ກຸ່ມ G7 ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ

ປະເທດມະຫາອຳນາດ ດ້ານອຸດສາຫະກຳຂອງໂລກ (G7) ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ

ກອງປະຊຸມສຸດຍອດ ກຸ່ມ G7 ຈັດຂຶ້ນ ວັນທີ 26 ມິຖຸນາ ດຳເນີນໄປເປັນເວລາ 3 ວັນ ເຢຍລະມັນເປັນປະເທດປະທານໝູນວຽນຂອງກຸ່ມ G7 ປີ 2022. ສະຖານະການຣັດເຊຍ-ອູແກຣນຈະແມ່ນຫົວຂໍ້ສຳຄັນຂອງກອງປະຊຸມ ພ້ອມຫາລືບັນຫາ ການປ້ອງກັນການປ່ຽນແປງຂອງດິນຟ້າອາກາດ ແລະ ວິກິດການດ້ານພະລັງງານເປັນຕົ້ນ.

ກອງປະຊຸມ ວັນທີ 27 ມິຖຸນາ ໃຫ້ຮູ້ວ່າ: G7 ໄດ້ຕົກລົງເປັນເອກະພາບ ຈຳກັດການສົ່ງອອກຄຳຈາກຣັດເຊຍປະເທດສະມາຊິກ G7 ປະກອບດ້ວຍ: ສ.ອາເມລິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ການາດາ ແລະ ຍີ່ປຸ່ນ.

ໃນໄລຍະ ຊຸມປີຜ່ານມາ ຄຳກາຍເປັນສິນຄ້າສົ່ງອອກ ສໍາຄັນອັນດັບ 2 ຂອງຣັດເຊຍຮອງຈາກນ້ຳມັນເຊື້ອໄຟໂດຍຣັດເຊຍກວມເອົາອັດຕາສ່ວນເກືອບ 5% ຂອງຕະຫລາດຄຳໂລກຄິດເປັນມູນຄ່າເກືອບ19 ຕື້ ໂດລາ ສະຫະລັດ ເມື່ອປີ 2020 ແຕ່ຫລຸດລົງມາຢູ່ທີ່ ປະມານ 15,5 ຕື້ໂດລາ ສະຫະລັດເມື່ອທຽບໃສ່ປີກາຍ.ຕາມຂໍ້ມູນ 90%ຂອງຄໍາ ທີ່ສົ່ງອອກຈາກຣັດເຊຍ ມີປະເທດ G7 ເປັນລູກຄ້າໃຫຍ່ທີ່ສຸດໂດຍສະເພາະ ອັງກິດ, ສ່ວນ ສ.ອາເມລິກາ ຊື້ຄຳຈາກຣັດເຊຍ ຄິດເປັນມູນຄ່າບໍ່ເຖິງ 1 ລ້ານໂດລາ ສະຫະລັດ ເມື່ອ 2ປີຜ່ານມາ.

ທີ່ມາ: ລາວພັດທະນາ

CRI-FM93

Comments