Author Archives: Ourignatay targetlaos

ລັດຖະບານ ຕວັກກີ ແລະ ອົງການ ສປຊ ມອບເຮືອກູ້ໄພ ໃຫ້ລັດຖະບານລາວ

ລັດຖະບານ ຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ) ໄດ້ນໍາເອົາເຮືອກູ້ໄພລຸຍຕົມ ຈຳນວນ 2 ລຳ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 21 ທັນວາ 2018 ນີ້, ຕາງໜ້າມອບໂດຍ ທ່ານ Idem Akay ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ ແລະ ທ່ານ ນາງ ກາຣິນາ ອີໂມເນັນ ຜູ້ຕາງໜ້າອົງການ ສປຊ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າໃຫ້ລັດຖະບານລາວ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ແລະ ...

Read More »

ທ່ານ ບໍ່ແສງຄໍາ ວົງດາລາ ລົງຕິດຕາມໂຄງການກໍ່ສ້າງສະຖານີວິທະຍຸ ກະຈາຍສຽງ

ໃນວັນທີ 21 ທັນວາ 2018 ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງໄປຕິດຕາມກວດກາໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ ແຂວງຈຳປາສັກ ແຫ່ງໃໝ່. ຂໍ້ມູນຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz.

Read More »

ຖ່າຍທອດສົດ ປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII  ທີ່ໄດ້ດໍາເນີນມາແຕ່ວັນທີ 20 ພະຈິກ 2018 ໄດ້ປິດລົງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ທັນວາ 2018  ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງວໍລະຈິດ, ເລຂາທິກາານໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະລັດຖະມົນຕີຈາກແຕ່ລະກະຊວງ. 21-12-2018 Posted by ໂທລະພາບເເຫ່ງຊາດລາວ ທຊລ 1 on Thursday, December 20, 2018 ຂອບໃຈໂທລະພາບແຫ່ງຊາດ

Read More »

ໃນປີ 2005 ໂອ່ງ-ມັ່ງ ໃນລາວ ຍັງເຫຼືອພຽງແຕ່ 6 ຫາ 20 ໂຕ

ໃນປີ 2005, ໂອ່ງ-ມັ່ງ ໃນລາວ ຍັງເຫຼືອພຽງແຕ່ 6 ຫາ 20 ໂຕ? ຕັ້ງແຕ່ນັ້ນມາ, ຄວາມພະຍາຍາມໃນການປົກປ້ອງສັດດັ່ງກ່າວ ຈາກການສູນພັນກໍໄດ້ມີຂຶ້ນໃນລະດັບຊຸມຊົນໃນໄລຍະເວລາບໍ່ເຖິງ 15 ປີ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຢາກຮັບປະກັນວ່າ: ແນວທາງນີ້ບໍ່ຄວນຢຸດຕິພຽງເທົ່ານີ້ ແລະ ຢາກໃຫ້ສັດທີ່ສວາຍງາມເຫຼົ່ານີ້ ສືບຕໍ່ເພີ່ມຈຳນວນຂຶ້ນໃນຫຼາຍໆທົດສະວັດໃນຕໍ່ໜ້າ. ນັ້ນເປັນເຫດຜົນທີ່ວ່າ: ເປັນຫຍັງໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ໃນລະບົບນິເວດປ່າໂຄກ ພາກໃຕ້ຂອງ ສປປ ລາວ ເຊິ່ງເປັນໂຄງການປົກປັກຮັກສາທີ່ຢູ່ອາໄສຂອງໂອ່ງ-ມັ່ງ ນັ້ນກໍຄື ປ່າໂຄກ ຂອງ ອົງການຢູເອັນດີພີ ຈິ່ງໄດ້ມອບຮູບປັ້ນໂອ່ງ-ມັ່ງໃຫ້ແກ່ແຂວງສະຫວັນນະເຂດໃນວັນທີ 13 ທັນວາ 2018  ຜ່ານມານີ້.   ຮູບປັ້ນດັ່ງກ່າວໄດ້ຖືກຕັ້ງຢູ່ວົງວຽນ ຈຸດທີ່ເປັນສູນກາງຂອງນະຄອນໄກສອນ ພົມວິຫານ ເຊິ່ງຈະເປັນສິ່ງຢໍ້າເຕືອນໃຫ້ຄົນໃນທ້ອງຖິ່ນ ແລະ ແຂກທີ່ມາຢ້ຽມຢາມ ຮູ້ເຖິງການໃຫ້ຄວາມສໍາຄັນຂອງການອະນຸລັກສັດທີ່ໃກ້ຈະສູນພັນ. ທ່ານສາມາດອ່ານຕື່ມກ່ຽວກັບພິທີເປີດຮູບປັ້ນຈາກລິ້ງລຸ່ມນີ້. ໂອ້! ຖ້າທ່ານຢູ່ໃນນະຄອນໄກສອນ, ຢ່າລືມສົ່ງຖ່າຍຮູບກັບຮູບປັ້ນໂອ່ງ-ມັ່ງ ແລ້ວສົ່ງໃຫ້ພວກເຮົາເບິ່ງແດ່ເດີ້! Did you know that in 2005 there ...

