Author Archives: kedmane

ຂາຍແພງແຕ່ມູນຄ່າການສົ່ງອອກເພີ່ມຂຶ້ນທຸກໆປີ!

ຍີ່ປຸ່ນໃຫ້ຄວາມສຳຄັນກັບວຽກງານການກະເສດບໍ່ໜ້ອຍກວ່າວຽກງານດ້ານອື່ນ ໄລຍະສົງຄາມໂລກຄັ້ງທີສອງ ຍີ່ປຸ່ນເຄີຍເປັນປະເທດຂາດແຄນອາຫານ ແຕ່ລັດຖະບານຍີ່ປຸ່ນໄດ້ປະຕິຮູບການກະເສດຄັ້ງໃຫຍ່ 1. ກຳນົດການຖືຄອງທີ່ດິນ 2. ສ້າງຕັ້ງສະຫະກອນການກະເສດເບິ່ງແຍງຊ່ວຍເຫຼືອຊາວກະເສດທຸກດ້ານ 3. ເຮັດໃຫ້ຜົນຜະລິດດີຂຶ້ນ, ຂາຍໄດ້ລາຄາດີ ແຕ່ກໍພົບກັບອຸປະສັກຄັ້ງໃຫຍ່ເມື່ອຍີ່ປຸ່ນເຂົ້າຮ່ວມອົງການອາຫານໂລກ WTO ໃນປີ 1994 ເຮັດໃຫ້ອຸດໜຸນລາຄາບໍ່ໄດ້ແບບເກົ່າ. ສິນຄ້າພາຍໃນເລີ່ມໄດ້ຮັບຜົນກະທົບໜັກ. 1. ຂາຍບໍ່ອອກເນື່ອງຈາກມີລາຄາທີ່ສູງ 2. ຄົນພາຍໃນເລີ່ມຫັນໄປຊື້ສິນຄ້າທີ່ນໍາເຂົ້າເພາະລາຄາຖືກ 3. ຄົນເລີ່ມປ່ຽນພຶດຕິກຳກິນເຂົ້າໜ້ອຍລົງ ກິນຊີ້ນເພີ່ມຂຶ້ນ ແລ້ວເຮັດແນວໃດພາກການກະເສດຂອງຍີ່ປຸ່ນຈຶ່ງຢູ່ລອດ? 1. ຫຼຸດຕົ້ນທຶນການຜະລິດ 2. ລັດຖະບານຍີ່ປຸ່ນເພີ່ມມູນຄ່າສິນຄ້າກະເສດ “ເຮັດໃຫ້ເປັນສິນຄ້າເກດພຣີມ້ຽມ” 3. ຕໍ່ຍອດ ແລະ ເພີ່ມມູນຄ່າ ເຊັ່ນ ນໍາເຂົ້າຍີ່ປຸ່ນໄປເຮັດເປັນເຫຼົ້າສາເກ 4. ເພີ່ມມູນຄ່າທາງການຕະຫຼາດເຊັ່ນ ແຊກເລື່ອງລາວເຂົ້າໄປໃນສິນຄ້າ, ຂະບວນການຜະລິດເຮັດໃຫ້ແຕກຕ່າງຈາກຄູ່ແຂ່ງ ແລະ ຍັງສາມາດຕັ້ງລາຄາໄດ້ສູງຂຶ້ນອີກດ້ວຍ. 5. ສ້າງລະບົບກວດສອບແບບຍ້ອນກັບ ໃຫ້ຜູ້ຊື້ຮູ້ໄດ້ວ່າສິນຄ້າປອດໄພທຸກຂະບວນການ ເຮັດໃຫ້ສິນຄ້າກະເສດ ສາມາດເປັນສິນຄ້າພຣີມ້ຽມ ແລະ ຜູ້ບໍລິໂພກກໍຮູ້ສຶກວ່າຄຸ້ມຄ່າຕໍ່ລາຄາທີ່ຈ່າຍ. ເຮັດໃຫ້ມູນຄ່າການສ່ົ່ງອອກສິນຄ້າກະເສດຂອງຍີ່ປຸ່ນເພີ່ມຂຶ້ນທຸກປີ ເຕີບໃຫຍ່ຂຶ້ນ 3 ເທົ່າພາຍໃນເວລາບໍ່ຮອດ 10 ປີ. ຂໍ້ມູນ: ລົງທຶນແມນ #TargetMagazine

Read More »

ທາງດ່ວນເສັ້ນທຳອິດຂອງກຳປູເຈຍ ເລີ່ມທົດລອງນໍາໃຊ້ແລ້ວ!

