General

Facebook ມາຮອດຈຸດນີ້ໄດ້ແນວໃດ?

Facebook ມາຮອດຈຸດນີ້ໄດ້ແນວໃດ? ຈຸດທີ່ມູນຄ່າລົງໜັກທີ່ສຸດຕັ້ງແຕ່ກໍ່ຕັ້ງບໍລິສັດມາ. 6 ເຫດຜົນ ມູນຄ່າ Facebook ຫຼຸດຕໍ່າສຸດ ເປັນປະຫວັດສາດ! 1. ຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! ຫຼາຍຄົນເອີ້ນ Facebook ວ່າເປັນ “ບ້ານພັກຄົນເຖົ້າ” ຄົນລຸ້ນໃໝ່ທົ່ວໂລກຫັນໄປໃຊ້ ໂຊຊ້ຽວມີເດຍອື່ນຫຼາຍຂຶ້ນ ຈົນຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! 2) Apple ສ້າງພິດ “Ask App Not to Track” Apple ເຈົ້າຂອງ iPhone ໄດ້ສ້າງທາງເລືອກໃຫ້ຜູ້ໃຊ້ງານວ່າ ຈະອະນຸຍາດໃຫ້ Facebook ຕິດຕາມຂໍ້ມູນລູກຄ້າໄດ້ຫຼືບໍ່? ແນ່ນອນວ່າສົ່ງຜົນດີຕໍ່ຄວາມເປັນສ່ວນໂຕຂອງຜູ້ໃຊ້ ແຕ່ສຳລັບ ທຸລະກິດ Meta ບໍ່ດີເທົ່າໃດ ເພາະຖ້າບໍ່ມີຂໍ້ມູນຂອງລູກຄ້າ ແລ້ວຈະເອົາຫຍັງໄປຍິງໂຄສະນາ. 3. ໂຄສະນາໜີໄປລົງ Googleຮັບຜົນກະທົບຕໍ່ເນື່ອງຈາກຈໍ້ 2 ຄົນໃນວົງໂຄສະນາທົ່ວໂລກ ເຊື່ອໝັ້ນໃນ Google Search ຫຼາຍກວ່າລົງໂຄສະນາໃນ Facebook. 4. ຄູ່ແຂ່ງໜ້າໃໝ່ TikTok ມາແຮງFacebook ມີຄົນໃຊ້ງານຫຼຸດລົງ ແຕ່ເມື່ອໄປເບິ່ງຄູ່ແຂ່ງ ...

Read More »

ທາງບໍລິສັດລົດໄຟລາວຈີນໄດ້ອອກມາຊີ້ແຈງແລ້ວ!

ທາງບໍລິສັດລົດໄຟລາວຈີນໄດ້ອອກມາຊີ້ແຈງກ່ຽວກັບບັນຫາບໍ່ໃຫ້ເຂົ້າສະຖານີ ດັ່ງນີ້:ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ, ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ. ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ. ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ.— ຂໍສະແດງຄວາມຂອບໃຈ ທີ່ພວກທ່ານໄດ້ໃຫ້ການສະໜັບສະໜູນພວກເຮົາ ໃນຕະຫຼອດໄລຍະຜ່ານມາ, ທຸກຄຳຕຳໜິຕິຊົມ ກໍປຽບສະເໝືອນຄວາມເອົາໃຈໃສ່ຂອງທຸກທ່ານ ເປັນສິ່ງທີ່ກະຕຸ້ນໃຫ້ພວກເຮົາຢາກພັດທະນາຕົວເອງໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ທີ່ມາ: LCR

Read More »

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ The New Range Rover ຕົ້ນແບບຂອງຄວາມເປັນຜູ້ນຳຢ່າງແທ້ຈິງ. ຫຼາຍກວ່າ 50 ປີ ທີ່ນະວັດຕະກຳການບຸກເບີກລົດ SUV ໄດ້ຮັບການອອກແບບຢ່າງຫຼູຫຼາ, ປະສົມປະສານກັບເຕັກໂນໂລຊີ ແລະ ຄວາມທັນສະໄໝແບບທີ່ບໍ່ເຄີຍມີມາກ່ອນ, ພ້ອມສະມັດທະນະການຂັບຂີ່ໃນທຸກເສັ້ນທາງທີ່ທ້າທາຍ ແຕ່ຍັງຄົງຄວາມເປັນເອກະລັກສະເພາະຂອງແລນໂຣເວີໄວ້. The New Range Rover ຮູບໂສມໃຫມ່ໃກ້ຈະເປີດໂຕຢ່າງເປັນທາງການໃນລາວ ເພື່ອໃຫ້ທ່ານໄດ້ພົບກັບທີ່ສຸດຂອງນະວັດຕະກຳ ແລະ ຄວາມຫຼູຫຼາຮູບແບບໃຫມ່ໄປພ້ອມໆກັນໃນເດືອນ ກໍລະກົດ 2022 ນີ້. ເຂົ້າເບິ່ງຄວາມສາມາດຂອງ Range Rover ຮູບໂສມໃຫມ່ໄດ້ທີ່: https://www.landroverlaos.com/vehicles-new-range-rover ຫຼື ທ່ານສາມາດສັ່ງຈອງເປັນເຈົ້າຂອງ The New Range Rover ໄດ້ແລ້ວມື້ນີ້ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ. ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.Facebook: https://www.facebook.com/LandRoverLaosເວັບໄຊ້: https://www.landroverlaos.com/vehicles-new-range-rover