Read More »

ອົງການ (WHO) ຊ່ວຍພັດທະນາຊົນນະບົດ, ສຸຂະສຶກສາ ,ໂພຊະນາການ ແລະ ອື່ນໆ

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ມາກ ຈາກຄອບ ຜູ້ຕາງໜ້າຄົນໃໝ່ຂອງອົງການອະນາໄມໂລກ (WHO) ປະຈຳສປປ ລາວ ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 19 ທັນວາ 2018 ທີ່ຜ່ານມາທີ່ກະຊວງສາທາລະນະສຸກ. ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງອົງການ WHO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່ ອົງການ WHO ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ WHO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະ ການສົ່ງເສີມການພັດທະນາຊົນນະບົດ, ສຸຂະສຶກສາ ແລະ ໂພຊະນາການ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ ...

Read More »

ສະເລ່ຍທຸກໆສອງເດືອນ ຈະມີເຫດການລະເບີດແຕກ

ສະ­ຫະ­ພາບ​ເອີ​ຣົບ​ໃຫ້ການຊ່ວຍ­ເຫຼືອ ວຽກ​ງານ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ແຂວງ​ຫົວ­ພັນ ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ​ໝາຍ​ຢູ່​ໃນ 44 ບ້ານ​ເປົ້າ​ໝາຍ ແລະ ໃນ​ພື້ນ​ທີ່ 9.450.000 ຕາ​ແມັດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ລະ­ເບີດ​ລູກ​ຫວ່ານ. ພ້ອມ​ທັງ​ຈະ​ພັດ­ທະ­ນາ ແລະ ສະ­ໜັບ­ສະ­ໜູນ​ແນວ­ທາງ​ການ​ຄຸ້ມ​ຄອງ​ວຽກ​ງານ ການ​ໂຄ­ສະ­ນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລູກ​ລະ​ເບີ​ບໍ່​ທັນ​ແຕກ ໃນ​ລະ­ດັບ​ຂັ້ນ​ບ້ານ​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ໄລ­ຍະ​ຍາວ ຊອກ​ຫາ​ຫຼາກ​ຫຼາຍ​ວິ­ທີ ເພື່ອ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ການ​ຄຸ້ມ​ຄອງ ຄວາມ​ສ່ຽງ​ຈາກ​ລູກ​ລະ­ເບີດ​ບໍ່​ທັນ​ແຕກ​ໃນ​ຊຸມ​ຊົນ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ປະ­ຕິ­ບັດ​ກິດ­ຈະ­ກຳ ກໍ​ຄື ການ​ສ້າງ­ສາ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄດ້​ຢ່າງ​ປອດ​ໄພ ​ໂຄງ­ການ​ຈະ​ໃຫ້­ການ​ເຝິກ­ອົບ­ຮົມ ຄູ-ອາ­ຈານ ກ່ຽວ​ກັບ​ການ​ສຶກ​ສາ​ຄວາມ​ສ່ຽງ​ໄພ ເພື່ອ​ນຳ­ໄປ​ເຜີຍ­ແຜ່​ຜັນ​ຂະ­ຫຍາຍ​ໃຫ້​ກັບ​ນັກ­ຮຽນ​ຂອງ​ຕົນ ​ໃນ​ປັດ­ຈຸ­ບັນ​ນີ້ ສະ­ເລ່ຍ​ທຸກໆ​ສອງ​ເດືອນ​ຈະ​ມີ​ເຫດ­ການ​ລະ­ເບີດ​ແຕກ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊີ­ວິດ​ຊັບ​ສິນ​ຂອງ​ປະ­ຊາ­ຊົນ​. ໃນ​ນັ້ນ ໄດ້​ເກີດ​ຂຶ້ນ​ກັບ​ເດັກ­ນ້ອຍ​ນັກ­ຮຽນ​ເຂດ​ພື້ນ​ທີ່​ສ່ຽງ​ທີ່​ບໍ່​ທັນ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ​ຂອງ​ລະ­ເບີດ​ບໍ່​ທັນ​ແຕກ ດັ່ງ­ນັ້ນ ໂຄງ­ການ​ຈິ່ງ​ເນັ້ນ​ທີ່​ຈະ​ເຝິກ­ອົບ­ຮົມ​ໃຫ້​ແກ່​ບັນ­ດາ​ຄູ-ອາ­ຈານ ໃນ​ເຂດ​ພື້ນ​ທີ່​ສ່ຽງ​ໄພ​ເປັນ­ຕົ້ນ​ຕໍ. ພິທີລົງນາມການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທີ່​ໂຮງ­ແຮມ​ເສດ​ຖາ​ປາ​ລາສ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ໂດຍ​ທ່ານ ພູ​ຂຽວ ຈັນ­ທະ​ສົມ­ບູນ ຫົວ­ໜ້າ​ຫ້ອງ­ການ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ເບີ​ນົວ ຄູ​ເຕີ​ຣິ​ແອ ຫົວ­ໜ້າ​ອົງ­ການ​ເພື່ອ​ມະ­ນຸດ­ສະ­ທຳ ...

