ວັນທີ 28 ມິຖຸນາ 2022 ນີ້ ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ່ 01 ກໍລະກົດ 2022 ຈະໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເຫນັງຕີງຂອງອັດຕາແລກປ່ຽນຂອງເງີນກີບ ກັບ ເງີນໂດລາສະຫະລັດ. ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາ ແລກປ່ຽນມີການເຫນັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນ ໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາ ແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022. #TargetMagazine
Read More »Author Archives: kedmane
ແຂວງ ຫຼວງນໍ້າທາ ສັ່ງໂຈະກິດຈະການຊົ່ວຄາວປໍ້ານໍ້າມັນ 3 ປໍ້າ
ແຂວງ ຫຼວງນໍ້າທາ ສັ່ງໂຈະກິດຈະການຊົ່ວຄາວປໍ້ານໍ້າມັນ 3 ປໍ້າ ຍ້ອນຂາຍເກີນລາຄາທີ່ລັດກຳນົດ1. ປໍ້ານໍ້າມັນ ສະຕາອອຍ ຫົວຂົວ ຫຼວງນໍ້າທາ 2. ປໍ້ານໍ້າມັນ ສະຕາອອຍ ທົ່ງດີ ຫຼວງນໍ້າທາ 3. ປໍ້ານໍ້າມັນ ສະຕາອອຍ ດອກຄູນ ຫຼວງນໍ້າທາ
Read More »ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນຂາຍໄດ້ 50%
ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນ (ສະເພາະວັນລັດຖະການ) ຂາຍໄດ້ 50% ນັບແຕ່ວັນທີ 15-24 ມິຖຸນາ 2022 ມີຜູ້ຊຶ້ພັນທະບັດ ຫຼາຍກວ່າ 10,517 ລາຍການ. ແຈ້ງການຂອງທະນາຄານແຫ່ງ ສປປ ລາວ ເລກທີ 200/ຫກ, ລົງວັນທີ 13 ມິຖຸນາ 2012. ພາຍຫຼັງທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມີການອອກຈໍາຫນ່າຍພັນທະບັດ ທຫລ ງວດທີ 1 ວົງເງິນຈໍາຫນ່າຍ 5.000 ຕື້ກີບ ສູ່ມວນຊົນ ຄັ້ງວັນທີ 15 ມີຖຸນາ 2022 ເຫັນວ່າ ພໍ່ແມ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊື້ພັນທະບັດດັ່ງກ່າວຜ່ານ ທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍຢ່າງຟົດຟື້ນ ສະແດງອອກຕົວເລກການຈໍາຫນ່າຍພັນທະບັດເປັນເວລາ 8 ວັນລັດຖະການ (ນັບແຕ່ວັນທີ 15-24 ມິຖຸນາ 2022) ສາມາດປະຕິບັດໄດ້ບັນລຸປະມານ 50% ຂອງຍອດຈໍາຫນ່າຍ. ທັງຫມົດ ໂດຍປະກອບມີບຸກຄົນ ແລະ ນິຕິບຸກຄົນໃນຂອບເຂດທົ່ວປະເທດໄດ້ຊື້ພັນທະບັດດັ່ງກ່າວຫຼາຍກວ່າ 10,517 ...
Read More »ລົດໄຟລາວ-ຫວຽດນາມ ຊຸກຍູ້ ສປປ ລາວ ສູ່ສູນກາງຂົນສົ່ງສິນຄ້າພາກພື້ນ
ໂຄງການທາງລົດໄຟລາວ-ຫວຽດນາມ ເປັນທາງລົດໄຟທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນກັບເມືອງ ວັງແອງຂອງຫວຽດນາມ. ຄາດຄະເນງົບປະມານການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ. ໂຄງການນີ້ມີຈຸດປະສົງເພື່ອຫັນປ່ຽນ ສປປ ລາວ ໃຫ້ເປັນປະເທດ land-linked ຫຼາຍຂຶ້ນ. ທີ່ສາມາດສ້າງຄວາມສະດວກການຄ້າ ລວມເຖິງການສົ່ງເສີມ ສປປ ລາວ ໃຫ້ເປັນ “ສູນກາງດ້ານຂົນສົ່ງສິນຄ້າ” ຄາດວ່າຈະເລີ່ມລົງມືກໍ່ສ້າງໃນ ເດືອນພະຈິກ 2022, ແຕ່ຍັງບໍ່ໄດ້ກຳນົດຢ່າງຈະແຈ້ງ. ຈຸດສຳຄັນແມ່ນທາງລົດໄຟສາຍນີ້ເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ທ່າກຳປັ່ນວັງແອງ (Vung Ang) ນອກຈາກນັ້ນ ທາງລົດໄຟ ລາວ-ຫວຽດນາມ ສາມາດເຊື່ອມຕໍ່ທາງລົດໄຟລາວ-ຈີນໄດ້ ໝາຍຄວາມວ່າ ການຂົນສົ່ງສິນຄ້າທາງທະເລ ຈະສາມາດຂະຫຍາຍໄປສູ່ພາກເໜືອຂອງ ສປປ ລາວ ແລະ ພາກໃຕ້ຂອງຈີນ. ນອກນັ້ນ, ທາງລົດໄຟລາວ-ຫວຽດນາມ ຈະມີຈຸດສັບປ່ຽນເສັ້ນທາງລົດໄຟ ເໜືອ-ໃຕ້ ຂອງຫວຽດນາມ. ຖືເປັນໂອກາດໃຫ້ກັບເສັ້ນທາງຄົມມະນາຄົມຂົນສົ່ງລະຫວ່າງ ຮ່າໂນ້ຍ ແລະ ວຽງຈັນ ໃນອະນາຄົດ. ເຄືອຂ່າຍທາງລົດໄຟ ແມ່ນຈຸດສຳຄັນໃນການຂັບເຄື່ອນ ສປປ ລາວ ໃຫ້ເປັນສູນກາງການຂົນສົ່ງຂອງອາຊີຕາເວັນອອກສຽງໃຕ້. ຍ້ອນລົດໄຟສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງໄດ້ເຖິງ 40% ແລະຈະກາຍເປັນທາງເລືອກການຂົນສົ່ງສໍາລັບຜູ້ສົ່ງອອກຈາກບັນດາປະເທດໃນພາກພື້ນ ດ້ວຍການເພີ່ມຂຶ້ນຂອງຄ່າຂົນສົ່ງທາງບົກ, ທາງອາກາດ ແລະ ທະເລ ...