Read More »

ກໍາປູເຈຍເຂັ້ມແຂງ ບໍ່ຂຶ້ນຄ່າໄຟ ຍ້ອນແຊກແຊງຊ່ວຍປະຊາຊົນ

ລາຄາໄຟຟ້າ ອາດ​ເພີ່ມ​ຂຶ້ນ 2​ເທົ່າ ຖ້າ​ບໍ່​ມີ​ ເງິນ​ອຸດ​ໜູນ ຈາກ​ລັດຖະບານ. ທ່ານ Hun Sen, ນາຍົກ ລັດຖະມົນຕີ ກຳປູ​ເຈຍ ໄດ້ຈັດ​ສັນ​ເງິນ ​ອຸດ​ໜູນ​ ຫລາຍ​ກວ່າ 100 ລ້ານ​ໂດ​ລາ​ ສະຫະລັດ ​ໃຫ້ການໄຟຟ້າ ກຳປູ​ເຈຍ ​ເພື່ອ​ຮັກສາ ລາຄາໄຟຟ້າ​ໃຫ້​ຄົງ​ທີ ໃນ​ປີ​ນີ້. ໃນຂະນະນີ້ ​​ບາງ​ປະ​ເທດປັບ​ເພີ່ມ ອັດຕາ​ ຄ່າ​ໄຟຟ້າ​ແລ້ວ ​ແຕ່​ລາຄາ ​ໄຟຟ້າ​ ໃນ​ກຳປູ​ເຈຍ ຍັງ​ຄົງຢູ່​ຄື​ເກົ່າ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນຫັນ​ມາ​ໃຊ້​ພາຫະນະ ໄຟຟ້າ ​ເພື່ອ​ຫລຸດ​ ການ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ ​ແລະ ການ​ປ່ອຍ​ມົນ​ລະ​ພິດ. ​ໃນ​ວັນ​ພຸດ​ທີ 6 ກໍລະກົດ​ ລາຄານໍ້າມັນຂະນະ​ທີ່ລາຄາ​ນ້ຳມັນ​ແອັດ​ຊັງ​ທຳ​ມະ​ດາເພີ່ມ​ຂຶ້ນ 22% ​ແລະ ກາຊວນ 39% ​ ​ຕາມ​ລຳດັບເມື່ອ​ທຽບ​ໃສ່​​ໄລຍະ​ກາງ​ເດືອນ​ກຸມ​ພາ​ຜ່ານ​ມາ. ຂະນະ​ດຽວ​ກັນ ທ່ານHun Sen ​ໄດ້​ເນັ້ນ ຄວາມ​ສຳຄັນ​ ຂອງ​ເຂື່ອນ ​ໄຟຟ້າ ​ນ້ຳຕົກ ​ແລະ ​ໂຮງ​ໄຟຟ້າ ພະລັງງານ ​ແສງຕາ​ເວັນເພື່ອ​ຊ່ວຍຈັດ​ສົ່ງ​ໄຟຟ້າທີ່​ມີ​ສະຖຽນ​ລະ​ພາບ ​ແລະ ...

Read More »

