Macro Economic

ການແຜ່ລະບາດຂອງພະຍາດ COVID-19 ແລະ ຜົນກະທົບທາງເສດຖະກິດຕໍ່ກັບວິສາຫະກິດໃນ ສປປ ລາວ

ລະດັບຜົນກະທົບຕໍ່ກັບເສດຖະກິດທາງດ້ານວິສາຫະກິດໃນລາວໂດຍຫຍໍ້ ໂດຍນໍາໃຊ້ຖານຂໍ້ມູນວິສາຫະກິດແຫ່ງຊາດ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ (ມີນາ 2020), ບົດປະເມີນວິສາຫະກິດເບື້ອງຕົ້ນສະບັບນີ້ ຄະນະຄົ້ນຄວ້າໄດ້ໝູນໃຊ້ຂໍ້ມູນຈໍານວນວິສາຫະກິດຢູ່ໃນ ສປປ ລາວ ເພື່ອສ້າງດັດສະນີຂອງວິສາຫະກິດທີ່ຄາດວ່າຈະຖືກຜົນກະທົບຈາກ COVID-19 (Compose Index of Effected Enterprises). ຜົນກະທົບຂອງ COVID-19 ຕໍ່ກັບວິສາຫະກິດຈະຖືກແບ່ງອອກເປັນ 2 ຂັ້ນ, ເຊິ່ງສະແດງໃຫ້ເຫັນຢູ່ໃນຮູບທີ 1. ວິສາຫະກິດໃນຂັ້ນ ຫຼື ກຸ່ມ Tier 1 ເປັນກຸ່ມທີ່ໄດ້ຮັບຜົນກະທົບຈາກຄື້ນໜ່ວຍ ທໍາອິດ (first wave) ຂອງ COVID-19, ເຊິ່ງປະກອບດ້ວຍວິສາຫະກິດທີ່ຕິດພັນກັບວຽກງານທ່ອງທ່ຽວ ແລະ ບໍລິການ ໄດ້ແກ່: ວິສາຫະກິດທ່ອງທ່ຽວ, ທີ່ພັກອາໄສ, ຮ້ານອາຫານ ແລະ ເຄື່ອງດື່ມ, ການບັນເທີງ, ການຂົນສົ່ງໂດຍສານ, ການສຶກສາ ແລະ ການບໍລິການອື່ນໆ ເຊິ່ງຖືກກະທົບໂດຍກົງຈາກສະພາບເສດຖະກິດ ແລະ ບັນດາມາດຕະການພາກລັດໃນຂັ້ນຕົ້ນ. ໃນນັ້ນ, ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ແລະ ນະ ຄອນຫຼວງພະບາງ ທີ່ມີຈໍານວນວິສາຫະກິດຢູ່ໃນເກນລະດັບທີ ...

Read More »

ຍາກກວ່າການເຮັດທຸລະກິດ ຄືການຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ!