Read More »ກຸ່ມ G7 ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ
ປະເທດມະຫາອຳນາດ ດ້ານອຸດສາຫະກຳຂອງໂລກ (G7) ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ ກອງປະຊຸມສຸດຍອດ ກຸ່ມ G7 ຈັດຂຶ້ນ ວັນທີ 26 ມິຖຸນາ ດຳເນີນໄປເປັນເວລາ 3 ວັນ ເຢຍລະມັນເປັນປະເທດປະທານໝູນວຽນຂອງກຸ່ມ G7 ປີ 2022. ສະຖານະການຣັດເຊຍ-ອູແກຣນຈະແມ່ນຫົວຂໍ້ສຳຄັນຂອງກອງປະຊຸມ ພ້ອມຫາລືບັນຫາ ການປ້ອງກັນການປ່ຽນແປງຂອງດິນຟ້າອາກາດ ແລະ ວິກິດການດ້ານພະລັງງານເປັນຕົ້ນ. ກອງປະຊຸມ ວັນທີ 27 ມິຖຸນາ ໃຫ້ຮູ້ວ່າ: G7 ໄດ້ຕົກລົງເປັນເອກະພາບ ຈຳກັດການສົ່ງອອກຄຳຈາກຣັດເຊຍປະເທດສະມາຊິກ G7 ປະກອບດ້ວຍ: ສ.ອາເມລິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ການາດາ ແລະ ຍີ່ປຸ່ນ. ໃນໄລຍະ ຊຸມປີຜ່ານມາ ຄຳກາຍເປັນສິນຄ້າສົ່ງອອກ ສໍາຄັນອັນດັບ 2 ຂອງຣັດເຊຍຮອງຈາກນ້ຳມັນເຊື້ອໄຟໂດຍຣັດເຊຍກວມເອົາອັດຕາສ່ວນເກືອບ 5% ຂອງຕະຫລາດຄຳໂລກຄິດເປັນມູນຄ່າເກືອບ19 ຕື້ ໂດລາ ສະຫະລັດ ເມື່ອປີ 2020 ແຕ່ຫລຸດລົງມາຢູ່ທີ່ ປະມານ 15,5 ຕື້ໂດລາ ສະຫະລັດເມື່ອທຽບໃສ່ປີກາຍ.ຕາມຂໍ້ມູນ 90%ຂອງຄໍາ ...
Read More »ລັດຖະບານກວດພົບນໍ້າມັນ 700 ລ້ານລິດ/ປີ ນໍາເຂົ້າບໍ່ແຈ້ງເສຍພາສີ
ການນໍາເຂົ້ານໍ້າມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າທົ່ວປະເທດລາວໄດ້ມີການນໍາເຂົ້າປະມານ 1.200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກໍາ ຂໍ້ມູນຈາກປະເທດທີ່ລາວເຮົາໄດ້ນໍາເຂົ້ານໍ້າມັນຈາກ ສສ ຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີຈໍານວນ 1.900 ລ້ານລິດ/ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດນັ້ນສາມາດເວົ້າໄດ້ວ່າແມ່ນການລັກລອບນໍາເຂົ້າຍ້ອນວ່າບໍ່ໄດ້ເສຍພາສີອາກອນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ພັນຄໍາ ໄດ້ຊີ້ແຈງວ່າ: ນໍ້າມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍງານຕົວເລກໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າມີເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຈໍານວນໜຶ່ງໄດ້ຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທີ່ສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງບໍ່ໄດ້ຄິດເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນ ນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດລັດທີ່ຖືຮຸ້ນ 100% ຊຶ່ງຈະບໍ່ມີການປັປຸງ ແຕ່ຈະເປັນການປະຕິຮູບ. ທີ່ມາ: ວຽງຈັນທາຍ
Read More »ກະຊວງພາຍໃນ ຮ່ວມກັບ 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ
ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: 1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2. ທະນາຄານພັດທະນາລາວ ຈຳກັດ 3. ທະນາຄານສົ່ງເສີມກະສິກຳ 4. ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ. ຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ...
Read More »ເຊັນສັນຍາສະໜອງທຶນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ
ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 21 ມິຖຸນາ 2022 ພິທີເຊັນສັນຍາສະໜອງທຶນລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ)ໃນ 03 ບ້ວງທຶນ 1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ. 2. ບ້ວງເງິນສະສົມ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ...
Read More »ລັດຖະບານກຽມເປີດແອລຊີມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສະໜອງນໍ້າມັນໃຫ້ພໍ
ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. (ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ) ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ລັດຖະບານ ໄດ້ມີນະໂຍບາຍຫຼຸດອາກອນຊົມໃຊ້ ລົງ 02 ຄັ້ງ. ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼືຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ...
Read More »ລາວ ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກຳປູເຈຍ ກວ່າ 6.000 MW ພາຍໃນປີ 2030
ອົງກອບການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2022 ນີ້ວ່າ: ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ...
Read More »