Author Archives: kedmane

LDB_TRUST_ໝູ່ໃໝ່ຂອງເບວລ່າ

#LDB_TRUST_ໝູ່ໃໝ່ຂອງເບວລ່າ ເບວລ່າ ລານີ ມາພ້ອມກັບ ຄວາມໜ້າຮັກ ສົດໃສ ໃນໂຄສະນາ LDB TRUST ຂອງ ທະນາຄານ ພັດທະນາລາວ LDB Bank LDB TRUST ເພື່ອນຄູ່ຄິດປ່ຽນຊີວິດໃຫ້ງ່າຍຂຶ້ນ

Read More »

Lao Toyota Service ສະຫຼອງຜົນສຳເລັດອັນຍິ່ງໃຫຍ່ ຄົບຮອບ 30 ປີ

ວັນທີ 15 ຕຸລາ 2022 ບໍລິສັດ Lao Toyota Service ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຄົບຮອບ 30 ປີ ຢ່າງຍິ່ງໃຫຍ່ ທີ່ໂຮງແຮມ ແລນມາກ ເຊີ່ງບັນຍາກາດພາຍໃນງານ ເຕັມໄປດ້ວຍຄວາມມ່ວນຊື່ນ ອົບອຸ່ນ ແລະ ສາມະຄີພາຍໃນ ຄອບຄົວ ລາວ ໂຕໂຢຕ້າ ບໍລິການ. ຕະຫລອດໄລຍະ 30 ປີຜ່ານມາ, ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ສາມາດຂາຍລົດສະສົມໄດ້ທັງໝົດຫລາຍກວ່າ 47.000 ຄັນ, ພ້ອມທັງ ໄດ້ປະກອບສ່ວນຊ່ວຍເຫລືອດ້ານຕ່າງໆໃຫ້ແກ່ພາກລັດ, ເອກະຊົນ ແລະ ສັງຄົມຢ່າງຕໍ່ເນື່ອງ. ຈະມຸ່ງໝັ້ນສືບຕໍ່ ບໍລິການຮັບໃຊ້ສັງຄົມ ຄຽງຄູ່ກັບຄວາມມຸ່ງໝັ້ນ, ຮັກສາສະພາບແວດລ້ອມ, ດຳເນີນວຽກງານດ້ວຍຄວາມໂປ່ງໃສ, ຍົກລະດັບເຕັກນິກ-ມາດຕະຖານ ແລະ ປັບຕົວເຂົ້າກັບຍຸກສະໃໝ່. #30thyearslaotoyotaservice #Laotoyotaservice #ຄຽງຄູ່ສັງຄົມລາວ #TargetMagazine #SmartEventOrganizer

Read More »

ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້!

ມາອຸດໜຸນ ຫຼືທ່ຽວຊົມ ສິນຄ້າຫັດຖະກຳ ສີໄມ້ລາຍມືຂອງຄົນລາວເຮົາແນ່ເດີ້! ທີ່ສູນການຄ້າລາວ-ໄອເຕັກ ວັນທີ 17-23/10ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ໄດ້ໄຂຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 17-23 ຕຸລາ 2022 ເພື່ອສະເຫລີມສະຫລອງ ວັນຫັດຖະກໍາລາວ (1 ພະຈິກ) ທີ່ຈະມາເຖິງນີ້ ແລະ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ອີກຫຼາຍພາກສ່ວນ. ງານມະຫາກຳສີມືຫັດຖະກຳລາວຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ສືໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ສະເໜ່ຜ້າບ່ຽງລາວ” ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳລາວ, ພ້ອມນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະ ກຳ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ ແລະ ສົ່ງເສີມພູມປັນຍາຫັດຖະກໍາຂອງທຸກທ້ອງຖິ່ນໃນຂອບເຂດທົ່ວປະເທດ .ຂ່າວ-ພາບ: ຂປລ ພາບ: Boutsaya Saya #TargetMagazine

Read More »

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ!