ເງິນ euro ອ່ອນຄ່າແຮງສຸດຮອບ20 ປີ ສ່ຽງເສດຖະກິດຖົດຖອຍ

ເງິນ euro ອ່ອນຄ່າແຮງສຸດຮອບ20 ປີ ສ່ຽງເສດຖະກິດຖົດຖອຍ ສາເຫດຫຼັກທີ່ເຮັດໃຫ້ເງິນ euro ອ່ອນຄ່າລົງຫຼາຍຂະໜາດນີ້ ເນື່ອງຈາກ​ເອີ​ຣົບ ກຳລັງປະເຊີນກັບສະພາວະເສດຖະກິດທົດຖອຍ ທີ່ມີສາເຫດຈາກອັດຕາເງິນເຟີ້ເພີ່ມສູງຂຶ້ນ. ໃນຂະນະດຽວກັນ ນັກລົງທຶນກຳລັງຕິດຕາມຢ່າງໃກ້ຊິດຈາກມາດຕະການປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ເພື່ອຮັບມືກັບອັດຕາເງິນເຟີ້, ຂະນະທີ່ທະນາຄານກາງສະຫະພາບເອີຣົບ ( ECB ) ໄດ້ໃຊ້ນະໂຍບາຍກົງກັນຂ້າມ ແລະ ມີແຜນທີ່ຈະປັບຂຶ້ນອັດຕາດອກເບ້ຍ ແຕ່ບໍ່ໄດ້ມຸ່ງເນັ້ນໄປເພື່ອຄວບຄຸມອັດຕາເງິນເຟີ້ (ປັບຂຶ້ນອັດຕາດອກເບ້ຍເທື່ອລະໜ້ອຍ ). ນັກວິເຄາະຄາດການວ່າ ນັກລົງທຶນມີຄວາມວິຕົກກັງວົນເພີ່ມຂຶ້ນ ຫຼັງແນມເຫັນເສດຖະກິດຂອງເຂດ​ເອີ​ຣົບສ່ຽງທົດຖອຍ ຈຶ່ງສົ່ງຜົນກະທົບຕໍ່ຄ່າເງິນ euro, ໃນຂະນະທີ່ເງິນໂດລາແຂງຄ່າຂຶ້ນ ເພາະເຟດຈະປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ ເພື່ອສະກັດເງິນເຟີ້. ຂໍ້ມູນ: ເສດຖະກິດການຄ້າ

Read More »

ຂຸມຊັບແຫ່ງໃໝ່! ຣັດ​ເຊຍ​ພົບ​ແຫຼ່ງນໍ້າມັນ​ຂະ​ໜາດ​ຫຍັກໃນ​ທະ​ເລ Pechora

ຂຸມຊັບແຫ່ງໃໝ່! ຣັດ​ເຊຍ​ພົບ​ແຫຼ່ງນໍ້າມັນ​ຂະ​ໜາດ​ຫຍັກໃນ​ທະ​ເລ Pechora Rosneft ບໍລິສັດພະລັງງານທີ່ໃຫຍ່ທີ່ສຸດຂອງລັດເຊຍ ປະກາດ​ໃນ​ກາງ​ອາທິດ​ນີ້ ໄດ້ຄົ້ນພົບແຫຼ່ງນໍ້າມັນຂະຫນາດໃຫຍ່ໃນທະເລ Pechora ​ແລະ​ຄາດ​ວ່າ​ຈະ​ບັນຈຸ​ນ້ຳມັນ​ປະມານ 82 ລ້ານ​ໂຕນ.Rosneft ກ່າວວ່າ ການສໍາຫຼວດຢູ່ໃນນໍ້າຕ່າງໆ ຂອງທະເລ Pechora ໄດ້ພິສູດເຖິງ “ສັກກະຍະພາບດ້ານນໍ້າມັນທີ່ສໍາຄັນຂອງເຂດ Timon-Pechora ແລະ​ມັນ​ຈະ​ກາຍ​ເປັນຮາກຖານສໍາລັບການ​ສືບ​ຕໍ່​ສຶກ​ສາ ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນຕໍ່ໄປ” ແຫຼ່ງນ້ຳມັນທີ່ຄົ້ນພົບແມ່ນສ່ວນໜຶ່ງຂອງໂຄງການຂຸດຄົ້ນໃນເຂດ Medinsko-Varandysky ໃນລະຫວ່າງການທົດສອບ ກະແສນໍ້າມັນໄຫຼອອກຢ່າງອິດສະຫຼະ ດ້ວຍອັດຕາການໄຫຼສູງສຸດ 220 ແມັດກ້ອນຕໍ່ມື້ “ນໍ້າມັນດັ່ງກ່າວເປັນນໍ້າມັນເບົາ, ຊູນຟູຣິກຕ່ໍາ ແລະຄວາມຫນືດຕ່ໍ່າ” ທີ່ມາ: ART News

Read More »

