ໄລຍະ 4 ເດືອນ, ນັບແຕ່ ເດືອນມັງກອນ ຫາ ເດືອນເມສາ 2021 ສປປ ລາວ ສົ່ງອອກຜະລິດຕະພັນກະສິກຳ ຜ່ານດ່ານສາກົນ ຈຳນວນ 2.174.442 ໂຕນ, ມູນຄ່າ 440.506.888 ໂດລາສະຫະລັດ.

ທ່ານ ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຢູ່ກະຊວງສາທາລະນະສຸກໃນວັນທີ 26 ພຶດສະພາ 2021 ວ່າ: ໃນຈໍານວນຜະລິດຕະພັນກະສິກຳທີ່ສົ່ງອອກນີ້ ຫຼາຍກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 138.363.752 ໂດລາສະຫະ ລັດ, ກ້ວຍ ມູນຄ່າ 107.649.418 ໂດລາສະຫະ ລັດ, ໝາກໂມ ມູນຄ່າ 25.941.635 ໂດລາສະຫະລັດ ແລະ ອ້ອຍ ມູນຄ່າ 16.432.000 ໂດລາສະຫະລັດ ໂດຍມີຕະຫຼາດຮອງຮັບຕົ້ນຕໍແມ່ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ນອກຈາກນີ້, ໄດ້ສຳເລັດການສົ່ງສັດໃຫຍ່ (ງົວ, ຄວາຍ) ໄປ ສປ ຈີນ ຈຳນວນ 2.013 ໂຕ ໃນນັ້ນ ງົວ 1.992 ໂຕ ແລະ ຄວາຍ 21 ໂຕ ມູນຄ່າປະ ມານ 4,8 ລ້ານໂດລາສະຫະລັດ.

ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ລາວເຮົາພວມກະກຽມສົ່ງອອກງົວ 2.686 ໂຕ ແລະ ຄວາຍ 108 ໂຕ ໄປ ສປຈີນ. ສ່ວນການສົ່ງອອກມັນດ້າງ, ແລະ ພືດຕະກຸນຖົ່ວ ທີ່ເຄີຍມີບັນຫາໃນໄລຍະຜ່ານມາ, ປັດຈຸບັນ ບັນດາແຂວງພາກເໜືອຂອງລາວໄດ້ເຈລະຈາກັບໜ່ວຍງານທີ່ກ່ຽວຂ້ອງຂອງຈີນ ເຮັດໃຫ້ການສົ່ງອອກຜະລິດຕະພັນເຫລົ່ານີ້ໄປຈີນມີຄວາມສະດວກແລ້ວ.

ແຫຼ່ງຂໍ້ມູນ: Lao National Radio