Author Archives: admin target

ສະພາການຄ້າ ຊີ້ແຈງ ເປັນພຽງຜູ້ປະສານງານ ບໍ່ແມ່ນຜູ້ປ່ອຍເງິນກູ້……

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີພາລະບົດບາດເປັນໃຈກາງໃນການປະສານງານ ໃຫ້ກັບຜູ້ປະກອບການ, ຄຸ້ມຄອງບັນດາສະມາຄົມຕ່າງໆ, ຕິດຕາມກວດການການດຳເນີນທຸລະກິດ ຂອງຜູ້ປະກອບການທີ່ເປັນສະມາຊິກຂອງສະພາການຄ້າ, ແຕ່ບໍ່ແມ່ນຜູ້ປ່ອຍເງິນໃຫ້ກັບບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ແລະ ບໍ່ແມ່ນຜູ້ຄໍ້າປະກັນໃຫ້ກັບສະມາຊິກ. ພຽງແຕ່ປະສານງານກັບບັນດາທະນາຄານ ໃຫ້ຜູ້ຕ້ອງການທຶນ ທີ່ດຳເນີນທຸລະກິດຕ່າງໆໂດຍສະເພາະຂະແໜງກະສິກຳ, ສ່ວນການປ່ອຍເງິນກູ້ ແມ່ນພາກສ່ວນທະນາຄານຮັບຜິດຊອບ. ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ປັດຈຸບັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ສຸມໃສ່ສົ່ງເສີມ, ສະໜັບສະໜູນຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ ກ້າວໄປເຖິງອຸດສາຫະກຳປຸງແຕ່ງ ແນໃສ່ສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ນອກຈາກນີ້, ສະພາການຄ້າ ຍັງເປັນເຈົ້າການ ໃນການປະສານງານ ແລະ ໃຫ້ຄຳແນະນຳຕ່າງໆ ຕໍ່ຜູ້ປະກອບການທີ່ຕ້ອງການທຶນມາໝູນໃຊ້ເຂົ້າໃນວຽກງານ ສາມາດຈັບຄູ່ກັບບັນດາທະນາຄານ ທີ່ເໝາະກັບທຸລະກິດຂອງຕົນ ເນື່ອງຈາກວ່າບັນທະນາຄານ ຫຼື ສະຖາບັນການເງິນຕ່າງໆ ແມ່ນມີນະໂຍບາຍແຕກຕ່າງກັນ ເຮັດໃຫ້ຜູ້ຜະລິດສາມາດເຂົ້າເຖິງການປ່ອຍກູ້ທີ່ເໝາະສົມ ໃຫ້ກັບຜູ້ເຮັດການຜະລິດ. ທ່ານ ບຸນເລີດ ...

Read More »

ສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ-ອັງກິດ ແລະ ອຽກລັງເໜືອ……..

ໃນຕອນຄໍ່າ ວັນທີ 25 ພະຈິກ 2020 ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂຶ້ນຢ່າງເປັນທາງການ ທີ່ເຮືອນພັກທ່ານທູດອັງກິດ. ເປັນກຽດໃນພິທີສໍາຄັນດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ພີຊັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ນອກຈາກນັ້ນ, ຍັງມີພະນັກງານຂັ້ນສູງຂອງລາວ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ ປະຈຳລາວ ແລະ ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໃນງານສະເຫຼີມສະຫຼອງ ວັນການທູດຄົບຮອບ 65 ປີ ຄັ້ງນີ້, ທັງສອງຝ່າຍ ໄດ້ກ່າວຄຳປາໄສ, ຊຶ່ງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຜົນສຳເລັດຂອງການຮ່ວມມືທີ່ດີ ...

Read More »

ຈະສູ້ຊົນເຮັດໃຫ້ມູນຄ່າການນຳເຂົ້າ-ສົ່ງອອກ ບັນລຸຫຼາຍກວ່າ 2.362 ລ້ານໂດລາ…….

ເຖິງວ່າໃນປີ 2020 ນີ້ ຫຼາຍຂະແໜງການຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ຍັງຕັ້ງເປົ້າສູ້ຊົນໃຫ້ມູນຄ່າການນໍາເຂົ້າ – ສົ່ງອອກໝົດປີບັນລຸ 2.362 ລ້ານໂດລາ ໂດຍໃນ 9 ເດືອນຜ່ານມາ ບັນລຸ 1.590 ລ້ານກວ່າໂດລາ. ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 9 ເດືອນຜ່ານມາ ສະພາບເສດຖະກິດຂອງໂລກ ແລະ ພາກພື້ນຍັງພົບກັບ ຄວາມສັບສົນ ສົມທົບກັບໃນໄລຍະຕົ້ນປີ 2020 ກໍໄດ້ເກີດການລະບາດຂອງໂຄວິດ-19 ໄປທົ່ວໂລກ ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ເຮັດໃຫ້ເສດຖະກິດໄດ້ຮັບຜົນກະທົບຢ່າງຮຸນແຮງໃນທົ່ວໂລກ; ເວົ້າສະເພາະ ສປປ ລາວ ກໍຄືແຂວງສະຫວັນນະເຂດ ແມ່ນໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວຢ່າງຫຼີກລຽງບໍ່ໄດ້, ດັ່ງນັ້ນ ຈຶ່ງເຮັດໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແຕ່ພວກເຮົາກໍສູ້ຊົນປະຕິບັດໜ້າທີ່ຕົນໃຫ້ສຸດຄວາມສາມາດຈົນມີຜົນງານ ດັ່ງນີ້: ການສົ່ງອອກໃນ 9 ເດືອນບັນລຸຫຼາຍກວ່າ 902 ລ້ານໂດລາ ...

