ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້. + ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ. ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ...
Read More »Author Archives: kedmane
ເປີດສະມາຄົມຜະດຸງຄັນລາວ ສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ
ເມື່ອບໍ່ດົນມານີ້ ໄດ້ມີພິທີເປີດສະມາຄົມຜະດຸງຄັນລາວ ໃນໂອກາດສະເຫລີມ ສະຫລອງວັນຜະດຸງຄັນສາກົນ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ, ສ້າງເຄືອຂ່າຍການຜະດຸງຄັນ ແລະ ເສີມສ້າງຄວາມເປັນຜູ້ນໍາດ້ານການຜະດຸງຄັນ. ທັງເປັນການເປີດໂອກາດ ໃຫ້ຜະດຸງຄັນທຸກຄົນ ແລະ ບຸກຄົນທີ່ສົນໃຈ ຢາກພັດທະນາອາຊີບຜະດຸງຄັນ ໃນ ສປປ ລາວ ສາມາດເຂົ້າຮ່ວມໃນສະມາຄົມຜະດຸງຄັນລາວ ເຊິ່ງສະມາຄົມຜະດຸງຄັນລາວ ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ (UNFPA). ໄລຍະຜ່ານມາ ລັດຖະບານລາວ ໄດ້ຮັບຮູ້ບົດບາດຂອງຜະດຸງຄັນ ໃນການຫລຸດ ຜ່ອນອັດຕາການຕາຍຂອງແມ່ ເຊິ່ງສະແດງໃຫ້ເຫັນ ໂດຍຜ່ານຄວາມພະຍາຍາມຂອງລັດຖະບານ ເພື່ອປັບປຸງແຜນງານການຜະດຸງຄັນ ການຜະດຸງຄັນ ໄດ້ຖືກເຊື່ອມສານເຂົ້າໃນແຜນຍຸດທະສາດ ແລະ ແຜນປະ ຕິບັດງານດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄລຍະ 2016-2025. ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນທົ່ວໂລກ ແລະ ໃນ ສປປ ລາວ ພວກເຮົາຍັງປະເຊີນກັບ ...
Read More »ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງ
ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງໃຫ້ຄັດແຍກເພື່ອນໍາເອົາໄປທຳລາຍ! ເຫດຜົນທີ່ຄວນແຈ້ງຜູ້ປະກອບການແມ່ນ: 👉🏻 ເກີດຄວາມສ່ຽງຕໍ່ການປົນເປື່ອນສູ່ຜູ້ບໍລິໂພກ ຖ້າຕຸກນ້ຳດື່ມຖືກນຳໃຊ້ໃສ່ສານເຄມີອື່ນ ແລ້ວບໍ່ຮັບການແຍກອອກໃຫ້ຖືກຕ້ອງ. 👉🏻 ເກີດຄວາມເສຍຫາຍຕໍ່ຜູ້ປະກອບການທັງຫລາຍ ເພາະຕຸກນຳ້ແຕ່ລະຕຸກເປັນຕົ້ນທຶນ ຂອງບັນດາຜູ້ປະກອບການ ຮ່ວມມືກັນປະຕິບັດເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ທຸກຄົນ. ຂໍ້ມູນດີໆຈາກ: Purér Drinking Water
Read More »“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ.
“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈດ້ານການທ່ອງທ່ຽວ ລາວ-ສ.ເກົາຫຼີ ລະຫວ່າງ ບໍລິສັດ ທ່ອງທ່ຽວ ກຣີນດິສໂຄເວີລີ ລາວ ຈຳກັດ ແລະ ສະມາຄົມອຸດສະຫະກຳ ວັດທະນາທໍາ ນານາຊາດ, ສະມາຄົມການແລກປ່ຽນການຮ່ວມມືດ້ານວັດທະນະທຳ ການຄ້າ ລາວ-ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ. ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອການຮ່ວມມື ແລະ ເພີ່ມທະວີສາຍພົວພັນທາງທຸລະກິດ, ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງສອງຝ່າຍ ຈຶ່ງໄດ້ຕົກລົງຮ່ວມມືກັນດ້ານທຸລະກິດການທ່ອງທ່ຽວ, ແລກປ່ຽນວັດທະນະທຳອຸດສະຫະກຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ໄດ້ມີການໂຄສະນາຮ່ວມກັນ ຜ່ານທາງສື່ມວນຊົນວິທະຍຸໂທລະພາບ, ສື່ສັງຄົມອອນລາຍ ໃນການດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈນີ້ ບໍ່ພຽງແຕ່ຮ່ວມມືດ້ານທຸລະກິດການທ່ອງທ່ຽວລະຫວ່າງ 2 ປະເທດເທົ່ານັ້ນ ແຕ່ຍັງເປັນການພົບປະແລກປ່ຽນທາງດ້ານວັດທະນາທຳ ແລະ ອຸດສະຫະກຳການທ່ອງທ່ຽວ ລະຫວ່າງ 2 ປະເທດນຳອີກ. ນອກຈາກນີ້, ທັງ 2 ຝ່າຍຍັງຈະຮ່ວມມືກັນເພື່ອພັດທະນາແອັບພລິເຄຊັ່ນມືຖື ກ່ຽວກັບການທ່ອງທ່ຽວໃນລາວ ...
