ຂ່າວດີ!!! ສຳລັບນັກສຶກສາ ຮຽນເກັ່ງແຕ່ຂາດທຶນຮຽນ ມີທຶນດີໆ ຈາກ ທູດຈີນ ມາໃຫ້

ມະຫາວິທະຍາໄລແຫ່ງຊາດ ຫ້ອງການຄຸ້ມຄອງນັກສຶກສາ ແຈ້ງການ ເປີດສະໝັກຮັບທຶນການສຶກສາຂອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໃນສົກສຶກສາ 2019-2020.
ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍດີທຸກໆຄະນະວິຊາ ແລະ ແຈ້ງເຖິງນັກສຶກສາປີທີ 1 ທີ່ມີຜົນການຮຽນດີ, ມີຄຸນສົມບັດດຄໍີແຕ່ຄອບຄົວທຸກຍາກ ພາຍໃນຄະນະວິຊາຂອງທ່ານ ເພື່ອສະໝັກຮັບທຶນການສຶກສາ ຈາກ ສະຖານທູດຈີນ ປະຈໍາ ສປປ ລາວ. ກະລຸນາສົ່ງແບບຟອມໃຫ້ຫ້ອງການຄຸ້ມຄອງນັກສຶກສາ ຫ້ອງ 104 ກ່ອນວັນທີ 20 ພະຈິກ 2019. ສາມາດຕິດຕໍ່ສອບຖາມໄດ້ທີ່ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໂທ 021 770392
ດາວໂຫລດແບບຟອມສະໝັກໄດ້ ທີ່ລິ້ງນີ້ !
https://drive.google.com/file/d/1UrLNiopbUqawrWMs6-HRr0PrCxuknbvY/view?usp=drivesdk
ໝາຍເຫດ: ທຶນຈີນ ແຕ່ຮຽນຢູ່ລາວ

Comments