News

ລັດຖະບານຂອງຍີ່ປຸ່ນ ພວມພິຈາລະນາຄືນເງິນອຸດຫນູນ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວພາຍໃນປະເທດ

ໂຕກຽວ, ວັນທີ 14 ພະຈິກ ສຳນັກຂ່າວ ລອຍເຕີ້ (Reuters) – ໜັງສືພິມ Nikkei ຂອງຍີ່ປຸ່ນ ລາຍງານວ່າ ລັດຖະບານຂອງຍີ່ປຸ່ນ ພວມພິຈາລະນາຄືນເງິນອຸດຫນູນ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວພາຍໃນປະເທດ ພາຍໃນກາງເດືອນມັງກອນນີ້. ການເຄື່ອນໄຫວດັ່ງກ່າວຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງຂອງສາຍການບິນ ແລະ ໂຮງແຮມທີ່ໄດ້ຮັບຜົນກະທົບຈາກການເດີນທາງຫຼຸດລົງຈາກການລະບາດຂອງພະຍາດ, ແລະເນັ້ນໃສ່ຄວາມຫວັງໃນບັນດາຜູ້ວາງນະໂຍບາຍທີ່ຈະຟື້ນຟູເສດຖະກິດອອກຈາກຄວາມດຸ່ນດ່ຽງຜ່ານຄວາມຕ້ອງການເພີ່ມຂຶ້ນ. ເງິນອຸດຫນູນຈະເປັນສ່ວນຫນຶ່ງຂອງໂຄງການບັນເທົາທຸກຍ້ອນຜົນກະທົບຈາກການລະບາດ, ນາຍົກລັດຖະມົນຕີ Fumio Kishida ຄາດວ່າຈະຖືກລວບລວມໃນວັນສຸກ. ລັດຖະບານຂອງຍີ່ປຸ່ນ ພວມພິຈາລະນາຄືນເງິນອຸດຫນູນ

Read More »

ອັດຕາການສັກວັກຊີນຕ້ານ Covid-19 ຂອງຄາຊີໂນທີ່ Macau ຢູ່ໃນລະດັບ 90 %

ອັດຕາການສັກວັກຊີນຕ້ານ Covid-19 ໃຫ້ພະນັກງານທັງ 6 ແຫ່ງຂອງຜູ້ປະກອບການຄາຊີໂນທີ່ Macau ຢູ່ໃນລະດັບ 90 %, ອີງຕາມການປະກາດຂອງບໍລິສັດ ແລະ ການສອບຖາມທີ່ເຮັດໂດຍ GGRAsia. ຢ່າງຫນ້ອຍຜູ້ປະກອບການໄດ້ໃຫ້ຄໍາຫມັ້ນສັນຍາທີ່ຈະຊຸກຍູ້ອັດຕາສູງຂຶ້ນໃຫ້ໄດ້ 100 %.ທ່ານ​ Ho Iat Seng, ຫົວໜ້າ​ບໍລິຫານ​ຂອງ​ ມາ​ກາວ Macau ​ກ່າວ​ໃນ​ວັນ​ທີ 4 ພະຈິກ​ນີ້​ວ່າ, ທ່ານ​ຄາດການວ່າ ປະຊາກອນທັງໝົດໃນຕົວເມືອງ ​Macau ຈະ​ໃຫ້ບັນລຸ​ອັດຕາ​ການ​ສັກ​ຢາ​ວັກ​ຊີນໃຫ້ໄດ້ 80% , ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ການ​ເຈລະຈາ​ກັບ​ເຂດ​ອື່ນໆ. ​ແລະ​ຟື້ນ​ຟູ​ຂະ​ແໜງ​ການທ່ອງທ່ຽວ”.ການເກັບກຳຂໍ້ມູນມາຮອດວັນພະຫັດທີຜ່ານມາ, ປະມານ 55.8 % ຂອງປະຊາກອນຂອງ Macau ປະມານ 682,300 ຄົນໄດ້ຮັບ ການສັກ ສອງຄັ້ງພາຍໃຕ້ໂຄງການວັກຊີນ Covid-19 ຂອງເມືອງ, ອີງຕາມຂໍ້ມູນຈາກ Novel Coronavirus Response and Coordination Centre.ແລະ ໃນວັນພະຫັດ ທີ່ຜ່ານມາ ອັດຕາການສັກຢາກັນພະຍາດໃນບັນດາພະນັກງານຂອງຕົນແມ່ນ “94 %.” ເພື່ອສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າທີ່ຈະເຂົ້າມາໃຊ້ບໍລິການໃນຄາສິໂນ. ອັດຕາການສັກວັກຊີນຕ້ານ Covid-19 ...