ການເຮັດທຸລະກິດທຸກໆປະເພດລ້ວນແລ້ວແຕ່ມີຈຸດປະສົງດຽວກັນຄື “ການປະສົບຄວາມສໍາເລັດ” ແລ້ວກ່ອນທີ່ຈະໄປຮອດຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກເກີນໄປສໍາລັບຜູ້ທີ່ຕັ້ງໃຈ, ເຮົາສາມາດສັງເກດເຫັນໄດ້ດີໃນປັດຈຸບັນວ່າ ມີບັນດາຫົວໜ່ວຍທຸລະກິດເກີດຂຶ້ນມາຢ່າງຫຼວງຫຼາຍ ໃນນັ້ນກໍມີທັງລົ້ມເຫຼວ ແລະ ປະສົບຜົນສໍາເລັດ ນັ້ນກໍບໍ່ແມ່ນເລື່ອງທີ່ແປກເລີຍສໍາລັບວົງການທຸລະກິດ ຍິ່ງທຸກມື້ນີ້ທີ່ມີການແຂ່ງຂັນຂ້ອນຂ້າງສູງ ທັງທາງດ້ານຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ… ບາງຄົນມີຄວາມຄິດທີ່ໜ້າສົນໃຈ, ສ້າງສັນຜົນງານອອກມາດີ ແຕ່ບໍ່ສາມາດເຂົ້າເຖິງລູກຄ້າໄດ້, ລູກຄ້າບໍ່ຊື້ ຍ້ອນການຕະຫຼາດເຂົ້າບໍ່ເຖິງກຸ່ມເປົ້າໝາຍ; ບາງຄົນຄວາມຄິດສ້າງສັນພໍໃຊ້ໄດ້ ແຕ່ນໍາເຕັກໂນໂລຊີເຂົ້າມາໃຊ້ເພີ່ມຄວາມແປກໃໝ່ກໍສາມາດດຶງດູດລູກຄ້າໃຫ້ເຂົ້າມາຫາໄດ້. ສິ່ງທີ່ກ່າວມາທັງໝົດນີ້ ແມ່ນຄວາມທ້າທາຍຂອງຜູ້ປະກອບການທີ່ຕ້ອງຊອກຫາຄໍາຕອບວ່າ “ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າທ່ານແມ່ນຫຍັງ” ຖ້າສາມາດຊອກຄໍາຕອບນີ້ໄດ້ ຄວາມສໍາເລັດໃນທຸລະກິດຂອງທ່ານກໍຢູ່ບໍ່ໄກເກີນເອື້ອມ… ວາລະສານທາເກັດສະບັບນີ້ເລີຍຢາກຈະມານໍາສະເໜີກ່ຽວກັບວິທີການ ຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເພື່ອນໍາພາທຸລະກິດທ່ານໃຫ້ປະສົບຄວາມສໍາເລັດ ສໍາລັບໃຜທີ່ເຄີຍເຮັດທຸລະກິດຈະຮູ້ດີວ່າ ທຸກຄັ້ງທີ່ຈະສ້າງສິນຄ້າ ຫຼືບໍລິການໃດໜຶ່ງຂຶ້ນມານັ້ນ ສິ່ງທີ່ຕ້ອງເຮັດເພື່ອເຂົ້າເຖິງລູກຄ້າໄດ້ກໍຄື ການສໍາຫຼວດ ເຊິ່ງມີຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ແຕ່ຄໍາຖາມສ່ວນໃຫຍ່ຈະເປັນລັກສະນະດຽວກັນຄື “ເຈົ້າຢາກໃຫ້ສິນຄ້າ ຫຼືການບໍລິການຂອງພວກເຮົາອອກມາໃນຮູບແບບໃດ” ເຊິ່ງຄໍາຕອບທີ່ໄດ້ສ່ວນໃຫຍ່ແມ່ນ “ສິນຄ້າ ຫຼືການບໍລິການທີ່ດີທີ່ສຸດ” ຫຼັງຈາກນັ້ນກໍມານັ່ງວິເຄາະເພື່ອຊອກຫາຄວາມໝາຍຂອງຄໍາວ່າ “ດີທີ່ສຸດ” ເພື່ອນໍາມາສ້າງສັນຜົນງານໃຫ້ອອກມາຖືກໃຈລູກຄ້າທີ່ສຸດ, ແຕ່ທ່ານເຄີຍສັງເກດບໍ່ວ່າ ຫຼາຍຄັ້ງທີ່ເກັບຂໍ້ມູນມາໄດ້ ຮູ້ວ່າລູກຄ້າຕ້ອງການຫຍັງ ແລ້ວນໍາມາສ້າງສັນສິ່ງທີ່ສ້າງ “ຜົນໄດ້ຮັບ”ເຫຼົ່ານັ້ນອອກມາຈົນສໍາເລັດ ແຕ່ກໍຍັງບໍ່ສາມາດດຶງດູດລູກຄ້າໄດ້ເທົ່າທີ່ຄວນ, ຮູ້ແບບນີ້ແລ້ວທ່ານຍັງຈະເຮັດການສໍາຫຼວດແບບເກົ່າຊໍ້າໆໃຫ້ເສຍເວລາເຮັດຫຍັງ? ສະນັ້ນ ຈຶ່ງແນະນໍາໃຫ້ທ່ານລອງເອົາຜົນໄດ້ຮັບຈາກການສໍາຫຼວດຄັ້ງທໍາອິດ ມາເປັນຄໍາຖາມເລີຍວ່າ ຖ້າເຮົາສ້າງສັນຜະລິດຕະພັນນີ້ຂຶ້ນມາ ເຈົ້າ/ລູກຄ້າ ຈະຊົມໃຊ້ ຫຼືບໍ່? ເຊິ່ງວິທີນີ້ຈະເປັນການສ້າງໃຫ້ການສໍາຫຼວດຄັ້ງທີ 1 ແລະ ທີ 2 ມີຄວາມກ່ຽວຂ້ອງສຳພັນກັນ ແລະ ເຮັດໃຫ້ສາມາດຕີຄວາມໝາຍ “ຄວາມຕ້ອງການຂອງລູກຄ້າ” ໄດ້ດີຍິ່ງຂຶ້ນ. ການສົ່ງມອບຄູນຄ່າ ...

