ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ ແລະ ກຳລັງປິ່ນປົ່ວ 1 ກໍລະນີ

ໃນວັນທີ 27 ກໍລະກົດ 2020, ທີ່ສູນປະຕິບັດງານຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 374 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 42 ຄົນ, ແຮງງານຈີນ 308 ຄົນ, ແຮງງານຫວຽດ ນາມ 2 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 22 ຄົນ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ຕົວເລກຜູ້ຕິດເຊື້ອສະສົມ 20 ຄົນ, ປິ່ນປົວດີ 19 ແລະ ກຳລັງປິ່ນປົວ 1 ກໍລະນີ.

ສຳລັບການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນວັນທີ 26 ກໍລະກົດ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.544 ຄົນ ໃນນັ້ນຈຸດຜ່ານດ່ານລາວ-ໄທ 619 ຄົນ (ແຮງງານລາວກັບມາແຕ່ໄທ 58 ຄົນ), ຜ່ານດ່ານລາວ-ຈີນ 57 ຄົນ, ໃນນີ້ມີ ແຮງງານຈີນ 44 ຄົນ, ແຮງງານລາວ 1 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫລວງນໍ້າທາ, ເຫລືອນັ້ນ ແມ່ນຄົນຂັບລົດຂົນສົ່ງສິນຄ້າ, ຜ່ານດ່ານລາວ-ຫວຽດນາມ 790 ຄົນ, ໃນນີ້ ກັບມາແຕ່ວຽກລັດຖະການ 1 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ມີນັກສຶກສາລາວ 2 ຄົນ ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ແລະ ເດີນທາງຜ່ານສະໜາມບິນສາກົນວັດໄຕ 78 ຄົນ, ທັງໝົດແມ່ນຄົນຈີນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຍັງໃຫ້ຮູ້ວ່າ: ອີງໃສ່ສະພາບການຂອງໂລກ ມີຫລາຍປະເທດ ຍັງມີການລະບາດເປັນວົງກວ້າງ ມີຜູ້ຕິດເຊື້ອ ແລະ ເສຍຊີວິດປະຈຳວັນ ເປັນຈຳນວນຫລາຍ, ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ, ການວາງມາດຕະການຫລາຍໆຢ່າງ ແມ່ນເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮ່ວມແຮງຮ່ວມໃຈກັນ ສືບຕໍ່ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ໃສ່ຜ້າອັດປາກ-ດັງ ເວລາອອກໄປຊຸມຊົນ ບ່ອນແອອັດທີ່ມີຄົນໜາ ແໜ້ນໃກ້ຊິດກັນ, ການປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈລລ້າງມື, ແທກອຸນຫະພູມຮ່າງກາຍ ແລະ ປະຕິບັດຫລັກການອະນາໄມ.

ຂ່າວ-ພາບ ສົມຫວັງ

Comments