Read More »

ໄທ​ເປັນ​ປະ​ເທດ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ, ປະເທດໄທແມ່ນຢູ່ໃນ 10 ອັນດັບຕົ້ນ ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ. ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ນີ້ແມ່ນ 10 ອັນດັບ​ຂອງ​ມະຫາ​ເສດຖີ​ໃນປະເທດ 10 ​ອັນ​ດັບ​ຂອງ​ໂລກ​ທີ່​ມີ​ຈຳນວນ​ມະຫາເສດຖີຫຼາຍ​ທີ່​ສຸດ​ໃນໂລກກໍ​ປະກົດ​ມີ: 1. ຈີນແຜ່ນດິນໃຫຍ່ 1,058 ຄົນ 2. ສະຫະລັດອາເມລິກາ 696 ຄົນ 3. ອິນເດຍ 177 ຄົນ 4. ເຢຍລະມັນ 141 ຄົນ 5. ສະຫະລາຊະອານາຈັກ 134 ຄົນ 6. ...

Read More »

ບັດເດບິດ Mastercard ສຳລັບທຸລະກຳການເງິນສະກຸນເງິນດິຈິຕອນ

Mastercard ຮ່ວມມືກັບບໍລິສັດສະກຸນເງິນດິຈິຕອນຊັ້ນນໍາໃນທົ່ວອາຊີປາຊີຟິກເພື່ອເປີດຕົວບັດຊໍາລະເງິນ Crypto-linked ທໍາອິດຂອງພາກພື້ນ.ໃນການຮ່ວມມືກັບ Mastercard, ສາມຜູ້ໃຫ້ບໍລິການດ້ານ cryptocurrency ຊັ້ນນໍາໃນອາຊີປາຊີຟິກຈະເປີດຕົວບັດຊໍາລະເງິນ Mastercard ທີ່ໄດ້ຮັບທຶນ crypto. ເປັນຄັ້ງທໍາອິດ, ຜູ້ບໍລິໂພກ ແລະທຸລະກິດໃນພາກພື້ນອາຊີປາຊີຟິກຈະສາມາດສະຫມັກຂໍເອົາບັດເຄຣດິດ Mastercard ທີ່ເຊື່ອມໂຍງກັບ crypto, ສຳລັບບັດເດບິດ ຫຼື ບັດຊໍາລະລ່ວງຫນ້າທີ່ຈະຊ່ວຍໃຫ້ພວກເຂົາສາມາດປ່ຽນ cryptocurrencies ຂອງເຂົາເຈົ້າເຂົ້າໄປໃນສະກຸນເງິນ fiat ແບບດັ້ງເດີມໄດ້ທັນທີ, ເຊິ່ງສາມາດໃຊ້ໄດ້ທຸກບ່ອນໃນທົ່ວໂລກ. Mastercard ໄດ້ຮ່ວມມືກັບ 3 ຜູ້ໃຫ້ບໍລິການດ້ານຊັບສິນດິຈິຕອນຄື: Amber Group ໃນຮ່ອງກົງ, Bitkub ໃນປະເທດໄທ, ແລະ CoinJar ໃນອົດສະຕາລີ, ເຊິ່ງທັງຫມົດນີ້ໃຫ້ບໍລິການຊື້ ແລະແລກປ່ຽນເງິນຕາ cryptocurrency ໃນຕະຫຼາດພາຍໃນຂອງພວກເຂົາ. ບໍລິສັດເຫຼົ່ານີ້ແມ່ນ APAC-based cryptocurrency platforms ທໍາອິດ ທີ່ອີງໃສ່ APAC ເພື່ອເຂົ້າຮ່ວມໂຄງການບັດ Crypto ທົ່ວໂລກຂອງ Mastercard ເຊິ່ງຖືກອອກແບບມາເພື່ອເຮັດໃຫ້ບໍລິສັດ crypto ສາມາດນຳໃຊ້ໄດ້ງ່າຍດາຍ ແລະວ່ອງໄວຂຶ້ນ ທີ່ສຳຄັນມັນຈະເປັນບັດຊໍາລະເງິນທີ່ປອດໄພອີກດ້ວຍ, ເພື່ອໃຫ້ສອດຄ່ອງ ແລະ ເຂົ້າໃນລະບົບຕະຫຼາດ, ...

