ອັດຕາການສັກວັກຊີນຕ້ານ Covid-19 ໃຫ້ພະນັກງານທັງ 6 ແຫ່ງຂອງຜູ້ປະກອບການຄາຊີໂນທີ່ Macau ຢູ່ໃນລະດັບ 90 %, ອີງຕາມການປະກາດຂອງບໍລິສັດ ແລະ ການສອບຖາມທີ່ເຮັດໂດຍ GGRAsia. ຢ່າງຫນ້ອຍຜູ້ປະກອບການໄດ້ໃຫ້ຄໍາຫມັ້ນສັນຍາທີ່ຈະຊຸກຍູ້ອັດຕາສູງຂຶ້ນໃຫ້ໄດ້ 100 %.ທ່ານ Ho Iat Seng, ຫົວໜ້າບໍລິຫານຂອງ ມາກາວ Macau ກ່າວໃນວັນທີ 4 ພະຈິກນີ້ວ່າ, ທ່ານຄາດການວ່າ ປະຊາກອນທັງໝົດໃນຕົວເມືອງ Macau ຈະໃຫ້ບັນລຸອັດຕາການສັກຢາວັກຊີນໃຫ້ໄດ້ 80% , ເພື່ອສ້າງຄວາມສະດວກໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນໃນການເຈລະຈາກັບເຂດອື່ນໆ. ແລະຟື້ນຟູຂະແໜງການທ່ອງທ່ຽວ”.ການເກັບກຳຂໍ້ມູນມາຮອດວັນພະຫັດທີຜ່ານມາ, ປະມານ 55.8 % ຂອງປະຊາກອນຂອງ Macau ປະມານ 682,300 ຄົນໄດ້ຮັບ ການສັກ ສອງຄັ້ງພາຍໃຕ້ໂຄງການວັກຊີນ Covid-19 ຂອງເມືອງ, ອີງຕາມຂໍ້ມູນຈາກ Novel Coronavirus Response and Coordination Centre.ແລະ ໃນວັນພະຫັດ ທີ່ຜ່ານມາ ອັດຕາການສັກຢາກັນພະຍາດໃນບັນດາພະນັກງານຂອງຕົນແມ່ນ “94 %.” ເພື່ອສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າທີ່ຈະເຂົ້າມາໃຊ້ບໍລິການໃນຄາສິໂນ.