Read More »

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ເປີດການຜະລິດໃນທ້າຍເດືອນນີ້……….

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ທີ່ຈະມາເຖິງນີ້, ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ. ທ່ານ ປານີ ພວງເພັດ ຮອງຜູ້ອຳນວຍການ ບໍລິສັດເປໂຕຣເຄມີລາວ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ໂຮງງານກັ່ນນໍ້າມັນ ຂອງບໍລິສັດເປໂຕຣເຄມີລາວ ຈຳກັດ ຕັ້ງຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ເລີ່ມກໍ່ສ້າງໃນປີ 2015 ໃນເນື້ອທີ່ທັງໝົດ 280.000 ຕາແມັດ, ໂດຍໃຊ້ເງິນລົງທຶນ 179 ລ້ານໂດລາສະຫະລັດ ພາຍໃຕ້ບໍລິສັດເປໂຕຣເຄມີ ລາວ-ຈີນ ແຂວງຢຸນນານ ກັບ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ ຮຸ້ນສ່ວນຈຳກັດ ຖືຮຸ້ນ 75%, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຫຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ...

Read More »

ໂຄງການທາງລົດໄຟລາວ-ຈີນ ອາດຈະສ້າງບໍ່ທັນສຳເລັດທັນຕາມແຜນການທີ່ກຳນົດ ເນື່ອງຈາກ………

ບໍລິສັດທາງລົດໄຟລາວ-ຈີນ ໄດ້ແຈ້ງຕໍ່ສຳນັກຂາວເມື່ອບໍ່ດົນມານວ່າ: ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ແຕ່ຊາຍແດນລວຈີນ(ບໍ່ເຕັນ) ຫາ ນະຄອນຫຼວງວຽງຈັນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະຕາມແຜນແມ່ນຈະເປີດນຳໃຊ້ໃນເດືອນທັນວາ 2021. ແຕ່ເນື່ອງຈາກບັນຫາການໄກ່ເກ່ຍຍົກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະຖານີວຽງຈັນ ຫາ ວຽງຈັນໃຕ້ ສົ່ງຜົນກະທົບໃຫ້ແກ່ການກໍ່ສ້າງ, ຖ້າຫາກສາມາດແກ້ໄຂບັນຫາການົກຍ້າຍເວນຄືນທີ່ດິນ ແລະສາມາດສະໜອງເນື້ອທີ່ດິນກໍ່ສ້າງໄດ້ຢ່າງທັນເວລາ, ຈະເຮັດໃຫ້ເສັ້ນທາງລົດໄຟຕະຫຼອດສາຍທາງ ສາມາດກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ໄດ້ຢ່າງທັນການ ແຕ່ຖ້າຫາກຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ ຫຼື ຊັກຊ້າອາດຈະເຮັດໃຫ້ການກໍ່ສ້າງທາງລົດໄຟບໍ່ສຳເັດ ແລະ ຈະບໍ່ສາມາດເປີດນຳໃຊ້ໄດ້ຕາມແຜນທີ່ວາງໄວ້. ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແຈ້ງໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນພື້ນຖານໂຄ່ງລ່າງຂອງເສັ້ນທາງລົດໄຟ ແມ່ນຈະສຳເລັດໂດຍພື້ນຖານ ໃນທ້າຍປີ 2020 ຊຶ່ງປະກອບມີ ການສຳເລັດການເຈາະອຸໂມງ 75 ແຫ່ງຂອງທົ່ວທົງແລວທາງ, ສຳເລັດການກໍ່ສ້າງຂົວທັງໝົດ 164 ແຫ່ງ, ຄັນທາງ 180 ຕອນໄດ້ສຳເລັດໂດຍພື້ນຖານ. ບັນດາໜ້າວຽກກໍ່ສ້າງເຊັ່ນ: ວຽກລາງລົດໄຟ, ວຽກລະບົບ ແລະ ວຽກອາຄານສະຖານີ ແມ່ນກ້າວເຂົ້າສູ່ໄລຍະທີ່ສຳຄັນ ແລະຫຍຸ້ງຍາກກທີ່ສຸດ, ໄດ້ສຳເລັດການວາງລາງ 188,8 ກິໂລແມັດ ໃນຕະຫຼອດເສັ້ນທາງ, ກວມເອົາ 44,6% ຂອງໄລຍະທາງທັງໝົດ, ທ້າຍປີນີ້ຈະວາງລາງຮອງຫຼວງພະບາງ, ທ້າຍເດືອນ ມິຖຸນາ ...

