ໂຮງໝໍເດັກສືບຕໍ່ສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ຈົນເຖິງ 20 ມິຖຸນາ

ໂຮງໝໍເດັກ ສືບຕໍ່ໃຫ້ບໍລິການສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 2 ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາ 2021 ພາຍຫລັງທີ່ມີການໃຫ້ບໍລິການສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 1 ໃຫ້ພະນັກງານ, ພໍ່ແມ່ປະຊາຊົນແລ້ວ 6.000 ກວ່າຄົນ, ເຊິ່ງໃນນັ້ນມີ ຊີໂນຟາມ (Sinopharm) 5.360 ຄົນ ແລະ ແອສຕຣາເຊນີກາ (Astra zenica) 1.225 ຄົນ.

อาจเป็นรูปภาพของ 1 คน และกำลังยืน

ທ່ານ ໝໍ ວິລະພອນ ໄພມະນີ ຫົວໜ້າພະແນກຟື້ນຟູຊີບເດັກ ໂຮງໝໍເດັກ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 25 ພຶດສະພາ 2021 ນີ້ວ່າ: ສຳລັບປະຊາຊົນທີ່ເຂົ້າມາຮັບວັກຊິນກັນພະຍາດໂຄວິດ-19 ຢູ່ໂຮງໝໍເດັກ ແມ່ນບໍ່ມີກໍລະນີທີ່ມີການແພ້ວັກຊິນໃດໆ, ເຊິ່ງພາຍຫລັງຮັບວັກຊິນແລ້ວ ທຸກຄົນແມ່ນລໍຖ້າຕິດຕາມອາການປະມານ 15-30 ນາທີ ແລ້ວຈຶ່ງສາມາດກັບບ້ານໄດ້; ສຳລັບໄລຍະຫ່າງຂອງການຮັບວັກຊິນ ເຂັມທີ 1 ແລະ ເຂັມທີ 2 ແມ່ນຂຶ້ນກັບຊະນິດຢາ, ເຊິ່ງຊີໂນຟາມ (Sinopharm) ຫລັງຈາກຮັບວັກຊິນ ເຂັມທີ 1 ແມ່ນມີໄລຍະຫ່າງ 3-4 ອາທິດ ຈຶ່ງສາມາດຮັບວັກຊິນເຂັມທີ 2 ໄດ້ ແລະ ແອສຕຣາເຊນີກາ (Astra zenica) ແມ່ນ 8-12 ອາທິດ ຈຶ່ງສາມາດຮັບເຂັມທີ 2 ໄດ້.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ທ່ານ ໝໍ ວິລະພອນ ໄພມະນີ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ໃຫ້ເປັນເຈົ້າການໃນການສັກວັກຊິນຄັ້ງນີ້, ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ, ຄອບຄົວ ແລະ ສ້າງພູມຄຸ້ມກັນໃຫ້ແກ່ຊຸມຊົນ ກໍຄືການມີສ່ວນຮ່ວມຕໍ່ສັງຄົມ ໃນການຕ້ານການລະບາດຂອງພະຍາດໂຄວິດ-19 ນີ້ ເພື່ອຫລຸດຜ່ອນຄວາມຮຸນແຮງຂອງເຊື້ອພະຍາດໂຄວິດ-19 ເມື່ອເວລາເຊື້ອພະຍາເຂົ້າໄປໃນຮ່າງກາຍ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ຂປລ

Comments