ສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ-ອັງກິດ ແລະ ອຽກລັງເໜືອ……..

ໃນຕອນຄໍ່າ ວັນທີ 25 ພະຈິກ 2020 ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂຶ້ນຢ່າງເປັນທາງການ ທີ່ເຮືອນພັກທ່ານທູດອັງກິດ.

ເປັນກຽດໃນພິທີສໍາຄັນດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ພີຊັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ນອກຈາກນັ້ນ, ຍັງມີພະນັກງານຂັ້ນສູງຂອງລາວ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ ປະຈຳລາວ ແລະ ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ໃນງານສະເຫຼີມສະຫຼອງ ວັນການທູດຄົບຮອບ 65 ປີ ຄັ້ງນີ້, ທັງສອງຝ່າຍ ໄດ້ກ່າວຄຳປາໄສ, ຊຶ່ງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຜົນສຳເລັດຂອງການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ນັບແຕ່ວັນສ້າງຕັ້ງສາຍພົວພັນການທູດ ໃນວັນທີ 5 ກັນຍາ 1955 ເປັນຕົ້ນມາ, ເຖິງແມ່ນວ່າ ສອງປະເທດ ລາວ ແລະ ອັງກິດ ໄດ້ປິດສະຖານທູດຂອງຕົນໃນຊຸມປີ 1980 ເນື່ອງຈາກ ໃນໄລຍະນັ້ນ ທັງສອງຝ່າຍ ມີຄວາມຫຍຸ້ງຍາກໃນດ້ານຕ່າງໆ ແຕ່ກໍ່ຍັງໄດ້ສືບຕໍ່ ການພົວພັນ ແລະ ແລກປ່ຽນການໄປມາຫາສູ່ກັນຢ່າງຕໍ່ເນື່ອງ.

ຕົກມາຮອດປີ 2012, ລັດຖະບານອັງກິດ ຈຶ່ງໄດ້ເປີດສະຖານທູດຂອງຕົນຢູ່ ນະຄອນຫຼວງວຽງຈັນ ຢ່າງເປັນທາງການຄືນໃໝ່. ຕໍ່ຈາກນັ້ນ, ລັດຖະບານ ແຫ່ງ ສປປ ລາວ ກໍ່ໄດ້ເປີດສະຖານທູດຂອງຕົນຄືນ ຢູ່ ລອນດອນ ໃນປີ 2014. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ໂດຍສະເພາະ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ສາທາລະນະສຸກ ແລະ ການສຶກສາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ນໍາເອົາ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ.

ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ສະແດງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວສູ່ລະດັບໃໝ່ໃນຕໍ່ໜ້າ. ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນ ແຕ່ຕົ້ນຕະຫຼອດປາຍ.

ແຫຼ່ງຂໍ້ມູນ: ວສລ

Comments