ຫລາຍບໍລິສັດສື່ດັງຂອງໂລກ ມີແຜນຈະຢຸດຜະລິດລົດທີ່ນຳໃຊ້ "ນຳ້ມັນ"

ມີຫລາຍບໍລິສັດສື່ດັງຂອງໂລກ ມີແຜນຈະຢຸດຜະລິດລົດທີ່ນຳໃຊ້ “ນຳ້ມັນ”

ລວມມີ ບໍລິສັດ Volvo ຂອງຊູ​ແອດ, Ford Motor Co ຂອງສະຫະລັດອາເມລິກາ, General Motors Co (GM), MercedesBenz ຂອງ Daimler AG, ບໍລິສັດ BYD ຂອງຈີນ ແລະ ອີກບໍລິສັດ ແມ່ນ Jaguar Land Rover ​ໄດ້ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ ຮ່ວມ​ກັນທີ່ວ່າ​ຈະ​ຢຸດ​ ການ​ຜະລິດ​ລົດ ທີ່ນຳ​ໃຊ້​ນຳ້ມັນ ​ໃຫ້ໄດ້ພາຍ​ໃນ​ປີ 2040 ​ເພື່ອເປັນ​ສ່ວນ​ໜຶ່ງ ​ໃນ​ຄວາມ​ພະຍາຍາມ ຫລຸດ​ຜ່ອນ ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ ໃນ​ຊັ້ນ ບັນຍາກາດ​ໂລກ ຫລັງ​ຈາກ ຂໍ້​ມູນ​ຈາກ ​ອົງການ​ ພະລັງງານ​ສາກົນ (IEA) ລະບຸ​​ໃນ​ວັນ​ທີ 10​ ພະຈິກ​ນີ້ວ່າ: ລົດ​ບັນທຸກ,ລົດ​ໂດຍສານ ທົ່ວ​ໄປ,​ເຮືອ ​ແລະ​ ​ເຮືອບິນ ມີ​ອັດຕາ​ສ່ວນ ການ​ປ່ອຍ​ອາຍ​ພິດ າກ​ບອນ ປະມານ 1​ ສ່ວນ 4 ​ແລະ ປະລິມານ​ ອາຍ​ພິດ​ກາກ​ບອນ​ ສ່ວນ​ໃຫຍ່ ມາ​ຈາກ​ລົດ​ ທີ່​ແລ່ນ​ຢູ່ເທິງ​ ຖະໜົນຫົນທາງ. ຂະນະ​ທີ່ ​Volvo ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຜະລິດ​ລົດ​ຂັບ​ເຄື່ອນ​ດ້ວຍ​ໄຟຟ້າ ຢ່າງ​ເຕັມ​ຮູບ​ແບບ ພາຍ​ໃນ​ປີ 2030.

May be an image of text
ຫລາຍບໍລິສັດສື່ດັງຂອງໂລກ ມີແຜນຈະຢຸດຜະລິດລົດທີ່ນຳໃຊ້ “ນຳ້ມັນ”

Comments