Read More »

ມີຫລາຍບໍລິສັດສື່ດັງຂອງໂລກ ມີແຜນຈະຢຸດຜະລິດລົດທີ່ນຳໃຊ້ “ນຳ້ມັນ”

ລວມມີ ບໍລິສັດ Volvo ຂອງຊູ​ແອດ, Ford Motor Co ຂອງສະຫະລັດອາເມລິກາ, General Motors Co (GM), MercedesBenz ຂອງ Daimler AG, ບໍລິສັດ BYD ຂອງຈີນ ແລະ ອີກບໍລິສັດ ແມ່ນ Jaguar Land Rover ​ໄດ້ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ ຮ່ວມ​ກັນທີ່ວ່າ​ຈະ​ຢຸດ​ ການ​ຜະລິດ​ລົດ ທີ່ນຳ​ໃຊ້​ນຳ້ມັນ ​ໃຫ້ໄດ້ພາຍ​ໃນ​ປີ 2040 ​ເພື່ອເປັນ​ສ່ວນ​ໜຶ່ງ ​ໃນ​ຄວາມ​ພະຍາຍາມ ຫລຸດ​ຜ່ອນ ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ ໃນ​ຊັ້ນ ບັນຍາກາດ​ໂລກ ຫລັງ​ຈາກ ຂໍ້​ມູນ​ຈາກ ​ອົງການ​ ພະລັງງານ​ສາກົນ (IEA) ລະບຸ​​ໃນ​ວັນ​ທີ 10​ ພະຈິກ​ນີ້ວ່າ: ລົດ​ບັນທຸກ,ລົດ​ໂດຍສານ ທົ່ວ​ໄປ,​ເຮືອ ​ແລະ​ ​ເຮືອບິນ ມີ​ອັດຕາ​ສ່ວນ ການ​ປ່ອຍ​ອາຍ​ພິດ າກ​ບອນ ປະມານ 1​ ສ່ວນ 4 ​ແລະ ປະລິມານ​ ອາຍ​ພິດ​ກາກ​ບອນ​ ...

Read More »

ຊາຍແດນສະຫະລັດອາເມລິກາ – ເມັກຊິໂກ ໄດ້ເປີດຄືນ ໃໝ່

TIJUANA/CIUDAD JUAREZ, ປະເທດ ເມັກຊິໂກ, ໃນຕົ້ນອາທິດທີ່ຜ່ານມາ ສຳນັກງານຂ່າວ(Reuters)ໄດ້ລາຍງານວ່າ – ທີ່ດ່ານຊາຍແດນເມັກຊິໂກ – ສະຫະລັດອາເມລິກາ ໄດ້ມີຈຳປະຊາຊົນເລິ່ມມີການເດີນທາງຂ້າມຊາຍແດນລະຫວ່າງປະເທດ ຫລາຍກວ່າທີ່ຄາດໄວ້. ດ່ານຂອງສອງປະເທດໄດ້ເປີດຄືນໃໝ່ ສຳລັບການເດີນທາງໃດໆກໍໄດ້ ບໍ່ຈຳເປັນຕ້ອງມີເອກະສານອ້າງອີງເຖິງຄວາມຈຳເປັນໃນການເດີນທາງແຕ່ຢ່າງໃດ. ການເປີດດ່ານດັ່ງກ່າວແມ່ນເປັນການເປີດເທື່ອທຳອິດຫຼັງຈາກການປິດຫລາຍກວ່າ 20 ເດືອນ ຍ້ອນການແຜ່ລະບາດຂອງພະຍາດ COVID-19, ແຕ່ກໍ່ມີຫລາຍຄົນເລືອກທີ່ຈະ​ຍັງບໍ່ທັນເດີນທາງໃນຊ່ວງນີ້ເທື່ອ, ຍ້ອນສະພາບການຈາລະຈອນແມ່ນຂ້ອນຂ້າງທີ່ຈະໜາແໜ້ນ ແລະ ​ເພື່ອ​ຫຼີກ​ເວັ້ນ​ກັບຄວາມ​ວຸ່ນ​ວາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນໃນໄລຍະເສັ້ນທາງໄປຫາດ່ານຊາຍແດນ​. ຊາຍແດນສະຫະລັດອາເມລິກາ – ເມັກຊິໂກ ໄດ້ເປີດຄືນ ໃໝ່