Read More »ປັນຈັກສີລັດລາວ ຄວ້າ 3 ຫຼຽນທອງ
ທ້າວ ບົວວັນ ຄູນແພງແກ້ວ (ມຸມຟ້າ) ນັກກິລາປັນຈັກສີລັດທີມຊາດລາວ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລກຼາມ ລົງແຂ່ງຂັນໃນຮອບຊີງຫຼຽນເງິນ ເປັນລາຍການຄວາມຫວັງສຸດທ້າຍຂອງ ປັນຈັກສີລັດລາວ ເສຍໃຫ້ນັກກິລາ ເຈົ້າພາບ ຫວຽດນາມ 3-0 ຍົກ ຈົບພຽງຫຼຽນທອງ ພາທັບນັກກິລາ ປັນຈັກສີລັດທີມຊາດລາວ ຍາດໄດ້ 3 ຫຼຽນທອງ ປິດສາກການໄລ່ລ່າຫຼຽນ ໃນງານແຂ່ງຂັນກິລາປັນຈັກສີລັດ ຮ່າໂນ້ຍ ເກມ 2021. ສຳລັບ 3 ຫຼຽນທອງຂອງ ທັບນັກກິລາປັນຈັກສີລັດລາວ ແມ່ນໄດ້ຈາກນາງ ປຸກກີ້ ສະເຫຼີມບຸຜາ ປະເພດຟ້ອນດ່ຽວຍິງ, ທ້າວ ຈັນສະໝອນ ພົມໂຊພາ ຮຸ່ນ 60 ກິໂລກຼາມ ແລະ ທ້າວ ບົວວັນ ຄູນແພງແກ້ວ ຮຸ່ນ 60-65 ກິໂລກຼາມ. ຂໍ້ມູນ: ໜັງສືພິມສຶກສາ-ກິລາລາຍວັນ
Read More »ນາຍົກແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກ ສສ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືຮອບດ້ານ
ນາຍົກແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກ ສສ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືຮອບດ້ານ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທ່າມກາງບັນຍາກາດແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ...
Read More »ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ
ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຖະແຫຼງຕໍ່ສື່ມວນຊົນເມື່ອວັນທີ 10 ພຶດສະພາ 2022 ທີ່ກະຊວງ ອຄ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100% ຊຶ່ງປັດຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ. ຕໍ່ບັນຫາດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ຊຶ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ. ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັບບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດ ກັບຮ້ານແລກປ່ຽນເງິນຕາ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດຕົກຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ. ອີກດ້ານໜຶ່ງ, ເຫັນວ່າມີບາງບໍລິສັດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ, ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟ ຈຳນວນໜຶ່ງ ມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ...
