ຈີນ ແລະ ລັດເຊຍ ຮ່ວມມືກັນສ້າງສະຖານີວິໄຈດວງຈັນ

ຈີນ ແລະ ລັດເຊຍຕ່າງກໍເປັນປະເທດທີ່ກຳລັງເລັ່ງໃສ່ການພັດທະນາເຕັກໂນໂລຊີ ເພື່ອທີ່ຈະເອົາຊະນະຄູ່ແຂ່ງຄົນດຽວກັນກໍຄືອາເມລິກາ ແລະ ປັດຈຸບັນທັງສອງປະເທດໄດ້ຈັບມືກັນສ້າງສະຖານີດວງຈັນໄປແລ້ວ.

ສຳນັກຂ່າວ The Associated Press ລາຍງານວ່າ: ຈີນ ແລະ ລັດເຊຍຈະຮ່ວມກັນສ້າງສະຖານີດວງຈັນ ໂດຍອາດຈະສ້າງເທິງພື້ນຜິວດວງຈັນ ຖືເປັນການເລີ່ມຕົ້ນຍຸກໃໝ່ຂອງການຮ່ວມມືທາງອາກາດລະຫວ່າງ 2 ປະເທດ.

จีน-รัสเซีย จับมือสร้างสถานีวิจัยดวงจันทร์

ນອກຈາກນີ້, ເວັບໄຊທ໌ຂອງອົງການອາວະກາດແຫ່ງຊາດຈີນໄດ້ຖະແຫຼງວ່າ: ສະຖານີຄົ້ນຄວ້າດວງຈັນຍັງຈະເປີດໃຫ້ປະເທດອື່ນໄປພ້ອມ, ເຖິງຢ່າງໃດກໍຕາມໃນໄລຍະເວລາການກໍ່ສ້າງຍັງບໍ່ທັນໄດ້ເປີດເຜີຍເທື່ອ.

ກ່ອນໜ້ານີ້, ຈີນໄດ້ນຳເອົາສະຖານີອາວະກາດທົດລອງຢູ່ 2 ແຫ່ງຂຶ້ນສູ່ອາວະກາດ. ພ້ອມຍັງໄດ້ນຳຍານອາວະກາດຂຶ້ນເພື່ອສຳຫຼວດດວງຈັນໃນບໍລິເວນທີ່ບໍ່ເຄີຍຄົ້ນພົບເຫັນກ່ອນໃນປີ 2019 ແລະ ນຳຍານອາວະກາດ tianwan-1 ເຂົ້າໄປໃນວົງໂຄຈອນທີ່ພັກຜ່ອນຂອງດາວອັງຄານ ໂດຍຄາດການວ່າຍານຈະລົງສູ່ພື້ນຜິວຂອງດາວອັງຄານໃນເດືອນໜ້ານີ້. ເຊິ່ງຖ້າຫາກປະສົບຜົນສຳເລັດ ຈີນຈະເປັນປະເທດທີສອງຂອງການສຳຫຼວດໄປດາວອັງຄານຫລັງຈາກສະຫະລັດອາເມລິກາເຄີຍໄປມາເປັນປະເທດທໍາອິດຂອງໂລກ.

ແຫຼ່ງທີ່ມາ: https://www.sanook.com/hitech/1524745/ , Mobiletalk.tv

Comments