Read More »

ດັດຊະນີ BCI ຫວຽດນາມ ໃນໄຕມາດທີ 3 ບັນລຸ 18,3%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 9 ພະຈິກ ຜ່ານມາ, ສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດດັດຊະນີສະພາບແວດລ້ອມໃນການດຳເນີນທຸລະກິດ ໃນໄຕມາດທີ 3 ປີ 2021 (BCI) ບັນລຸເຖິງ 18,3%.ຂ່າວລະບຸວ່າ: ເຖິງວ່າດັດຊະນີ BCI ຈະເພີ່ມຂຶ້ນພຽງເລັກໜ້ອຍກໍຕາມ ແຕ່ກໍເປັນທີ່ໜ້າຊົມເຊີຍ ເມື່ອທຽບໃສ່ ລະດັບສະຖິຕິທີ່ບັນລຸໄດ້ 15% ໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງການແຜ່ລະບາດຮອບທີ 4 ຂອງພະຍາດລະບາດ ໂຄວິດ-19 ໃນເດືອນ ກັນຍາ 2021. ຕາມສະມາຄົມ EuroCham ແລ້ວ, ດັດຊະນີ BCI ທີ່ຫາກໍປະກາດນັ້ນ ໄດ້ຮັບຮູ້ເຖິງການຟື້ນຟູກ່ຽວກັບພື້ນຖານເສດຖະກິດຂອງ ຫວຽດນາມ. ບັນດາວິສາຫະກິດ ແລະ ນັກລົງທຶນ ເອີຣົບ ທີ່ເຂົ້າຮ່ວມການສຳຫຼວດດັດຊະນີ BCI ຕ່າງກໍ່ມີຄວາມປະທັບໃຈກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຢູ່ປະເທດຫວຽດນາມ ພາຍຫຼັງສິ້ນສຸດການຮັກສາໄລຍະຫ່າງທາງສັງຄົມ ແລະເລີ່ມຕົ້ນໄລຍະປົກກະຕິໃໝ່, ໂດຍສະເພາະແມ່ນຂົງເຂດການຄ້າ ແລະການລົງທຶນ. ຕາມທີ່ກ່າວມານັ້ນຈຳນວນວິສາຫະກິດ, ນັກລົງທຶນເອີຣົບ ເກືອບເຄິ່ງໜຶ່ງທີ່ເຂົ້າຮ່ວມການສຳຫຼວດ ໄດ້ຄາດຄະເນວ່າ “ພື້ນຖານເສດຖະກິດ ຫວຽດນາມ ວ່າຈະມີສະຖຽນລະພາບ ແລະ ມີການເຕີບໃຫຍ່ໃນໄຕມາດຈະມາເຖິງ”. ໃນນັ້ນ, ...

