ແຂວງວຽງຈັນ ສຳເລັດການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19

ແຫລ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ສຳເລັດການປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ມີພິທີມອບ-ຮັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຮອບສຸດທ້າຍ ຈຳນວນ 06 ຄົນ ໃນວັນທີ 20 ພຶດສະພາ ຜ່ານມາ, ຢູ່ທີ່ໂຮງໝໍແຂວງວຽງຈັນ ໂດຍການມອບຂອງ ທ່ານ ດຣ ສົມຍົດ ດວງພະຈັນ ອຳນວຍການໂຮງຫມໍແຂວງວຽງຈັນ ແລະ ຮັບໂດຍ ທ່ານ ດຣ ຊົວທາວ ເຢ່ຍຕູ້ ຫົວໜ້າຫ້ອງການສາທາລະນະສຸກເມືອງໝື່ນ ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ຫົວໜ້າຄະນະສະເພາະກິດຕອບໂຕ້ ແລະ ສະກັດກັ້ນ ພະຍາດໂຄວິດ-19 ແລະ ພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ไม่มีคำอธิบายรูปภาพ

ທ່ານ ດຣ ນາງ ພານາລອນ ອຸໄທທິດ ຫົວໜ້າວິຊາການໂຮງຫໝໍແຂວງວຽງຈັນ ກ່າວວ່າ: ຢູ່ແຂວງວຽງຈັນ ໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ນັບແຕ່ເດືອນມັງກອນ 2021 ຫາ 20 ພຶດສະພາ 2021 ມີທັງໝົດ 867 ກໍລະນີ. ໃນນັ້ນ, ກວດພົບເຊື້ອສະສົມ 18 ຄົນ ແລະ ເລີ່ມຮັບຄົນເຈັບເຂົ້ານອນຢູ່ສູນປິ່ນປົວໂຄວິດ-19 ທີ່ໂຮງໝໍແຂວງວຽງຈັນແຕ່ວັນທີ 23 ເມສາ 2021 ມາຮອດວັນທີ 20 ພຶດສະພາ 2021 ມີຜູ້ຕິດເຊື້ອທັງໝົດ 18 ຄົນ, ຍິງ 12 ຄົນ, ໃນນີ້ມີຄົນເຈັບມາຈາກ 6 ເມືອງຂອງແຂວງ ຄື: ເມືອງໝື່ນ 6 ຄົນ, ເມືອງໂພນໂຮງ 5 ຄົນ, ເມືອງແກ້ວອຸດົມ 4 ຄົນ, ເມືອງທຸລະຄົມ 1 ຄົນ, ເມືອງເຟືອງ 1 ຄົນ ແລະ ເມືອງວຽງຄໍາ 1 ຄົນ. ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງແຂວງ, ເມືອງ ແລະ ຄະນະສະເພາະກິດຂັ້ນແຂວງ, ເມືອງ, ພະນັກງານແພດໝໍ, ພະຍາບານກໍໄດ້ເອົາໃຈໃສ່ໃນການຕິດຕາມຢ່າງໃກ້ຊິດ ແລະ ເອົາໃຈໃສ່ປິ່ນປົວຄົນເຈັບ ຈົນຫາຍດີກັບສາມາດບ້ານຫມົດທຸກກໍລະນີ ໂດຍໄດ້ມີການມອບ-ຮັບຄົນຄົນເຈັບຫາຍດີກັບບ້ານທັງໝົດ 4 ຄັ້ງ ຄື: ອອກໂຮງໝໍ ວັນທີ 7 ພຶດສະພາ 2021 ມີ 03 ຄົນ, ອອກໂຮງໝໍ ວັນທີ 10 ພຶດສະພາ 2021 ມີ 4 ຄົນ, ອອກໂຮງໝໍ ວັນທີ 14 ພຶດສະພາ 2021 ມີ 5 ຄົນ ແລະ ຄົນເຈັບອອກໂຮງໝໍ ວັນທີ 20 ພຶດສະພາ 2021 ມີທັງໝົດ 6 ຄົນ. ມາຮອດໃນປັດຈຸບັນ ຢູ່ແຂວງວຽງຈັນ ແມ່ນບໍ່ມີຄົນເຈັບຕິດເຊື້ອພະຍາດໂຄວິດ-19.

ไม่มีคำอธิบายรูปภาพ

ສຳລັບຄົນເຈັບ ທີ່ອອກໂຮງໝໍພາຍຫລັງກັບບ້ານໄດ້ມີມາດຕະການ ໃຫ້ກັກໂຕຢູ່ໃນບ້ານ 14 ວັນ, ພ້ອມນີ້ທີມງານປິ່ນປົວທີ່ຮັບຜິດຊອບອອກໂຮງໝນມື້ນັ້ນ ໄດ້ມີຟອມຕິດຕາມຄົນເຈັບ 14 ວັນ ເພື່ອໃຫ້ຄົນເຈັບກັບຄືນມາເກັບຕົວຢ່າງກວດຄືນ, ເຊິ່ງການເກັບຕົວຢ່າງຂອງຄົນເຈັບເມືອງໃດ ແມ່ນໃຫ້ເມືອງນັ້ນເກັບມາສົ່ງໃຫ້ໂຮງໝໍແຂວງ. ສະນັ້ນ ທາງໂຮງໝໍຈະໄດ້ມອບຄົນເຈັບດັ່ງກ່າວໃຫ້ ຫ້ອງການສາທາເມືອງ, ນາຍບ້ານ ເປັນຜູ້ຕິດຕາມການເຄື່ອນໄຫວຂອງຄົນເຈັບ ບໍ່ໃຫ້ອອກນອກສະຖານທີ່ກັກໂຕຕາມມາດຕະການປ້ອງກັນຕົນເອງ.

อาจเป็นรูปภาพของ 1 คน

ທ່ານ ດຣ ອິນປອນ ມະນີແສງ ໄດ້ໃຫ້ຮູ້ອີກວ່າ: ຢູ່ແຂວງວຽງຈັນ ຮອດວັນທີ 19 ພຶດສະພາ 2021 ນີ້ ທົ່ວແຂວງສາມາດໃຫ້ການບໍລິການສັກວັກຊີນປ້ອງກັນ ໂຄວິດ-19 ໃຫ້ແຕ່ລະກຸ່ມເປົ້າໝາຍໄດ້ທັງໝົດ ໃນເຂັມທີ 1 (ໂດສທີ 1) 32.683 ຄົນ, ເຂັມທີ 2 (ໂດສ ທີ 2) 6.002 ຄົນ ແລະ ຈະສືບຕໍ່ບໍລິການສັກວັກຊີນປ້ອງກັນ ໂຄວິດ-19 ໃຫ້ແຕ່ລະກຸ່ມເປົ້າໝາຍໃຫ້ໄດ້ຕາມແຜນການທີ່ວາງໄວ້.ຂ່າວ: ແກ້ວອຸດົມ

Comments