Author Archives: admin target

ບໍ່ຫີນອ່ອນ ຢູ່ປາກິດສະຖານ ຖະຫຼົ່ມ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຫຼາຍ 10 ຄົນ

ວັນທີ 8 ກັນຍາ 2020 ທີ່ຜ່ານມາ ເກີດເຫດບໍ່ຂຸດຄົ້ນຫີນອ່ອນ (Marble) ຢູ່ເຂດພື້ນທີ່ ເຊຍຣັດ ທາງຕາເວັນຕົກ ຂອງ ປາກິດສະຖານ ໃກ້ກັບຊາຍແດນຂອງ ອາຟະການິດສະຖານ ເກີດເຫດຖະຫຼົ່ມ ລົງມາອັດທາງເຂົ້າ-ອອກ ໃນເບື້ອງຕົ້ນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ບາດເຈັບ 9 ຄົນ ແລະ ສູນຫາຍ 11 ຄົນ. ເຂດຂຸດຄົ້ນດັ່ງກ່າວຖືໄດ້ວ່າເປັນແຫຼ່ງ ທີ່ຂື້ນຊື່ຫີນອ່ອນຂາວ (Marble) ທີ່ມີຄຸນນະພາບສູງ ສົ່ງອອກໄປຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິເວນທີ່ຂຸດຄົ້ນເປັນເຂດຕີນພູ ຊຶ່ງມີພະນັກງານ ປະມານ 40-50 ຄົນ ເຂົ້າໄປເຮັດວຽກໃນເຂດຂຸດຄົ້ນຫີນອ່ອນດັ່ງກ່າວ ແລະ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຄາດການວ່າສາເຫດທີ່ເຮັດໃຫ້ເຂດດັ່ງກ່າວຖະຫຼົ່ມ ຍ້ອນມີແຮງສັ່ນສະເທືອນທີ່ຮຸນແຮງຈາກການລະເບີດຫີນໃນເຂດນັ້ນ. ຂະນະນີ້ ເຈົ້າໜ້າທີ່ ຕຳຫຼວດ ແລະ ໜ່ວຍກູ້ໄພ ພວມເລັ່ງດຳເນີນການຄົ້ນຫາ ຜູ້ສູນຫາຍດັ່ງກ່າວ.

Read More »

Zhong Shanshan: ນັກທຸລະກິດນ້ຳ ທີ່ກາຍເປັນຄົນລວຍອັນດັບ 2 ຂອງປະເທດ

ໃນວັນທີ 7 ກັນຍາ 2020 ການສະເໜີຂາຍຫຸ້ນ IPO ໃນຮົງກົງ ຂອງ Nongfu Spring ເຮັດໃຫ້ Zhong ຜູ້ກໍ່ຕັ້ງບໍລິສັດ ນ້ຳດື່ມບັນຈຸຂວດທີ່ໃຫຍ່ທີ່ສຸດຂອງຈີນ ກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດເປັນອັບດັບສອງຂອງປະເທດ. ໃນນີ້, ຫຸ້ນຂອງບໍລິສັດ Nongfu Spring ຍັກໃຫຍ່ດ້ານນ້ຳດື່ມບັນຈຸຂວດຂອງຈີນ ພຸ່ງສູງເຖິງ 85% ໃນການເປີດຕົວ ເມື່ອວັນທີ 7 ກັນຍາ ຫຼັງຈາກທີ່ ບໍລິສັດ ສະເໜີຂາຍຫຸ້ນໃຫ້ແກ່ປະຊາຊົນທົ່ວໄປ (IPO) ມູນຄ່າ 1.1 ພັນລ້ານໂດລາຢູ່ໃນຮົງກົງ. ລາຄາ IPO ຂອງ Nongfu Spring ເລີ່ມຕົ້ນທີ 2.77 ໂດລາ ແລະ ເພີ່ມຂຶ້ນເປັນ 5.14 ໂດລາ ແລະມີການປ່ຽນມືຫຼາຍເຖິງ 387 ລ້ານໂດລາ ໃນວັນທຳອິດຂອງການຊື້ຂາຍຫຸ້ນຂອງ ບໍລິສັດດັ່ງກ່າວ ແລະ ໃນຕອນທ້າຍຂອງການຊື້ຂາຍປະມູນລາຄາຕະຫຼາດຢູ່ທີ່ ເກືອບ 8 ພັນລ້ານໂດລາ ຊຶ່ງຫຼາຍກວ່າ Danone SA ບໍລິສັດອາຫານຝຮັ່ງທີ່ຢູ່ຖັດຈາກ ນ້ຳ ...