ລັກເຊມເບີກ ປະເທດນ້ອຍໆ ແຕ່ຮັ່ງມີເບີຕົ້ນຂອງໂລກ! ຍ້ອນເນັ້ນການສຶກສາ ຄຸນນະພາບແຮງງານພາຍໃນ ສຳຄັນ “ການບໍລິຫານທີ່ດີ” ລັກເຊມເບີກ (Luxembourg) ເປັນປະເທດນ້ອຍ ມີເນື້ອທີ່ປະມານ 2,600 ກມ2 ແຕ່ວ່າເປັນປະເທດທີ່ມີ GDP ຕໍ່ປະຊາກອນສູງສຸດໃນໂລກ! ມີປະຊາກອນປະມານ 650,000 ຄົນ ແຕ່ມີຂະໜາດເສດຖະກິດ ຫຼື GDP ໃຫຍ່ເປັນອັນດັບທີ 67 ຂອງໂລກ ສະຫຼຸບ ສາເຫດທີ່ເຮັດໃຫ້ປະຊາຊົນລັກເຊມເບີກ ລວຍຂະໜາດນີ້ ເວົ້າສັ້ນໆຄື “ລະບົບການບໍລິຫານທີ່ດີ” ແຕ່ກ່ອນອາໄສອຸດສະຫະກຳຂະໜາດນ້ອຍ ແລະ ການກະເສດ ແຕ່ປັດຈຸບັນຫັນມາປ່ຽນທິດທາງ ເນັ້ນອຸດສະຫະກຳການເງິນ ແລະ ການທະນາຄານແທນ ປັດຈຸບັນເປັນສູນກາງທາງການເງິນໃຫຍ່ເປັນອັນດັບ 3 ຂອງໂລກ ຮອງຈາກ ຊູລິກ ແລະ ລອນດອນ. ເປັນປະເທດຂະໜາດນ້ອຍ ບໍ່ຕິດທະເລ ສ່ວນໃຫຍ່ຈະເຮັດການຄ້າກັບປະເທດທີ່ມີຊາຍແດນຕິດກັນເທົ່ານັ້ນ! ແລະ ຍັງໃຫ້ຄວາມສຳຄັນກັບການພັດທະນາແຮງງານພາຍໃນ ໃຫ້ມີທັກສະສູງຜ່ານລະບົບການສຶກສາ ປັດຈຸບັນ ຖືວ່າເປັນປະເທດທີ່ມີແຮງງານ ມີການສຶກສາດີທີ່ສຸດໃນໂລກ. ເມື່ອການສຶກສາຂັ້ນພື້ນຖານດີ ແລະ ເປັນລະບົບ ຄວາມຫຍໍ້ທໍ້ໃນປະເທດ ຈຶ່ງຢູ່ໃນລະດັບຕໍ່າ ແລະ ຄວາມມັ່ງຄັ່ງຮັ່ງມີກໍກະຈາຍໂຕດີ! ...

Read More »

ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ!

ຄະນະ ທຫລ ເຂົ້າຮ່ວມປະຊຸມຂອງ IMF ແລະ WBG ຫາລືບັນຫາເສດຖະກິດ-ການເງິນທົ່ວໂລກ! ໃນລະຫວ່າງວັນທີ 10-16 ຕຸລາ 2022, ຄະນະຂອງທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ,​ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີຂອງກອງທຶນການເງິນສາກົນ (IMF)​ ແລະ ທະນາຄານໂລກ (WBG) ທີ່ຈັດຂຶ້ນຢ່າງເປັນທາງການທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສ. ອາເມລິກາ. ມີຈຸດປະສົງໃນການນໍາຜູ້ເເທນ ມາປຶກສາຫາລືກ່ຽວກັບເສດຖະກິດໂລກ, ສະຖຽນລະພາບທາງດ້ານການເງິນໂລກ ແລະ ການພັດທະນາເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ປະສິດທິພາບຂອງການຊ່ວຍເຫຼືອຕ່າງໆ.ໄດ້ເຂົ້າຮ່ວມຫຼາຍກອງປະຊຸມທີ່ມີຄວາມສໍາຄັນ ເປັນຕົ້ນເເມ່ນ: 1. ກອງປະຊຸມໂຕະມົນລະຫວ່າງຜູ້ອໍານວຍການໃຫ່ຍຂອງ IMF ແລະ ຄະນະຜູ້ວ່າການຂອງກຸ່ມປະເທດອາຊຽນ (ASEAN Roundtable) 2. ກອງປະຊຸມຄະນະກໍາມະການການເງິນສາກົນ (International Monetary Financial Committee ຫຼື IMFC) ເພື່ອຮັບຟັງການລາຍງານສະພາບເສດຖະກິດໂລກ, ເເລກປ່ຽນມຸມມອງກ່ຽວກັບຄວາມສ່ຽງ ແລະ ...