Read More »

ຜູ້ຄ້າຂາຍອອນໄລ໌ຕ້ອງຮູ້ ! ເຕັກໂນໂລຊີ ເພີ່ມຍອດຂາຍໃຫ້ກັບທ່ານ…

ເມື່ອໃດທີ່ຄົນເຮົາຍັງມັກໃນຄວາມສະດວກສະບາຍ ການພັດທະນາຂອງເຕັກໂນໂລຊີກໍບໍ່ມີວັນສິ້ນສຸດ ແລະ ຍຸກປັດຈຸບັນນີ້ ທີ່ເວົ້າໄດ້ວ່າ ເປັນຍຸກຂອງເຕັກໂນໂລຊີ ທຸກຢ່າງຂຶ້ນກັບ Smart phone ແລະ Social media ພຽງແຕ່ສັ່ງ ຄວາມສະດວກສະບາຍກໍເກີດຂຶ້ນ ແລະ ຍ້ອນຄວາມສະດວກສະບາຍໃນເຕັກໂນໂລຊີນີ້ ຈຶ່ງເຮັດໂອກາດສໍາລັບການເຮັດທຸລະກິດເພີ່ມຂຶ້ນໄປນໍາ ໂດຍສະເພາະບັນດາແມ່ຄ້າ”ອອນໄລ໌” ທີ່ພວກເຮົາກໍເຫັນແລ້ວວ່າເກີດຢ່າງຫຼວງຫຼາຍໃນ”ໂຊຊຽວ”ຕ່າງໆ ບໍ່ວ່າຈະເປັນການ”ໄລຟ໌ສົດ”ຂາຍເຄື່ອງ, ການໂພສຂາຍເຄື່ອງ ແລະ ການໂຄສະນາຕ່າງໆ ທີ່ແຕ່ລະຮ້ານຈະມີວິທີໃຜລາວ ໃນການດຶງດູດລູກຄ້າ, ເຮັດໃຫ້ສິນຄ້າຂອງຕົນເອງໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ເມື່ອລູກຄ້າຕັດສິນໃຈຊື້ແລ້ວກໍຈະມີບໍລິການຈັດສົ່ງໃຫ້ພ້ອມ ເພື່ອຄວາມສະດວກສະບາຍຂອງລູກຄ້າ. ແຕ່ຍ້ອນການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຮ້ານຂາຍເຄື່ອງ”ອອນໄລ໌” ເຮັດໃຫ້ການແຂ່ງຂັນເພີ່ມຂຶ້ນໄປນໍາ, ຈຶ່ງເຮັດໃຫ້ມີການເຕັກໂນໂລຊີທີ່ເອີ້ນວ່າ E-Commerce ເຂົ້າມາເປັນຕົວຊ່ວຍໃນການຂາຍສິນຄ້າ ເຮັດໃຫ້ປິດການຂາຍໄດ້ງ່າຍຂຶ້ນ, ສ່ວນຜູ້ຊື້ກໍຈະມີຄວາມໝັ້ນໃຈຫຼາຍຂຶ້ນ ຄືກັບໄດ້ໄປເລືອກຊື້ຢູ່ຮ້ານເອງເລີຍ!!! ສໍາລັບເທຣນ E-Commerce ຕົວຊ່ວຍແມ່ຄ້າ”ອອນໄລ໌”ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ… Virtual Assistant ໃນຕ່າງປະເທດສໍາລັບ VA (Virtual Assistant)  ຖືເປັນເທຣນ E-Commerce ທີ່ຖືກເວົ້າເຖິງຫຼາຍໃນປີ 2019 ເພາະໃນເມື່ອກ່ອນຈຸດອ່ອນຂອງຮ້ານຂາຍເຄື່ອງ”ອອນໄລ໌” ແມ່ນບໍ່ມີພະນັກງານແນະນໍາສິນຄ້າໃຫ້ກັບລູກຄ້າຄືກັບຮ້ານທົ່ວໄປ ເຮັດໃຫ້ລູກຄ້າບໍ່ໝັ້ນໃຈທີ່ຈະຊື້ສິນຄ້າ ແຕ່ການເອົາ VA ເຂົ້າມາຊ່ວຍເລື່ອງການຂາຍ ”ອອນໄລ໌”ນັ້ນ ຈະຊ່ວຍເປີດປະສົບການໃໝ່ ແລະ ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ 1949 ໂດຍການນຳຂອງຜູ້ນຳທີ່ຍິ່ງໃຫຍ່ທ່ານ ເມົາເຈີຕຸງ (Mao ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ເຮັດການຄ້າ ຈຶ່ງ​ຮັ່ງມີ?