Read More »

ອຸຍນີເຊບ ມອບລົດ ແລະ ເຄື່ອງຊ່ວຍເຫລືອ ເພື່ອສ້າງຄວາມເຂັ້ມແຂງ…

ໃນວັນທີ 10 ກັນຍາ 2020 ນີ້, ທ່ານ ນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊບ (UNICEF) ປະຈໍາລາວ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອສະໜັບສະໜູນຂົງເຂດວຽກງານ ການແກ້ໄຂທຸກຮູບແບບຄວາມຮຸນແຮງ ແລະ ການຄ້າມະນຸດໃນແມ່ຍິງ ແລະ ເດັກ ນ້ອຍ ໃນໄລຍະການລະບາດຂອງພະ ຍາດໂຄວິດ-19, ໃນນັ້ນ ປະກອບມີ: ລົດຕູ້ 1 ຄັນ, ຄອມພິວເຕີ 12 ໜ່ວຍ, ເຄື່ອງພິມ 6 ເຄື່ອງ, ເຄື່ອງສາຍພາບ (ໂປຣເຈັກເຕີ) 3 ຊຸດ, ເຄື່ອງແຈກສັນຍານອິນເຕີເນັດ 6 ອັນ, ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫລິ້ນຂອງເດັກ ເພື່ອການຮຽນຮູ້, ສ້າງຈິນຕະນາການ ແລະ ເປັນການຜ່ອນຄາຍ, ລວມມູນຄ່າຫລາຍກວ່າ 48.540 ໂດລາສະຫະລັດ, ເຊິ່ງຕາງໜ້າຮັບໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ. ທ່ານ ນາງ ເພຍ ບຣິດໂຕ ...

Read More »

ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ການເຄື່ອນໄຫວຂອງກົມສ່ວຍສາອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ເພື່ອຮັບປະກັນໃນການຄຸ້ມຄອງວຽກງານສ່ວຍສາອາກອນລວມສູນສາຍຕັ້ງໃຫ້ມີປະສິດທິພາບ ແລະ ທັນສະໄໝ. ແນໃສ່ເຮັດໃຫ້ການຄຸ້ມຄອງມະຫາພາກ, ການອຳນວຍຄວາມສະດວກດ້ານການບໍລິການກ່ຽວກັບວຽກງານສ່ວຍສາອາກອນ, ການກວດກາ, ການເກັບລາຍຮັບຈາກພາສີ, ສ່ວຍສາອາກອນ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ, ລາຍຮັບປະກອບສ່ວນສັງຄົມ, ລາຍຮັບປະເພດອື່ນໆຕາມກົດໝາຍ ເພື່ອເປັນເອກະພາບໃນຂອບເຂດທົ່ວປະເທດ. ສຳລັບຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນທີ່ນຳໃຊ້ໃນປັດຈຸບັນແມ່ນຕາມສະບັບເລກທີ 2834/ກງ ລົງວັນທີ 22 ກັນຍາ 2017 ໂຄງປະກອບກົງຈັກຂອງຂະແໜງສ່ວຍສາອາກອນປະກອບດ້ວຍກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ, ເທສະບານ, ນະຄອນ ເຊິ່ງມີກົງຈັກວຽກດັ່ງນີ້: ຂັ້ນກົມປະກອບມີ 7 ພະແນກ; ສ່ວຍສາອາກອນປະຈໍາແຂວງ – ນະຄອນຫຼວງ ປະກອບມີ: 4 ຂະແໜງ; ສ່ວຍສາອາກອນປະຈໍາເມືອງ, ເທສະບານ, ນະຄອນ ປະກອບມີ 3 ໜ່ວຍງານ. ສ່ວນຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ໂຄງປະກອບກົງຈັກຂອງກົມສ່ວຍສາອາກອນປະກອບດ້ວຍ 10 ...

Read More »