Read More »

ອະດີດປະທານປະເທດ ໃຫ້ທິດຊີ້ນຳການນຳນະຄອນຫຼວງ

ໃນວັນ​ທີ 20 ທັນ­ວາ 2018 ຜ່ານມາ ທ່ານ ຄຳ​ໄຕ ສີ​ພັນ​ດອນ ອະ­ດີດ​ປະ­ທານ​ພັກ ອະດີດປະ­ທານ​ປະ­ເທດ ​ແຫ່ງ ສປປ ລາວ ລົງ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ຕ້ອນ­ຮັບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.   ການ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້ ທ່ານ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ພົ້ນ​ເດັ່ນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຍາດ​ມາ​ໄດ້ ພ້ອມ​ນັ້ນ ກໍໄດ້​ແນະ­ນຳ​ໃຫ້​ຍົກ​ສູງ​ຄວາມ​ສາ­ມາດ​ການ​ນຳ­ພາ​ຂອງ​ລັດ ໃນ​ການ​ນຳ­ພາ​ເປັນ​ເຈົ້າ​ການ​ກຳ­ນົດ​ແນວ­ທາງ​ນະ­ໂຍ­ບາຍ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ການ​ຕ່າງ­ປະ­ເທດ ຮັບ­ປະ­ກັນ​ຄວາມ​ສາ­ມັກ­ຄີ ແລະ ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ສົມ­ທົບ​ທຶນ­ຮອນ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຈາກ​ພາຍ​ນອກ ປະ­ກອບ­ສ່ວນ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ ປະ­ກອບ­ສ່ວນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຂາດ­ແຄນ​ຫຼ້າ­ຫຼັງ​.    ພ້ອມ​ນັ້ນ ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ຂັ້ນ​ຕ່າງໆ ໂດຍ​ຜ່ານ​ແນວ​ໂຮມ​ບ້ານ ອົງ​ການ­ຈັດ­ຕັ້ງ​ຂັ້ນ​ຕ່າງໆ ປະ­ກອບ­ສ່ວນ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ແລະ ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.  ທ່ານໄດ້ເນັ້ນຕື່ມວ່າ: ແຕ່​ກໍ​ຍັງ​ມີ​ຂໍ້­ຄົງ­ຄ້າງ​ຫຼາຍ​ຢ່າງ ທີ່​ການ​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຢ່າງ​ຈິງ​ຈັງ ພະ­ນັກ­ງານ​ຈຳ­ນວນ​ບໍ່​ໜ້ອຍ​ໄດ້​ສວຍ​ໃຊ້​ອຳ­ນາດ ໜ້າ­ທີ່ ຕຳ­ແໜ່ງ​ງານ ວາງ​ໂຕ​ເປັນ​ນາຍ​ໄປ​ທາງ​ໃດ​ມີ​ການ​ຕ້ອນ­ຮັບ​ໃຫຍ່​ໂຕ ເຫັນ​ວ່າ​ບໍ່​ເໝາະ​ສົມ, ບັນ­ຫາ​ດ້ານ​ສັງ­ຄົມ​ຄວາມ​ແຕກ​ໂຕນ​ດ້ານ​ລາຍ​ຮັບ ...

