Author Archives: Ourignatay targetlaos

ອົງການຝຣັ່ງເພື່ອການພັດທະນາ ໃຫ້ທຶນຊ່ວຍເຫຼືອປົກປັກຮັກສາ ມໍລະດົກ ວັດທະນະທຳ

ວັນທີ 29 ມັງກອນ 2019 ຜ່ານມາຢູ່ທີ່ ຫ້ອງການມໍລະດົກໂລກ ວັດພູຈໍາປາສັກ ອົງການຝຣັ່ງ ເພື່ອການພັດທະນາ French Agency for Development (AFD) ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງແຜນໂຄງການຮ່ວມມືໃນການປົກປັກຮັກສາ ແລະ ພັດທະນາມໍລະດົກ ວັດທະນະທຳ ຢູ່ພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ ແລະ ແຫຼ່ງບູຮານສະຖານ ມໍລະດົກ ວັດທະນະທຳອັນລໍ້າຄ່າ ຢູ່ແຂວງສະຫວັນນະເຂດ. ຜູ້ຕາງໜ້າອົງການ AFD ຈາກປາຣີ ປະເທດຝຣັ່ງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການສຶກສາຄົ້ນຄວ້າ ແລະ ວາງແຜນທີ່ຈະໃຫ້ການຊ່ວຍເຫຼືອຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ພະແນກ ຖວທ ແຂວງສະຫວັນນະເຂດ ສຳລັບວຽກງານການປົກປັກຮັກສາມໍລະດົກວັດທະນະທຳຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອປະມານ 600 ລ້ານກວ່າເອີໂຣ ຊຶ່ງຄາດວ່າຈະສາມາດຈັດຕັ້ງປະຕິບັດ ໄດ້ນັບຈາກທ້າຍປີ 2019 ນີ້ເປັນຕົ້ນໄປ. ຂອບໃຈຂໍ້ມູນຈາກ: Cr. ສາລາກາວີ ງົວ ແລະ ກວຽນ

Read More »

ນາຍົກ ເນັ້ນໃຫ້ໜ່ວຍງານພາກລັດ ເອົາໃຈໃສ່ຊຸກຍູ້ສົ່ງເສີມຜູ້ຜະລິດກາເຟ

ວັນທີ 28 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ. ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ລວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປັດຈຸບັນ ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ...

Read More »

ນາຍົກ ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ທີ່ແຂວງຈໍາປາສັກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ,ຮອງລັດຖະມົນຕີ,ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ບັນດາການນໍາຂອງແຂວງຈໍາປາສັກ,ນາຍແລະພົນທະຫານ ແລະ ມວນຊົນຊາວແຂວງຈໍາປາສັກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ເດີ່ນກິລາຂອງແຂວງ ໃນວັນທີ 28 ມັງກອນ 2019 ຜ່ານມາດ້ວຍບັນຍາກາດຟົດຟື້ນ (ລາຍລະອຽດຕິດຕາມຊົມຄຣິບຂ່າວ) ຂ່າວກອງທັບ ແຂວງຈຳປາສັກຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20 ມັງກອນ 1949 – 20 ມັງກອນ 2019) Posted by Champasak RADIO Station100,7 Mhz on Tuesday, January 29, 2019 ຂອບໃຈຂໍ້ມູນຈາກ: ສະຖານີວິທະຍຸ 100,7 Mhz ແຂວງຈໍາປາສັກ.

Read More »

ກະຊວງຍຸຕິທໍາ ຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດປາຖະກະຖາເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (9 ທັນວາ 2003-9 ທັນວາ 2018) ໂດຍການໃຫ້ກຽດປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ,  ມີທ່ານ ສຸກຖາວອນ ແດງເພັງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ, ກົມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມ, ຫ້ອງການ, ສກສ, ສຍຊ, ຫົວໜ້າພະແນກ, ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານປະທານໃຫ້ກຽດເຜີຍແຜ່ບົດປາໄສຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເນື່ອງໃນໂອກາດ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 15 ປີ. ການສໍ້ລາດບັງຫຼວງ ແມ່ນສະພາບການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນທົ່ວໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ...

Read More »

ທ່ານ ພັນຄຳ ວິພາວັນ ຕ້ອນຮັບທູດອິນເດຍ ຢ້ຽມຂໍ່ານັບອຳລາ

ໃນວັນທີ 25 ມັງກອນ 2019, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ Ravi Shankar Aisola ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ລາວ. ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ ຂອງທ່ານ ທູດ Ravi Shankar Aisola ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມືມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ນັບມື້ນັບກວ້າງຂວາງ ຂຶ້ນໄປເລື້ອຍໆ. ຂໍ້ມູນຈາກ: ຂປລ.