Read More »

ໄວໜຸ່ມລາວບໍ່ທຳມະດາ! ແຂ່ງຂັນຫຸ່ນຍົນລະດັບໂລກ ຕິດອັນດັບ 34 ຈາກ 160 ປະເທດເຂົ້າແຂ່ງຂັນ

ໄວໜຸ່ມລາວບໍ່ທຳມະດາ! ແຂ່ງຂັນຫຸ່ນຍົນລະດັບໂລກ ຕິດອັນດັບ 34 ຈາກ 160 ປະເທດເຂົ້າແຂ່ງຂັນ ວັນທີ 13-16 ຕຸລາ 2022 “ທີມຈຳປາ” ຕົວແທນຂອງຊາດລາວ ໄດ້ເຂົ້າຮ່ວມແຂ່ງຂັນຫຸ່ນຍົນລະດັບໂລກໃນງານ First Global Challenge 2022 ຈັດຂຶ້ນທີ່ນະຄອນເຈນີວາ, ປະເທດສະວິດເຊີແລນ. ຈົບການແຂ່ງຂັນ Ranking Match 12 ນັດ – ຊະນະ 10 – ສະເໝີ 1 – ເສຍ 1 ໄດ້ລຳດັບທີ 34 ຂອງໂລກ ແລະ ລາງວັນ Safety Award (ແຂ່ງທັງຫມົດ 160ປະເທດ) ຂໍ້ມູນ-ຮູບພາບ: Lao X #TargetMagazine

Read More »

trend ການຕະຫຼາດທີ່ຕ້ອງຮູ້ ແລະ ສິ່ງນີ້ຈະເກີດຂຶ້ນໃນປິ 2023!

1. The Great Rejuvenation ຄືນຊີວິດໃໝ່ໃຫ້ແກ່ການເຮັດວຽກ ພະນັກງານມັກລາອອກ ຍ້ອນຜູ້ຄົນເລີ່ມຮູ້ໄດ້ວ່າການເຮັດວຽກບໍ່ແມ່ນທຸກຢ່າງຂອງຊີວິດ ໄດ້ເກີດມີການເຮັດວຽກຮູບແບບໃໝ່, ພະນັກງງານຫັນມາເນັ້ນສ້າງສົມດຸນໃນການເຮັດວຽກເຊັ່ນ ເລືອກບໍ່ເຮັດວຽກປະຈຳ, ເຮັດວຽກຊົ່ວຄາວບໍ່ເປັນຫຼັກແຫຼ່ງ ຫຼືເຮັດວຽກແບບເຂົ້າການແນ່ສະຫຼັບໄປທ່ຽວໄດ້! ສິ່ງທີ່ອົງກອນຕ້ອງມີຄືມູ່ງຮັກສາ ແລະ ສັນຫາທິມ ໃຫ້ຄວາມຍືດຍຸ່ນກັບການເຮັດວຽກ! 2. Genome Economy ເອົາຊະນະຄວາມເຈັບປ່ວຍດ້ວຍເສດຖະກິດຈີໂນມ ນັກວິໄຈໄດ້ພັດທະນາ MedTech ປ່ຽນຈາການຕັ້ງຮັບມາເປັນການປ້ອງກັນ 3. The New Romantics ບໍ່ໄດ້ຮັກກັນແບບຫຼິ້ນໆ! ປັດຈຸບັນເກີດພາວະເດັກເກີດຮັກຄັ້ງທຳອິດຊ້າລົງ ແລະ ຜູ້ໃຫຍ່ມີຄວາມຕ້ອງການທາງເພດຫຼຸດລົງ ເຮັດໃຫ້ສິນຄ້າ ແລະ ບໍລິການຕ້ອງສື່ສານກ່ຽວກັບຄວາມຮັກ ຫຼືເລື່ອງກ່ຽວກັບເພດເພື່ອດຶງດູດຄວາມຕ້ອງການໃນເລິກໆຂອງຜູ້ບໍລິໂພກອອກມາ. 4. Digital Balance ຮັກສາສົມດຸນໃຫ້ກັບຊີວິດຍຸກໃໝ່ ຫຼຸດລະບຽບຕ່າງໆ ເພື່ອຫຼຸດຜ່ອນຄວາມຄຽດ, ຄວາມກົດດັນໃຫ້ໂຕເອງ ບໍ່ບັງຄັບໂຕເອງໃຫ້ມີລະບຽບເກີນໄປ ໃຫ້ຜ່ອນຄາຍກັບການໃຊ້ຊີວິດແນ່ກໍໄດ້ເຊັ່ນ: ການເຊືອບຫຼັບຕອນບ່າຍ ຫຼືໃຫ້ໂຕເອງໄດ້ເຮັດບາງຢ່າງທີ່ຢາກເຮັດ. 5. Decoding Emotion ຖອດລະຫັດອາລົມ ຄົນເລີ່ມສົນໃຈໂຕເອງເຊັ່ນ ຄວາມເປັນ LGBTQ+ ຄວນຈະຟັງເພງແບບໃດ ເຄົາລົບຄວາມຕ້ອງການຂອງໂຕເອງເພີ່ມຂຶ້ນ. ຂໍ້ມູນ: https://www.blockdit.com/posts/634b78431ad8cc6b694a703b #TargetMagazine

