ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີພາລະບົດບາດເປັນໃຈກາງໃນການປະສານງານ ໃຫ້ກັບຜູ້ປະກອບການ, ຄຸ້ມຄອງບັນດາສະມາຄົມຕ່າງໆ, ຕິດຕາມກວດການການດຳເນີນທຸລະກິດ ຂອງຜູ້ປະກອບການທີ່ເປັນສະມາຊິກຂອງສະພາການຄ້າ, ແຕ່ບໍ່ແມ່ນຜູ້ປ່ອຍເງິນໃຫ້ກັບບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ແລະ ບໍ່ແມ່ນຜູ້ຄໍ້າປະກັນໃຫ້ກັບສະມາຊິກ.

ພຽງແຕ່ປະສານງານກັບບັນດາທະນາຄານ ໃຫ້ຜູ້ຕ້ອງການທຶນ ທີ່ດຳເນີນທຸລະກິດຕ່າງໆໂດຍສະເພາະຂະແໜງກະສິກຳ, ສ່ວນການປ່ອຍເງິນກູ້ ແມ່ນພາກສ່ວນທະນາຄານຮັບຜິດຊອບ.
ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ປັດຈຸບັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ສຸມໃສ່ສົ່ງເສີມ, ສະໜັບສະໜູນຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ ກ້າວໄປເຖິງອຸດສາຫະກຳປຸງແຕ່ງ ແນໃສ່ສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.
ນອກຈາກນີ້, ສະພາການຄ້າ ຍັງເປັນເຈົ້າການ ໃນການປະສານງານ ແລະ ໃຫ້ຄຳແນະນຳຕ່າງໆ ຕໍ່ຜູ້ປະກອບການທີ່ຕ້ອງການທຶນມາໝູນໃຊ້ເຂົ້າໃນວຽກງານ ສາມາດຈັບຄູ່ກັບບັນດາທະນາຄານ ທີ່ເໝາະກັບທຸລະກິດຂອງຕົນ ເນື່ອງຈາກວ່າບັນທະນາຄານ ຫຼື ສະຖາບັນການເງິນຕ່າງໆ ແມ່ນມີນະໂຍບາຍແຕກຕ່າງກັນ ເຮັດໃຫ້ຜູ້ຜະລິດສາມາດເຂົ້າເຖິງການປ່ອຍກູ້ທີ່ເໝາະສົມ ໃຫ້ກັບຜູ້ເຮັດການຜະລິດ.

ທ່ານ ບຸນເລີດ ຫລວງປະເສີດ ຍັງຝາກເຖິງຜູ້ປະກອບການທຸລະກິດຂະໜາກນ້ອຍ ແລະ ຂະ ໜາດກາງ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ເພື່ອຢືມເງິນຈາກທະນາຄານ ຫລື ສະຖາບັນການເງິນຈຸລະພາກ ຕ້ອງມີເງື່ອນໄຂ ຄື ຕ້ອງມີທຸລະກິດທີ່ມີຕົວຕົນ, ສ້າງແຜນທຸລະກິດມີລະບົບບັນຊີ, ສ້າງແຜນລາຍຮັບ-ລາຍຈ່າຍ, ແຜນການຜະລິດ, ແຜນການດຳເນີນທຸລະກິດຕ່າງໆ ໂດຍມີສະພາການຄ້າ ເປັນໃຈກາງໃນການປະສານງານ ເພື່ອສຶກສາຂໍ້ມູນຕ່າງໆ ແລະ ໃຫ້ຄຳແນະນຳແກ່ຜູ້ປະກອບການ ສາມາດຊ່ວຍໃຫ້ເຂົ້າເຖິງແຫລ່ງທຶນ ເຊັ່ນ: ທະນາຄານລາວ-ຝຣັ່ງ, ທະນາຄານຊາຄອມແບັງ, ສະຖານບັນການເງິນຈຸລະພາກ NCC ແລະ ສະຖາບັນການເງິນຈຸລະພາກ EMI.
ສຳລັບທ່ານໃດ ຕ້ອງການເຂົ້າເຖິງແຫຫຼ່ງທຶນ, ແຕ່ບໍ່ມີຄວາມຮູ້ກ່ຽວກັບການສ້າງແຜນທຸລະກິດ, ສ້າງແຜນລາຍຮັບ-ລາຍຈ່າຍຕ່າງໆ ສາມາດເຂົ້າມາພົວພັນປຶກສາໄດ້ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຫຼື ໂທສອບຖາມໄດ້ທີ່ເບີ 021 416267 ແລະ 021 416266 ໃນໂມງລັດຖະການ.
ແຫຼ່ງຂໍ້ມູນ: ວສລ