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າ ຫຼື ອາດຈະວ່າເປັນເຄັດລັບໃນການເຮັດທຸລະກິດທີ່ໄດ້ຊອກຮູ້ຜ່ານການອ່ານວາລະສານຈາກຕ່າງປະເທດໂດຍສະເພາະຂອງຄົນ 3 ຊາດທີ່ຖືກໂລກຂະໜານນາມໃຫ້ວ່າ: ເປັນຊົນຊາດທີ່ເຮັດການຄ້າຂາຍເກັ່ງທີ່ສຸດໃນໂລກ. ເມື່ອ 18 ປີກ່ອນໄດ້ມີໂອກາດໄປເຝິກອົບຮົມ ແລະເຮັດວຽກຢູ່ທີ່ປະເທດ ສ.ເກົາຫລີ ມີນັກທຸລະກິດທີ່ປະສົບຄວາມສຳເລັດທ່ານໜຶ່ງບອກຂ້າພະເຈົ້າວ່າ: “ຖ້າໄປເປີດຮ້ານຄ້າໃກ້ຄົນ 3 ຊາດນີ້ຂໍໃຫ້ເຈົ້າຈົ່ງຍ້າຍໄປບ່ອນໃໝ່ ເພາະບໍ່ມີທາງທີ່ເຈົ້າຈະຄ້າຂາຍແຂ່ງຂັນກັບພວກເຂົາໄດ້ເພາະພວກເຂົາເຫຼົ່ານີ້ຈະຖ່າຍທອດຫຼັກປັດຊະຍາໃນການເຮັດການຄ້າໄປຊົ່ວລູກຊົ່ວຫຼານຂອງເຂົາເຈົ້າ”. ສ່ວນຄົນ 3 ຊາດທີ່ວ່ານັ້ນກໍຄື: ຈີນ, ອິນເດຍ ແລະ ຢິວເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ຄົນຈີນ ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ ແລະ ປະສົບຄວາມສໍາເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດໍາລົງຊີວິດຢູ່ແຫ່ງໃດໃນໂລກນີ້ພວກເຂົາກໍຈະສາມາດສ້າງຖານະຂອງຕົນເອງຈົນປະສົບຄວາມສໍາເລັດ. ສະນັ້ນ, ຄົນຝຣັ່ງຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງວ່າ “ຄົນຝຣັ່ງເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນຄືດັ່ງຄົນບີບເອົານໍ້ານົມງົວ” ຖືວ່າເປັນຄໍາເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນນີ້ ເພາະເມື່ອກ່ອນຄົນຝຣັ່ງເປັນຜູ້ຄິດຄົ້ນ ແລະ ຜະລິດສິນຄ້າ ອອກມາແລ້ວ ຄົນຈີນກໍຈະເປັນຜູ້ທີ່ນໍາເອົາສິນຄ້າດັ່ງກ່າວໄປຈໍາໜ່າຍຕໍ່ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍຄືຄົນຝຣັ່ງຕັ້ງຫຼາຍເທົ່າ. ເພື່ອເປັນການວິເຄາະເລິກເຖິງກົກເຖິງຮາກວ່າເປັນຫຍັງຄົນຈີນຈິ່ງເກັ່ງໃນເລື່ອງການຄ້າ ຜູ້ຂຽນຈິ່ງຂໍອະນຸຍາດນຳບັນດາທ່ານຊ່ວຍຕິດຕາມອ່ານໃຫ້ຈົບທັງສີ່ຕອນ(ສີ່ສະບັບ)ໃນວາລະສານ ທາເກັດເພາະເປັນບົດຄວາມທີ່ຂ້ອນຂ້າງຍາວ ຕ້ອງອ່ານຕໍ່ເນື່ອງກັນຈິ່ງຈົບທັງນີ້ກໍເພື່ອຄວາມເຂົ້າໃຈເຖິງແກ່ນແທ້ທີ່ບໍ່ເຄີຍເປີດເຜີຍມາກ່ອນ. ຄົນຈີນເກັ່ງເລື່ອງເຮັດການຄ້ານັ້ນກໍເພາະປະເທດຈີນມີປະຫວັດສາດທີ່ຍາວນານທີ່ສຸດແຫ່ງໜຶ່ງຂອງໂລກ ພວກເຂົາຮູ້ຈັກເລື່ອງການລົງທຶນເຮັດການຄ້າມາໄດ້ດົນກວ່າ 2.000 ປີແລ້ວ, ນັບໄດ້ຕັ້ງແຕ່ສະໄໝຣາຊະວົງຊິນ (Qin dynasty) ປີ 221 ກ່ອນ ຄສ. ທີ່ເປັນອານາຈັກທຳອິດຂອງຈີນ, ເຊິ່ງກ່ອນໜ້ານັ້ນ ...