ທຸລະກິດລາວ ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ

ຄວາມພາກພູມໃຈຂອງທຸລະກິດລາວ: ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ 30 ມີຖຸນາ 2022 ໃນທົດສະວັດທີ່ຜ່ານມາ, ຄວາມຫຼາກຫຼາຍ ແລະ ການມີິສ່ວນຮ່ວມເປັນຫົວຂໍ້ພົ້ນເດັ່ນໃນເວທີສາກົນ ເນື່ອງຈາກບົດຄົ້ນຄວ້າໄດ້ເຜີຍວ່າ ການທີ່ບໍລິສັດມີພື້ນທີ່ເຮັດວຽກທີ່ຕອບສະໜອງກັບຄວາມຫຼາກຫຼາຍຂອງພະນັກງານ ແມ່ນຈະບໍ່ພຽງແຕ່ສົ່ງຜົນດີຕໍ່ກັບສັງຄົມເທົ່ານັ້ນ ມັນຍັງຈະເປັນຜົນດີໃຫ້ແກ່ບໍລິສັດອີກດ້ວຍ. ນອກຈາກນັ້ນ, ບັນດາບໍລິສັດທີ່ຈ້າງເອົາບຸກຄົນທີ່ມາຈາກຫຼາຍພື້ນຖານ, ປະສົບການ ລວມທັງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ, ກຸ່ມຄົນທີ່ມີຄວາມພິການ ແລະ ກຸ່ມຄົນຊົນເຜົ່າ ແມ່ນຖືກພິສູດແລ້ວວ່າມີປະສິທິພາບໃນການແຂ່ງຂັນຫຼາຍກວ່າ ບໍລິສັດຄູ່ແຂ່ງ ຍ້ອນວ່າບໍລິສັດເຫຼົ່ານັ້ນສາມາດດຶງດູດເອົາຄົນທີ່ມີຄວາມສາມາດ ພ້ອມທັງຍັງກາຍເປັນບໍລິສັດທີ່ທັນສະໄໝ, ມີຊື່ສຽງ ພາຍໃນກຸ່ມລູກຄ້າ ແລະ ຜູ້ສະໜອງທີ່ເລີ່ມຫັນມາໃຫ້ຄວາມສົນໃຈກ່ຽວກັບຄວາມທ່ຽງທຳໃນສັງຄົມຫຼາຍຂຶ້ນ. ບົດຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ບໍລິສັດທີ່ມີຄວາມຫຼາກຫຼາຍ ແມ່ນມີໂອກາດສູງເຖິງ 70% ທີ່ຈະສາມາດເຈາະຕະຫຼາດໃໝ່ (bit.ly/UNDP-Pride-link1) ແລະ ໂອກາດທີ່ຈະມີລາຍຮັບເພີ່ມຂຶ້ນແມ່ນ 2.3 ເທົ່າ (prn.to/3I0QgA4) ເຊິ່ງຫຼາຍກວ່າບໍລິສັດທີ່ເລືອກບໍ່ຈ້າງງານກຸ່ມຄົນເຫຼົ່ານັ້ນ. ໃນປີ 2020, 91% ໃນ 500 ບໍລິສັດທີ່ສ້າງກຳໄລໄດ້ຫຼາຍທີ່ສຸດ (bit.ly/UNDP-Pride-link2) ແມ່ນໄດ້ລວມເອົາລົດສະນິຍົມ ແລະ ລັກສະນະທາງເພດເຂົ້າໃນນະໂຍບາຍຕ່າງໆຂອງພວກເຂົາໂດຍບໍ່ມີການບໍ່ຈຳແນກ. ໃນນັ້ນ 68% ແມ່ນສະໜັບສະໜູນທາງຄວາມຫຼາກຫຼາຍທາງເພດຢ່າງເປີດເຜີຍ ແລະ 62% ແມ່ນໄດ້ສະໜອງປະກັນສຸຂະພາບໃຫ້ແກ່ບຸກຄະລາກອນທຸກຄົນ ລວມທັງກຸ່ມຄົນທີ່ໄດ້ຮັບການແປງເພດແລ້ວ,​ ແລະ ...

Read More »

ແຕ່ງຕັ້ງຮອງນາຍົກໃໝ່ ປ່ຽນສະມາຊິກລັດຖະບານຫຼາຍຕຳແໜ່ງ

1 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີ ກະຊວງ ປກສ. 2 ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ແຕ່ງຕັ້ງ ແລະ ຍົກຍ້າຍຕຳແໜ່ງສະມາຊິກລັດຖະບານ 1 ຍົກຍ້າຍ ແລະແຕ່ງຕັ້ງ ທ່ານ ປອ. ສົມແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກລັດຖະມົນຕີ. 2. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານກາງ ໄປເປັນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ. 3. ທ່ານ ມະໄລທອງ ກົມມະສິດ ເປັນ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ 4. ທ່ານ ປອ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ກອງປະຊຸມສະໄມສາມັນເທື່ອທີ 3 ຊຸດທີ ...

Read More »

The 1st Target Global online Magazine

Read More »

A 70 YEAR-LONG FRIENDSHIP BRIDGE AUSTRALIA AND LAOS

Read More »