TIJUANA/CIUDAD JUAREZ, ປະເທດ ເມັກຊິໂກ, ໃນຕົ້ນອາທິດທີ່ຜ່ານມາ ສຳນັກງານຂ່າວ(Reuters)ໄດ້ລາຍງານວ່າ – ທີ່ດ່ານຊາຍແດນເມັກຊິໂກ – ສະຫະລັດອາເມລິກາ ໄດ້ມີຈຳປະຊາຊົນເລິ່ມມີການເດີນທາງຂ້າມຊາຍແດນລະຫວ່າງປະເທດ ຫລາຍກວ່າທີ່ຄາດໄວ້. ດ່ານຂອງສອງປະເທດໄດ້ເປີດຄືນໃໝ່ ສຳລັບການເດີນທາງໃດໆກໍໄດ້ ບໍ່ຈຳເປັນຕ້ອງມີເອກະສານອ້າງອີງເຖິງຄວາມຈຳເປັນໃນການເດີນທາງແຕ່ຢ່າງໃດ. ການເປີດດ່ານດັ່ງກ່າວແມ່ນເປັນການເປີດເທື່ອທຳອິດຫຼັງຈາກການປິດຫລາຍກວ່າ 20 ເດືອນ ຍ້ອນການແຜ່ລະບາດຂອງພະຍາດ COVID-19, ແຕ່ກໍ່ມີຫລາຍຄົນເລືອກທີ່ຈະຍັງບໍ່ທັນເດີນທາງໃນຊ່ວງນີ້ເທື່ອ, ຍ້ອນສະພາບການຈາລະຈອນແມ່ນຂ້ອນຂ້າງທີ່ຈະໜາແໜ້ນ ແລະ ເພື່ອຫຼີກເວັ້ນກັບຄວາມວຸ່ນວາຍທີ່ອາດຈະເກີດຂຶ້ນໃນໄລຍະເສັ້ນທາງໄປຫາດ່ານຊາຍແດນ.