Read More »

ມື້ນີ້ມີ 2 ສະຖິຕິໃໝ່ ກ່ຽວກັບໂຄວິດໃນລາວ

ສະຖິຕິທຳອິດ ແມ່ນແຂວງຫົວພັນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ ຄົນທຳອິດຂອງແຂວງ ຈຳນວນ 2 ຄົນ. ສ່ວນລາຍລະອຽດເພິ່ມຕື່ມ ແມ່ນຈະອັບເດດໃຫ້ທ່ານໃນໄລຍະຕໍ່ໄປ.ສະຖິຕິທີ່ສອງ ແມ່ນ ເປັນຍອດສູງສຸດຂອງການກວດພົບຜູ້ຕິດເຊື້ອໃນລາວ ສະຫລຸບໄດ້ສະຖານະການໂຄວິດໃນ ສປປ ລາວ ແມ່ນມີຜູ້ຕິດເຊື້ອຄົບທຸກແຂວງແລ້ວ ແລະ ທົ່ວປະເທດໃນ​ ມື້ນີ້ມີຜູ້ຕິດເຊື້ອໃຫມ່ລວມ​ +1198 ຄົນ, ສ່ວນຈຳນວນຜູ້ ເສຍຊີວິດເພິ່ມແມ່ນ 1 ຄົນ. ລວມ 94 ຄົນ ຄິດເປັນ 0.18% ຂອງຜູ້ຕິດເຊື້ອສະສົມທັງໝົດ. ສ່ວນຈຳນວນທີ່ປີ່ນປົວຫາຍດີ ຕື່ມອີກແມ່ນ: 507 ຄົນ, ເຫັນວ່າ ການຮັກສາຂອງແພດໝໍແມ່ນໄດ້ດີຫລາຍ ເຮັດໃຫ້ຜູ້ເສຍຊີວິດໜ້ອຍ ແລະ ສາມາດກັບບ້ານ ພ້ອມພູມຄຸ້ມກັນທີ່ຕິດໂຕກັບບ້ານນຳ, ສາເຫດທີ່ເຮັດໃຫ້ ຈຳນວນຜູ້ຫາຍດີ ກໍຫລາຍ ແລະ ເສຍຊີວິດກໍ່ໜ້ອຍ ອາດຈະຍ້ອນການເອົາໃຈໃສ່ສັກວັກຊີນໄດ້ຈຳນວນຫລາຍ ຖ້າທຽບໃສ່ຫລາຍປະເທດເພື່ອນບ້ານອ້ອມຂ້າງຂອງພວກເຮົາ. ສີ່ງທີ່ສຳຄັນ ຄືເຮົາຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ດ້ວຍການລ້າງມື ໃສ່ໜ້າກາກ ຮັກສາໄລຍະຫ່າງ ໃຫ້ເຮືອນປອດໂປ່ງຢູ່ສະເໝີ ຫຼີກລ້ຽງບ່ອນຄົນແອອັດ ແລະ ເຂົ້າກວດຫາເຊື້ອເປັນປະຈຳ ພຽງເທົ່ານີ້ ພວກເຮົາກໍ່ສາມາດຢູ່ກັບມັນໄດ້ຄື ໃນໄລຍະຜ່ານມາ 2 ...

Read More »

ແຂວງຫົວພັນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ ຄົນທຳອິດຂອງແຂວງ

ມື້ນີ້ ມີຂ່າວດ່ວນຈາກ ແຂວງຫົວພັນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ ຄົນທຳອິດຂອງແຂວງ ຈຳນວນ 2 ຄົນ. ສ່ວນລາຍລະອຽດເພິ່ມຕື່ມ ແມ່ນຈະອັບເດດໃຫ້ທ່ານໃນໄລຍະຕໍ່ໄປ. ສະຫລຸບໄດ້ສະຖານະການໂຄວິດໃນ ສປປ ລາວ ແມ່ນມີຜູ້ຕິດເຊື້ອຄົບທຸກແຂວງແລ້ວ ແລະ ທົ່ວປະເທດໃນ​ ມື້ນີ້ມີຜູ້ຕິດເຊື້ອໃຫມ່ລວມ​ +1198 ຄົນ, ສ່ວນຈຳນວນຜູ້ ເສຍຊີວິດເພິ່ມແມ່ນ 1 ຄົນ. ລວມ 93 ຄົນ ຄິດເປັນ 0.18% ຂອງຜູ້ຕິດເຊື້ອສະສົມທັງໝົດ. ສ່ວນຈຳນວນທີ່ປີ່ນປົວຫາຍດີ ຕື່ມອີກແມ່ນ: 507 ຄົນ, ເຫັນວ່າ ການຮັກສາຂອງແພດໝໍແມ່ນໄດ້ດີຫລາຍ ເຮັດໃຫ້ຜູ້ເສຍຊີວິດໜ້ອຍ ແລະ ສາມາດກັບບ້ານ ພ້ອມພູມຄຸ້ມກັນທີ່ຕິດໂຕກັບບ້ານນຳ, ສາເຫດທີ່ເຮັດໃຫ້ ຈຳນວນຜູ້ຫາຍດີ ກໍຫລາຍ ແລະ ເສຍຊີວິດກໍ່ໜ້ອຍ ອາດຈະຍ້ອນການເອົາໃຈໃສ່ສັກວັກຊີນໄດ້ຈຳນວນຫລາຍ ຖ້າທຽບໃສ່ຫລາຍປະເທດເພື່ອນບ້ານອ້ອມຂ້າງຂອງພວກເຮົາ. ສີ່ງທີ່ສຳຄັນ ຄືເຮົາຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ດ້ວຍການລ້າງມື ໃສ່ໜ້າກາກ ຮັກສາໄລຍະຫ່າງ ໃຫ້ເຮືອນປອດໂປ່ງຢູ່ສະເໝີ ຫຼີກລ້ຽງບ່ອນຄົນແອອັດ ແລະ ເຂົ້າກວດຫາເຊື້ອເປັນປະຈຳ ພຽງເທົ່ານີ້ ພວກເຮົາກໍ່ສາມາດຢູ່ກັບມັນໄດ້ຄື ໃນໄລຍະຜ່ານມາ ສະນັ້ນຢ່າຍອມແພ້ ແຂວງຫົວພັນ ...

Read More »

ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ,​ ຕາມຫຼັງ ກຳປູເຈຍ ທີ່ລຳ້ໜ້າກ່ອນ.

ທະນາຄານ​ກາງ​ສິງກະ​ໂປ ແລະ​ ທະນາຄານຟີ​ລິບ​ປິນ ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊຳລະ​ເງິນ​ດີ​ຈີ​ຕອນ​ລະຫວ່າງ​ສອງ​ປະ​ເທດ. ການຮ່ວມມືດ້ານ FinTech ສະບັບປັບປຸງທີ່ລົງນາມໂດຍອົງການການເງິນສິງກະໂປ (MAS) ແລະ Bangko Sentral ng Pilipinas (BSP) ໃນວັນຈັນ, ທີ່ໄດ້ສ້າງຂື້ນໃນຂໍ້ຕົກລົງ ປີ 2017 ເພື່ອຂະຫຍາຍຂອບເຂດຂອງການຮ່ວມມື FinTech.ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ເຊື່ອມ​ຕໍ່​ລະບົບ​ການ​ຊຳລະ​ເງິນ​ແບບ​ວິນນາທີຕໍ່ວິນາທີ ​ແລະ ລະບົບ QR ໂຄດ ຂອງ​ສອງ​ປະ​ເທດ, ​ເພື່ອ​ສະໜອງ​ການ​ຊໍາລະ​ຂ້າມ​ຊາຍ​ແດນ​ແບບ​ທັນ​ທີ, ບໍ່​ຕິດ​ຂັດ ​ແລະ ລາຄາ​ຕໍ່າ, ​ເຊິ່ງຈະ​ຊ່ວຍ​ໃຫ້​ຜູ້​ເດີນທາງ​ລະຫວ່າງ​ສອງ​ປະ​ເທດ​ ທີ່ມີ​ປະມານ 900,000 ຄົນ​ກ່ອນການ​ລະບາດຂອງໂລກ​ໂຄ​ໂຣນາ​ໄດ້​ຕັດ​ການ​ເຊື່ອມ​ຕໍ່​ການ​ເດີນທາງ. ຄາດວ່າຈະກັບຄືນມາໃນຂະນະທີ່ຂະບວນການສັກຢາວັກຊີນຂອງສອງປະເທດຊ່ວຍໃຫ້ມີພູມຕ້ານທານໃຫ້ແກ່ຮ່າງກາຍ. ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ

Read More »