ວັນທີ 1 ຕຸລາປີ 2022 ນີ້, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫະນຸ ກຳປູເຈຍ ທີ່ບໍລິສັດໂຄງການກໍ່ສ້າງເສັ້ນທາງ ແລະ ຂົວຈີນຈຳກັດ ລົງທຶນ, ກໍ່ສ້າງ ແລະ ຮັບຜິດຊອບການທຸລະກິດນັ້ນ ໄດ້ເລີ່ມທົດລອງແລ່ນລົດແລ້ວ, ທາງດ່ວນດັ່ງກ່າວເປັນ ທາງດ່ວນເສັ້ນທຳອິດຂອງກຳປູເຈຍ. ແມ່ນໂຄງການທີ່ບໍລິສັດກໍ່ສ້າງເສັ້ນທາງແລະຂົວຈີນຈຳກັດ ລົງທຶນຕາມຮູບແບບ “ກໍ່ສ້າງ-ທຸລະກິດ-ມອບ”, ໃຊ້ມາດຕະຖານຄຸນນະພາບຈີນ.ພາຍຫຼັງທາງດ່ວນ ດັ່ງກ່າວໄດ້ເປີດນຳໃຊ້ແລ້ວ, ຂີ່ລົດຈາກພະນົມເປັນໄປຫາທ່າກຳປັ່ນສີຫານຸ ຈະປະຫຢັດເວລາເດີນທາງຈາກ 5 ຊົ່ວໂມງປາຍໃນເມື່ອກ່ອນ ໃຫ້ໜ້ອຍລົງເປັນພຽງບໍ່ຮອດ 2 ຊົ່ວໂມງເທົ່ານັ້ນ. ທີ່ມາ: CRI-FM93 #TargetMagazine

Read More »

4 ແຂວງພາກເໜືອ ຫາລືຫັນເປັນອຸດສາຫະກຳ ທົດແທນການນຳເຂົ້າ-ສົ່ງອອກ

ປະຊຸມຫາລື ພາຍໃຕ້ຫົວຂໍ້ ບຸກທະລຸ ໃນການຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ 4 ແຂວງພາກເຫນືອ ( ອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ) ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ. ວຽກງານການຫັນເປັນອຸດສາຫະກໍາ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຂອງບັນດາແຂວງພາກເຫນືອໃນຄັ້ງນີ້ ທາງບໍລິສັດ ລວມທັງ ສະຖານທູດຍີ່ປຸ່ນ ປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະຫນູນ ແລະ ຊຸກຍູ້ສົ່ງເສີມ ເພື່ອເຮັດໃຫ້ ແຂວງພາກເຫນືອລາວ ມີເສດຖະກິດຂະຫຍາຍຕົວ, ປະຊາຊົນມີວຽກເຮັດງານທຳ, ພັດທະນາວຽກງານກະສິກຳ ໃຫ້ທັນສະໄຫມ ແລະ ສາມາດຜະລິດກະສິກຳໃຫ້ກາຍເປັນສິນຄ້າ ເພື່ອສະຫນອງໃຫ້ແກ່ພາກອຸດສາຫະກຳ ພາຍໃນ ເຮັດໃຫ້ສາມາດຜະລິດສິນຄ້າອອກຮັບໃຊ້ພາຍໃນ ໂດຍສະເພາະແມ່ນ 4 ແຂວງພາກເຫນືອ ໃຫ້ທົ່ວເຖິງ ແລະ ພຽງພໍ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ. ຂໍ້ມູນ: Lao National Radio #TargetMagazine

Read More »

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່ວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອບພລິເຄຊັນ Booknea ໂດຍການຮ່ວມມືຂອງບໍລິສັດບຸກແນ່ອິນສ ຈຳກັດ ແລະ ກະຊວງ ຖວທ ເຊິ່ງເປັນແອບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມການປະຊາສຳພັນ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານການທ່ອງທ່ຽວພາຍໃນປະເທດ. ທີ່ມາ: ປະເທດລາວ #TargetMagazine