Read More »

ທ່ານ ຄໍາໄຕ ສີພັນດອນ ຢ້ຽມຢາມພົບປະການນໍາແຂວງບໍ່ແກ້ວ.

ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ,ອະດີດປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນໍາແຂວງບໍ່ແກ້ວ ໃນວັນທີ 24-25 ມັງກອນ 2019. ລາຍລະອຽດຕິດຕາມຄຣິບຂ້າງລຸ່ມນີ້: ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼງແຂວງບໍ່ແກ້ວ25/1/2019ຂ່າວ: ຄຳເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Friday, January 25, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ

Read More »

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມັງກອນ 2019

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມັງກອນ 2019 ໄດ້ດໍາເນີນເປັນເວລາມື້ເຄິ່ງ ຄືວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດ ຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນດັ່ງນີ້: 1. ຮ່າງແຜນພັດທະນາ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຮອດປີ 2025. 2. ບົດລາຍງານກ່ຽວກັບແຜນພັດທະນາ ທົ່ວເຂດພູພຽງບໍລະເວນ. 3. ບົດລາຍງານກ່ຽວກັບຜົນການຄົ້ນຄວ້າ ແລະ ກວດກາຕີລາຄາ ກ່ຽວກັບການປະເມີນຜົນກະທົບຈາກໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າໂມ້ມີລີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. 4. ຮ່າງດໍາລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ. 5. ຮ່າງດໍາລັດວ່າດ້ວຍກົງຈັກການຈັດຕັ້ງຂອງລັດ. ຂໍ້ມູນຈາກ: ຂປລ.  

Read More »

ຜູ້ເສຍຊີວິດ ຈາກສັນເຂື່ອນແຕກຈະໄດ້ຮັບ 10.000 ໂດລາ

ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 138/ຫສນຍ ລົງວັນທີ 23 ມັງກອນ 2019 ເລື່ອງການຮັບຮອງເອົາຄ່າຊົດເຊີຍໃຫ້ແກ່ຜູ້ເສຍຊີວິດ ແລະ ສູນຫາຍ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນມູນຄ່າ 10.000 ໂດລາ ຕໍ່ຫົວຄົນ ຕາມຈຳນວນຜູ້ເສຍຊີວິດ ແລະ ສູນຫາຍ ທີ່ລັດຖະບານຮັບຮອງ (71ຄົນ) ແລະ ໃນຕໍ່ໜ້າຖ້າຫາກພົບເຫັນຜູ້ເສຍຊີວິດຕື່ມ ບໍລິສັດຕ້ອງສືບຕໍ່ຮັບຜິດຊອບຊົດເຊີຍຕື່ມ.  

Read More »

ປີທ່ອງທ່ຽວລາວ-ຈີນ 2019 ເປີດຂຶ້ນຢ່າງເປັນທາງການ

ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະ ມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໃນພິທີ ທ່ານ ລູຊູກາງ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວ ລາວ-ຈີນ 2019 ຈາກນັ້ນ ທ່ານ ບໍ່ແສງຄຳ ວົງດາລາ  ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວຕໍ່ພິທີເປີດປີທ່ອງທ່ຽວ ລາວ-ຈີນ 2019. ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ ...

Read More »

ສະພາບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມ ຄັ້ງທີ XV.

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2019 ຜ່ານມາທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XV ຂອງຕົນຂຶ້ນ, ໂດຍການເປັນປະທານຂອງທ່ານ ປ.ອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານ ກປຊ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີຮອງປະທານ, ຄະນະກຳມະການສະພາບໍລິຫານ, ຄະນະອຳນວຍການ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການທົບທວນຄືນ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ປະຈຳສົກປີ 2018 ແລະ ກໍານົດທິດທາງແຜນການ ປະຈຳສົກປີ 2019, ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການ (ຫກປຊ) ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີທີ່ຜ່ານມາວ່າ: ໃນປີ 2018 “ກປຊ” ໄດ້ມີການຈັດຕັ້ງປະຕິບັດໂຄງການຈຸດສຸມຫຼາຍຢ່າງ ເຊັ່ນ: ສຳເລັດການປັບປຸງລະບົບ “ໂປຼແກຼມ”ເງິນສົມທົບພາກລັດ ຊຶ່ງສາມາດເກັບກໍາຂໍ້ມູນການຈ່າຍເງິນສົມທົບຂອງພະນັກງານ-ລັດຖະກອນໄດ້ລະອຽດຂອງແຕ່ລະຄົນ. ສໍາເລັດໂຄງການທົດລອງສ້າງໜ່ວຍບໍລິການກອງທຶນປະກັນສັງຄົມຂັ້ນເມືອງ 5 ...

Read More »