ຫ້າມຍົກເລີກສັນຍາແຮງງານໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 1532/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການໃນຂອບ ເຂດທົ່ວປະ ເທດ ໂດຍໄດ້ກຳນົດຫລາຍບັນຫາສໍາຄັນໃນໄລຍະການແຜ່ລະບາດຂອງພະຍາດ COVID-19, ໜຶ່ງໃນນັ້ນ ແມ່ນໃຫ້ຫົວຫນ່ວຍແຮງງານສືບຕໍ່ປະຕິບັດຕາມກົດຫມາຍ, ລະບຽບການດ້ານແຮງງານ ແລະ ສັນຍາແຮງງານທີ່ມີຜົນນໍາໃຊ້ຢູ່ ໂດຍບໍ່ໃຫ້ສວຍໃຊ້ຜົນກະທົບດັ່ງກ່າວ ເຮັດສິ່ງທີ່ຂັດຕໍ່ກົດຫມາຍແລະລະບຽບການ ໂດຍສະເພາະບໍ່ໃຫ້ມີການຍົກເລີກສັນຍາແຮງ ງານກັບຜູ້ອອກແຮງງານທີ່ກໍາລັງປະສົບກັບບັນຫາ ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການປຶກ ສາຫາລືສາມຝ່າຍ.

อาจเป็นรูปภาพของ สถานที่ในร่ม

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສໍາພາດວ່າ: ຈາກການລະບາດຂອງພະຍາດໂຄວິດ-19, ທັງຫົວ ໜ່ວຍແຮງງານ ແລະ ຜູ້ອອກແຮງງານໃນຂອບເຂດທົ່ວປະເທດ ໄດ້ຮັບຜົນກະທົບໜັກສົມຄວນ. ຢ່າງໃດກໍຕາມ ເພື່ອໃຫ້ຫົວໜ່ວຍແຮງງານສືບຕໍ່ປະຕິບັດຕາມລະບຽບກົດໝາຍ ແລະ ບໍ່ໃຫ້ມີການເອົາປຽບຜູ້ໃຊ້ແຮງງານດ້ວຍການຍົກເລີກສັນຍາແຮງງານໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ. 3 ຝ່າຍ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຕິດຕາມຊຸກຍູ້ ການປະຕິບັດລະບຽບການຂອງຫົວໜ່ວຍແຮງງານ ແລະ ຜູ້ອອກແຮງງານຢ່າງໃກ້ສິດ ແລະ ຕໍ່ ເນື່ອງ.

ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ຕື່ມວ່າ: ການແຜ່ລະບາດພະຍາດໂຄວິດ-19 ໃນຮອບທີ 2 ປີ 2021 ນີ້ ໄດ້ມີແຮງງານຖືກໂຈະວຽກເກືອບ 50.000 ຄົນ, ສະເພາະຢູ່ນະຄອນຫລວງວຽງ ຈັນ ມີຫົວໜ່ວຍແຮງງານຈໍານວນໜຶ່ງໄດ້ຢຸດຕິກິດຈະການ ເຊັ່ນ: ໂຮງງານຕັດຫຍິບ 11 ແຫ່ງ ແລະ ໂຮງງານຜະລິດເຫຼັກ 2 ແຫ່ງ ແລະ ມີແຮງງານປະ ມານ 10.000 ຄົນ ຖືກໂຈະວຽກ. ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ຈະຮ່ວມກັບພາກສ່ວນກ່ຽວຂ້ອງດຳເນີນນະໂຍບາຍ ແລະ ມາດຕະການແກ້ໄຂ ຜົນກະທົບເພື່ອຊ່ວຍເຫລືອທັງຫົວ ໜ່ວຍແຮງງານ ແລະ ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບດັ່ງກ່າວຢ່າງສຸດຄວາມສາມາດ.

ຂ່າວ: ມົດແດງນ້ອຍ

ພາບ: ຂປລ

Comments