Read More »

ປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ນາຍ-ພົນຕຳຫຼວດ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ

ຍົກຍ້າຍຕໍາລວດທີ່ຂຶ້ນກັບກົມໃຫຍ່ດັ່ງນີ້ 1. ພັອ ສາລີ ພຸດທະວົງ ຈາກ ກົມ 308 ໄປປະຕິບັດຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 2. ພັທ ແກ້ວວິໄລ ມີໄຊພອນ ຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບຫນ້າທີ່ໃຫມ່ ກົມຕໍາຫຼວດນິຕິ ວິທະຍາ 3. ພົງສະກອນ ອິນທະວົງ ຈາກກົມຕໍາຫຼວດນິຕິວິທະຍາ ໄປຮັບຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານ ຢາເສບຕິດແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້: 1. ພັອ ສຸກພະຈັນ ບຸດດາຄໍາ ເປັນ ຫົວຫນ້າຫ້ອງການກົມໃຫຍ່ຕໍາຫຼວດ. 2. ພັທ ສຸກສະຫວັນ ວິລະວົງ ແລະ ພັທ ສິ່ງແກ້ວ ວົງພະຈັນ ເປັນ ຮອງຫົວຫນ້າກົມຕໍາຫຼວດສືບສວນ-ສອບສວນ 3. ພັອ ສາລີ ພຸດທະວົງ ເປັນຫົວຫນ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ່ 4. ພັທ ພົງສະກອນ ອິນທະວົງ ແລະ ...

Read More »

ວ່າທີ່ ນາຍົກຍິງຄົນທໍາອິດຂອງອີຕາລີ

ທ່ານ ນາງ ຈໍ​ເຈຍ ​ເມ​ໂລ​ນີ,(Georgia Meloni), ກຽມ​ຕົວເປັນ​ນາຍົກລັດຖະມົນຕີຍິງ ຄົນທຳ​ອິດຂອງອີ​ຕາ​ລີ ຫລັງ​ຈາກຜົນ​ຄະ​ແນນເລືອກ​ຕັ້ງທົ່ວ​​ໄປໃນ​ວັນ​ທີ 25​ ກັນຍາ​ນີ້ ນັບ​ໄປ​ແລ້ວກວ່າ90% ​ໄດ້​ຄະ​ແນນສຽງ ​ສ່ວນ​ໃຫຍ່ ຈະ​ຊະນະ​ການ​ເລືອກ​ຕັ້ງຫລັງ​ຈາກເປັນ​ຕົວ​ແທນຂອງ​ພັກ the Brothers of Italy,​ ໄດ້​ຄະ​ແນນ​ສຽງເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ. ປັດຈຸບັນ ທ່ານ ນາງ ​ເຈຍ ​ເມ​ໂລ​ນີ,(Georgia Meloni) ອາຍຸ 45 ປີ ​ແລະ ເປັນສະມາຊິກສະພາຜູ້ແທນລາຊະ ດອນຕັ້ງແຕ່ປີ 2006 ແລະ ເປັນປະທານພັກຕັ້ງແຕ່ ປີ 2014. ທີ່ມາ: https://www.facebook.com/story.php?14คุณ และ คนอื่นๆ อีก 13 คน

Read More »

“LINEMAN Wongnai” ຂຶ້ນເປັນ ຢູນີຄອນ ທີ 4 ຂອງປະເທດໄທຮຽບຮ້ອຍ

“LINEMAN Wongnai” ຂຶ້ນເປັນ ຢູນີຄອນ ທີ 4 ຂອງປະເທດໄທຮຽບຮ້ອຍ ຫຼັງ​ຈາກ​ການ​ລະດົມ​ທຶນ​ໃນ​ຮອບ Series B ມູນ​ຄ່າ​ 265 ລ້ານໂດລາ ຈາກ GIC ກອງທຶນຄວາມມັ່ງຄັ່ງແຫ່ງຊາດຂອງສິງກະໂປ ແລະ ບໍລິສັດ LINE Corporation ລວມເຖິງ BRV Capital Management, PTT OR, Bualuang Ventures และ Taiwan Mobileສົ່ງຜົນໃຫ້ມູນຄ່າຂອງ ‘LINEMAN Wongnai’ ທະລຸ 1,000 ລ້ານໂດລາ ​ໄດ້​ກາຍ​ເປັນ​ຢູນີ​ຄອນ​ທີ 4 ຂອງ​ໄທ​ເປັນທີ່ຮຽບຮ້ອຍ! ທີ່ມາ: TODAYBizview #TargetMagazine

