Author Archives: Ourignatay targetlaos

ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ນັບແຕ່ສະໄໝບູຮານນະການສືບທອດກັນມາ ພໍເຖິງເດືອນສິບສອງ (ຕາມປະຕິທິນລາວ) ຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ. ແຕ່ຄິດວ່າມີຫຼາຍທ່ານຍັງບໍ່ທັນຮູ້ເຖິງປະຫວັດຄວາມເປັນມາຂອງ ພຣະທາດຫຼວງ ດັ່ງນັ້ນ ໃນໂອກາດສະເຫຼີມສະຫຼອງບຸນທາດຫຼວງ ປີ 2019 ນີ້  ທາງ Target ຂໍນໍາເອົາປະຫວັດຂອງພຣະທາດຫຼວງມາເລົ່າສູ່ຟັງ, “ພຣະທາດຫຼວງ” ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ນັ້ນຊື່ວ່າ: “ພຣະເຈດີໂລກະຈຸນລະມະນີ” ອັນເປັນປູຊະນິຍະສະຖານ ທີ່ສໍາຄັນຂອງຊາວລາວ. ພຣະທາດຫຼວງ ເປັ່ງແສງປະກາຍສີຄໍາອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດເຈດີໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ. ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີ ປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເຊດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດ ທາງດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີ ...

Read More »

ເຜີຍແຜ່ດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

ແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍດຳລັດ 348 ຂອງລັດຖະບານວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນຕອນເຊົ້າວັນທີ 20 ພະຈິກ 2018 ຢູ່ທີ່ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຈຳປສັກ,ມີການນຳພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງຕ່າງໆ,ວິຊາການຫ້ອງການ,ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດກ່າວໄຂກອງປະຊຸມ ແລະ ເຜີຍແຜ່ດຳລັດເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເນື່ອງຈາກແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈແກ່ພະນັກງານການນຳ ແລະ ວິຊາການທີ່ເຮັດວຽກພັດທະນາຊົນນະບົດທົ່ວແຂວງ ໃນການຈັດຕັ້ງປະຕິບັດປະເມີນຄອບຄົວທຸກຍາກ ແລະ ຄອບຄົວພົ້ນທຸກຢູ່ແຂວງຈຳປາສັກ ຊຶ່ງພາຍຫຼັງເຊື່ອມຊຶມແລ້ວຈະໄດ້ພ້ອມກັນລົງໄປຈັດຕັ້ງປະຕິບັດຕົວຈິງ ຢູ່ທີ່ບ້ານໂພນທອງ ເມືອງໂພນທອງ ເປັນບ້ານ ແລະ ເມືອງທຳອິດຂອງແຂວງ ເພື່ອຖອດຖອນບົດຮຽນນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ຢູ່ບ້ານອື່ນໆ ໃນທົ່ວແຂວງໃນຕໍ່ໜ້າ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຟັງບົດແນະນຳມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ທີ່ສະເເໜີໂດຍ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຮຽນຮູ້ປື້ມຄູ່ມືການນຳໃຊ້ແບບຟອມເກັບກຳຂໍ້ມູນລາຍຮັບຂອງແຕ່ລະຄອບຄົວ,ການປ້ອນຂໍ້ມູນ,ການນຳໃຊ້ ລະບົບໄອທີເຂົ້າໃນການວິເຄາະຂໍ້ມູນ ແລະ ຮັກສາຂໍ້ມູສະຖີຕິ. ...

Read More »

ການນໍາ ຢ້ຽມຊົມງານບຸນທາດຫຼວງ ແລະ ຮ້ານວາງສະແດງສິນຄ້າ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍອະດີດການນໍາພັກ-ລັດຂັ້ນສູງ ໄດ້ໃຫ້ກຽດຢ້ຽມຢາມ ແລະ ທ່ຽວຊົມງານບຸນມະນັດສະການພຣະທາດຫຼວງ ແລະ ວາງສະແດງສິນຄ້າ ປະຈຳປີ 2018  ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈແກ່ຫົວໜ່ວຍທຸລະກິດ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ.   ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບ

Read More »

ເຈົ້າຄອງນະຄອນ ເຂົ້າຮ່ວມພິທີລົງເສົາຂວັນອາຄານສໍານັກງານປະທານສົງສູນກາງ

ພິທີລົງເສົາຂັວນອາຄານສໍານັກງານປະທານສົງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2018 ນີ້ທີ່ວັດທາດຫຼວງເໜືອໂດຍມີ ພຣະອາຈານໃຫຍ່ ມະຫາ ງອນ ດໍາຣົງບູນ ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາອອກຕົນຍາດໂຍມ, ພຸດທະສາສະນິກະຊົນຜູ້ມີຈິດໃຈສັດທາ ເຂົ້າຮ່ວມ. ອາຄານສໍານັກງານສູນກາງ ອພສ ຈະມີ 3 ຫຼັງ ເປັນອາຄານ ຄອນກຣີດ 2 ຊັ້ນ ຮູບຊົງສິລະປະເອກະລັກຂອງລາວ ມີຄວາມກວ້າງ 32 ກວ່າແມັດ, ຄວາມຍາວ 36 ກວ່າແມັດ, ຄວາມສູງລວມຍອດຊໍ່ຟ້າ 22 ກວ່າແມັດ. ໂດຍແມ່ນບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າ 23 ຕື້ກວ່າກີບ.ໄລຍະການກໍ່ສ້າງ 2 ປີ ຈະໃຫ້ສໍາເລັດ. ຂໍ້ມູນຈາກ:ຂປລ.

Read More »

ຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ເຈົ້າແຂວງ.

