເມສາ 2020 ລັດຖະບານໄດ້ຖະແຫຼງຂ່າວ ...

Read More »