Read More »

ເຂື່ອນເຊປຽນ-ເຊນໍ້ານ້ອຍ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ……….

ວັນທີ 25 ພະຈິກ 2020 ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໂດຍໄດ້ໄປກວດກາເບິ່ງ, ພ້ອມທັງໄດ້ຮັບຟັງການອະທິບາຍຊີ້ແຈງຈາກຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງໂຄງການດັ່ງກ່າວຢູ່ຫຼາຍຈຸດ ເປັນຕົ້ນແມ່ນ: ການກໍ່ສ້າງເຂື່ອນກັ້ນນໍ້າ D ແຫ່ງໃໝ່ ເປັນປະເພດເບຕົງອັດແໜ້ນ (RCC), ລວງສູງ 56,7 ແມັດ, ສັນຍາວ 430 ແມັດ, ມີອຸໂມງລະບາຍນໍ້າສຸກເສີນຢູ່ລະດັບກາງເຂື່ອນ 02 ປ່ອງ, ການສ້ອມແປງເຂື່ອນກັ້ນນໍ້າ E, F, ການສ້ອມແປງເຂື່ອນເຊປຽນ, ການຕິດຕາມ ແລະ ກວດກາເຂື່ອນທໍາມະຊາດ (ຂອບອ່າງເກັບນໍ້າທີ່ເປັນພູທໍາມະຊາດ), ການກະກຽມກັກເກັບນໍ້າຄືນໃໝ່, ການຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢູ່ເຮືອນຈັກ, ການແລ່ນທົດສອບ-ທົດລອງເຄື່ອງຈັກ, ສາຍສົ່ງ ແລະ ສະຖານີໄຟຟ້າຂອງໂຄງການ. ຜ່ານການລົງກວດກາພາກສະໜາມເຫັນວ່າ: ໂຄງການດັ່ງກ່າວມີຄວາມເອົາໃຈໃສ່ຫຼາຍຕໍ່ກັບວຽກງານຄວາມປອດໄພ ໂດຍສະເພາະແມ່ນການກໍ່ສ້າງຄູກັ້ນນໍ້າ D ໃໝ່, ການປັບປຸງບັນດາໂຄງສ້າງຂອງເຂື່ອນຕ່າງໆ, ການບໍລິຫານຈັດການນໍ້າໃນອ່າງຂອງໂຄງການ ແລະ ອື່ນຯ ແມ່ນເຮັດໄດ້ດີ ແລະ ປະຕິບັດຕາມຄໍາເຫັນແນະນຳຂອງຊ່ຽວຊານສາກົນ (IA). ...

Read More »

ມຊ ສຸມໃສ່ປັບປຸງ ແລະ ສ້າງຫຼັກສູດໃໝ່ທີ່ມີຄວາມຈໍາເປັນ………

ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ:ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຮັບການສ້າງຕັ້ງປີ 1996 ມາຮອດປັດຈຸບັນແມ່ນຄົບຮອບ 24 ປີ ມຊ ໃນເບື້ອງຕົ້ນມະຫາວິທະຍາໄລແຫ່ງຊາດ ມີພຽງແຕ່ 7 – 8 ຄະນະວິຊາ ແຕ່ມາຮອດປັດຈຸບັນມີເຖິງ 13 ຄະນະວິຊາ. ນອກຈາກນີ້ ມະຫາວິທະຍາໄລແຫ່ງຊາດຍັງໄດ້ມີ 2 ສະຖາບັນຫຼັກຄື ສະຖາບັນລາວ – ຍີ່ປຸ່ນ ແລະ ສະຖາບັນຂົງຈື ທີ່ໄດ້ຮັບການພັດທະນາຂຶ້ນຢູ່ໃນມະຫາວິທະຍາໄລແຫ່ງຊາດ. ວິໄສທັດຂອງ ມຊ ແມ່ນພັດທະນາຄູ – ອາຈານ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ໂດຍສະເພາະຜູ້ທີ່ຈະມາສິດສອນໄດ້ກໍຕ້ອງແມ່ນລະດັບປະລິນຍາໂທ, ປະລິນຍາເອກ ຫຼື ເປັນຊ່ຽວຊານເຖິງຈະສອນໄດ້ ມາຮອດໄລຍະນີ້ ມຊ ໄດ້ມີການປະຕິບັດການສ້າງຄູ – ອາຈານໄດ້ຫຼາຍສົມຄວນ. ໃນປັດຈຸຸບັນທາງ ມຊ ໄດ້ຄ່ອຍລົບລ້າງລະບົບອະນຸປະລິນຍາ, ຊັ້ນສູງ ແລະ ກໍກຽມທີ່ຈະໂຈະສອງຄະນະວິຊາທີ່ມີຫຼັກສູດຊັ້ນສູງ. ມຊ ໄດ້ສຸມໃສ່ຫຼັກສູດປະລິນຍາຕີ, ...

