2 ສະຖິຕິໃໝ່ ກ່ຽວກັບໂຄວິດໃນລາວ

ມື້ນີ້ມີ 2 ສະຖິຕິໃໝ່ ກ່ຽວກັບໂຄວິດໃນລາວ

ສະຖິຕິທຳອິດ ແມ່ນແຂວງຫົວພັນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ ຄົນທຳອິດຂອງແຂວງ ຈຳນວນ 2 ຄົນ. ສ່ວນລາຍລະອຽດເພິ່ມຕື່ມ ແມ່ນຈະອັບເດດໃຫ້ທ່ານໃນໄລຍະຕໍ່ໄປ.ສະຖິຕິທີ່ສອງ ແມ່ນ ເປັນຍອດສູງສຸດຂອງການກວດພົບຜູ້ຕິດເຊື້ອໃນລາວ ສະຫລຸບໄດ້ສະຖານະການໂຄວິດໃນ ສປປ ລາວ ແມ່ນມີຜູ້ຕິດເຊື້ອຄົບທຸກແຂວງແລ້ວ ແລະ ທົ່ວປະເທດໃນ​ ມື້ນີ້ມີຜູ້ຕິດເຊື້ອໃຫມ່ລວມ​ +1198 ຄົນ, ສ່ວນຈຳນວນຜູ້ ເສຍຊີວິດເພິ່ມແມ່ນ 1 ຄົນ. ລວມ 94 ຄົນ ຄິດເປັນ 0.18% ຂອງຜູ້ຕິດເຊື້ອສະສົມທັງໝົດ. ສ່ວນຈຳນວນທີ່ປີ່ນປົວຫາຍດີ ຕື່ມອີກແມ່ນ: 507 ຄົນ, ເຫັນວ່າ ການຮັກສາຂອງແພດໝໍແມ່ນໄດ້ດີຫລາຍ ເຮັດໃຫ້ຜູ້ເສຍຊີວິດໜ້ອຍ ແລະ ສາມາດກັບບ້ານ ພ້ອມພູມຄຸ້ມກັນທີ່ຕິດໂຕກັບບ້ານນຳ, ສາເຫດທີ່ເຮັດໃຫ້ ຈຳນວນຜູ້ຫາຍດີ ກໍຫລາຍ ແລະ ເສຍຊີວິດກໍ່ໜ້ອຍ ອາດຈະຍ້ອນການເອົາໃຈໃສ່ສັກວັກຊີນໄດ້ຈຳນວນຫລາຍ ຖ້າທຽບໃສ່ຫລາຍປະເທດເພື່ອນບ້ານອ້ອມຂ້າງຂອງພວກເຮົາ. ສີ່ງທີ່ສຳຄັນ ຄືເຮົາຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ດ້ວຍການລ້າງມື ໃສ່ໜ້າກາກ ຮັກສາໄລຍະຫ່າງ ໃຫ້ເຮືອນປອດໂປ່ງຢູ່ສະເໝີ ຫຼີກລ້ຽງບ່ອນຄົນແອອັດ ແລະ ເຂົ້າກວດຫາເຊື້ອເປັນປະຈຳ ພຽງເທົ່ານີ້ ພວກເຮົາກໍ່ສາມາດຢູ່ກັບມັນໄດ້ຄື ໃນໄລຍະຜ່ານມາ

May be an image of text
2 ສະຖິຕິໃໝ່ ກ່ຽວກັບໂຄວິດໃນລາວ

Comments