Read More »

ມສ ວຽງຈັນ ຈັດກິດຈະກໍາສະຫຼອງຄົບຮອບ 60 ປີ

ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໄດ້ສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີ (1958-2018) ຂຶ້ນໃນວັນທີ 20 ທັນວາ 2018 ດ້ວບັນຍາກາດເບີກບານມ່ວນຊື່ນ ດ້ວຍຫຼາກຫຼາຍກິດຈະກໍາຂອງ ບັນດາຄູ ອາຈານ ແລະ ນັກຮຽນ. ຂອບໃຈພາບຈາກເຟສບຸກ Fie lthls

Read More »

ສສຊ ພິຈາລະນາ-ຮັບຮອງ 3 ຮ່າງມະຕິ ການເຄຶ່ອນໄຫວວຽກງານສະພາແຫ່ງຊາດ

ມື້ສຸດທ້າຍ ຂອງການດຳເນີນກອງປະຂຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າຂອງວັນທີ 21 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສືບຕໍ່ສຸມໃສ່ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ 3 ຮ່າງມະຕິ ຄື: ການເຄື່ອນໄຫວວຽກງານກາງສະໄໝ ຂອງສະພາແຫ່ງຊາດ 2016-2018, ແຜນວຽກຈຸດສຸມ ປີ 2019 ແລະ ທິດທາງແຜນການຮອດປີ 2020; ການປະຕິບັດແຜນສ້າງ ແລະ ປັບປຸງ ກົດໝາຍ ໄລຍະ 3 ປີຜ່ານມາ ແລະ ແຜນການ 2 ປີທ້າຍສະໄໝ ສະພາແຫ່ງຊາດຊຸດທີ VIII 2019-2020; ການປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ 3 ປີຜ່ານມາ ແລະ ແຜນການ ປີ 2019 ຂອງສະພາແຫ່ງຊາດ. ເຖິງວ່າໃນໄລຍະ 3 ປີຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງໆ ໂດຍສະເພາະການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ລວມທັງການປະຕິບັດແຜນສ້າງ ...

Read More »

ທົ່ວປະເທດມີສິນຄ້າ “ໂອດອບ” ຫຼາຍກວ່າ 600 ຜະລິດຕະພັນ.

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ສຳລັບ ນະຄອນຫຼວງວຽງຈັນ ມີແຜນສູ້ຊົນ ໃນປີ 2019 ນີ້ ຈະໃຫ້ມີສິນຄ້າ ໂອດອບເພີ່ມຂຶ້ນ 5 ຜະລິດຕະພັນ ໂດຍມີສອງພາກສ່ວນແລ້ວທີ່ສະເໜີມາຂໍກາໝາຍສິນຄ້າໂອດອບ ຂັ້ນຕອນຕໍ່ໄປ ແມ່ນການກວດກາຕາມເງື່ອນໄຂ. ເມື່ອໄດ້ກາໝາຍສິນຄ້າໂອດອບແລ້ວ, ເຈົ້າຂອງຜະລິດຕະພັນ ມີໂອກາດໄດ້ຮັບສິດໃນການເຂົ້າເຖິງແຫຼ່ງທຶນ, ຂະຫຍາຍຕະຫຼາດໄດ້ກວ້າງອອກ, ໄດ້ຮັບນະໂຍບາຍເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍລາຄາທີ່ຖືກກວ່າ ຫຼື ບໍ່ເສຍຄ່າ, ພ້ອມນີ້ ຍັງຈະໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບຍີ່ຫໍ້, ການບັນຈຸພັນ, ອອກແບບຕົບແຕ່ງກາສິນຄ້າ ແລະ ອື່ນໆ ພ້ອມຍັງຈະໄດ້ຮັບຄຳແນະນຳຈາກວິຊາການທີ່ມີຄວາມຊຳນານໃນການເຄື່ອນໄຫວດຳເນີນທຸລະກິດອີກດ້ວຍ. ມາຮອດປັດຈຸບັນນີ້ ທົ່ວປະເທດເຮົາ ມີສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຫຼື ( ODOP) ທັງໝົດ 626 ຜະລິດຕະພັນ ຈາກ 165 ຫົວຫນ່ວຍ ກວມ 157 ບ້ານ 83 ເມືອງ. ສະເພາະ ນະຄອນຫຼວງວຽງຈັນ ...

Read More »