Read More »

ວຽກຈຸດສຸມຂອງລັດຖະບານໃນປີ 2020

ສະບັບກ່ອນໄດ້ເວົ້າເຖິງຄາດຄະເນ GDP ໃນປີ 2020; ສ່ວນສະບັບເດືອນ ພຶດສະພາ ນີ້ຢາກຈະນໍາສະເໜີວຽກຈຸດສຸມຂອງລັດຖະບານ; ເຊິ່ງກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ທີ່ດໍາເນີນໃນລະຫວ່າງວັນທີ 19-20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ; ຜູ້ຂຽນຂໍນໍາເອົາວຽກຈຸດສຸມຕົ້ນຕໍມານໍາສະເໜີດັ່ງລຸ່ມນີ້: ເສດຖະກິດ ວັດທະນະທໍາ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ການເຕີບໂຕສີຂຽວ, ການປະຕິບັດບັນດາເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDC) ແລະ ພັດທະນາແບບຍືນຍົງ (SDG) ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ແລະ ການເຊື່ອມໂຍງກັບສາກົນ ການຄຸ້ມຄອງບໍລິຫານລັດ (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) focused works of the government in ...

Read More »

ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ…

ບັນດາທ່ານ ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ… ຕົວເລກຂ້າງເທິງນັ້ນໄດ້ຮັບການເປີດເຜີຍໃນກອງປະຊຸມວຽກງານ ແຜນການ ແລະ ການລົງທຶນປະຈໍາປີ 2019 ໃນເດືອນ ທັນວາ 2019 ທີ່ຜ່ານມາ. ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈໍານວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາ ສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ ໂດລາສະຫະລັດ (ສະເພາະສູນກາງອະນຸມັດ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານ ໂດລາສະຫະລັດ; ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຈໍານວນ 10.200 ຫົວໜ່ວຍ ໃນຈໍານວນທຶນຫຼາຍກວ່າ 74.787 ...