Read More »

ຄວາມຄືບໜ້າຫຼ້າສຸດ..! ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ …..

ກອງປະຊຸມຄົບຄະນະ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ຈັດຂຶ້ນທີ່ກະຊວງໂຍທາທີການ ແລະ ຂົນສົ່ງ ໃນຕອນເຊົ້າວັນທີ 25 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີນໍາໂຄງການກໍ່ສ້າງທາງລົດໄຟລາວຈີນ ເຂົ້າຮ່ວມມີ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ມີບັນດາທ່ານ ຮອງລັດຖະມົນຕີ ຮອງເຈົ້າແຂວງທີ່ແລວທາງລົດໄຟຜ່ານ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ . ທ່ານ ຈັນຕຸລາ ພະນະລາສີ ກົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟລາວ-ຈີນຄວາມຄືບໜ້າພົ້ນເດັ່ນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ມາຮອດວັນທີ 31 ຕຸລາ ປີ 2020 ປະຕິບັດສໍາເລັດ 94,15% ...

Read More »

ສະ​ຫາຍ​ ພັນ​ຄຳ ວິ​ພາ​ວັນ ເນັ້ນໃຫ້ຄະນະພັກ ສສກ ຍົກສູງຄຸນນະພາບການສຶກສາ….

ສະຫາຍ ພັນຄຳ ວິພາວັນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ​ແຫ່ງສ​ປ​ປ ລາວ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຊຸດໃໝ່ (ສະໄໝທີ IX) ເອົາໃຈໃສ່ 5 ບັນຫາຫຼັກ ເພື່ອຍົກສູງຄຸນນະພາບການສຶກສາ ແລະ ກິລາ ໃຫ້ກ້າວທຽບທັນກັບພາກພື້ນ ແລະ ສາກົນ ສາມາດຮັບ​ປະ​ກັນ​ໃຫ້​ປະ​ເທດ​ຊາດ ​ມີ​​​ສະ​ຖຽນ​ລະ​ພາບ​ໝັ້ນ​ຄົງທາງ​ດ້ານ​ການ​ເມືອງ-ປ້ອງ​ກັນ​ຊ​າດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມ​ແຂງ ແລະ ຜາສຸກ. ພິທີໂອ້ລົມໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 25 ພະຈິກ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ໂດຍໃຫ້ກຽດຮັບຟັງມີ ສະຫາຍ ນາງ ແສງເດືອນ ຫຼ້າທະບູນ ກຳ​ມະ​ການ​ສູນ​ກາງ​ພັກ, ເລຂາຄະນະພັກຊຸດເກົ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ​ກິ​ລາ ແລະ ສະ​ຫາຍ ​ຮສ.ປອ ພຸດ ສິມ​ມາ​ລາ​ວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ກະ​ຊວ​ງ​ສຶກ​ສາ​ທິ​ການ ແລະ​ ກິ​ລາ​ ຊຸດໃໝ່, ຮອງລັດຖະມົນຕີ ...

Read More »

ສະຫາຍ ຮສ ປອ ພຸດ ສິມມາລາວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງ ສສກ ຊຸດໃໝ່……..

ສະຫາຍ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ແລະ ສະຫາຍນາງ ຂັນທະລີ ສິຣິພົງພັນ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ໄດ້ດຳເນີນມາເປັນມື້ທີສອງ ໃນຕອນເຊົ້າມື້ນີ້ (25 ພະຈິກ) ຫຼັງຈາກໄຂຂຶ້ນຢ່າງເປັນທາງການ ມື້ວານນີ້ ທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ມີການປະກາດຜົນການເລືອກຕັ້ງ ຄະນະບໍລິຫານງານພັກກະຊວງ ຊຸດໃໝ່ ເຊິ່ງມີລາຍລະອຽດດັ່ງນີ້: *ຄະນະປະຈຳພັກກະຊວງ:1. ສຫ ຮສ ປອ ພຸດ ສິມມາລາວົງ 2. ສຫ ນາງ ຂັນທະລີ ສິຣິພົງພັນ3. ສຫ ປອ ນາງ ສີສຸກ ວົງວິຈິດ 4. ສຫ ປອ ບຸນປັນ ...

Read More »