Read More »Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8%
Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8% ສູງເພີ່ມເປັນ 2 ເທົ່າຂອງຄູ່ແຂ່ງ. ໄຊຊະນະໃນການເລືອກຕັ້ງຄັ້ງນີ້ ເປັນຈຸດເລີ່ມຕົ້ນໃຫ້ຕະກູນ Marcos ຫວນຄືນສູ່ການປົກຄອງຟິລິບປິນ ຫຼັງຈາກເມື່ອ 36 ປີກ່ອນ ເກີດເຫດການປະຕິວັດເຮັດໃຫ້ອະດີດປະທານາທິບໍດີ Ferdinand Marcos ພໍ່ຂອງ Marcos Jr. ຈໍາເປັນຕ້ອງໄດ້ລີ້ໄພຢູ່ສະຫະລັດ. ຄະນະກໍາມະການການເລືອກຕັ້ງຟິລິບປິນ ລາຍງານຜົນການນັບຄະແນນການເລືອກຕັ້ງ ຢ່າງບໍ່ເປັນທາງການ (COMELEC) ລະບຸວ່າ Marcos Jr. ໄດ້ຮັບຄະແນນສຽງ 29.9 ລ້ານສຽງ ສູງເພີ່ມເປັນສອງເທົ່າຂອງ Leni Robredo ຮອງປະທານາທິບໍດີ ໂດຍໄດ້ນັບຄະແນນທັງໝົດແລ້ວ 93.8% ຄາດວ່າ ຜູ້ນຳຄົນໃໝ່ ຂອງຟີລິບປິນ ຈະເຂົ້າຮັບ ຕຳແໜ່ງ ຢ່າງເປັນທາງການ ໃນວັນທີ 30 ເດືອນມິຖຸນາ ໂດຍຈະມີວາລະ ການບໍລິຫານ ປະເທດ ເປັນເວລາ 6ປີ ແລະ ຈະດຳລົງຕຳແໜ່ງ ພຽງສະໄໝດຽວ ເທົ່ານັ້ນ. ຂໍ້ມູນ: ກຸງເທບທຸລະກິດ
Read More »ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI
ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ປະຈຳເຂດ 6 ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ພິທີເປີດງານແຂ່ງຂັນກິລານັກຮຽນສາມັນທົ່ວແຂວງສະຫວັນນະເຂດ ປະຈໍາເຂດ 6 ສົກຮຽນ 2021-2022 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງ (ຫຼັກ4) ງານແຂ່ງຂັນກິລາຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມສາມັກຄີມິດຕະພາບ ແລະ ພັດທະນາເຍົາວະຊົນ-ຊາວໜຸ່ມທາງດ້ານແນວຄິດ ແລະ ສຸຂະພາບໃຫ້ມີນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມຟົດຟື້ນ, ນໍາເອົາການກິລາເປັນກິດຈະກໍາສົ່ງເສີມພະລັງຂອງຄົນຮຸ່ນໜຸ່ມ, ໃຫ້ເຊື່ອມສານຈິດໃຈແຫ່ງຄວາມສາມັັກຄີ, ມິດຕະພາບ, ເພື່ອສຸຂະພາບ. (ທ່ານ ແກ່ນຕາ ສຸວົງເດືອນ) ແລະ ເພື່ອຄັດເລືອກເອົານັກກິລາທີ່ດີເດັ່ນຂອງແຕ່ລະເມືອງໃນ 14 ຕົວເມືອງ, 1 ນະຄອນ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ງານແຂ່ງຂັນກິລານັກຮຽນມັດ ທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ. ຄາດວ່າພາຍໃນເດືອນພະຈິກ ຫາເດືອນທັນວາ 2022 ຈະມີການກະກຽມຕົວນັກກິລາເຂົ້າຮ່ວມງານແຂ່ງ ຂັນກິລາແຫ່ງຊາດ. (ທ່ານ ສົມສິດ ຫວັນນະບົວທອງ) ຂ່າວ: ສະຫວັນນະເຂດ
Read More »ຫວຽດນາມ ເປີດສູນສື່ມວນຊົນ ຊີເກມ ຄັ້ງທີ31
ວັນທີ 9 ພຶດສະພາ 2022, ຫວຽດນາມ ເປີດສູນສື່ມວນຊົນ (MPC) ແລະ ສູນໂທລະພາບ ສາກົນ (IBC) ຂອງງານມະຫາກຳ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31)ຢ່າງເປັນທາງການ ຢູ່ສູນກອງປະຊຸມ ແຫ່ງຊາດ ນະຄອນຫລວງ ຮ່າໂນ້ຍ. ໂດຍສູນສື່ມວນຊົນ ດັ່ງກ່າວ ຈະຮັບໜ້າທີ່ ສ້າງທຸກເງື່ອນ ໄຂສະດວກ ເພື່ອໃຫ້ ພະນັກງານ, ນັກຂ່າວ ເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍ ບັນດາການບໍລິການ ຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະ ໄປມາ; ຈັດກອງປະຊຸມ ຂ່າວສະໜອງຂໍ້ມູນ, ຈັດການ ສຳພາດ ເມື່ອມີຄວາມຮຽກຮ້ອງ. ສູນຜະລິດຂ່າວ ງານມະຫາກຳ ກິລາ (ດ້ວຍພາສາ ...
Read More »