Read More »

ການຈັດເກັບລາຍຮັບປະຈໍາປີ 2019

ບັນດາທ່ານ ສະບັບກ່ອນ ພວກເຮົາໄດ້ນໍາສະເໜີວຽກງານພົ້ນເດັ່ນ ແລະ ການພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2019; ໃນສະບັບເລີ່ມຕົ້ນປີ 2020 ນີ້ ພວກເຮົາຂໍນໍາສະເໜີການຈັດເກັບລາຍຮັບປະຈໍາປີ 2019 ຂອງລັດຖະບານ ເຊິ່ງຂໍ້ມູນຈາກບົດລາຍງານຂອງ ທ່ານຮອງນາຍົກລັດຖະມົນຕີ; ລັດຖະມົນຕີກະຊວງການເງິນທີ່ເພິ່ນນໍາສະເໜີໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII. ຂໍອານຸຍາດຄັດຈ້ອນເອົາແຕ່ເລື່ອງລາຍຮັບດັ່ງນີ້: ອິງຕາມງົບປະມານແຫ່ງລັດທີ່ສະພາຮັບຮອງປະຈໍາປີ 2019 ປະກອບມີ: ແຜນລາຍຮັບທັງໝົ 26.502,29 ຕື້ກີບ, ໃນນັ້ນລາຍຮັບພາຍໃນ 24.240,00 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອລ້າ: 2.065,29 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ. ສໍາລັບການຈັດຕັ້ງປະຕິບັດທັງໝົດ: ຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້: 19.439,39 ຕື້ກີບ ເທົ່າກັບ 73,53% ຂອງແຜນການປີ, ໃນນັ້ນ; ລາຍຮັບພາຍໃນປະຕິບັດໄດ້: 18.558,17 ຕື້ກີບ, ເທົ່າກັບ 76,56% ຂອງແຜນການປີ. ຄາດຄະເນ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2019: ຄາດຄະເນລາຍຮັບງົບປະມານທັງໝົດ: ...

Read More »

ການແກ້ໄຂໜີ້ສິນຂອງລັດຖະບານແຫ່ງ ສປປ ລາວ

ໃນກອງປະຊຸມສະພາສະໄໝສາມັນເທື່ອທີ 7 ສະໄໝທີ VIII ຫວ່າງເດືອນມີຖຸນາທີ່ຜ່ານມານີ້. ຜູ້ແທນກອງປະຊຸມເປັນຕົ້ນ ສະມາຊິກສະພາແຫ່ງຊາດໄດ້ຊັກຖາມຕໍ່ກັບບັນຫາໜີ້ສິນຂອງລັດຖະບານ. ໂດຍລັດຖະບານກໍໄດ້ຊີ້ແຈງ ໃນຕອນບ່າຍຂອງວັນທີ 6 ມີຖຸນາ 2019, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາ ສະມາຊິກ ສະພາແຫ່ງຊາດ ຫຼາຍບັນຫາສໍາຄັນ ໃນນັ້ນແມ່ນໄດ້ຊີ້ແຈງບັນຫາກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂໜີ້ສາທາລະນະ ໂດຍສະເພາະໜີ້ພາຍໃນ ແລະ ໜີ້ສິນຕ່າງປະເທດ ລວມເຖິງກົນໄກການແກ້ໄຂ ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂໜີ້ສາທາລະນະ, ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນນານ ເຮັດໃຫ້ໜີ້ສິນຢູ່ໃນລະດັບທີ່ສູງພໍສົມຄວນ ແຕ່ແນວໃດກໍຕາມ ລັດຖະບານກໍໄດ້ມີຄວາມພະຍາຍາມໃນການແກ້ໄຂ ຊໍາລະໃຫ້ທັນຕາມກໍານົດເວລາ, ສ່ວນໜີ້ໂຄງການລົງທຶນຂອງລັດ ຜ່ານມາກໍໄດ້ມີຫຼາຍມາດຕະການໃນການແກ້ໄຂ ດ້ວຍການອວາຍໜີ້ສາມແຈ, ດ້ວຍການຂຶ້ນແຜນງົບປະມານປົກກະຕິ ເພື່ອຊໍາລະໜີ້ລົງທຶນ ເຮັດໃຫ້ມີການຫຼຸດຜ່ອນໜີ້ສິນຈໍານວນໜຶ່ງ. ພ້ອມກັນນີ້, ກໍມີນະໂຍບາຍຈໍາກັດການກໍ່ສ້າງໂຄງການໃໝ່, ໂຄງການທີ່ເຫັນວ່າຍັງບໍ່ມີຄວາມຈໍາເປັນຮີບດ່ວນ ແລະ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ ໂຄງການທີ່ຍັງບໍ່ທົນສໍາເລັດ ໂດຍໄດ້ມີການກວດຄືນມູນຄ່າໂຄງການ ທີ່ເຫັນວ່າບໍ່ສົມເຫດສົມຜົນ ເຊິ່ງໄດ້ເຮັດໃຫ້ໜີ້ສິນຫຼຸດລົງຈໍານວນໜຶ່ງ, ແຕ່ກໍຍັງຢູ່ໃນລະດັບສູງ. ສ່ວນມາດຕະການຕໍ່ກັບໜີ້ສິນຂອງຕ່າງປະເທດນັ້ນ ລັດຖະບານກໍໄດ້ພະຍາຍາມຊອກລາຍຮັບເພື່ອມາຊໍາລະໃນແຕ່ລະປີ ສໍາລັບການຊໍາລະດອກເບ້ຍແມ່ນໄດ້ເອົາແຫຼ່ງທຶນພາຍໃນ, ແຕ່ສໍາລັບຕົ້ນທຶນແຕ່ລະໄລຍະແມ່ນຊອກແຫຼ່ງດຸ່ນດ່ຽງມາຕຶ່ມເພື່ອຊໍາລະ. ໃນປີ 2019 ລັດຖະບານຈະບໍ່ຢືມເງິນຕ່າງປະເທດມາຊໍາລະດອກເບ້ຍໜີ້, ...

