ຄະນະຊ່ຽວຊານແພດຈີນສໍາເລັດການປະຕິບັດໜ້າທີ່ຕ້ານໂຄວິດ-19 ຢູ່ລາວ ແລະເດີນທາງກັບຄືນປະເທດ

ຕາມຂ່າວ CRI ວັນທີ 18 ພຶດສະພານີ້, ຄະນະຊ່ຽວຊານການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວ ຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່ ແລະເດີນທາງກັບຄືນປະເທດ ໂດຍມີ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະອອກສົ່ງທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 1 คน และกำลังยืน

ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ໃນເວລາ 2 ອາທິດ ທີ່ປະຕິບັດໜ້າທີ່ຢູ່ລາວ, ທິມງານດັ່ງກ່າວໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ, ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກຊິນ, ສະຖານທີ່ຈໍາກັດບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ; ໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ, ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກແລະອື່ນໆ; ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ, ການລົງໄປເຄື່ອນໄຫວເຮັດວຽກຕົວຈິງກໍຄືຂໍ້ສະເໜີຂອງຝ່າຍລາວ, ປະສົມປະສານກັບບັນດາມາດຕະການແລະວິທີການຄວບຄຸມການລະບາດພະຍາດໂຄວິດ-19, ໄດ້ສ້າງເປັນ “ການແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19” ພ້ອມຄໍາແນະນໍາການປ້ອງກັນ ການຄວບຄຸມພະຍາດສະເພາະດ້ານລວມ 12 ສະບັບເພື່ອໃຫ້ຝ່າຍລາວພິຈາລະນາ. ນອກນັ້ນ, ທິມແພດຊ່ຽວຊານຈີນ ຍັງໄດ້ຢ້ຽມຢາມພ້ອມຝຶກອົບຮົມຢູ່ບັນດາໂຄງການຮ່ວມມືຂອງສອງປະເທດລາວ-ຈີນ ແລະວິສາຫະກິດຈີນຢູ່ລາວ ເພື່ອໂຄສະນາຄວາມຮູ້ທີ່ກ່ຽວຂ້ອງ ແລະອື່ນໆ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ເພື່ອຍ້ອງຍໍຜົນງານອັນພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫຼືອວຽກງານສາທາລະນະສຸກຂອງລາວ, ກ່ອນເດີນທາງກັບຈີນ, ທາງການລາວໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານການແພດຈີນ 25 ທ່ານ, ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງເຂົ້າຮ່ວມເປັນສັກຂີພິຍານ ແລະທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ມອບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສປ ຈີນໃນຄັ້ງນີ້ ກໍ່ຄືຫຼາຍຄັ້ງທີ່ຜ່ານມາ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດເຖິງຄວາມເປັນຫ່ວງເປັນໄຍ ແລະຄວາມເອົາໃຈໃສ່ຂອງ ພັກ, ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ. ພ້ອມກັນນີ້ຍັງສະແດງອອກແຈ້ງເຖິງຄວາມເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອອັນເຫີງນານ, ທັງເປັນຄູ່ຮວມຍຸດທະສາດໝັ້ນຄົງຕາມທິດສີ່ດີ ໃນການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມລາວ-ຈີນ, ຈີນ-ລາວ ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງລະຫວ່າງການທູດຂອງສອງປະເທດຄົບຮອບ 60 ປີ ແລະປີນີ້ຍັງເປັນປີມິດຕະພາບລາວ-ຈີນ ຈີນ-ລາວນໍາອີກ.

อาจเป็นรูปภาพของ 14 คน, เด็ก, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 1 คน และกำลังยืน

ຈາກ: CRI

Comments