ດັດຊະນີ BCI ຫວຽດນາມ ໃນໄຕມາດທີ 3 ບັນລຸ 18,3%

ດັດຊະນີ BCI ຫວຽດນາມ ໃນໄຕມາດທີ 3 ບັນລຸ 18,3%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 9 ພະຈິກ ຜ່ານມາ, ສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດດັດຊະນີສະພາບແວດລ້ອມໃນການດຳເນີນທຸລະກິດ ໃນໄຕມາດທີ 3 ປີ 2021 (BCI) ບັນລຸເຖິງ 18,3%.ຂ່າວລະບຸວ່າ: ເຖິງວ່າດັດຊະນີ BCI ຈະເພີ່ມຂຶ້ນພຽງເລັກໜ້ອຍກໍຕາມ ແຕ່ກໍເປັນທີ່ໜ້າຊົມເຊີຍ ເມື່ອທຽບໃສ່ ລະດັບສະຖິຕິທີ່ບັນລຸໄດ້ 15% ໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງການແຜ່ລະບາດຮອບທີ 4 ຂອງພະຍາດລະບາດ ໂຄວິດ-19 ໃນເດືອນ ກັນຍາ 2021. ຕາມສະມາຄົມ EuroCham ແລ້ວ, ດັດຊະນີ BCI ທີ່ຫາກໍປະກາດນັ້ນ ໄດ້ຮັບຮູ້ເຖິງການຟື້ນຟູກ່ຽວກັບພື້ນຖານເສດຖະກິດຂອງ ຫວຽດນາມ. ບັນດາວິສາຫະກິດ ແລະ ນັກລົງທຶນ ເອີຣົບ ທີ່ເຂົ້າຮ່ວມການສຳຫຼວດດັດຊະນີ BCI ຕ່າງກໍ່ມີຄວາມປະທັບໃຈກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຢູ່ປະເທດຫວຽດນາມ ພາຍຫຼັງສິ້ນສຸດການຮັກສາໄລຍະຫ່າງທາງສັງຄົມ ແລະເລີ່ມຕົ້ນໄລຍະປົກກະຕິໃໝ່, ໂດຍສະເພາະແມ່ນຂົງເຂດການຄ້າ ແລະການລົງທຶນ. ຕາມທີ່ກ່າວມານັ້ນຈຳນວນວິສາຫະກິດ, ນັກລົງທຶນເອີຣົບ ເກືອບເຄິ່ງໜຶ່ງທີ່ເຂົ້າຮ່ວມການສຳຫຼວດ ໄດ້ຄາດຄະເນວ່າ “ພື້ນຖານເສດຖະກິດ ຫວຽດນາມ ວ່າຈະມີສະຖຽນລະພາບ ແລະ ມີການເຕີບໃຫຍ່ໃນໄຕມາດຈະມາເຖິງ”. ໃນນັ້ນ, ອັດຕາວິສາຫະກິດທີ່ມີແຜນການຮັກສາສະພາບທຸລະກິດຂອງຕົນໃຫ້ຢູ່ລອດ ແລະ ອັດຕາການເພີ່ມແຫຼ່ງເງິນລົງທຶນໃນໄຕມາດ 4 ຂອງປີນີ້ ບັນລຸ 69% ແລະ ຄາດວ່າລາຍຮັບກໍຈະເພີ່ມຂຶ້ນເຊັ່ນກັນ.

May be an image of text
ດັດຊະນີ BCI ຫວຽດນາມ ໃນໄຕມາດທີ 3 ບັນລຸ 18,3%

Comments