ສື່ມວນຊົນຕ້ອງເປັນ ຜູ້ກ້າປາກອອກສຽງ, ສະດຸ້ງໄວ, ຮັກຄວາມຈິງ ແລະຍິງຖືກເປົ້າໝາຍ…

ສະມາຄົມນັກຂ່າວ ໄດ້ຈັດກອງປະຊຸມຄົ້ນຄວ້າທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ໂດຍແນໃສ່ໃຫ້ນັກສຳມະນາກອນໄດ້ປຶກສາຫາລື ແລະແລກປ່ຽນຄຳຄິດຄຳເຫັນໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດທິດທາງແຜນການ ພັດທະນາຄຸນນະພາບວຽກງານສື່ມວນຊົນ ທີ່ໄດ້ສະເໜີຢູ່ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະການພິມຈຳໜ່າຍຄົບຮອບ 70 ປີ ເມື່ອວັນທີ 14 ສິງຫາ 2020 ແລະຄົ້ນຄວ້າຄຳໂອ້ລົມຂອງທ່ານນາຍົກລັດຖະມົນຕີ ໃນເວທີດັ່ງກ່າວໃຫ້ມີຄວາມເຂົ້າໃຈເປັນເອກະພາບ ແລະນຳໄປປະຕິບັດຕົວຈິງ ບົນພື້ນຖານແນວທາງທັດສະນະຂອງພັກ ໃນການໂຄສະນານຳພາຫາງສຽງສັງຄົມໃນທຸກບັນຫາ ແລະ ເຫດການທີ່ກ່າວໄວ້ໃນມະຕິ 36 ກົມການເມືອງສູນກາງພັກ, ຊຶ່ງໄດ້ຜັນຂະຫຍາຍອອກເປັນກົດໝາຍສື່ມວນຊົນ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ. ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ກ່າວເປີດກອງປະຊຸມວ່າ: ຕໍ່ຄຳເວົ້າຂອງທ່ານນາຍົກທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ພວກເຮົາຈະໄດ້ເອົາແນວທາງ, ມະຕິ, ກົດໝາຍ ທີ່ກ່າວມາຂ້າງເທິງນັ້ນ ມາເຍືອງເບິ່ງຄວາມເປັນຈິງ ໃນການເຮັດໜ້າທີ່ຂອງສື່ພວກເຮົາ ເພື່ອໃຫ້ເຫັນຈຸດແຂງທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນທີ່ຕ້ອງແກ້ໄຂໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄລຍະໃໝ່, ມາຮອດປັດຈຸບັນກໍ່ຕ້ອງຮີບປ່ຽນແປງ ແລະແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງທ່ວງທັນຕາມສະພາບການ New ...

Read More »

ນະຄອນຫລວງວຽງຈັນ ເຂົ້າເປັນສະມາຊິກ ອົງການ TPO ຢ່າງເປັນທາງການ…

ນະຄອນຫລວງວຽງຈັນ ໄດ້ເຂົ້າເປັນສະມາຊິກອົງການ ສົ່ງເສີມການທ່ອງທ່ຽວບັນດາ ນະຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ຢ່າງ ເປັນທາງການ ໃນວັນທີ 9 ກັນຍາ 2020. ຄາດວ່າ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກອົງການດັ່ງກ່າວ, ເປັນຕົ້ນແມ່ນວຽກງານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໄວຂຶ້ນ, ອຸດສະຫະກຳທ່ອງທ່ຽວຈະບໍ່ໂດດດ່ຽວ ແຕ່ຈະໄດ້ຮັບການເຊື່ອມໂຍງກັບສາກົນກວ້າງຂວາງກວ່າເກົ່າ, ຈະໄດ້ຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງ ບັນດານະຄອນອາຊີ-ປາຊີຟິກ ແລະ ອື່ນໆ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຫລວງ ຫລື (TPO) ແມ່ນເຄືອຂ່າຍລະຫວ່າງຕົວເມືອງ ໂດຍມີບົດບາດສົ່ງເສີມສະມາຊິກເຮັດວຽກຮ່ວມກັນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານດ້ານການຕະຫລາດແຫລ່ງທ່ອງທ່ຽວ, ການພັດທະນາຜະລິດຕະພັນໃໝ່ໆ ລວມໄປເຖິງການພັດທະນາຊັບ ພະຍາກອນມະນຸດໃນພາກການທ່ອງທ່ຽວ ແລະ ອື່ນໆ ປັດຈຸບັນມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ. ການເຂົ້າຮ່ວມເປັນສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ...

Read More »

ລັດຖະມົນຕີກະຊວງ ຖວທ ເນັ້ນ ແຂວງຫລວງພະບາງ ພັດທະນາການທ່ອງທ່ຽວ ຕິດພັນກັບການຮັກສາວັດທະນະທຳ

ໃນວັນທີ 9 ກັນຍາ 2020 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ, ໂດຍທ່ານ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາວັດທະນະທຳ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວ ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ບາງຕອນວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ອານຸລັກ, ປົກປັກຮັກສາ, ຟື້ນຟູ ແລະ ຂະຫຍາຍວັດທະນະທໍາ ໃຫ້ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າທາງດ້ານວັດຖຸ ແລະ ...

