ອຸຍນີເຊບ ມອບລົດ ແລະ ເຄື່ອງຊ່ວຍເຫລືອ ເພື່ອສ້າງຄວາມເຂັ້ມແຂງ…

ໃນວັນທີ 10 ກັນຍາ 2020 ນີ້, ທ່ານ ນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊບ (UNICEF) ປະຈໍາລາວ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອສະໜັບສະໜູນຂົງເຂດວຽກງານ ການແກ້ໄຂທຸກຮູບແບບຄວາມຮຸນແຮງ ແລະ ການຄ້າມະນຸດໃນແມ່ຍິງ ແລະ ເດັກ ນ້ອຍ ໃນໄລຍະການລະບາດຂອງພະ ຍາດໂຄວິດ-19,

ໃນນັ້ນ ປະກອບມີ: ລົດຕູ້ 1 ຄັນ, ຄອມພິວເຕີ 12 ໜ່ວຍ, ເຄື່ອງພິມ 6 ເຄື່ອງ, ເຄື່ອງສາຍພາບ (ໂປຣເຈັກເຕີ) 3 ຊຸດ, ເຄື່ອງແຈກສັນຍານອິນເຕີເນັດ 6 ອັນ, ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫລິ້ນຂອງເດັກ ເພື່ອການຮຽນຮູ້, ສ້າງຈິນຕະນາການ ແລະ ເປັນການຜ່ອນຄາຍ, ລວມມູນຄ່າຫລາຍກວ່າ 48.540 ໂດລາສະຫະລັດ, ເຊິ່ງຕາງໜ້າຮັບໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ.

This image has an empty alt attribute; its file name is 119004555_1431135363756906_2309365273245160380_o.jpg

ທ່ານ ນາງ ເພຍ ບຣິດໂຕ ໄດ້ມີຄໍາເຫັນວ່າ: ທຶນທີ່ນໍາມາຈັດຊື້ເຄື່ອງຊ່ວຍເຫລືອໃນຄັ້ງນີ້, ແມ່ນໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ, ອົງການກອຍກາ (KOICA), ອຸຍນີເຊບອົດສະຕຣາລີ ແລະ ອົງການພັດທະນາສາກົນອາເມລິກາ (USAID) ເພື່ອໃຫ້ສະຫະພັນແມ່ຍິງ ແຈກຢາຍຕໍ່ໃຫ້ພາກສ່ວນຕ່າງໆ ເປັນຕົ້ນ ກົມແຜນການ ແລະ ການຮ່ວມມືສາກົນ, ກົມພັດທະນາແມ່ຍິງ, ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ສູນໃຫ້ຄໍາປຶກສາ ແລະ ປົກປ້ອງເດັກນ້ອຍ 2 ແຫ່ງ ໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງນໍ້າທາ.

ພວກເຮົາຮັບຮູ້ດີວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຫລາຍດ້ານຂອງເດັກນ້ອຍໃນ ສປປ ລາວ ແລະ ການຈໍາກັດບໍລິເວນ, ໂຮງຮຽນປິດການຮຽນ-ການສອນ ແລະ ການເຂົ້າເຖິງການບໍລິການທາງສັງຄົມ ໄດ້ສົ່ງຜົນໃຫ້ເກີດຄວາມຕຶງຄຽດເພີ່ມຂຶ້ນໃນຄອບຄົວ, ເພີ່ມຄວາມສ່ຽງໃນກໍລະນີຄວາມຮຸນແຮງພາຍໃນຄອບຄົວ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບເດັກເຊັ່ນ: ການແຕ່ງງານໃນໄວເດັກ ແລະ ການປົກປ້ອງເດັກ ຈາກການນໍາໃຊ້ສື່ອອນລາຍ.

ໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວວ່າ: ຈະນໍາໃຊ້ເຄື່ອງຊ່ວຍເຫລືອນີ້ ເຂົ້າໃນວຽກງານໃຫ້ມີປະສິດທິຜົນ ເພື່ອສ້າງຄວາມອາດສາມາດ ໃຫ້ກັບສະມາຊິກສະຫະພັນແມ່ຍິງ ເພື່ອໃຫ້ພວກເຂົາສາມາດໃຫ້ຄໍາແນະນໍາ ແລະ ຕິດຕາມສະໜັບສະໜູນສະມາຊິກສະຫະພັນແມ່ຍິງ ໃນຂັ້ນທ້ອງຖິ່ນໄດ້ເປັນຢ່າງດີ ແລະ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ໃຫ້ບໍລິການແກ່ແມ່ຍິງ ແລະ ເດັກນ້ອຍຫລາຍກວ່າ 387 ຄົນ, ເພື່ອຊ່ວຍໃຫ້ພວກເຂົາຮູ້ສຶກປອດໄພ ໃນໄລຍະເວລາທີ່ຫຍຸ້ງຍາກນີ້.

ແຫຼ່ງຂໍ້ມູນ: ຂປລ

Comments