Author Archives: Ourignatay targetlaos

ຫ້ວຍຊາຍ ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13

ອົງການປົກຄອງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຮ່ວມກັບ 13 ກຸ່ມບ້ານ, 8 ເທສະບານ ພາຍໃນເມືອງ ໄດ້ຈັດງານພືດກະສິກໍາ ຄັ້ງທີ 13 ແລະ ປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນ ໃນລະຫວ່າງວັນທີ 3-4 ກຸມພາ 2019 ພ້ອມທັງປະກວດນາງສາວພືດກະສິກໍາ (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ແຂວງບໍ່ແກ້ວ, ສຳເລັດການຈັດງານພຶດກະສຶກຳ ຄັ້ງທີ່ 13.ປະຈຳປີ 2019. 5,2,2019(ຂ່າວ:ທອງ ສະຫວັດ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, February 4, 2019 ຂອບໃຈທີ່ມາ: ຂ່າວ ໂທລະພາບແຂງບໍ່ແກ້ວ.

Read More »

ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ

ພິທີຈັດຂຶ້ນໃນວັນທີ 1 ກຸມພາ 2019 ຜ່ານມາ ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາຜານ ພົມມະຈັນ ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ ກອງປະຊຸມ ສະຫຼຸບວຽກງານ 06 ເດືອນທ້າຍ ປີ 2018 ຂອງຮາກຖານພັກ ປກສ ເມືອງ ປາກຊັນ Posted by ຂ່າວ ປກສ ແຂວງ ບໍລິຄຳໄຊ on Monday, February 4, 2019 ທີ່ມາ: ຂ່າວ ປກສ ແຂວງ ບໍລິຄໍາໄຊ.

Read More »

ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

ພາຍຫຼັງທີ່ໄດ້ດຳເນີນວຽກງານມາເປັນເວລາ 3 ວັນ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ມັງກອນ 2019 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາທ່ານການນຳ ແລະ ອະດີດການນໍາພັກ-ລັດແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆ. ໃນກອງປະຊຸມ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ເຊີດຊູນໍ້າໃຈຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແລະ ປະກອບຄວາມຄິດຄວາມເຫັນ ພ້ອມພິຈະລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາສໍາຄັນຕ່າງໆຂອງແຂວງ ເຊັ່ນ: ບົດລາຍງານຂອງຮອງເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,ແຜນງົບປະມານຂອງແຂວງ ປະຈໍາ ປີ 2018, ທິດທາງແຜນ ການ ປີ 2019 ແລະ ແຜນງົບປະມານຂອງແຂວງ ປີ 2019, ຮັບຟັງການຊີ້ແຈງອະທິບາຍ 3 ບັນຫາທີ່ພົ້ນເດັ່ນໃນສັງຄົມພາຍໃນແຂວງວຽງຈັນ ...

Read More »

ປະດັບຫຼຽນກາ 70 ປີ ໃຫ້ແກ່ພະນັກງານອະວຸໂສ ບໍານານ ເສຍອົງຄະ

ພະນັກງານອະວຸໂສ,ບໍານານ,ເສຍອົງຄະ, ສູນເສຍອົງຄະພິເສດ 790 ຈໍານວນ 81 ທ່ານໄດ້ຮັບຫຼຽນກາ 70 ປີ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ຍ້ອງຍໍຜົນງານປະຈຳປີ ຂອງສູນຟື້ນຟູເສຍອົງຄະ 686. ພິທີທາງການຈັດຂຶ້ນ ໃນຕອນເຊົ້າ ວັນທີ 31 ມັງກອນ 2019ນີ້, ທີ່ສູນເສຍອົງຄະພິເສດ 790 , ບ້ານໄຮ່ທ່າງ່ອນ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນທ່ານຫົວໜ້າກົມ, ຮອງກົມ,ຄະນະບັນຊາກະຊວງປ້ອງກັນປະເທດ, ຄະນະສູນ, ພາກສວ່ນທຸລະກິດ ແລະ ພ້ອມດວ້ຍລຼກຫຼານພະນັກງານອະວຸໂສ,ບຳນານ,ເສຍອົງຄະ ແລະ ວິຊາການຂອງສູນເຂົ້າຮ່ວມ. ທ່ານ ພົງທະວີ ໂຄດໂຍທາ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານລັດຖະດຳລັດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບ ຫຼຽນກາ 70 ປີ ຈຳນວນ 81 ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 6 ຊຸດທີ I ສະພາປະຊາຊົນແຂວງບໍລິຄໍາໄຊ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ)ບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເຖິງວັນທີ 1 ກຸມພາ 2019 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆ ຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2018 ແລະ ແຜນງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ...

Read More »

ການນໍາແຂວງສາລະວັນ ເຂົ້າວາງກະຕ່າດອກໄມ້ ເພື່ອລະນຶກເຖິງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ

ໃນວັນທີ 31 ມັງກອນ 2019 ການນໍາແຂວງສາລະວັນ ນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ ແລະ ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມຄະນະສະຫະພັນພັນກໍາມະບານແຂວງ, ກຸ່ມພັກ-ພະນັກງານ, ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມປົກປ້ອງກົດໝາຍ, ກຸ່ມເສດຖະກິດ, ກຸ່ມສະຫະພັນກໍາມະບານຂະແໜງ ແລະ ກຸ່ມສະຫະພັນກໍາມະບານເມືອງສາລະວັນ, ໄດ້ເຂົ້າວາງກະຕ່າງດອກໄມ້ຢູ່ 3 ຈຸດສຳຄັນຂອງແຂວງຄື: ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີອົງແກ້ວ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956- 1 ກຸມພາ 2019) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ ແລະ ການສ້າງສາ ພັດທະນາ ປະເທດຊາດ ກໍຄືຂອງຊາວຜູ້ອອກແຮງງານບັນດາເຜົ່າ ໃນການປະກອບສ່ວນໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກຳມະບານລາວຕະຫຼອດໄລຍະຜ່ານມາ. ຂໍ້ມູນຈາກ: ໜັງສືພິມສາລະວັນ