Read More »

ທໍາລາຍ ສິນຄ້າປອມແປງ, ຮຽນແບບ ມູນ​ຄ່າກວ່າ 200 ລ້ານ​ກີບ

ພິ​ທີ​ຈັດ​ທຳ​ລາຍ​ສິນ​ຄ້າ​ເຄື່ອງ​ບໍ​ລິ​ໂພກ​ປະ​ເພດ​ແກ່ນ​ຕາ​ເວັນ, ຖົງ​ບັນ​ຈຸ​ແກ່ນ​ຕາ​ເວັນ ແລະ ເຄື່ອງ​ປຸງ​ອາ​ຫານ​ ປະ​ເພດ​ແຈ່ວ​ເສ​ສວນ, ຖົງ​ບັນ​ຈຸ​ແຈ່ວ​ເສ​ສວນ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 9 ກັນ​ຍາ 2020 ​ທີ່​ສະ​ໜາມ​ຂີ້​ເຫຍື້ອ​ ຫຼັກ 32, ບ້ານ​ນາ​ຜາ​ສຸກ, ເມືອ​ງ​ໄຊ​ທາ​ນີ, ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່​ວມ​ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ມີ ທ່ານ ວິ​ລະ​ໄຊ ເລັ່ງ​ສະ​ຫວັດ ຫົວ​ໜ້າ​ກົມການ​ຄ້າ​ພາຍ​ໃນ ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ສົມ​ຊາຍ ນົງ​ລາດ ຫົວ​ໜ້າ​ພະ​ແນກກວດ​ກາ​ການ​ຄ້າ, ກົມ​ການ​ຄ້າ​ພາຍ​ໃນ ໄດ້​ຜ່ານ​ຂໍ້​ຕົກ​ລົງ ວ່າ​ດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ: 1. ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; 2. ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; 3. ...

Read More »

ສປປ ລາວ ຈໍາໜ່າຍພັນທະບັດ 1.500 ຕື້ກີບ ເພີ່ມການອັດສີດເງິນເຂົ້າສູ່ລະບົບເສດຖະກິດແຫ່ງຊາດ

ການຈໍາໜ່າຍພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວໃນ 2 ຄັ້ງຜ່ານມາ ຖືວ່າປະສົບຜົນສໍາເລັດເກີນກວ່າເປົ້າໝາຍທີ່ກໍານົດໄວ້. ຫຼ້າສຸດໄດ້ຮັບອະນຸຍາດເປັນຄັ້ງທີ 3 ໂດຍແມ່ນ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ BCEL-KT ຈໍາກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ເປັນຜູ້ອອກຈໍາໜ່າຍພັນທະບັດທັງໝົດ 1.500 ຕື້ກີບ ແລະ 50 ລ້ານໂດລາ. ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ຕາງໜ້າໃຫ້ທັງສາມບໍລິສັດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ລັດຖະບານໄດ້ນໍາເອົາພັນທະບັດຈໍາໜ່າຍຜ່ານຕະຫຼາດຫຼັກຊັບລາວຄັ້ງທໍາອິດໃນເດືອນທັນວາ 2018 ມູນຄ່າ 1 ພັນຕື້ກີບ; ຄັ້ງທີສອງມູນຄ່າ 1.700 ຕື້ກີບ ເມື່ອເດືອນ ກັນຍາ 2019 ເຊິ່ງການຈໍາໜ່າຍໃນສອງຄັ້ງຜ່ານມາເຫັນວ່າປະສົບຜົນສໍາເລັດຢ່າງໜ້າພໍໃຈ ແລະ ເກີນຄາດໝາຍທີ່ກໍານົດໄວ້ ເຊິ່ງມີນັກລົງທຶນກໍຄືມວນຊົນທົ່ວໄປຈັບຈອງເປັນຈໍານວນຫຼາຍ. ສໍາລັບເທື່ອນີ້ເປັນຄັ້ງທີສາມ ມູນຄ່າ 1.500 ຕື້ກີບ ແລະ ເງິນໂດລາ 50 ລ້ານໂດລາ. ສໍາລັບອາຍຸການຖືຄອງ ...

Read More »

ຢືນຢັນແລ້ວ!!! ຈີນບໍ່ໄດ້ຍຶດ ເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງໄຟຟ້າລາວຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ

ລັດວິສາຫະກິດໄຟຟ້າລາວ ອອກມາຢືນຢັນແລ້ວວ່າ ບໍ່ມີການຍືດເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວ ກໍຄືຂອງລັດຖະບານ ແຕ່ຢ່າງໃດ ຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ!!! ລາຍລະອຽດດັ່ງລຸ່ມນີ້: ແຫຼ່ງຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ

Read More »