Read More »

ຫວຽດນາມສັ່ງ! ໃຫ້ກຽມຮັບມືພາຍຸໃຕ້ຝຸ່ນ ໂນຣູ ອົບພະຍົບປະຊາຊົນກວ່າ 800,000 ຄົນ

ລັດຖະບານຫວຽດນາມສັ່ງ! ທຸກພາກສ່ວນໃຫ້ກຽມຮັບມືພາຍຸໃຕ້ຝຸ່ນ ໂນຣູ ຄາດເປັນອີກ 1 ລູກທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີ ກຽມແຜນອົບພະຍົບປະຊາຊົນກວ່າ 800,000 ຄົນ ໃນພື້ນທີ່ທີ່ໄດ້ຮັບຜົນກະທົບ. ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ຍັງເຄື່ອນທີ ຢູ່ເຂດທະເລຈີນໃຕ້ຕອນກາງ, ຈາກນັ້ນພາຍຸໄຕ້ຝຸ່ນຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດຫຽວດນາມໃນຕອນເຊົ້າຂອງວັນທີ 28 ກັນຍາ ແລະ ຈະສຶບຕໍ່ເດຶອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022 ນີ້ ທີ່ມາ: WorkpointTODAY #TargetMagazine

Read More »

ແຮງງານລາວເຮັດວຽກຢູ່ໄທລົງທະບຽນກວ່າ 2 ແສນຄົນ

ປັດຈຸບັນມີແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນລວມທັງໝົດ 200,000ກວ່າຄົນ ທ່ານ ນ. ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ໄດ້ສະເໜີຕໍ່ຝ່າຍໄທ ໃຫ້ອໍານວຍຄວາມສະດວກໃນການອະນຸມັດໂກຕ້າ (Labour Demand) ນໍາເຂົ້າແຮງງານຕ່າງປະເທດ ແລະ ການອະນຸມັດວີຊາ (Calling VISA) ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເພື່ອເປັນການອໍານວຍຄວາມສະດວກໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍ ກົມການຈັດຫາງານແຫ່ງ ຣາຊະອານາຈັກໄທ ຍັງໄດ້ແຈ້ງຕື່ມວ່າ ມາຮອດປະຈຸບັນມີແຮງງານລາວທີ່ເຂົ້າມາເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີຂອງໄທ ລວມທັງໝົດ 200,000​ ກວ່າຄົນ. ຂ່າວ: ຮສສ #TargetMagazine

Read More »

ປີ 2022 ສປປ ລາວ ຂາດດຸນການຄ້າຕິດຕໍ່ກັນ 5 ເດືືອນ!

ເດືອນ 4 ຂາດດຸນການຄ້າປະມານ 102 ລ້ານໂດລາເ ດືອນ 5 ຂາດດຸນການຄ້າປະມານ 48 ລ້ານໂດລາ ເດືອນ 6 ຂາດດຸນການຄ້າປະມານ 133 ລ້ານໂດລາ ເດືອນ 7 ຂາດດຸນການຄ້າປະມານ 114 ລ້ານໂດລາ ເດືອນ 8 ຂາດດຸນການຄ້າ ປະມານ 166 ລ້ານໂດລາ ສໍາລັບສາມເດືອນຕົ້ນປີ ແມ່ນເກີນດຸນ ເດືອນ 1 ເກີນດຸນການຄ້າ 41 ລ້ານໂດລາ ເດືອນ 2 ເກີນດຸນການຄ້າປະມານ 48 ລ້ານໂດລາ ເດືອນ 3 ເກີນດຸນການຄ້າປະມານ 100 ລ້ານ ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #TargetMagazine

Read More »