Read More »

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊື່ອມຊຶມມະຕິ 7ແລະ ເປີດຂະບວນການແຂ່ງຂັນ

ໃນວັນທີ 30-31 ມັງກອນ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມ ຕໍ່ເນື້ອໃນຈິດໃຈ ຂອງມະ ຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 56/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ...

Read More »

ກວດພົບ ພັນກວ່າຄອບຄົວ ຍັງບໍ່ທັນຈົດທະບຽນສໍາມະໂນຄົວ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປີ 2018 ແລະ ວາງທິດທາງວຽກງານຈຸດສຸມໃນປີ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະນໍາຂັ້ນສູງຂອງກະຊວງທີ່ກ່ຽວຂ້ອງ, ຄະນະຊີ້ນໍາ, ຂະແໜງການ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ 270 ສະຫາຍເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:ໃນໄລຍະ 1 ປີຜ່ານມາ ໄດ້ສຸມໃສ່ 4 ວຽກຄື: ວຽກງານຄຸ້ມຄອງສຳມະໂນຄົວ ຕິດພັນກັບການຈັດສັນລະບຽບສັງຄົມ ແມ່ນໄດ້ກວດກາ, ຈົດທະບຽນສຳມະໂນຄົວ ພາຍໃນ 6 ເມືອງ, ມີ 28 ກຸ່ມ, ມີ 212 ບ້ານ, ...

Read More »

ຮອງປະທານປະເທດ ໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ມັງກອນ 2019 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ,ມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 325 ທ່ານ, ຍິງ 90 ທ່ານ. ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຍຸຕິທໍາໃນໄລຍະທີ່ຜ່ານມາ, ກະຊວງຍຸຕິທຳໃນຖານະເປັນເສນາທິການໃຫ້ແກ່ລັດຖະບານໃນວຽກງານກົດໝາຍ ແລະ ຍຸຕິທຳ ໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງການຍຸຕິທໍາໃນວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ເປັນຢ່າງດີ, ອັນເປັນການປະກອບສ່ວນທີ່ສໍາຄັນຂອງຂະແໜງການຍຸຕິທໍາ ເຂົ້າໃນການຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນບາງຈຸດທີ່ສຳຄັນ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ດັ່ງນີ້: ບັນຫາທີໜຶ່ງ: ຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ...

Read More »

ສະຫະກອນຜູ້ຜະລິດກາເຟ ມອບອາຄານຮຽນຫຼັງໃໝ່ໃຫ້ບ້ານພູມອນ

ທ່ານ ບຸນທົງ ເທບໄກສອນ ປະທານສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໃນນາມເຈົ້າຂອງໂຄງການກໍ່ສ້າງອາຄານຮຽນຊັ້ນປະຖົມ ບ້ານພູມອນ ຫຼັງໃໝ່ ໃຫ້ຮູ້ວ່າ: ອາຄານຮຽນຫຼັງໃໝ່ທີ່ກໍ່ສ້າງສຳເລັດນີ້ ແມ່ນອາຄານກໍ່ຊັ້ນດຽວ, ໂຄງສ້າງເບຕົງເສີມເຫຼັກ, ມຸງກະເບື້ອງ, ເຊິ່ງປະກອບມີ 5 ຫ້ອງຮຽນ ພ້ອມອຸປະກອນໂຕະ, ຕັ່ງ ແລະ ກະດານຄົບຊຸດ, ໂດຍລວມມູນຄ່າການກໍ່ສ້າງທັງໝົດ ແມ່ນ 348 ລ້ານກີບ, ໃນນີ້ ແມ່ນທຶນຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ 291 ລ້ານກີບ ແລະ ທຶນສົມ ທົບຈາກປະຊາຊົນບ້ານພູມອນ ທີ່ເປັນແຮງງານກໍ່ສ້າງມູນຄ່າ 57 ລ້ານກີບ. ອາຄານຮຽນຫຼັງໃໝ່ ທີ່ທາງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນກໍ່ສ້າງ ແລະ ມອບໃຫ້ນີ້ ແມ່ນໜຶ່ງໃນນະໂຍບາຍຂອງສະຫະກອນ ທີ່ຢາກພັດທະນາການສຶກສາພາຍໃນບ້ານພູມອນທີ່ເປັນສະມາຊິກຂອງສະຫະກອນເຂດພູພຽງບໍລະເວນ ໃຫ້ດີຂຶ້ນເທື່ອລະກ້າວໂດຍສະເພາະ ແມ່ນທາງດ້ານອາຄານຮຽນ ເພື່ອໃຫ້ສະດວກ ແລະ ພຽງພໍກັບຄວາມຮຽກ ຮ້ອງຕ້ອງການ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ສຸລິຈັກ ພິລາແດງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ບຸນເນີນ ແກ້ວວົງສາ ຮອງເຈົ້າເມືອງໆ ປາກຊ່ອງ, ການນຳຂອງພະແນກການຕ່າງໆ, ບັນດາພະນັກງານທີ່ກ່ຽວຂ້ອງ, ...

Read More »