Author Archives: kedmane

ນາຍົກລັດຖະມົນຕີ ສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກທີ່ປະເທດຍີ່ປຸ່ນ

ວັນທີ 24 ເມສາ 2022 ນີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກວ່າດ້ວຍນໍ້າ ຄັ້ງທີ 4. ພາຍຫລັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງທ່ານນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ. ຂໍ້ມູນ: ຂປລ

Read More »

6 ເຫດຜົນຫຼັກ ທີ່ຫວຽດນາມດຶງດູດບໍລິສັດຕ່າງຊາດ

ປະຕິເສດບໍ່ໄດ້ວ່າປັດຈຸບັນຫວຽດນາມກຳລັງເນື້ອຫອມດຶງດູດການລົງທຶນຕ່າງປະເທດເຂົ້າມາໄດ້ຢ່າງຕໍ່ເນື່ອງ! ແລ້ວເຫດຜົນຫຍັງຫວຽດນາມຈຶ່ງຖືກໃຈບໍລິສັດຕ່າງປະເທດ? ມີ 6 ປັດໄຈຫຼັກ ທີ່ຫວຽດນາມດຶງດູດນັກລົງທຶນໄດ້. 1. ຄວາມມີສະຖຽນລະພາບຂອງລັດຖະບານ ຫວຽດນາມປົກຄອງດ້ວຍລະບອບສັງຄົມນິຍົມ. ຜູ້ນຳປະເທດມີວິໄສທັດທີ່ຊັດເຈນໃນການບໍລິຫານປະເທດ ແລະ ມີຄວາມມຸ້ງໝັ້ນໃນການພັດທະນາເສດຖະກິດຢ່າງຈິງຈັງ ຊຶ່ງຊ່ວຍສ້າງຄວາມຫມັ້ນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນໃນຫວຽດນາມ. 2. ຊັບພະຍາກອນທຳມະຊາດອຸດົມສົມບູນ ໂດຍສະເພາະພະລັງງານ ແລະ ແຮ່ທາດ ເຊັ່ນ ມີແຫຼ່ງນ້ຳມັນດິບກະຈາຍຢູ່ທົ່ວທຸກພາກ ເປັນປະເທດຜູ້ສົ່ງອອກນ້ຳມັນດິບລາຍສຳຄັນອັນດັບ 3 ຂອງພູມິພາກອາຊີຕາເວັນອອກສ່ຽງໃຕ້. ມີປະລິມານນ້ຳມັນເຊື້ອໄຟສຳຮອງ ເຊັ່ນ ກ໊າຊທຳມະຊາດ ປິໂຕລຽມ ແລະຖ່ານຫີນຢູ່ຫລາຍ ລວມທັງແຮ່ທາດສຳຄັນ ຄື ບອກໄຊ ໂປແຕດຊຽມ ແລະເຫຼັກ ນອກຈາກນີ້ ຍັງມີປ່າໄມ້ ມີຊັບພະຍາກອນດິນ ແລະນ້ຳຢ່າງພຽງພໍ ທັງໃນດ້ານປະລິມານແລະຄຸນນະພາບເອື້ອຕໍ່ການປູກຝັງ. 3. ເປັນຕະຫລາດຂະໜາດໃຫຍ່ທີ່ມີສັກກະຍະພາບ ຫວຽດນາມມີປະຊາກອນຫລາຍເຖິງ 90 ລ້ານຄົນ ຊາວຫວຽດນາມເລີ່ມມີກຳລັງຊື້ຫລາຍຂຶ້ນຕາມການຂະຫຍາຍຕົວທາງເສດຖະກິດ. ຊາວຫວຽດນາມສ່ວນໃຫຍ່ຕ້ອງການສິນຄ້າອຸປະໂພກບໍລິໂພກທີ່ມີຄຸນນະພາບດີຈຳນວນຫລາຍ ແລະ ເພີ່ມຂຶ້ນທຸກປີ 4. ເນັ້ນນະໂຍບາຍເປັນມິດກັບທຸກປະເທດ ຫວຽດນາມໃຫ້ຄວາມສຳຄັນກັບມິດປະເທດ ລວມເຖິງນະໂຍບາຍດ້ານຄວາມປອດໄພ ເຮັດໃຫ້ຫວຽດນາມບໍ່ເຄີຍຕົກເປັນເປົ້າໝາຍຂອງການກໍ່ການຮ້າຍ ແລະເກືອບບໍ່ມີບັນຫາອາດຊະຍາກອນຂັ້ນຮ້າຍແຮງ ປະກອບກັບຫວຽດນາມມີກົດຫມາຍທີ່ເຂັ້ມງວດແລະມີບົດລົງໂທດຮຸນແຮງ ສົ່ງຜົນໃຫ້ຫວຽດນາມເປັນປະເທດທີ່ມີຄວາມປອດໄພສູງແຫ່ງໜຶ່ງຂອງໂລກ ຊຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ນັກລົງທຶນເກີດຄວາມເຊື່ອໝັ້ນແລະຕັດສິນໃຈເຂົ້າໄປລົງທຶນ. 5. ໃຫ້ຄວາມສໍາຄັນກັບການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ມີການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ...

Read More »

ໝວດສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 500 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 46 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 70 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ລົດໄຖນາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ ...

Read More »

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ. ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ. ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ. ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ. ຂໍ້ມູນ: ປະເທດລາວ

Read More »

ເດືອນ 3 ປີ 2022ລາວ ນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸ1,100 ລ້ານໂດລາເກີນດຸນການຄ້າ 100 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2022 ບັນລຸໄດ້ປະມານ 1,100 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 600 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ຝຸ່ນ (ປຸຍ) ແລະ ນ້ຳຕານ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ...

Read More »