Read More »

ລັດຖະບານຕັ້ງເປົ້າສູ້ຊົນຈັດຕັ້ງປະຕິບັດແຜນປະຈໍາປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ…

ບັນດາທ່ານ ສອງສະບັບກ່ອນໄດ້ນໍາສະເໜີບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ສະໄໝທີ VIII; ໃນສະບັບນີ້ຢາກນໍາສະເໜີບັນດາທ່ານໃຫ້ຮູ້ເຖິງ ແຜນສູ້ຊົນຂອງລັດຖະບານເພື່ອບັນລຸຄາດໝາຍ ແລະ ລື່ນຄາດໝາຍໃນປະ 2019 ໂດຍສະເພາະແມ່ນສຸມໃສ່ວຽກທີ່ກ່ຽວຂ້ອງກັບ 8 ມາດຕະການ ກະຕຸ້ນເສດຖະກິດ; ນັ້ນກໍຄືການປະຕິບັດໂຄງການລົງທຶນຂອງລັດຖະບານ ທີ່ໄດ້ອະນຸມັດແລ້ວໃນແຜນປະຈໍາປີ 2019 ເພື່ອນໍາໃຊ້ເຂົ້າໃນການຜະລິດໃຫ້ໄວ, ຍູ້ແຮງການຜະລິດ ແລະ ບໍລິການ, ຍູ້ແຮງວຽກທ່ອງທ່ຽວ, ແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ. ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ລາຍງານຕໍ່ກອງປະຊຸມລັດຖະບານໃນວັນທີ 26 ມີຖຸນາ 2019 ຮູ້ວ່າ: ການຊຸກຍູ້ປະຕິບັດມາດຕະການ, ນະໂຍບາຍຂອງລັດຖະບານເປັນຕົ້ນແມ່ນ 8 ມາດຕະການກະຕຸ້ນເສດຖະກິດ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການລົງທຶນຍັງດໍາເນີນເປັນປົກກະຕິ ແລະ ມີທ່າອ່ຽງດີຂຶ້ນ ເຫັນໄດ້ຈາກການຜະລິດຕາມຂະແໜງການຄື: ການປະລິເຂົ້າບັນລຸ 4,53 ແສນໂຕນ ເພີ່ມຂຶ້ນ 13% ທຽບກັບໄລຍະດຽວກັນຂອງປີຜ່ານມາ, ລ້ຽງສັດສະໜອງໃຫ້ກັບສັງຄົມໄດ້ 2,28 ແສນໂຕນເພີ່ມຂຶ້ນ 14%, ...

Read More »