ໃນວັນທີ 20 ພະຈິກ 2018 ທີ່ຫ້ອງວ່າການປົກຄອງ ແຂວງ ຫຼວງພະບາງ ທ່ານ ບຸນປອນ ວັນນະຈິດ ຮອງປະທານກວດສອບແຫ່ງຊາດລາວ ໄດ້ນໍາຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ ບັນດາ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ແລະ ຫາລື ກັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ. ຈຸດປະສົງເພື່ອລາຍງານການຈັດກອງປະຊຸມເຝິກອົບຮົມ ວຽກງານກວດສອບການເງິນຂອງສະຖາບັນສູງສຸດ 10 ປະເທດອາຊຽນ ຢູ່ອົງການກວດສອບປະຈໍາພາກເໜືອ (ແຂວງຫຼວງພະບາງ). ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານກວດສອບ, ໂດຍສະເພາະຢູ່ແຂວງ ຫຼວງພະບາງ ໃນໄລຍະຜ່ານມາ ພ້ອມທັງສະໜັບສະໜູນໃຫ້ຊຸດອົບຮົມດັ່ງກ່າວ, ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ພ້ອມນໍາໄປຈັດຕັ້ງປະຕິບັດຢູ່ໃນແຕ່ລະປະເທດຂອງຕົນ. ຈາກນັ້ນທາງຄະນະຊ່ຽວຊານດັ່ງກ່າວ, ກໍໄດ້ເດີນທາງໄປເຂົ້າຮ່ວມເປີດຊຸດເຝິກອົບຮົມ ຢູ່ອົງການກວດສອບແຫ່ງຊາດ ປະຈໍາພາກເໜືອ ທີ່ ແຂວງຫຼວງພະບາງ. ຂໍ້ມູນຈາກ: ຂປລ.    

Read More »

ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາ.

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີ່ ຕາມທີ່ກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແຕ່ລະຄັ້ງເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີສະພາບພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ມີບາງຕອນສຳຄັນວ່າ: ໃນເຄິ່ງສະໄໝທີ່ຜ່ານມາ, ລັດຖະບານ ໄດ້ພະຍາຍາມສືບ ຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ມີຄວາມະສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງ ຄົມໄດ້ໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດ ທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີ ຂຽວ-ຍືນຍົງ ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນ ດັ່ງນີ້: ​​​​​1.ບົດລາຍງານກ່ຽວກັບສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ. ​​​​​2.ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດມະຫາພາກ. ​​​​​3.ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ. ​​​​​4.ຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ​​​​​​5.ຍຸດທະສາດວ່າດ້ວຍການເຕີບໂຕສີຂຽວ ແຫ່ງຊາດ ຮອດປີ 2030. ​​​​​-ບົດລາຍງານ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລ ຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ ແລະ ບົດລາຍງານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ...

Read More »

ປີ 2019 ຈະຫຼຸດໂຄຕາລັດຖະກອນໃໝ່ລົງເຄິ່ງໜຶ່ງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານ-ລັດຖະກອນ ໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ກ່ອນ ໃນເງື່ອນໄຂທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ທາງດ້ານງົບປະມານປັດຈຸບັນ. ທ່ານ ນາຍົກລັດຖະມົນຕີ ຫວັງວ່າ: ພະນັກງານລັດຖະກອນ ຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ. ຂ່າວ: ສິງຄຳ, ພາບ: ເກດສະໜາ ຂໍ້ມູນຈາກ:ຂປລ.  

Read More »

ຍອດຕົວເລກນັກທ່ອງທ່ຽວເພີ້ມຂຶ້ນ ຍ້ອນໂຄສະນາຜ່ານ….

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ 2018 ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການໂຄສະນາປິທ່ອງທ່ຽວ ຢ່າງຕໍ່ເນື່ອງເປັນຕົ້ນ: ການຕິດຕັ້ງປ້າຍໂຄສະນາ, ຮູບພາບແຫຼ່ງທ່ອງທ່ຽວ, ໂລໂກ, ແຜ່ນພັບ, ປື້ມ,ປະຕິທິນ, ໂຄສະນາຜ່ານແອບພລີເຄເຊີນ ວີດີໂອ ແລະ ອື່ນໆ ພ້ອມທັງສະໜອງຂໍ້ມູນການທ່ອງທ່ຽວໃຫ້ສື່ໂຄສະນາ ໂດຍສະເພາະທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ.   ນອກຈາກນັ້ນ, ຍັງໄດ້ໂຄສະນາຜ່ານສື່ຂອງຕ່າງປະເທດ ເປັນຕົ້ນໂທລະພາບຊ່ອງ CNN ແລະ ເວັບໄຊ໌ ອື່ນໆ ໂດຍປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານທັງໝົດ 22,95 ຕື້ກີບ. ປັດຈຸບັນ, ການເປີດປີທ່ອງທ່ຽວລາວ 2018 ມີຫຼາຍແຂວງໄດ້ເປີດໄປແລ້ວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນແຂວງຂອງຕົນ ແລະ ຍັງເຫຼືອພຽງ 3 ແຂວງຄື: ແຂວງສະຫວັນນະເຂດ, ໄຊສົມບູນ ແລະ ອັດຕະປື. ຜ່ານການຈັດຕັ້ງປະຕິບັດຜ່ານມາ 9 ເດືອນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາເຖິງ 2,91 ລ້ານຄົນ ...

Read More »

ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018. ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019, ບົດລາຍງານຜົນການກວດສອບສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2017; ຮັບຟັງການລາຍງານຂອງອົງການກວດກວດລັດຖະບານ ກ່ຽວກັບການກວດກາຕາມຜົນກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016. ຈາກນັ້ນ, ບັນດາສະມາຊິກສາພາ ໄດ້ຮັບຟັງການປະກອບຄຳເຫັນຂອງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ...

Read More »