Read More »

ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​

ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວກ່າວວ່າ: ປັດຈຸບັນ, ທົ່ວປະເທດມີໂຮງງານຕັດຫຍິບ 77 ແຫ່ງ, ໃນນີ້ ຢູ່ນະຄອນຫລວງວຽງຈັນ 72 ແຫ່ງ ສໍາລັບຕະຫລາດສົ່ງອອກ 1. ປະເທດໃນເອີຣົບ 80% 2. ຍິ່ປຸ່ນ 9% 3. ສະຫະລັດອາເມລິກາ 4% 4. ແຄນນາດາ 2% ແລະ ອື່ນໆ ແຕ່ລະປີສາມາດສົ່ງອອກໄດ້ປະມານ 200 ລ້ານກວ່າໂດລາສະຫະລັດ. ​ອຸດສະຫະກໍາຕັດຫຍິບລາວ ເລີ່ມຟື້ນໂຕດີຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນັກລົງທຶນຕ້ອງການເຂົ້າມາລົງທຶນໃນດ້ານນີ້ເພີ່ມຫລາຍຂຶ້ນ ແຕ່ປັດຈຸບັນບໍ່ສາມາດຮອງຮັບໄດ້ໝົດຍ້ອນຍັງພົບບັນຫາການຂາດເຂີນກໍາລັງແຮງງານ. ທີ່ມາ: FM 90 #TargetMagzaine

Read More »

ຜົນເປັນແນວໃດ? ຄັ້ງ 3 ຂອງປະຊຸມຄະນະຊີ້ນໍາການຄຸ້ມຄອງລາຄາສິນຄ້າ-ຄ່າບໍລິການ

ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ ໃນນາມຫ້ອງການກອງເລຂາຊ່ວຍວຽກ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະສຸກ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫ້ອງການກະຊວງ, ທ່ານຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ 30 ທ່ານ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ...

Read More »

CEO Toyota ເບິ່ງວ່າ ລົດໄຟຟ້າ ຍັງບໍ່ແມ່ນກະແສຫຼັກ ລົດສ່ວນໃຫຍ່ໃນໂລກຍັງເປັນລົດສັນດາບ!

CEO Toyota ເບິ່ງວ່າ ລົດໄຟຟ້າ ຍັງບໍ່ແມ່ນກະແສຫຼັກ ລົດສ່ວນໃຫຍ່ໃນໂລກຍັງເປັນລົດສັນດາບ! ລົດສັນດາບ(ລົດທີ່ໃຊ້ເຊື້ອໄຟ) ຈະຖືກແທນທີ່ດ້ວຍ ລົດໄຟຟ້າທັງໝົດນັ້ນ ຍັງຕ້ອງໃຊ້ເວລາອີກດົນກວ່າຫຼາຍສື່ກ່າວໄວ້. ເຮັດໃຫ້ Toyota ຍັງມີການລົງທຶນໃນການພັດທະນາລົດປະເພດຕ່າງໆ ເຊັ່ນ ລົດທີ່ໃຊ້ນໍ້າມັນ, ລົດ Hybrid ລວມທັງລົດພະລັງງານໄຮໂດເຈນ. ທີ່ມາ: MarketThink #TargetMagazine

Read More »